(VOVWORLD) -ເຖິງວ່າ ຂາທັງຄູ່ເປັນລ່ອຍກໍ່ຕາມ ແຕ່ນັກສິລະປະການດີເດັ່ນ ຮວ່າງທິເຄືອງ ພັດມີ່ສີມືອັນຄອງແຄ້ວ ແລະ ມີເຈດຈຳນົງອັນແຮງກ້າ ເຊິ່ງໄດ້ຜ່ານຜ່າຊາຕາກຳອາພັບ ເພື່ອບືນຕົວຂຶ້ນກາຍເປັນບ່ອນອີງໃຫ້ແກ່ຄົນພິການ. ນາງທັງຮັກສາອາຊີບທັກແສ່ວທີ່ມີມາແຕ່ດົນນານຂອງບ້ານເກີດເມືອງນອນ ທັງຊ່ວຍຄົນພິການມີວຽກເຮັດງານທຳ ແລະ ມີຄວາມໝັ້ນໃຈເຊື່ອມຕົວເຂົ້າກັບສັງຄົມ
ນັກສິລະປະການ ຮວ່າງທິເຄືອງ ພວມທັກແສ່ວ |
ໃນຫ້ອງນ້ອຍໆທີ່ເຕັມໄປດ້ວຍກີ່ທັກແສ່ວຢູ່ຮາກຖານທັກແສ່ວຂອງນັກສິລະປະການ ຮວ່າງທິເຄືອງ ຢູ່ບ້ານ ກວັດດົ້ງ ຕາແສງ ເທື້ອງຟຸກ ຮ່າໂນ້ຍ ມີແມ່ຍິງປະມານ 6 ຫາ 7 ຄົນພວມຫຍິບປັກທັກແສ່ວສ້າງລວດລາຍຕ່າງ. ມີຜູ້ກໍ່ຕ້ອງການມີຕັ່ງໜ່ວຍໜຶ່ງຢູ່ທາງຂ້າງ ເພື່ອວາງມືໃຫ້ບັນເທົາຄວາມອິດເມື່ອຍ. ມີຜູ້ທັກແສ່ວໜ້ອຍໜຶ່ງກໍ່ຕ້ອງນອນພັກຜ່ອນ. ເຂົາເຈົ້າລ້ວນແຕ່ແມ່ນຄົນພິການໃນການເຄື່ອນເໜັງ ຫຼື ພິການທາງປັນຍາອ່ອນ. ນັກສິລະປະການ ຮວ່າງທິເຄືອງ ໄດ້ເປີດຫຼາຍຊຸດຖ່າຍທອດອາຊີບ ໂດຍບໍ່ເກັບຄ່າໃຫ້ແກ່ຄົນພິການ. ນາງ ເຄືອງ ໃຫ້ຮູ້ວ່າ:
“ອາຊີບທັກແສ່ວນີ້ໄດ້ຊ່ວຍໃຫ້ເຮົາບໍ່ຮູ້ສຶກປົມດ້ອຍ ແມ່ນຄົນພິການ. ເຮົາຮຽນທັກແສ່ວ ແລະ ໄດ້ຮູ້ຈັກທັກແສ່ວ, ສາມາດມີຄວາມໝັ້ນໃຈກວ່າເກົ່າ. ເຮົາສາມາດຊອກຫາໄດ້ເງິນເພື່ອລ້ຽງຊີບ”.
ສ່ວນນາງ ຫວູລານແອັງ ເປັນຄົນປັນຍາອ່ອນ, ໃນເບື້ອງຕົ້ນກໍ່ປະສົບກັບຄວາມຫຍຸ້ງຍາກໃນການຮຽນທັກແສ້ວ ແຕ່ປັດຈຸບັນມີຄວາມຄ່ອງແຄ້ວທາງດ້ານວິຊາຊີບແລ້ວ ສາມາດຜະລິດອອກຫຼາຍຜະລິດຕະພັນທີ່ສວຍງາມ ເພື່ອເພີ່ມລາຍຮັບໃຫ້ແກ່ຄອບຄົວ. ລານແອັງ ເວົ້າວ່າ:
“ໃນໄລຍະທີ່ຜ່ານມາ, ຂ້າພະເຈົ້າໄດ້ຮຽນນຳນ້າສາວ, ຂ້າພະເຈົ້າດີໃຈທີ່ສຸດ. ໃນເບື້ອງຕົ້ນຂ້າພະເຈົ້າກໍ່ປະສົບກັບຄວາມຫຍຸ້ງຍາກໃນການທັກແສ່ວ, ແຕ່ປັດຈຸບັນກໍ່ສາມາດທັກແສ່ວໄດ້ຜ້າຜືນໜຶ່ງໃຫ້ແກ່ນ້າສາວ ແລະ ຮັບເງິນນຳນ້າສາວອີກ”.
ບັນດາແມ່ຍິງຄົນພິການດັ່ງກ່າວ ກໍ່ລ້ວນແຕ່ແມ່ນລູກສິດຂອງນັກສິລະປະການດີເດັ່ນ ຮວ່າງທິເຄືອງ ແລະ ປັດຈຸບັນ,ເຂົາເຈົ້າກໍ່ຮ່ວມເດີນທາງພ້ອມກັບນາງ ເພື່ອພັດທະນາຮາກຖານທັກແສ່ວ. ນັກສິລະປະການດີເດັ່ນ ຮວ່າງທິເຄືອງ ໃຫ້ຮູ້ວ່າ
: “ຍ້ອນວ່າ ຂ້າພະເຈົ້າແມ່ນຄົນພິການ,ເມື່ອກ່ອນນີ້ກໍ່ບໍ່ຢາກເຊື່ອມຕົວກັບທຸກໆຄົນ. ນັບແຕ່ປີ 2013 ຂ້າພະເຈົ້າຈຶ່ງໄປພົວພັນແລກປ່ຽນ ແລະ ໄດ້ສ້າງເສັນທາງໃຫ້ແກ່ຂ້າພະເຈົ້າເພື່ອສັງເກດ ແລະ ຮູ້ວິທີມະນຸດສຳພັນຫຼາຍກວ່າ”.
ເຖິງວ່າ ຂາທັງຄູ່ບໍ່ສາມາດຍ່າງໄດ້ກໍ່ຕາມ ແຕ່ໃນໄລຍະນັບສິບປີທີ່ຜ່ານມາ, ນາງເຄືອງ ພຽງແຕ່ໄປທ່ອງທ່ຽວຜ່ານປຶ້ມອ່ານ, ໜັງສືພິມ ແລະ ໂທລະພາບເທົ່ານັ້ນ. ທິວທັດທຳມະຊາດທີ່ນາງເຫັນໄດ້ ກໍ່ໄດ້ບັນທຶກຢ່າງມີຫົວຄິດປະດິດສ້າງໃນຮູບພາບທັກແສ່ວທີ່ມີລັກສະນະສິລະປະສູງ. ນາງ ເຄືອງ ໃຫ້ຮູ້ຕື່ມອີກວ່າ:
“ເຮົາກຳເນີດໃນຄອບຄົວປະກອບອາຊີບທັກແສ່ວໃນຫຼາຍລຸ້ນຄົນ, ເຮົາກໍ່ຢາກປແນະນຳຜະລິດຕະພັນຂອງບ້ານເກີດເມືອງນອນຂອງຄອບຄົວພວກຂ້າພະເຈົ້າໃຫ້ແກ່ທຸກໆຄົນ”.
ປີ 2012 ນັກສິລະປະການ ຮວ່າງທິເຄືອງ ໄດ້ນຳຮູບພາບທັກແສ່ວຂອງຕົນໄປຍັງ ສ ເກົາຫຼີ ເພື່ອເຂົ້າຮ່ວມງານປະກວດ ແລະ ໄດ້ເຫັນຄົນພິການຢູ່ ສ ເກົາຫຼີ ມີຄວາມໝັ້ນໃຈເຊື່ອມຕົວເຂົ້າກັບສັງຄົມ ແລະ ເມື່ອກັບຄືນນາງໄດ້ຕົກລົງສ້າງຕັ້ງບໍລິສັດ ແລະ ຮາກຖານທັກແສ່ວ ເພື່ອຊ່ວຍຄົນພິການປົວແປງການດຳລົງຊີວິດ ແລະ ໄດ້ຮັບການຮັບຮອງຈາກສັງຄົມ. ທ້າວເຈິ່ນວັນເຕື່ອງ ສັງກັດຮາກຖານທັກແສ່ວຂອງ ຮວ່າງທິເຄືອງ ໃຫ້ຮູ້ວ່າ:
“ເຮົານັບຖືນ້າສາວທີ່ສຸດ. ນີ້ແມ່ນອາຊີບທີ່ມີມາແຕ່ດົນນາ ເຊິ່ງນ້າສາວພວມຮັກສາ. ສິ່ງນີ້ກໍ່ເປັນໜ້າຖະໜຸຖະໜອມ ພິເສດນ້າສາວກໍ່ເປັນຄົນພິການ. ນາງໄດ້ສອນວິຊາຊີບໃຫ້ແກ່ບັນດາຜູ້ມີຊາຕາກຳອາພັບ”.
ນັກສິລະປະການ ຮວ່າງທິເຄືອງ ໄດ້ຮັບຫຼາຍລາງວັນ ທັງຢູ່ພາຍໃນ ແລະ ຕ່າງປະເທດສຳລັບບັນດາຜົນງານສິລະປະກຳ ແລະ ຄວາມມານະພະຍາຍາມເພື່ອວົງຄະນາຍາດ. ແຕ່ລາງວັນອັນສູງສົ່ງສຳລັບນາງກໍ່ແມ່ນການເຫັນປະຈັກຕາຄົນພິການໄດ້ບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອເຊື່ອມຕົວເຂົ້າກັບສັງຄົມ. ເຂົາເຈົ້າພວມກັພ້ອມບນາງພວມຮັກສາອາຊີບທັກແສ່ວທີ່ມີມາແຕ່ດົນນານ ແລະ ແນະນຳກ່ຽວກັບຄວາມງາມທາງດ້ານຈິດວິນຍານຂອງຊາວ ກວັດດົ້ງ ໃຫ້ແກ່ໝູ່ເພື່ອນທັງຢູ່ໃກ້ ແລະ ໄກ.