(VOVWORLD) -ດ້ວຍຊົງຜົມສັ້ນ, ຄີງບາງຮ່າງນ້ອຍ ແຕ່ເປັນຜູ້ໃຈເດັດ ແລະ ແຂງແກ່ນນັ້ນແມ່ນຄວາມປະທັບໃຈຂອງຫຼາຍຄົນເມື່ອໄດ້ພົບ ແລະ ເຮັດວຽກກັບນັກຂ່າວ ມາຍກ໋ຽວຕວ໊ຽດ ຫົວໜ້າລາຍການຈໍລະຈອນ ຮ່າໂນ້ຍ ພະແນກ VOV ຈາລະຈອນແຫ່ງຊາດ ວິທະຍຸກະຈາຍສຽງ ຫວຽດນາມ. ດ້ວຍທັດສະນະປະກອບອາຊີບຄືຍາມໃດກໍ່ຕັ້ງຕົນເອງໃນຄວາມຕ້ອງການ,ຈິດຕະຮັບຟັງ ແລະ ຮັບຂໍ້ມູນຂ່າວສານຈາກຜູ້ຟັງ, ນາງ ຕວ໊ຽດ ໄດ້ສ້າງຂີດໝາຍດ້ວຍຫຼາຍຜະລິດຕະພັນສື່ມວນຊົນທີ່ມີຄຸນນະພາບ ໃນການປະກອບເປັນອາຊີບນັກຂ່າວ
ນັກຂ່າວ ມາຍກ໋ຽວຕວ໊ຽດ |
ນັກຂ່າວ ມາຍກ໋ຽວຕວ໊ຽດ ໃຫ້ຮູ້ວ່າ:
“ເມື່ອໄດ້ເຮັດວຽກຢູ່ພະແນກ VOV ຈາລະຈອນແຫ່ງຊາດ ກໍ່ແມ່ນການເຮັດຕົວຈິງທີ່ເເປັນໜ້າຈັບໃຈ ແລະ ເປັນຄວາມໂຊກດີສຳລັບຂ້າພະເຈົ້າ. ນີ້ແມ່ນແຫ່ງທີ່ຍາມໃດກໍ່ຕ້ອງຕັ້ງຕົນເອງໃນຄວາມຕ້ອງການທີ່ໃໝ່ອ່ຽມໃນແຕ່ລວັນ ເຊິ່ງມີຄວາມແຕກຕ່າງກັບແຕ່ລະຜະລິດຕະພັນ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ຟັງ”.
ນັກຂ່າວ ມາຍກ໋ຽວຕວ໊ຽດ ແມ່ນໜຶ່ງໃນຈຳນວນນັກຂ່າວທີ່ໄດ້ມີຄວາມຜູກພັນກັບພະແນກ VOV ຈາລະຈອນແຫ່ງຊາດ ເປັນເວລາຫຼາຍປີ ນັບຕັ້ງແຕ່ຊຸມວັນທີ່ພະແນກຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນເມືອປີ 2009. ໃນການປະຕິບັດງານເປັນເວລາ15ປີ,ນັກຂ່າວກຽວຕວຽດເຄີຍເຄື່ອນໄຫວຢູ່ຕາມເຫດການ, ເປັນຜູ້ດຳເນິນລາຍການ, ວິເຄາະຂ່າວກ່ຽວກັບບັນດາບັນຫາກ່ຽວກັບຈາລະຈອນ ແລະ ຕົວເມືອງ ແລະ ໄດ້ເຮັດວຽກງານຄຸ້ມຄອງ. ໃນວຽກງານແຕ່ລະຢ່າງ, ນາງກໍ່ລ້ວນແຕ່ສ້າງຂີດໝາຍສຳລັບບັນດາຜະລິດຕະພັນສື່ມວນຊົນ ເຊິ່ງໄດ້ຮັບການຕີລາຄາສູງຈາກຜູ້ຟັງ
“ເມື່ອຂ້າພະເຈົ້າຂັບລົດກໍ່ໄດ້ຮັບຟັງລາຍການ VOV ຈາລະຈອນ. ຂ້າພະເຈົ້າຊົມຊອບລາຍການນີ້ໃນເວລາຍອດສູງຍ້ອນວ່າ ມີຫຼາຍເນື້ອໃນຕ້ອງອັບເດດໄວ ນຳມາເຊິ່ງຜົນປະໂຫຍດເມື່ອຂັບລົດ. ຂ້າພະເຈົ້າມີຄວາມປະທັບໃຈຕໍ່ຜູ້ດຳເນີນລາຍການ ກ໋ຽວຕວ໊ຽດ”.
“ຂ້າພະເຈົ້າເຄີຍອ່ານ ແລະ ຮັບຟັງບັນດາບົດຂຽນຂອງນັກຂ່າວ ກ໋ຽວຕວ໊ຽດ ໃນລາຍການຊີວິດຂອງປະຊາຊົນ, ຍ່າງຜ່ານຄຸ້ມຖະໜົນ ຫຼື ເລື່ອງລາວໃນວັນນີ້ ຜ່ານເວບໄຊຂອງ VOVgiaothong.vn. ຂ້າພະເຈົ້າຊົມຊອບການສັງເກດຂອງນາງ ຕວ໊ຽວ ເຊິ່ງໄດ້ຊ່ວຍໃຫ້ເຮົາໄດ້ຮັບຫຼາຍສິ່ງຫຼາຍຢ່າງກ່ຽວກັບການດຳລົງຊີວິດຢູ່ອ້ອມຂ້າງ”.
ແບ່ງປັນກ່ຽວກັບວຽກງານຢູ່ພະແນກ VOV ຈາລະຈອນແຫ່ງຊາດ, ນັກຂ່າວ ມາຍກ໋ຽວຕວ໊ຽດ ໃຫ້ຮູ້ວ່າ:
“ເມື່ອດຳເນີນລາຍການ ຫຼື ຂຽນບົດໃນແຕ່ລະເທື່ອ, ຂ້າພະເຈົ້າຍາມໃດກໍ່ຄິດວ່າ ບັນຫາທີ່ເຮົາຂຽນສົ່ງຜົນກະທົບແນວໃດຕໍ່ຜູ້ຟັງ. ຜ່ານການລົງບົດຂຽນຕະຫຼອດຮອດບັນດາລາຍການທີ່ຂ້າພະເຈົ້າໄດ້ດຳເນີນ ຫຼື ຜະລິດ, ຂ້າພະເຈົ້າຍາມໃດກໍ່ຕັ້ງຢູ່ໃນຄວາມຕ້ອງການ ແລະ ຈິດຕະຂອງູ້ຟັງ. ສິ່ງນີ້ໄດ້ສ້າງຄວາມຂະຫຍັນຂັນເຄື່ອນປ່ຽນແປງໃໝ່ຢ່າງລຽນຕິດ ແລະ ມີຈິນຕະນາການຢ່າງເປີດໃຈຫຼາຍກວ່າ”.
ດ້ວຍຫຼັກການໃນວຽກງານສື່ມວນຊົນ, ນັກຂ່າວ ມາຍກ໋ຽວຕວ໊ຽດ ໄດ້ປະສົບຜົນສຳເລັດໃນຫຼາຍຫົວຂໍ້ທີ່ແຕກຕ່າງກັນ ແລະ ນາງກໍ່ພ້ອມກັບເພື່ອນຮ່ວມອາຊີບສາມາດໄດ້ຮັບຫຼາຍລາງວັນສື່ມວນຊົນໃນຊຸມປີທີ່ຜ່ານມາ. ນັກຂ່າວ ມາຍກ໋ຽວຕວ໊ຽດ ໃຫ້ຮູ້ຕື່ມອີກວ່າ:
“ເປົ້າໝາຍແຖວໜ້າ ແລະ ເໜືອກວ່າສິ່ງໃດໝົດຂອງພວກຂ້າພະເຈົ້າ ແມ່ນຜ່ານບົດຂຽນຂອງຕົນ ເພື່ອສົ່ງຜົນກະທົບຕໍ່ຜູ້ຟັງ ແນໃສ່ຫຼູດຜ່ອນການຟຸມເຟືອຍໃນການຈາລະຈອນ ເຊິ່ງໄດ້ ແລະ ພວມສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດສັງຄົມຂອງນະຄອນ ແລະ ປະເທດຊາດ. ຂ້າພະເຈົ້າຖືວ່າ ນີ້ແມ່ນຄຳສັ່ງຈາກການດຳລົງຊີວິດທີ່ວາງອອກໃຫ້ຜູ້ເປັນນັກຂ່າວ”.
ນັກຂ່າວ ຫງວຽນລຽນ ສັງກັດພະແນກ VOV ຈາລະຈອນແຫ່ງຊາດ ໃຫ້ຮູ້ວ່າ:
“ນັກຂ່າວ ມາຍກ໋ຽວຕວ໊ຽດ ແມ່ນຜູ້ໜຶ່ງທີ່ມີຄວາມເກັ່ງກ້າດ້ານວິຊາການ. ພ້ອມກັນນັ້ນນາງກໍ່ແມ່ນຜູ້ທີ່ມີຄວາມຮັກແພງກັບທຸກໆຄົນ ແມ່ນຜູ້ເຄີຍແບ່ງປັນ ແລະ ເຂົ້າໃຈຕໍ່ເພື່ອນຮ່ວມອາຊີບຢູ່ອ້ອມຂ້າງ”.
ນັກຂ່າວ ມາຍກ໋ຽວຕວ໊ຽດ ແມ່ນຜູ້ຄ່ຽມຄົມ ເມື່ອເວົ້າກ່ຽວກັບຕົນເອງ. ສຳລັບນາງແລ້ວ,ຄວາມມ່ວນຊື່ນຂອງວຽກງານ ແມ່ນເມື່ອໄດ້ຂຽນບັນດາບົດໜັງສືພິມທີ່ມີລົມຫາຍໃຈຂອງການດຳລົງຊີວິດ, ເວົ້າກ່ຽວກັບຄວາມຕ້ອງການຂອງຜູ້ຟັງ ແລະເປີດທິດທາງກ້າວເດີນທີ່ຕັ້ງໜ້າໃຫ້ປະຊາຊົນ. ນັ້ນແມ່ນສິ່ງທີ່ມີຄວາມໝາຍ ເຊິ່ງວຽກງານທີ່ນາງພວມປະຕິບັດໃນແຕ່ລະວັນ ສາມາດນຳມາສູ່ສັງຄົມ.