ເປີດ​ຕົວ​ຊຸດເຄື່ອງ​ມືນະ​ໂຍ​ບາຍ​ຊຸກ​ຍູ້​ນັກ​ທຸ​ລະ​ກິດ​ຍິງ ອາ​ຊຽນ

(VOVWORLD) -ບັນດາວິສາຫະກິດ ໂດຍແມ່ຍິງນຳພາສາມາດເປັນກຳລັງໜູນສຳຄັນແກ່ການພັດທະນາແບບກວມລວມ, ການຮັບມື ແລະ ຄວາມຍືນຍົງຂອງພາກພື້ນ, ພ້ອມທັງໃຫ້ຮູ້ວ່າ ESCAP ພວມມານະພະຍາຍາມແກ້ໄຂສິ່ງກີດຂວາງກ່ຽວກັບລະບອບລະບຽບການ, ການເງິນ ແລະ ກຳລັງຄວາມສາມາດ ເຊິ່ງວິສາຫະກິດຫຼາຍແຫ່ງພວມປະເຊີນໜ້າ.

        ວັນທີ 23 ພະຈິກ, ຢູ່ນະຄອນຫຼວງ ຈາກາຕາ (ປະເທດ ອິນໂດເນເຊຍ), ອາຊຽນ, ຄະນະກຳມະການເສດຖະກິດ - ສັງຄົມ ອາຊີ - ປາຊີຟິກຂອງ ສປຊ (ESCAP) ແລະ ລັດຖະບານ ການາດາ ໄດ້ເປີດຕົວຊຸດເຄື່ອງມືນະໂຍບາຍ “ເພີ່ມທະວີຄວາມສາມາດດຳເນີນທຸລະກິດຂອງແມ່ຍິງໃນນະໂຍບາຍຕ່າງໆ ແລະ ແຜນການກະທຳແຫ່ງຊາດກ່ຽວກັບຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME)”.

        ທ່ານຮອງເລຂາຜູ້ບໍລິການ ESCAP, ທ່ານ Kaveh Zahedi ຖືວ່າ ບັນດາວິສາຫະກິດ ໂດຍແມ່ຍິງນຳພາສາມາດເປັນກຳລັງໜູນສຳຄັນແກ່ການພັດທະນາແບບກວມລວມ, ການຮັບມື ແລະ ຄວາມຍືນຍົງຂອງພາກພື້ນ, ພ້ອມທັງໃຫ້ຮູ້ວ່າ ESCAP ພວມມານະພະຍາຍາມແກ້ໄຂສິ່ງກີດຂວາງກ່ຽວກັບລະບອບລະບຽບການ, ການເງິນ ແລະ ກຳລັງຄວາມສາມາດ ເຊິ່ງວິສາຫະກິດຫຼາຍແຫ່ງພວມປະເຊີນໜ້າ.

        ຊຸດເຄື່ອງມືນະໂຍບາຍໂດຍ ESCAP, ສົມທົບກັບ 10 ປະເທດ ອາຊຽນ ພັດທະນາ ເພື່ອຊ່ວຍໃຫ້ນັກວາງແຜນກຳນົດນະໂຍບາຍເຂົ້າຮ່ວມການຊຸກຍູ້ນ້ຳໃຈດຳເນີນທຸລະກິດຂອງແມ່ຍິງ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ