ໂຮງຮຽນ ສອງພາສາ ລາວ ຫວຽດ​ນາມ ຫງວຽນຢູ

(VOVWORLD) -ໂຮງຮຽນ ຫງວຽນຢູ ແມ່ນຫນຶ່ງໃນບັນດາໂຮງຮຽນທຳອິດໄດ້ຮັບການປະຕິບັດຕາມຮູບແບບ ໂຮງຮຽນ ສອງພາສາ ຢູ່ ລາວ ແລະ ກໍ່ແມ່ນຫນຶ່ງໃນໂຮງຮຽນ 10 ແຫ່ງ ນຳຫນ້າໃນປະເທດລາວ ມີຈຳນວນນັກສຶກສາຮຽນເກັ່ງຍາມໃດກໍ່ກວມອັດຕາສ່ວນສູງ, ມີນັກຮຽນຫລາຍຄົນບັນລຸລາງວັນລະດັບຊາດ. ນະທີ່ນີ້, ພວກນ້ອງ ບໍ່ພຽງແຕ່ຮຽນພາສາຫວຽດ ເທົ່ານັ້ນ ຫາກຍັງຮຽນຫລາຍວິຊາອື່ນ ດ້ວຍພາສາຫວຽດອີກດ້ວຍ. 
ໂຮງຮຽນ ສອງພາສາ  ລາວ  ຫວຽດ​ນາມ ຫງວຽນຢູ - ảnh 1 ພິທີເປີດສົກຮຽນໃຫມ່ ໂຮງຮຽນ ສອງພາສາ ລາວ ຫວຽດ ຫງວຽນຢູ

ບັນດາບົດເພງທີ່ຊີນເຄີຍກ່ຽວກັບລຸງໂຮ່ ໂດຍພວກນ້ອງເຍົາວະຊົນ ອະນຸຊົນ ໂຮງຮຽນ ສອງພາສາ ຫງວຽນຢູ ຢູ່ ວຽງຈັນ ໄດ້ພ້ອມກັນຂັບຮ້ອງພວມດັ່ງກ້ອງກັນວານຂຶ້ນ. ຢູ່ ໂຮງຮຽນ ພວກນ້ອງໄດ້ຮຽນພາສາຫວຽດ, ຮຽນບັນດາບົດເພງຫວຽດນາມ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວນອກຫລັກສູດ, ການເສັງຂຽນພາສາຫວຽດ ທີ່ມີປະໂຫຍດທີ່ສຸດ.

        “ບັນດາຄູອາຈານສອນດີທີ່ສຸດ, ພວກນ້ອງມີຄວາມເຂົ້າໃຈງ່າຍ. ບັນດາຄູອາຈານເອົາໃສໃສ່ເຖິງພວກນ້ອງທີ່ສຸດ”

        “ນ້ອງມັກຮຽນພາສາຫວຽດ. ຮຽນພາສາຫວຽດງ່າຍ, ມ່ວນ ແລະ ມີປະໂຫຍດ.”

        ໂຮງຮຽນ ສອງພາສາ ຫງວຽນຢູ ແມ່ນໂຮງຮຽນໃຫຍ່ ແລະ ເປັນຈຸດສຸມຂອງວົງຄະນາຍາດ ຊາວຫວຽດນາມ  ອາໄສ ຢູ່ ວຽງຈັນ ປະເທດລາວ. ບໍ່ພຽງແຕ່ສອນໃຫ້ພວກນ້ອງບັນດາຄວາມຮູ້ເທົ່ານັ້ນ ຫາກໂຮງຮຽນແຫ່ງນີ້ ແມ່ນຄ້າຍຄືກັນກັບເຮືອນແຫ່ງທີສອງ, ຊື່ງແມ່ນບ່ອນທີ່ບັນດາຄູອາຈານມີຄວາມສຸດຈິດສຸດໃຈໃນການສ້າງຄວາມຮັກຕໍ່ພາສາຫວຽດໃຫ້ແກ່ນັກຮຽນຂອງຕົນ. ກ່ອນນີ້ 5 ປີ, ໂຮງຮຽນ ມີພຽງບັນດາຫ້ອງຮຽນຂັ້ນປະຖົມເທົ່ານັ້ນ ແຕ່ຍ້ອນຄວາມຕ້ອງການຮຽນພາສາຫວຽດຂອງ ລູກຫລານຊາວຫວຽດນາມ ອາໄສຢູ່ວຽງຈັນ ນັບມື້ນັບຫລາຍ ສະນັ້ນ ປະຈຸບັນ ໂຮງຮຽນແຫ່ງນີ້ໄດ້ເປີດຮອດຊັ້ນມັດທະຍົມຕອນປາຍ. ໃນສົກຮຽນ 2016 – 2017, ໂຮງຮຽນ ມີນັກຮຽນກວ່າ 1600 ຄົນ, ໃນນັ້ນ ສ່ວນຫລາຍແມ່ນລູກຫລານຂອງຊາວຫວຽດນາມ ທີ່ມີພໍ່ ຫລື ແມ່ເປັນຄົນຫວຽດ. ປະມານ 30% ແມ່ນລູກຫລານຂອງຊາວຫວຽດນາມ ພວມດຳລົງຊີວິດ ແລະ ອາໄສຢູ່ ລາວ, ສ່ວນຍັງເຫລືອແມ່ນລູກຫລານຂອງພະນັກງານລາວ ທີ່ມີຄວາມຮັກ ແລະ ຄວາມຫວັງຢາກຮຽນ ພາສາຫວຽດ. ຫ້ອງຮຽນຫນຶ່ງ ມີ 3 ເປົ້າໝາຍນັກຮຽນຕ່າງກັນຄືແນວນັ້ນ ສະນັ້ນ ລະດັບຮຽນພາສາຫວຽດຂອງພວກນ້ອງ ຍັງບໍ່ທັນສະຫມ່ຳສະເຫມີ. ນີ້ແມ່ນຫນຶ່ງໃນບັນດາຄວາມຫຍຸ້ງຍາກສຳລັບຄູອາຈານໃນການຄຸ້ມຄອງ ແລະ ສິດສອນ. ເອື້ອຍຄູ ເຈີນທີບີກເວີນ ແບ່ງປັນວ່າ:

        “ນັກຮຽນຂອງພວກຂ້າພະເຈົ້າມັກຮຽນພາສາຫວຽດ, ເຂົ້າຮ່ວມບັນດາການເຄື່ອນໄຫວນອກຫລັກສູດດ້ວຍພາສາຫວຽດ ແຕ່ພວກນ້ອງເວົ້າພາສາຫວຽດ ບໍ່ທັນດີປານໃດ, ນັ້ນກໍ່ແມ່ນບັນຫາຊື່ງພວກຂ້າພະເຈົ້າພວມຄິດເຖິງ ແລະ ຕ້ອງເຮັດແນວໃດເພື່ອຊ່ວຍໃຫ້ພວກນ້ອງ.”

ໂຮງຮຽນ ສອງພາສາ  ລາວ  ຫວຽດ​ນາມ ຫງວຽນຢູ - ảnh 2 ພວກນ້ອງນັກຮຽນ ໃນໂຮງຮຽນ

        ປະຈຸບັນ ສຳລັບວິຊາພາສາຫວຽດ ຢູ່ ໂຮງຮຽນ ຫງວຽນຢູ ພວກນ້ອງຮຽນຄືແມ່ນພາສາຕ່າງປະເທດ ດ້ວຍ 4-6 ຊົ່ວໂມງຮຽນ/ອາທິດ, ອີງຕາມແຕ່ລະຂັ້ນ. ຄຽງຄູ່ກັນນັ້ນ ມີ 3 ຫ້ອງທົດລອງລາຍການສອງພາສາ, ໃນນັ້ນພວກນ້ອງ ຈະໄດ້ຮຽນພາສາຫວຽດ ແລະ ບັນດາວິສາວະກຳສາດດ້ວຍພາສາຫວຽດ. ເອື້ອຍຄູ ສູບເປີສອງ ແມ່ນຊາວລາວ ມີຫລາຍປີທີ່ໄດ້ດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ , ປະຈຸບັນພວມຮັບຜິດຊອບສິດສອນວິຊາຄະນິດສາດ ໃຫ້ 3 ຫ້ອງຮຽນ ດ້ວຍສອງພາສາ ຫວຽດ ລາວ ຢູ່ ໂຮງຮຽນ ໄດ້ແບ່ງປັນວ່າ:

        “ຂ້າພະເຈົ້າແມ່ນ ເອື້ອຍຄູຊາວລາວ, ມີຄວາມຮັກຕໍ່ຫວຽດນາມ ແລະ ຮັກພາສາຫວຽດ. ຂ້າພະເຈົ້າ ເຄີຍຖາມນັກຮຽນ ວ່າ ອາຈານເວົ້ານ້ອງເຂົ້າໃຈບໍ່. ວິຊາຄະນິດສາດຍາກຫລາຍ, ຂ້າພະເຈົ້າຕ້ອງເອົາປື້ມຕຳລາຂອງຄົນຫວຽດ  ແປເປັນພາສາລາວ ແລ້ວເອົາໄປສອນໃຫ້ພວກນ້ອງ.”

        ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງໃນວຽກງານຄຸ້ມຄອງ ແຕ່ຄະນະອຳນວຍການໂຮງຮຽນ ແລະ ຄູອາຈານກວ່າ 100 ຄົນ ຍາມໃດກໍ່ພະຍາຍາມຢ່າງສຸດຄວາມສາມາດຂອງຕົນເພື່ອສ້າງຄວາມຮັກພາສາຫວຽດໃຫ້ພວກນ້ອງນັກຮຽນ, ຊ່ວຍໃຫ້ພວກນ້ອງຍິ່ງມີຄວາມຮັກ ແລະ ສະຫນິດຕິດພັນກັບປະເທດຫວຽດນາມ ກວ່າ.”

        “ກ່ອນອື່ນໝົດພວກຂ້າພະເຈົ້າຢາກໄດ້ຮັບການຫນູນຊ່ວຍບັນດາ ເທບ, ແຜ່ນ CD, ພາບຖ່າຍ ເພື່ອໃຫ້ຊົ່ວໂມງຮຽນ ພາສາຫວຽດ ມີຊີວິດຊີວາກວ່າ. ຜ່ານນັ້ນ ພວກນ້ອງສາມາດເຂົ້າໃຈກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມກວ່າ. ພວກຂ້າພະເຈົ້າຢາກມີບັນດາແຜ່ນ CD ກ່ຽວກັບການເຄື່ອນໄຫວວັດທະນະທຳ, ທັດສະນີຍະພາບຂອງຫວຽດນາມ.”

        ໃນພິທີໄຂສົກຮຽນ 2016 – 2017 ຫວ່າງແລ້ວນີ້, ອຸປະທູດສະຖານທູດຫວຽດນາມ ປະຈຳລາວ ໄດ້ ມອບຂອງຂວັນຂອງພັນລະຍາທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ແກ່ຄູອາຈານ ໂຮງຮຽນ ຊື່ງລວມມີ: ຄອມພິວເຕີ, ປື້ມ ແລະ ອຸປະການການຮຽນ ເພື່ອຊ່ວຍໃຫ້ຄູອາຈານ ແລະ ນັກຮຽນ ມີຄວາມສະດວກກວ່າໃນການສິດສອນ ແລະ ຮຽນພາສາຫວຽດ.

ຕອບກັບ

ຂ່າວ/ບົດ​ອື່ນ