ນັກດົນຕີ ຟ້າມຕວຽນ - ຜູ້ໄດ້ຮັບລາງວັນອັດສະວິນແມງຈີນາຍປີ 2025.

(VOVWORLD) -ລາງວັນອັດສະວິນແມງຈີນາຍຫາກໍ່ຖືກມອບໃຫ້ນັກດົນຕີ ຟ້າມຕວຽນ ຍ້ອນການອຸທິດສ່ວນຂອງລາວໃຫ້ແກ່ບັນດາບົດປະພັນດົນຕີ ໃນນັ້ນມີປຶ້ມບົດດົນຕີທີ່ມີຊື່ວ່າ “ກັບຄືນເມືອບ້ານເກີດ - ເພງສຳລັບເດັກ” ສາມາດເຂົ້າແຂ່ງຂັນຮອບຊະນະເລີດຊີງລາງວັນເຍົາວະຊົນແມງຈີນາຍປີ 2025
ນັກດົນຕີ ຟ້າມຕວຽນ - ຜູ້ໄດ້ຮັບລາງວັນອັດສະວິນແມງຈີນາຍປີ 2025. - ảnh 1ນັກດົນຕີ ຟ້າມຕວຽນ ໃນພິທີມອບລາງວັນ ອັດສະວິນແມງຈີນາຍ

     ລາງວັນເຍົາວະຊົນແມງຈີນາຍ ໂດຍໜັງສືພິມກິລາ ແລະ ວັດທະນະທຳສ້າງຕັ້ງຂຶ້ນ ແລະ ຈັດຕັ້ງປະຈຳປີນັບແຕ່ປີ 2020 ໄດ້ມອບໃຫ້ບັນດາບົດປະພັນດົນຕີ, ລາຍການສະແດງສິລະປະທີ່ດີເດັ່ນກ່ຽວກັບເຍົາວະຊົນ. ປີນີ້ມີອາຍຸ 96 ປີ, ນັກດົນຕີ ຟ້າມຕວຽນ ໄດ້ຮັບລາງວັນອັດສະວິນແມງຈີນາຍ ເຊິ່ງແມ່ນລາງວັນສຳຄັນທີ່ສຸດຂອງລາງວັນແມງຈີນາຍປີ 2025 ຍ້ອນມີການອຸທິດສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ເຍົາວະຊົນ. ນັກດົນຕີຟ້າມຕວຽນ ໄດ້ຮັບການເຊີດຊູຍ້ອນພາລະກິດດົນຕີທີ່ໃຫຍ່ໂຕດ້ວຍຫຼາຍກວ່າ 700 ບົດເພງ ເຊິ່ງເປັນຂີດໝາຍຢ່າງເລິກເຊິ່ງໃນຊີວິດດົນຕີໃນນັ້ນມີຫຼາຍກວ່າ 200 ບົດດົນຕີສະຫງວນໃຫ້ເຍົາວະຊົນ. ນັກກະວີ ເຈິ່ນດັງຄວາ ປະທານສະພາກວດສອບມອບລາງວັນເຍົາວະຊົນແມງຈີນາຍໃຫ້ຮູ້ວ່າ:

“ເມື່ອເວົ້າເຖິງນັກດົນຕີ ຟ້າມຕວຽນ ທຸກຄົນກໍ່ຮູ້ຈັກກັນດີ. ຂ້າພະເຈົ້ານັບຖືທ່ານແມ່ນຕົ້ນໂພໃນພື້ນຖານດົນຕີ ຫວຽດນາມ. ສະເພາະການປະພັນດົນຕີປະເພດສະຫງວນໃຫ້ເດັກ ທ່ານກໍ່ກາຍເປັນນັກປະພັນດົນຕີທີ່ຍິ່ງໃຫຍ່ແລ້ວ”.

ເມື່ອກ່ອນນີ້, ນັກດົນຕີ ຟ້າມຕວຽນ ໄດ້ມີໄລຍະເວລາພ້ອມກັບເມຍແມ່ນ ຮອງສາດສະດາຈານ ປອ ຫງວຽນແອັ໊ງຕວ໊ຽດ ໄປເກັບກຳບັນດາບົດເພງບູຮານທີ່ສະຫງວນໃຫ້ເດັກ. ຫຼັງຈາກນັ້ນນັກດົນຕີ ຟ້າມຕວຽນ ໄດ້ປະສານກັບດົນຕີໄດ້ 71 ບົດດ້ວຍຄວາມຫວັງຢາກຊ່ວຍໃຫ້ເດັກນ້ອຍຮັກສາວິນຍານຫວຽດນາມ ແລະ ເພິ່ມຄວາມຮັກບ້ານເກີດເມືອງນອນຂອງຕົນ. ນັກຂ່າວ ຟ້າມຮົ່ງຕວ໊ຽນ ໃຫ້ຮູ້ວ່າ:

 “ນັກດົນຕີ ຟ້າມຕວຽນ ເຄີຍເວົ້າວ່າ ເມື່ອສາມາດກາຍເປັນບົດເພງ ຂະນະທີ່ນັກຮ້ອງໄດ້ເລິ່ມຂັບຮ້ອງໃຫ້ກັງວານຂຶ້ນ. ເພື່ອຊ່ວຍບັນດາບົດເພງໄວເດັກສົ່ງເຖິງມວນຊົນທັງຫຼາຍນັ້ນ, ຂ້າພະເຈົ້າໄດ້ຕົກລົງສ້າງເປັນປຶ້ມ ແລະ ຂຽນຕໍ່ບັນດາເລື່ອງລາວ ເພື່ອພາໄປເຖິງບັນດາບົດເພງທີ່ສະຫງວນໃຫ້ເດັກ”.

ອະດີດນັກດົນຕີ ທຸ້ຍຄາ ເຄີຍເວົ້າວ່າ ຟ້າມຕວຽນ ແມ່ນນັກປະພັນດົນຕີຂອງໄວເດັກ. ດົນຕີຂອງທ່ານທັງເປັນການສຶກສາອົບຮົມທັງປະກອບສ່ວນຫຼໍ່ລ້ຽງຈິດວິນຍານຂອງເດັກ ດ້ວຍທຳນອງເພງທີ່ສວຍງາມ. ປີ 2013 ອົງການສະຖີຕິ ຫວຽດນາມ ໄດ້ຢັ້ງຢືນສະຖີຕິນັກດົນຕີ ຟ້າມຕວຽນ ແມ່ນນັກດົນຕີປະພັນຫຼາຍບົດເພງໄວເດັກຖືກເຜີຍແຜ່ຢ່າງກວ້າງຂວາງທີ່ສຸດ. ນັກຂ່າວ ຟ້າມຮົ່ງຕວ໊ຽນ ໃຫ້ຮູ້ວ່າ:

“ເບິ່ງຄືວ່າພາລະກິດປະພັນດົນຕີໃຫ້ເດັກ ແມ່ນສ່ວນໜຶ່ງທີ່ທ່ານຖະໜຸຖະໜອມທີ່ສຸດ. ປັດຈຸບັນໄດ້ຮັບລາງວັນອັດສະວິນແມງຈີນາຍ, ແນ່ນອນວ່າທ່ານມີຄວາມສຸກທີ່ສຸດ”.

ບັນດາບົດເພງທີ່ສະຫງວນໃຫ້ເດັກຂອງນັກດົນຕີ ຟ້າມຕວຽນ ເມື່ອໄດ້ກັງວານຂຶ້ນກໍ່ເຮັດໃຫ້ທຸກໆຄົນຫວນຄືນຄວາມຊົງຈຳຄາວເຍົາໄວທີ່ຊົດຊື່ນມີຊີວິດຊີວາປະສານເຂົ້າກັບຄວາມຕື້ນຕັນໃຈ.ດົນຕີຂອງທ່ານໄດ້ຫຼໍ່ລ້ຽງຈິດວິນຍານຂອງເຍົາວະຊົນ ຫວຽດນາມ ຫຼາຍລຸ້ນຄົນດ້ວຍເນື້ອຮ້ອງທີ່ສົດໃສເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ. ລາງວັນອັດສະວິນແມງຈີນາຍ ແມ່ນລາງວັນອັນສູງສົ່ງຢັ້ງຢືນຄວາມຮັກທີ່ນັກດົນຕີສະຫງວນໃຫ້ເດັກ.

ຕອບກັບ

ຂ່າວ/ບົດ​ອື່ນ