ເຄື່ອງສິລະປະຫັດຖະກຳ ຂະແມ Mach Moy – 4 ລຸ້ນຄົນຜະລິດ ແລະ ອະນຸລັກຮັກສາດົນຕີພື້ນເມືອງ

(VOVWORLD) - ທ່ານ Mach Moy ມີຄວາມເອກອ້າງທະນົງໃຈວ່າ ທ່ານໄດ້ສິດສອນທັກສະການຫຼິ້ນເຄື່ອງດົນຕີ, ກໍ່ຄືສີມືຜະລິດເຄື່ອງດົນຕີພື້ນເມືອງໃຫ້ລູກທັງ 7 ຄົນ.
ເຄື່ອງສິລະປະຫັດຖະກຳ ຂະແມ Mach Moy –  4 ລຸ້ນຄົນຜະລິດ ແລະ ອະນຸລັກຮັກສາດົນຕີພື້ນເມືອງ - ảnh 1(ຜະລິດຕະພັນໄດ້ຈຳໜ່າຍຢູ່ບັນດາຕະຫຼາດຂອງ 25 ແຂວງ, ນະຄອນໃນທົ່ວປະເທດ)

       ໃນຊີວິດທາງດ້ານຈິດໃຈຂອງປະຊາຊົນ ກຳປູເຈຍ, ພິນພາດ (pinpeat) ໄດ້ຮັບຖືວ່າແມ່ນຊັບສົມບັດທາງດ້ານວັດທະນະທຳອັນລ້ຳຄ່າ, ແມ່ນພາກສ່ວນທີ່ຂາດບໍ່ໄດ້ໃນໂອກາດພິເສດ ແລະ ພິທີກຳດ້ານສາສະໜາ, ງານບຸນປະເພນີ. ເພື່ອອະນຸລັກຮັກສາຮູບແບບສິລະປະທີ່ເປັນມູນເຊື້ອດັ່ງກ່າວ, ບັນດານັກສິລະປະການໄດ້ ແລະ ພວມສືບທອດຄວາມຮູ້ ແລະ ຄວາມມັກຮັກດົນຕີທີ່ເປັນມູນເຊື້ອໃຫ້ແກ່ລຸ້ນໜຸ່ມ ເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າ.

        ທ່ານ Mach Moy, ອາຍຸກວ່າ 60 ປີ, ເປັນນາຍຊ່າງຫັດຖະກຳໄດ້ຮັກສາບັນດາຄຸນຄ່າວັດທະນະທຳ ຂະແມ ຜ່ານການຜະລິດເຄື່ອງດົນຕີທີ່ເປັນມູນເຊື້ອເປັນເວລາເກືອບ 40 ປີ, ຍັງເມົາມົວສິດສອນໃຫ້ລູກຊາຍ ພ້ອມກັບນັກຮຽນຂອງຕົນຢູ່ໂຮງຜະລິດເຄື່ອງສິລະປະຫັດຖະກຳຢູ່ບ້ານ Preah Kel, ຕາແສງ Preah Sre, ເມືອງ Oudong, ແຂວງ Kampong Speu. ເມື່ອມາຢ້ຽມຢາມເຂດຜະລິດເຄື່ອງສິລະປະຫັດຖະກຳທີ່ເປັນມູນເຊື້ອ ມີຊື່ວ່າ “ເຄື່ອງສິລະປະຫັດຖະກຳ ຂະແມ Mach Moy”, ແຂກຄົນທັງຫຼາຍກໍ່ຄິດວ່າພວມຢູ່ໃນຫໍພິພິຕະພັນເຄື່ອງດົນຕີພື້ມເມືອງ ຂະແມ ຂະໜາດນ້ອຍ. ມີເຄື່ອງດົນຕີຫຼາຍຊະນິດຂອງ ຂະແມ, ຄື: ກອງ Samphor, ກອງ Chaiyam, ຄ້ອງ, Sralai… ທີ່ໄດ້ວາງສະແດງເຕັມຢູ່ໃນເຮືອນມຸ່ງດ້ວຍດິນຂໍ. ທ່ານ Mach Moy ແບ່ງປັນວ່າ: ໂດຍແມ່ນລຸ້ນທີ 3 ໃນຄອບຄົວຕິດພັນກັບດົນຕີພື້ນເມືອງ ເຫັນວ່າ, ມີຫຼາຍຄົນຮູ້ວິທີຫຼິ້ນເຄື່ອງດົນຕີ  ແຕ່ບໍ່ມີຫຼາຍຄົນຮູ້ການຜະລິດບັນດາເຄື່ອງດົນຕີທີ່ເປັນມູນເຊື້ອ, ສະນັ້ນ, ທ່ານໄດ້ເລີ່ມຄົ້ນຄວ້າ, ຜະລິດ ແລະ ຂາຍບັນດາເຄື່ອງດົນຕີທີ່ຕົນຜະລິດອອກ.

        “ຂ້າພະເຈົ້າເລີ່ມເຮັດອາຊີບນີ້ນັບແຕ່ທ້າຍຊຸມປີ 80 ຂອງສະຕະວັດກ່ອນ. ຄາວນັ້ນ, ຂ້າພະເຈົ້າຜະລິດຄ້ອງ ແລະ ສົ່ງໄປຂາຍຢູ່ບັນດາແຂວງຍາມທ້າຍອາທິດດ້ວຍລົດຖີບ. ຮອດປີ 1998, ເມື່ອປະເທດມີຄວາມໝັ້ນຄົງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ ແລະ ຕົວເອງກໍ່ສະສົມທຶນໄດ້ຢ່າງພຽງພໍ, ຂ້າພະເຈົ້າຈຶ່ງຄ່ອຍໆເປີດກວ້າງຂອບຂະໜາດ ແລະ ພັດທະນາເປັນໂຮງຈັກຜະລິດຄືໃນປະຈຸບັນ. ຕອນເລີ່ມຕົ້ນນັ້ນ, ຂ້າພະເຈົ້າພຽງແຕ່ເຮັດດ້ວຍຄວາມເມົາມົວຂອງຕົນເອງເທົ່ານັ້ນ, ບໍ່ຄິດຫຼາຍເຖິງເລື່ອງຫາກຳໄລ. ກໍ່ຍ້ອນຢູ່ເຂດຊົນນະບົດ, ມີເຂົ້າແຮໄວ້ແລ້ວ. ເຖິງວ່າບໍ່ເອົາໄປຂາຍກໍ່ບໍ່ຢ້ານບໍ່ມີຫຍັງກິນ”.

        ສຽງພິນ Roneat ທີ່ທ່ານພວມຮັບຟັງນັ້ນ, ແມ່ນອ້າຍ Moy Bunlong ລູກຊາຍຜູ້ທີ 6 ໃນຈຳນວນລູກ 7 ຄົນຂອງທ່ານ Mach Moy (ຜູ້ຊາຍ 5 ຄົນ, ຜູ້ຍິງ 2 ຄົນ) ທຳການສະແດງ. ທ່ານ Mach Moy ມີຄວາມເອກອ້າງທະນົງໃຈວ່າ ທ່ານໄດ້ສິດສອນທັກສະການຫຼິ້ນເຄື່ອງດົນຕີ, ກໍ່ຄືສີມືຜະລິດເຄື່ອງດົນຕີພື້ນເມືອງໃຫ້ລູກທັງ 7 ຄົນ. ບັນດາລູກຂອງທ່ານແມ່ນລຸ້ນທີ 4 ໃນຄອບຄົວ, ປະຈຸບັນພວມສືບຕໍ່ບຳລຸງສ້າງໃຫ້ແກ່ລຸ້ນໜຸ່ມ, ປະກອບສ່ວນສຳຄັນເຂົ້າໃນການອະນຸລັກຮັກສາມໍລະດົກວັດທະນະທຳອັນລ້ຳຄ່າຂອງຊາດ. ສະເພາະລູກຫຼ້າຂອງທ່ານແມ່ນອ້າຍ Moy Bunleap, ເຄີຍເຮັດຫຼາຍອາຊີບທີ່ແຕກຕ່າງກັນ, ແຕ່ສຸດທ້າຍຍັງກັບເມືອສືບທອດມູນເຊື້ອຂອງຄອບຄົວ, ຍ້ອນຄວາມເມົາມົວກັບເຄື່ອງດົນຕີພື້ນເມືອງທີ່ໄດ້ກະຕຸກຊຸກຍູ້ຈິດໃຈຂອງອ້າຍ.

        “ຍ້ອນຢາກກໍ່ຮ່າງສ້າງຕົວ, ຂ້າພະເຈົ້າໄດ້ມານະພະຍາຍາມເຮັດຫຼາຍອາຊີບທີ່ແຕກຕ່າງກັນ. ແຕ່ເຖິງວ່າເຮັດອາຊີບໃດ, ຂ້າພະເຈົ້າກໍ່ບໍ່ເຫັນໄດ້ເຖິງຄວາມສຸກທີ່ເຕັມທີ່ຄືການຜະລິດເຄື່ອງດົນຕີ. ບໍ່ມີຍັງສາມາດຽບທຽບກັບຄວາມສຸກທີ່ໄດ້ຜະລິດເຄື່ອງດົນຕີພື້ນເມືອງຂອງຊາດ. ອ້າຍນ້ອງພວກຂ້າພະເຈົ້າໄດ້ສືບທອດຄວາມເມົາມົວຕໍ່ເຄື່ອງດົນຕີພື້ນເມືອງຢ່າງເລິກເຊິ່ງຈາກພໍ່”.

        ມາຮອດປະຈຸບັນ, ຜະລິດຕະພັນ “ເຄື່ອງສິລະປະຫັດຖະກຳ ຈະແມ Mach Moy” ນັບມື້ນັບໄດ້ຮັບຄວາມນິຍົມ ແລະ ໄດ້ຮູ້ຈັກເຖິງຢ່າງກວ້າງຂວາງຜ່ານການເລົ່າປາກຕໍ່ປາກ ແລະ ໂຄສະນາທາງ Facebook ທາງການຂອງໂຮງຈັກ. ຜະລິດຕະພັນໄດ້ຈຳໜ່າຍຢູ່ບັນດາຕະຫຼາດຂອງ 25 ແຂວງ, ນະຄອນໃນທົ່ວປະເທດ. ຢູ່ ພະນົມເປັນ, ຜະລິດຕະພັນໄດ້ຈຳໜ່າຍຢູ່ຕະຫຼາດ Toul Tompoung ເປັນຕົ້ນ ແລະ ຢູ່ອ້ອມມະຫາວິທະຍາໄລສິລະປະແຫ່ງຊາດ (Royal University of Fine Arts). ພ້ອມກັນນັ້ນ, ປະຊາຄົມຊາວ ກຳປູເຈຍ ຢູ່ຫຼາຍປະເທດໃນໂລກກໍ່ຊອກຊື້ ແລະ ນຳເອົາບັນດາເຄື່ອງດົນຕີພື້ນເມືອງນີ້ອອກໄປຍັງຫຼາຍປະເທດ. ອ້າຍ Moy Bunleap, ລູກຊາຍຂອງທ່ານ Mach Moy ແລະ ແມ່ນຜູ້ສືບທອດໂຮງຈັກເຄື່ອງສິລະປະຫັດຖະກຳຂອງຄອບຄົວ, ແບ່ງປັນວ່າ:

        “ໂຮງຈັກໄດ້ສົ່ງອອກຫຼາຍຜະລິດຕະພັນໄປສູ່ຫຼາຍປະເທດ, ຄື: ອາເມລິກາ, ໂຮນລັງ, ການາດາ… ພິເສດ, ປະຊາຊົນ ຂະແມ ທາງພາກໃຕ້ ຫວຽດນາມ ໄດ້ສັ່ງຊື້ຫຼາຍທີ່ສຸດ. ປະຈຸບັນ, ບໍ່ພຽງແຕ່ມີລູກຄ້າທີ່ເປັນນັກດົນຕມືອາຊີບເທົ່ານັ້ນ, ຫາກຍັງມີຫຼາຍຄົນຊື້ພິນມາເພື່ອປະດັບປະດາໃນເຮືອນ, ໂຮງຮຽນ, ວັດ… ອີກດ້ວຍ”.

ເຄື່ອງສິລະປະຫັດຖະກຳ ຂະແມ Mach Moy –  4 ລຸ້ນຄົນຜະລິດ ແລະ ອະນຸລັກຮັກສາດົນຕີພື້ນເມືອງ - ảnh 2(ທ່ານ Mach Moy)

        ປະຈຸບັນ, ໂຮງງານຜະລິດເຄື່ອງສິລະປະຫັດຖະກຳ ຂະແມ Mach Moy ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຍ້ອນລາຄາວັດຖຸດິບນັບມື້ນັບເພີ່ມຂຶ້ນສູງ. ເຄື່ອງດົນຕີພື້ມເມືອງ ໄດ້ຜະລິດຈາກໄມ້ເປັນຕົ້ນ, ແຕ່ແຫຼ່ງໄມ້ນັບມື້ນັບຫາຍາກ ແລະ ມີລາຄາແພງ. ທ່ານ Mach Moy ໃຫ້ຮູ້ວ່າ, ປະຈຸບັນພຽງແຕ່ນຳໃຊ້ໄມ້ທຳມະດາຢູ່ທ້ອງຖິ່ນປ່ຽນແທນໃຫ້ບັນດາໄມ້ຫາຍາກ. ຍ້ອນວິວັດການແກ້ໄຂໄມ້ຢ່າງລະອຽດລະອໍ ແລະ ເຕັກນິກຂອງນາຍຊ່າງ, ບັນດາເຄື່ອງດົນຕີທີ່ຜະລິດອອກຍັງມີຄຸນນະພາບດີ ແລະ ສາມາດນຳໃຊ້ຢ່າງຍາວນານ. ສິ່ງດັ່ງກ່າວໄດ້ຊ່ວຍຫຼຸດລາຄາຜະລິດຕະພັນ, ສ້າງເງື່ອນໄຂໃຫ້ຫຼາຍຄົນສາມາດຊື້ເຄື່ອງດົນຕີພື້ນເມືອງ ຂະແມ ໄດ້.

        ສຳລັບຄອບຄົວທ່ານ Mach Moy, ອາຊີບເຮັດເຄື່ອງດົນຕີພື້ນເມືອງແມ່ນເພື່ອອະນຸລັກຮັກສາວັດທະນະທຳຂອງຊາດ. ເຄື່ອງດົນຕີແຕ່ລະອັນທີ່ໄດ້ຜະລິດອອກມາ ຈະຊ່ວຍໃຫ້ຫຼາຍຄົນຮູ້ຈັກເຖິງເຄື່ອງດົນຕີພື້ນເມືອງ ຂະແມ ຫຼາຍກວ່າ. ຜ່ານນັ້ນ, ກໍ່ປະກອບສ່ວນແຜ່ຂະຫຍາຍ, ປຸກລຸກຄວາມຮັກຕໍ່ເຄື່ອງດົນຕີພື້ນເມືອງ ເວົ້າສະເພາະ ແລະ ວັດທະນະທຳ ຂະແມ ເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ