(VOVWORLD) -ໂດຍບໍ່ກຳເນີດຂຶ້ນໃນຄອບຄົວທີ່ມີມູນເຊື້ອສິລະປະລະຄອນຕຸກກະຕາ ແລະ ຄາເຍົາໄວກໍ່ບໍ່ຕິດພັນກັບຕົວລະຄອນຕຸກກະຕາ, ແຕ່ນັກສິລະປະການ ຫງວຽນແທັ່ງລາຍ ໄດ້ສະຫງວນຕະຫຼອດຊີວິດ ເພື່ອຮັກສາສິລະປະທີ່ເປັນເອກະລັກຂອງບ້ານ ດົ່ງງື ທີ່ເມືອງ ທ້ວນແທັ່ງ ແຂວງ ບັກນິງ
ນັກສິລະປະການ ຫງວຽນແທັ່ງລາຍ ແນະນຳກ່ຽວກັບຕົວລະຄອນຕຸກກະຕາໃຫ້ນັກຮຽນ |
ໃນເວທີສະແດງນ້ຳ, ຕົວລະຄອນໄດ້ຂຶ້ນຕົ້ນໝາກແບບຮູບຈຳລອງຖືກເຮັດດ້ວຍໄມ້ໄຜ່ເພື່ອເດັດເອົາໝາກ ແລະ ໃບພູ. ຢູ່ເທິງບົກພວກນັກຮ້ອງຊາຍຍິງ ທັງຂັບກວນເຫາະ ທັງເຊື້ອເຊີນແຂກຄ້ຽວໝາກ
ຢູ່ທາງຫຼັງເວທີສະແດງກໍ່ມີນັກສິລະປະການຄົນໜຶ່ງຮຸ່ນສູງ, ເທິງໜ້າຜາກກໍ່ມີນ້ຳເຫື່ອໄຫຼອາບໜ້າ ຍ້ອນຄວາມຮ້ອນຂອງແສງແດດຍາມຮຸ່ງເຊົ້າຂອງລະດູຮ້ອນ, ມືທັງຈັບໄມ້ ແລະ ອ່ານຄຳສົນທະນາໃຫ້ແກ່ຕົວະຄອນຕຸກກະຕານ້ຳ. ນັ້ນແມ່ນນັກສິລະປະການ ຫງວຽນແທັ່ງລາຍ ຫົວໜ້າຄະນະສິລະປະກອນ ລະຄອນຕຸກກະຕາ ລຸຍເລົາ ເມືອງ ທ້ວນແທັ່ງ ແຂວງ ບັກນິງ. ທ່ານແມ່ນໜຶ່ງໃນບັນດານັກສິລະປະການສະແດງລະຄອນຕຸກກະຕານ້ຳທີ່ມີຊື່ສຽງ ແລະ ແມ່ນຜູ້ສຸມຈິດສຸມໃຈອະນຸລັກຮັກສາປະເພດສິລະປະນີ້ຂອງບ້ານ ດົ່ງງື. ທ່ານໃຫ້ຮູ້ວ່າ:
“ນັບແຕ່ຄາວຍັງນ້ອຍ ຂ້າພະເຈົ້າໄດ້ຊົມຊອບສິລະປະນີແລ້ວຂ້າພະເຈົ້າກໍກໍ່ມັກຂັບຮ້ອງຟ້ອນລຳ ແລະ ໃນໄລຍະຕໍ່ມາຂ້າພະເຈົ້າກໍ່ໄດ້ເຮັດວຽກງານທຸກຢ່າງ ແຕ່ກໍ່ຍັງສຸມຈິດສຸມໃຈກັບສິລະປະ”.
ປີ 2009 ຍ້ອນຄວາມຫວັງຢາກແຜ່ກະຈາຍສິລະປະລະຄອນຕຸກກະຕານ້ຳ, ນັກສິລະປະການ ຫງວຽນແທັ່ງລາຍ ໄດ້ສ້າງຕັ້ງຄະນະສິລະປະກອນລະຄອນຕຸກກະຕານ້ຳ ລຸຍເລົາ ແລະ ເຂດອະນຸລັກຮັກສາວັດທະນະທຳພື້ນເມືອງ ລຸຍເລົາ. ໃນເບື້ອງຕົ້ນຄະນະສິລະປະກອນມີສະມາຊິກພຽງ 10 ຄົນເທົ່ານັ້ນ ແຕ່ປັດຈຸບັນໄດ້ເພີ່ມຂຶ້ນທົບສາມເທົ່າ ດ້ວຍນັກສິລະປິນຫຼາຍກວ່າ 10 ຄົນ. ແຕ່ລະປີຄະນະສິລະປະກອນ ໄດ້ທຳການສະແດງນັບ 100 ຄັ້ງ ຢູ່ບ້ານ ດົ່ງງື ກໍ່ຄືຢູ່ທຸກທ້ອງຖິ່ນໃນທົ່ວປະເທດ. ເມື່ອແບ່ງປັນກ່ຽວກັບຄວາມເປັນເອກະລັກຂອງລະຄອນຕຸກກະຕານ້ຳຢູ່ ດົ່ງງືນັກສິລປະການ ຫງວຽນແທັ່ງລາຍ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າມີຄວາມເປັນເອກະລັກສະເພາະ, ຍາກທີ່ຈະຫາໄດ້ຢູ່ແຫ່ງອື່ນ. ນັ້ນແມ່ນລະຄອນຕຸກກະຕານ້ຳ ຖືກສະແດງໂດຍປະສົມປະສານກັບສຽງຂັບກວນເຫາະ ແລະ ບັນດາລາຍການສະແດງ ຂັບກວນເຫາະ ຕິດພັນກັບພາບພື້ນເມືອງ ດົ່ງໂຮ່. ຈາກບັນດາຕົວລະຄອນຕຸກກະຕາກໍ່ມີສີສັນຂອງວັດທະນະທຳຂັບກວນເຫາະ, ວັດທະນະທຳພາບພື້ນເມືອງ ດົ່ງໂຮ່.”
ໃນມື້ມີເວລາຫວ່າງ, ນັກສິລະປະການ ຫງວຽນແທັ່ງລາຍ ໄດ້ສະຫງວນເວລາເພື່ອເຮັດບັນດາຕົວລະຄອນຕຸກກະຕາ. ຕາມທ່ານແລ້ວພ້ອມກັບວິທີສະແດງ, ບັນດາຄະນະສິລະກອນລະຄອນຕຸກກະຕາ ໄດ້ມີການຈຳແນກຕໍ່ກັນດ້ວຍຕົວລະຄອນຕຸກກະຕາ. ນອກຈາກຕົວລະຕອນຕຸກກະຕາເປັນແຜ່ຫຼາຍຄື ໂຕຄວາຍ, ທ້າວ ເຕ໊ວ… ຕົວລະຄອນຕຸກກະຕາຂອງ ດົ່ງງື ກໍ່ມີຄວາມເອກະລັກສະເພາະຂອງດິນແດນພາກເໜືອຄື ຕົວລະຄອນຕຸກກະຕາໃນງານດອງຂອງໜູ, ເຮືອຫົງ… ຕົວລະຄອນຕຸກກະຕາແຕ່ລະໂຕ ໄດ້ຖືກເຮັດຢ່າງລະອຽດອ່ອນດ້ວຍບັນດາພາກສ່ວນທີ່ສັບສົນ ເພື່ອເຄື່ອນຍ້າຍແບບຄ່ອງຕົວ ແລະ ອ່ອນໂຍນ. ນັກສິລະປິນ ເຈິ່ນທິຕວ໊ຽນ ເຊິ່ງແມ່ນເພື່ອນຮ່ວມງານຂອງຄະນະສິລະປະກອນລະຄອນຕຸກກະຕານ້ຳ ລຸຍເລົາ ໃຫ້ຮູ້ວ່າ:
“ນັກສິລະປະການ ຫງວຽນແທັ່ງລາຍ ແມ່ນຜູ້ສຸມຈິດສຸມໃຈ ມີຄວາມເມົາມົວ ແລະ ຊົມຊອບສິລະປະລະຄອນຕຸກກະຕານ້ຳ. ຍ້ອນວ່າສິລະປະປະເພດນີ້ ແມ່ນຍາກທີ່ສຸດ ບໍ່ແມ່ນວ່າຜູ້ໃດກໍ່ສາມາດເຮັດໄດ້. ລາວແມ່ນຜູ້ໄດ້ປຸກລຸກຟື້ນຟູຂະບວນການສິລະປະລະຄອນຕຸກກະຕານ້ຳຂອງບ້ານເກີດເມືອງນອນ”.
ນັກສິລະປະການ ຫງວຽນແທັ່ງລາຍ ປີນີ້ມີອາຍຸ 50 ປີປາຍແລ້ວ ແຕ່ລາວຍັງມີຄວາມເປັນຫ່ວງເປັນໃຍ ເຮັດແນວໃດໃຫ້ລະຄອນຕຸກກະຕານ້ຳດົ່ງງື ແຜ່ຂະຫຍາຍຍ່າງກວ້າງຂວາງກວ່າ ແລະ ນຳຈຸດວັດທະນະທຳພື້ນເມືອງຂອງດິນແດນພາກເໜືອມາແນະນຳກັບເພື່ອນມິດທັງຢູ່ພາຍໃນ ແລະ ສາກົນ.