(VOVWORLD) -ເມື່ອທຽບໃສ່ຜ້າໄໝ ວ້ານຟຸກ, ຜ້າໄໝບາງ ລາເຄ ທີ່ເມືອງ ຮ່າດົງ ຮ່າໂນ້ຍ ກໍ່ມີບໍ່ເທົ່າໃດຮູ້ເຖິງ. ເຖິງວ່າຖືກເຮັດຈາກໄໝມ້ອນກໍ່ຕາມ ແຕ່ຜ້າໄໝບາງລາເຄ ຮຽກຮ້ອງຕ້ອງມີເຕັກນິກການຕ່ຳຜ້າທີ່ສັບສົນ ແລະ ລະອຽດລະອໍ. ຜ່ານໄລຍະເວລາ, ກໍ່ມີບາງໄລຍະຄິດວ່າ ຖືກສູນຫາຍໄປ, ແຕ່ດ້ວຍຄວາມຫວັງຢາກຮັກສາຄວາມເປັນເອກະລັກຂອງຜ້າໄໝບາງນັ້ນ,ນັກສິລະປະການ ເລດັງຕວ໋ານ ໄດ້ສຸມຈິດສຸມໃຈຮັກສາ ແລະ ພວມນຳຜ້າໄໝບາງ ລາເຄ ກັບຄືນສູ່ທ້ອງຕະຫຼາດ
ນັກສິລະປະການ ເລດັງຕວ໋ານ ກັບກີ່ຕ່ຳຫູກ |
ໂດຍໄດ້ລົງຊີວິດຢູ່ໝູ່ບ້ານ ລາເຄ ແຕ່ຄາວຍັງນ້ອຍ, ແຕ່ມີຊ່ວງເວລາທີ່ນັກສິລປະການ ເລດັງຕວ໋ານ ບໍ່ເຫັນຜ້າໄໝພິເສດນີ້ປາກົດໃນທ້ອງຕະຫຼາດ. ເມື່ອໃຫຍ່ຂຶ້ນດ້ວຍວຽກງານຫາເງິນລ້ຽງຊີບຫຼາຍຢ່າງ ແຕ່ເບິ່ງຄືວ່າລາວມີວາດສະໜາຕິດພັນກັບວຽກງານສ້ອມແປງກີ່ຕ່ຳຫູກ. ອ້າຍ ຕວ໋ານ ເວົ້າວ່າ:
“ແຕ່ປາງກ່ອນ ຂ້າພະເຈົ້າໄດ້ໄປຮຽນວິຊາຊີບຕ່ຳຜ້າເສັດໜ້າ, ຂ້າພະເຈົ້າກໍ່ໄດ້ຊອກຮູ້ ແລະ ກຳແໜ້ນພື້ນຖານດ້ານເຕັກນິກຂອງຂະແໜງຕ່ຳແຜ່ນແພ. ແລ້ວກໍ່ກັບມາບ້ານເກີດເມືອງນອນສ້າງຕັ້ງສະຫະກອນ ແລະ ຟື້ນຟູອາຊີບຫັດຖະກຳທີ່ມີມາແຕ່ດົນນານ. ບັນດານັກສິລະປະການລຸ້ນກ່ອນໆໃນໝູ່ບ້ານໄດ້ຖ່າຍທອດໃຫ້ແກ່ພວກຂ້າພະເຈົ້າ. ລຸ້ນຄົນພວກຂ້າພະເຈົ້າກໍ່ມີບາງຄົນກໍ່ບໍ່ອາດສາມາດເດີນຕາມອາຊີບນີ້ໄດ້, ສ່ວນຂ້າພະເຈົ້າຄາວນນັ້ນກໍ່ຍັງໜຸ່ມ ກໍ່ສຸດຈິດສຸດໃຈກັບອາຊີບ ດັ່ງນັ້ນພວກພໍ່ຕູ້ແມ່ຕູ້ໄດ້ຖ່າຍທອດຄືນ ໃຫ້ພວກຂ້າພະເຈົ້າໄດ້ອະນຸລັກຮັກສາ”,
ຮອດປີ 2003 ຂະນະທີ່ມີນະໂຍບາຍຟື້ນຟູໝູ່ບ້ານອາຊີບ ລາເຄ, ອ້າຍ ຕວ໋ານ ກໍ່ແມ່ນໜຶ່ງໃນບັນດາຜູ້ທີ່ຍັງໜຸ່ມແໜ້ນທຳອິດ ສະໝັກໃຈເຂົ້າຮ່ວມຊຸດຮຽນວິຊາຊີບຈາກບັນດານັກສິລະປະການທີີ່ອາຍຸສູງ. ດ້ວຍຄວາມເຂົ້າໃຈກ່ຽວກັບກີ່ຕ່ຳຫູກ, ຫຼັກການຕ່ຳຫູກ, ອ້າຍ ຕວ໋ານ ໄດ້ຮັບເອົາເຕັກນິກການຕ່ຳຜ້າໄໝບາງຢ່າງວ່ອງໄວ. ອ້າຍ ຕວ໋ານ ໃຫ້ຮູ້ຕື່ມອີກວ່າ:
“ເມື່ອກ່ອນນີ້ ການຕ່ຳຜ້າກໍ່ເຮັດດ້ວຍໄໝດິບກໍ່ງ່າຍກວ່າ, ສິ່ງທີ່ຫຍຸ້ງຍາກກວ່າ ເມື່ອເຮົາຍ້ອມສີແລ້ວຈຶ່ງຕ່ຳ ດັ່ງນັ້ນຂັ້ນຕອນນີ້ກໍ່ຫຍຸ້ງຍາກ. ອາຊີບນີ້ແມ່ນຍາກແທ້, ຂັ້ນຕອນໃດກໍ່ຍາກ ແຕ່ເຮົາມີຄວາມເມົາມົວກໍ່ສາມາດເຮັດໄດ້”.
ອ້າຍ ຕວ໋ານ ໃຫ້ຮູ້ວ່າ ການຕ່ຳຜ້າໄໝ ລາເຄ ກໍ່ຕ້ອງມີຄວາມລະອຽດລະອໍ, ມີຜ້າບາງຜືນກໍ່ຕ້ອງໃຊ້ເວລາປະມານສອງຫາສາມເດືອນຈຶ່ງສາມາດຕ່ຳສຳເລັດ ຍິ່ງກວ່ານັ້ນກໍ່ມີຜ້າບາງຜືນກໍ່ຕ້ອງໃຊ້ເວລາເກືອບເຄິ່ງປີ, ຂັ້ນຕອນແຕ້ມດອກໄມ້ເພື່ອຕ່ຳແຜ່ນ ແມ່ນຂັ້ນຕອນຫຍຸ້ງຍາກກວ່າໝູ່. ອ້າຍ ຫງວຽນ
ຮວ່າອານ ລູກຄ້າປະຈຳຂອງໂຮງຕ່ຳຜ້າຂອງນັກສິລະປະການ ເລດັງຕວ໋ານ ແບ່ງປັນວ່າ:
“ຜະລິດຕະພັນຜ້າໄໝບາງຂອງໂຮງຕ່ຳແຜ່ນອ້າຍ ຕວ໋ານ ເຄີຍໃຊ້ເພື່ອຕັດຊຸດເສື້ອຍາວ. ໃນໂອກາດບຸນເຕັດ, ໃນເຫດການວັດທະນະທຳ, ໃນການພົບປະແລກປ່ຽນສະແດງສິລະປະທີີ່ລາຍການກ່ຽວຂ້ອງເຖິງການຟ້ອນລຳທຳເພງພື້ນເມືອງ ແລະ ດົນຕີພື້ນເມືອງ, ຂ້າພະເຈົ້າເຄີຍນຸ່ງເພື່ອສະແດງ ແລະ ພົບປະແລກປ່ຽນກັບທຸກໆຄົນ”.
ສ່ວນນັກອອກແບບ ເລງອກເຮິນ ຜູ້ມີຄວາມຜູກພັນກັບການອອກແບບຊຸດເສື້ອຍາວປະເພນີເປັນເວລາກວ່າ 10 ປີ ແບ່ງປັນວ່າ:
“ເມື່ອນຳໃຊ້ຜ້າ ລາເຄ ດ້ວຍວິທີຕ່ຳຜ້າຂອງນັກສິລະປະການ ລາເຄ ເຮົາກໍ່ສາມາດຕັດຜ້າແພຢ່າງສະດວກສະບາຍ. ເຮົາເຫັນວ່າຜ້າໄໝບາງ ລາເຄ ຮັບປະກັນຄວາມທົນທານ ແລະ ຄວາມງາມໃຫ້ແມ່ຍິງເມື່ອນຸ່ງຖື”.
ສ່ວນນາງ ເຈິ່ນຮົ່ງມາຍ ຢູ່ຕາແສງ ຫ່າງກາຍ ເມືອງ ຮວ່ານກ໊ຽມ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ຜ້າໄໝທີ່ເຮົາໄດ້ເຫັນ ແລະ ຈັບບາຍນັ້ນ ສີສັນກໍ່ມີຄວາມງາມຕາມປະເພນີຂອງ ຫວຽດນາມ, ພ້ອມທັງແຕກຕ່າງກັບຜ້າໄໝຂອງຈີນ ແລະ ສ ເກົາຫຼີ”.
ຜ້າໄໝ ລາເຄ ໃນປັດຈຸບັນໄດ້ຖືກແນະນຳໃນຫຼາຍເຫດການວັດທະນະທຳ ສິລະປະທັງຢູ່ພາຍໃນ ແລະ ຕ່າງປະເທດ, ງານບຸນເສື້ອຍາວ ແລະ ໄດ້ຮັບການຕອບສະໜອງຈາກມວນຊົນຢ່າງສຸດໃຈ. ໝາກຜົນນີ້ກໍ່ມີການປະກອບສ່ວນບໍ່ນ້ອຍຂອງບັນດານັກສິລະປະການໃນນັ້ນມີອ້າຍ ເລດັງຕວ໋ານ.