ໂບດ Istiqlal - ສັນຍາລັກຂອງປະຊາຊົນເຊື່ອຖືສາສະຫນາອິດສະລາມ ຢູ່ອິນໂດເນເຊຍ

(vovworld)- ອິນໂດເນເຊຍ ແມ່ນປະເທດມີພົນລະເມືອງເຊື່ອຖືສາສະຫນາອິດສະລາມຫລາຍກວ່າໝູ່ຢູ່ໃນໂລກ ສະນັ້ນ ປະເທດນີ້ ມີໂບດອິດສະລາມໃຫຍ່ນ້ອຍກວ່າ 600.000 ແຫ່ງ, ໃນນັ້ນ ໂບດໃຫຍ່ກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ ຖືກຕັ້ງຢູ່ໃຈກາງນະຄອນຫລວງ ຈາກາຕາ ແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນທ້ອງຖິ່ນ, ນັ້ນແມ່ນໂບດ Istiqlal (ພາສາອາຣັບ ຫມາຍຄວາມວ່າ ເອກະລາດ). ດ້ວຍຄວາມໝາຍປະຫວັດສາດທີ່ສຳຄັນ ແລະ ສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະ, ໂບດ Istiqlal ບໍ່ພຽງແຕ່ແມ່ນສັນຍາລັກຂອງປະຊາຊົນຊື່ຖືສາສະຫນາອິດສະລາມ(ຊາວມຸດສະລິມ) ອິນໂດເນເຊຍ ເທົ່ານັ້ນ ຫາກຍັງແມ່ນສະຖານທີທ່ອງທ່ຽວທີ່ຂາດບໍ່ໄດ້ສຳລັບນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ.


ໂບດ Istiqlal - ສັນຍາລັກຂອງປະຊາຊົນເຊື່ອຖືສາສະຫນາອິດສະລາມ ຢູ່ອິນໂດເນເຊຍ - ảnh 1ໂບດ Istiglal

photo: hanoiTV.vn 

        4 ໂມງເຊົ້າ, ສຽງສວດມົນ ຈາກໂທລະໂຄ່ງ ດັງກ້ອງກັນວານໄປທົ່ວທຸກຖະຫນົນຫົນທາງຢູ່ນະຄອນຫລວງ ຈາກາຕາ. ນັ້ນກໍແມ່ນຈຸດເວລາທີ່ ໂບດ Istiglal ເປີດປະຕູຕ້ອນຮັບບັນດາສາສະນິກະຊົນອິດສະລາມມາທຳພິທີສວດມົນທຳອິດໃນມື້. ມີສາສະນິກະຊົນອິດສະລາມກວ່າ 100 ຄົນໄດ້ມີຫນ້າໃນໂບດແຫ່ງນີ້ ໃນຊຸດອາພອນສຸພາບ. ຜູ້ຊາຍຖືມວກ Songkok ເປັນມວກສີດຳ, ສ່ວນແມ່ຍິງນຸ່ງຊຸດໂສ້ງເສື້ອ Mukena ຍາວແຕ່ຫົວລົງຮອດຕີນ.

Citra Darmatitisar ພ້ອມກັບຜົວ ແລະ ລູກຊາຍ ດຳລົງຊີວິດຢູ່ພາກໃຕ້ນະຄອນຫລວງ ຈາກາຕາ. ຕອນເຊົ້າຂອງວັນເສົາ, ເຂົາເຈົ້າຕືນນອນແຕ່ເຊົ້າເພື່ອໄປເຖິງໂບດເຂົ້າຮ່ວມພິທີສວດມົນທຳອິດ. ຕາມປະເພນີ, ຄອບຄົວ Citra ຕ້ອງປົດເກີບກ່ອນທີ່ເຂົ້າໃນໂບດ ແລະ ລ້າງມືກ່ອນທຳພິທີສວດມົນ.

“ແຕ່ລະວັນ ຂ້າພະເຈົ້າພຽງສວດມົນຢູ່ໂບດນ້ອຍໃກ້ກັບເຮືອນ. ແຕ່ມື້ທ້າຍສັບປະດາ ເມື່ອມີເວລາຫວ່າງ ຂ້າພະເຈົ້າເຄີຍພ້ອມກັບຄອບຄົວໄປບົດ Istiglal ເພື່ອສວດມົນ. ຂ້າພະເຈົ້າຢາກສວດມົນໃນບໍລິເວນເຄັ່ງຂຶມ, ກວ້າງໃຫຍ່ຂອງ ໂບດ Istiglal, ມີໂອກາດໄດ້ພົບປະກັບຊາວມຸດສະລິມຜູ້ອື່ນ, ຊ່ວຍໃຫ້ລູກຊາຍຂອງຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບສາສະຫນາຂອງຕົນ ແລະ ຮູ້ສຶກເອກອ້າງທະນົງໃຈເພາະຕົນເອງແມ່ນຊາວມຸດສະລີມ.”

         ຢູ່ຫ້ອງໂຖງ ໃຫຍ່ບັນຈຸສາສະນິກະຊົນກວ່າ 200.000  ຄົນຊື່ງໄດ້ຮັບການອອກແບບ ຫລັງຄາເປັນຮູບວົງມົນ, ປະດັບປະດາຕາມຮູບ ກາຊີກວົງເດືອນ ແລະ  ດວງດາວ ຊື່ງເປັນສັນຍາລັກຂອງອິດສະລາມ, ຢູ່ອ້ອມແອ້ມໄດ້ແກະຄວັດສະຫລັກຕົວຫນັງສືດ້ວຍເຫລັກ. ການອອກແບບ ຫລັງຄາເປັນຮູບວົງມົນ ເພື່ອໃຫ້ສຽງສວດມົນດັງກ້ອງ ໄປໄກ. ຫລັງຄາເປັນຮູບວົງມົນ ຖືກ ຄ້ຳດ້ວຍ 12 ເສົາຊື່ງເປັນສັນຍາລັກວັນເກີດຂອງນັກທຳນາຍ Mohamed.

ຖ້າຫາກທ່ານມາຢ້ຽມຢາມໂບດ Istiglal ທ່ານຈະເຫັນປະຈັກຕາພິທີສວດມົນຈາກ ບານກົງຈາກຊັ້ນເທິງ. ອ້າຍ Agung Setiwan, ຜູ້ນຳທ່ຽວພວມແນະນຳໃຫ້ແຂກທ່ອງທ່ຽວຢູ່ຊັ້ນ 2:

        “ໂບດແຫ່ງນີ້ ສູງ 5 ຊັ້ນ ຊື່ງເປັນສັນຍາລັກໃຫ້ 5 ຫລັກການຂອງຊາວມຸດສະລິມ ນັ້ນແມ່ນ: ມື້ຫນຶ່ງເຂົາເຈົ້າພາວະນາເປັນ 5 ຄັ້ງ, ມີຄວາມເຊື່ອໝັ້ນເທວະດາຟ້າແຖນ, ມີຄວາມເມດຕາປານີ, ປະຕິບັດເດືອນອົດອາຫານ Ramadan ເປັນຢ່າງດີ ແລະ ອົດກັ້ນຄວາມຮູ້ສຶກ, ສຸດທ້າຍແມ່ນກັບຄືນສູ່ເຂດດິນແດນສັກສິດຂອງສາສະຫນາອິດສະລາມ. ໂດຍໄດ້ຮັບການກໍ່ສ້າງໃນເນື້ອທີ 9,32 ເຮັກຕາ ເມື່ອປີ 1951 ແຕ່ຍ້ອນວິກິດການເສດຖະກິດ ແລະ ການເມືອງຢູ່ພາຍໃນປະເທດ ສະນັ້ນ ຮອດປີ 1978 ໂບດແຫ່ງນີ້ ຈຶ່ງໄດ້ຮັບການສະຫລອງຢ່າງເປັນທາງການ. ເລື່ອງກໍ່ສ້າງໂບດແຫ່ງນີ້ແມ່ນສະແດງໃຫ້ເຫັນນ້ຳໃຈເຄົາລົບນັບຖື ແລະ ສະແດງຄວາມຮູ້ບຸນຄຸນສຳລັບຊາວມຸດສະລິມ ທີ່ໄດ້ເສຍສະຫລະຊີວິດຢູ່ສະຫນາມຮົບເພື່ອຍາດເອົາເອກະລາດມາໃຫ້ປະເທດ ອິນໂດເນເຊຍ. ແລະສິ່ງພິເສດນັ້ນແມ່ນໂບດແຫ່ງນີ້ໂດຍນັກສະຖາປານິກ ເຊື່ອຖື່ສາສະຫນາກາໂຕລິກອອກແບບ.”

ເຖິງວ່າ ນັກສະຖາປານິກ Frederich Silaba ແມ່ນຜູ້ເຊື່ອຖືສາສະຫນາກາໂຕລິກ ກໍຕາມ, ແຕ່ການອອກແບບຂອງທ່ານ ຍັງປະຕິບັດຕາມບັນດາຈຸດເປັນເອກະລັກສະເພາະລວມຂອງໂບດອິດສະລາມ.

        ແຕ່ລະມື້ ໂບດແຫ່ງນີ້ຕ້ອນຮັບແຂກມາຢ້ຽມຊົມປະມານ 500-1000 ຄົນ. ເມື່ອເຂົ້າໄປໃນໂບດ, ແຂກທ່ອງທ່ຽວຕ້ອງນຸ່ງເຄື່ອງສຸພາບ, ຖ້າຫາກວ່າແມ່ຍິງນຸ່ງກະໂປ່ງສັ້ນຈະໄດ້ຮັບຜ້າ Sarung ເພື່ອນຸ່ງປົກ. ແຂກຜູ້ໃດກໍຮູ້ສຶກປະທັບໃຈທີ່ສຸດ ລວມທັງຜູ້ບໍ່ ຖືສາສະຫນາຄືທ່ານ Casu Kaba,ນັກທ່ອງທ່ຽວມາຈາກ ອັງກິດ ຫລືສາສະນິກະຊົນທີ່ຖືສາສະຫນາອິດສະລາມເປັນຄັ້ງທຳອິດມາຢ້ຽມຊົມໂບດແຫ່ງນີ້ຄືທ່ານ Hadi ມາຈາກອິນເດຍ.

        “ໂບດແຫ່ງນີ້ແມ່ນນອນໃນບັນຊີລາຍຊື່ບັນດາສະຖານທີ່ທ່ອງທ່ຽວຢູ່ອິນໂດເນເຊຍຊື່ງຂ້າພະເຈົ້າຈະມາຢ້ຽມຢາມ. ແລະ ໂບດ Istiglal ແມ່ນສະຖານທີ່ເລີ່ມຕົ້ນການທ່ອງທ່ຽວໃນການຢ້ຽມຢາມ ຈາກາຕາຂອງຂ້າພະເຈົ້າ. ຂ້າພະເຈົ້ານິຍົມສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະຂອງໂບດແຫ່ງນີ້ທີ່ສຸດ ແລະ ໄດ້ເຫັນປະຈັກຕາບັນດາຊາວມຸດສະລີມທຳພິທີສວດມົນກໍຄືຜ່ານຄຳແນະນຳຂອງຜູ້ນຳທ່ຽວໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບສາສະຫນາອິດສະລາມຕື່ມອີກ.”

        “ຮູ້ສຶກດີໃຈທີ່ສຸດ ເມື່ອໄດ້ຮ່ວມທຳພິທີສວດມົນໃນໂບດແຫ່ງໃຫຍ່ນີ້ຢູ່ໃຈກາງນະຄອນຫລວງ ຈາກາຕາ. ຂ້າພະເຈົ້າຮູ້ສຶກຕືນຕັ້ນໃຈ ແລະ ໂຊກດີທີ່ສຸດ.”

        ດ້ວຍຈຳນວນພົນລະເມືອງຂອງ ອິນໂດເນເຊຍ ກວ່າ 86% ແມ່ນຊາວມຸດສະລີມ. ແຕ່ລະມື້ ເຂົາເຈົ້າທຳພິທີພາວະນາຕາມບົດສວດມົນທີ່ແຕກຕ່າງກັນໃນເວລາ 4 ໂມງ 30 ນາທີຂອງຕອນເຊົ້າ, 12 ໂມງທ່ຽງ, 3 ໂມງ 30 ນາທີ ຕອນບ່າຍ, 6 ໂມງ ແລະ 7 ໂມງຄ່ຳ. ພິເສດໃນຊຸມມື້ວັນບຸນໃຫຍ່, ສາສະນິກະຊົນສາສະຫນາອິດສະລາມ ອິນໂດເນເຊຍ ຫລັ່ງໄຫລມາໂບດ Istiqlal ຫລາຍທີ່ສຸດເພື່ອສວດມົນພາວະນາ.

ຖ້າທ່ານມາຢ້ຽມຢາມ ອິນໂດເນເຊຍ, ຢ່າລືມແວ່ຢາມໂບດແຫ່ງນີ້ ຊື່ງແມ່ນສະຖານທີ່ທ່ອງທ່ຽວດ້ານຈິດວິນຍານພິເສດ.

ຕອບກັບ

ຂ່າວ/ບົດ​ອື່ນ