ນັກຮົບເກົ່າ ດິ່ງກວາງຖັງ ສຸມຈິດສຸມໃຈຟື້ນຟູອາຊີບຫັດຖະກຳ ຂອງບ້ານເກີດເມືອງນອນ

(VOVWORLD) -       ໝູ່ບ້ານ ດົ່ງເຊິມ ຕາແສງ ຮົ່ງຖາຍ ເມືອງ ກ໊ຽນເຊືອງ ແຂວງ ຖາຍບິ່ງ ແຕ່ດົນນານມາແລ້ວ ມີຊື່ສຽງດ້ວຍອາຊີບຕີຄຳ ຕີທອງ ແລະ ຕີເງິນ. ຢູ່ບ້ານອາຊີບນີ້ ນັກສິລະປະການຕີເງິນ ນັກຮົບເກົ່າ ດິ່ງກວາງຖັງ ແຕ່ລະວັນຍັງເມົາມົວກັບອາຊີບ ແລະ ປະກອບເຫື່ອແຮງກໍ່ສ້າງຖັນແຖວນ່າຍຊ່າງໜຸ່ມທີ່ມີສີມືການຊ່າງໃຫ້ແກ່ໝູ່ບ້ານ

     ຢູ່ບ້ານ ດົ່ງເຊິມ ໃຜໆກໍ່ຮູ້ຈັກຊື່ສຽງຂອງທ່ານ ດິ່ງກວາງຖັງ ນັກສິລະປະການປະກອບອາຊີບຕີທອງ ຕີເງິນເປັນເວລາຫຼາຍກວ່າ 30 ປີ    (ເທບ)

      “ທ່ານ ຖັງມີຄວາມຜູກພັນ ແລະ ຮັກອາຊີບ ຍາມໃດກໍ່ພະຍາຍາມອະນຸລັກຮັກສາອາຊີບໃຫ້ແກ່ໝູ່ບ້ານ”

       “ທ່ານ ຖັງ ແມ່ນໜຶ່ງໃນບັນດາຜູ້ຄົນສາມາດຮັກສາສິ່ງທີ່ຍອດຍິ່ງຂອງອາຊີບຕີເງິນໃນບ້ານ ດົ່ງເຊິມ ຍາມໃດກໍ່ຮັກສາຄຸນນະພາບບັນດາຜະລິດຕະພັນທີ່ມີຄວາມລະອຽດອ່ອນ. ທ່ານ ຖັງ ໄດ້ແກະຄວັດສະຫຼັກຮູບເຄິ່ງຄີງຂອງພົນເອກ ຫວໍງວຽນຢາບ ທີ່ມີຊີວິດຊີວາ”

     “ນັກສິລະປະການ ດິ່ງກວາງຖັງ ໄດ້ຮັບການເຊີດຊູແມ່ນຜູ້ມີສີມືຄຳຂອງໝູ່ບ້ານອາຊີບຈາກທຸກໆຄົນ. ອ້າຍ ຖັງ ຍາມໃດກໍພະຍາຍາມຊ່ວຍໝູ່ບ້ານອາຊີບນັບມື້ນັບພັດທະນາ”.

      ບັນດາຜະລິດຕະພັນລ້ວນແຕ່ຖືກນັກສິລະປະການ ດິ່ງກວາງຖັງ ເຮັດດ້ວຍມືໃນແຕ່ລະຂັ້ນຕອນ. ເພາະສະນັ້ນ ບັນດາຜະລິດຕະພັນຖືກຈຳໜ່າຍໃນທ້ອງຕະຫຼາດລ້ວນແຕ່ໄດ້ຮັບການຕີລາຄາສູງ ກ່ຽວກັບຄຸນນະພາບ ແລະ ຄຸນຄ່າດ້ານຄວາມປານີດ. ທ່ານ ດິ່ງກວາງຖັງ ເວົ້າວ່າ:

     “ນັບແຕ່ຄາວຍັງນ້ອຍ ທ້ອງຖິ່ນຂ້າພະເຈົ້າມີສະຫະກອນແກະຄວັດສະຫຼັກເງິນ. ຂ້າພະເຈົ້າທັງຮຽນວັດທະນະທຳ ທັງຮຽນອາຊີບແກະຄວັດສະຫຼັກເງິນຈາກນາຍຊ່າງລຸ້ນກ່ອນໆ. ຂ້າພະເຈົ້າຮຽນເກືອບສາມປີຢູ່ສະຫະກອນ”.

      ພາຍຫຼັງປະຕິບັດສຳເລັດພັນເປັນທະຫານຢູ່ຊາຍແດນທາງທິດຕາເວັນຕົກພາກໃຕ້ ປີ 1991 ນັກຮົບເກົ່າ ດິ່ງກວາງຖັງ ໄດ້ກັບຄືນເມືອບ້ານເກີດເມືອງນອນ ກົງກັບຊ່ວງເວລາອາຊີບແກະຄັວດສະຫຼັກເງິນຄ່ອຍໆຖືກສູນຫາຍໄປ. ທ່ານ ຖັງ ຫວນຄືນວ່າ:

     “ແນວຄວາມຄິດທຳອິດຂອງຂ້າພະເຈົ້ານັບຕັ້ງແຕ່ຢູ່ຖັນແຖວກອງທັບກັບຄືນມາບ້ານເກີດເມືອງນອນ ແມ່ນດ້ວຍອາຊີບແກະຄວັດສະຫຼັກເງິນ ເຮົາຕ້ອງສ້າງເຄື່ອງໝາຍການຄ້າ. ຂ້າພະເຈົ້າໄດ້ກຳນົດນັບແຕ່ຫົວທີ ແມ່ນເຮົາຕ້ອງກາຍເປັນນາຍຊ່າງທີ່ມີສີມືດີກ່ຽວກັບການແກະຄວັດສະຫຼັກເພື່ອອະນຸລັກຮັກສາຄຸນຄ່າວັດທະນະທຳ. ດັ່ງນັ້ນຂ້າພະເຈົ້າໄດ້ປະກອບອາຊີບໂດຍບໍ່ແລ່ນຕາມກົນໄກຕະຫຼາດ”.

      ຕາມນັກຮົບເກົ່າ ດິ່ງກວາງຖັງ ແລ້ວ ພຽງແຕ່ສີມືຂອງມະນຸດກະທົບໃສ່ໂລຫະຜ່ານຄ້ອນຕີ ແລະ ສິ່ວ ຈຶ່ງສາມາດສ້າງໃຫ້ມີບັນດາຜະລິດຕະພັນລະອຽດອ່ອນມີວິນຍາມໄດ້                               

ນັກຮົບເກົ່າ ດິ່ງກວາງຖັງ ສຸມຈິດສຸມໃຈຟື້ນຟູອາຊີບຫັດຖະກຳ ຂອງບ້ານເກີດເມືອງນອນ - ảnh 1ນັກສິລະປະການ ດິ່ງກວາງຖັງ

       ໂດຍແມ່ນໜຶ່ງໃນບັນດາລູກສິດນັບຮ້ອຍຄົນຂອງນັກສິລະປະການ ດິ່ງກວາງຖັງ, ພາຍຫຼັງມີຄວາມເມົາມົວທັງຮຽນທັງເຮັດເປັນເວລາຫຼາຍປີ, ນາງ ຫງວຽນທິເຟືອງ ໄດ້ຮັບເອົາສິ່ງທີ່ຍອດຍິ່ງຈາກການແກະຄວັດສະຫຼັກຢ່າງລະອຽດອ່ອນຂອງນາຍຊ່າງທີ່ມີປະສົບການ. ໃນໄລຍະຮຽນວິຊາຊີບ, ນາງເຟືອງ ບໍ່ຖືກເສຍຄ່າຮຽນ ຫາກຍັງໄດ້ຮັບເງິນເດືອນພ້ອມກັບຄອບຄົວນັກສິລະປະການ ເມື່ອຜະລິດອອກບັນດາຜະລິດຕະພັນທີ່ມີຄຸນນະພາບສູງ. ນາງ ເຟືອງ ເວົ້າວ່າ:

      “ໃນເບື້ອງຕົ້ນ ຂ້າພະເຈົ້າກໍ່ບໍ່ຢາກເດີນຕາມອາຊີບນີ້ ແຕ່ເມື່ອເຮັດວຽກກັບລຸງ ຖັງ ໄດ້ຮຽນນຳລຸງຫຼາຍສິ່ງຫຼາຍຢ່າງ ດັ່ງນັ້ນກໍ່ຮູ້ສຶກຮັກອາຊີບນີ້. ຍ້ອນແນວນັ້ນ ຂ້າພະເຈົ້າຈຶ່ງມີຄວາມຜູກພັນກັບລຸງຈົນຮອດເວລານີ້. ລຸງຮັກອາຊີບທີ່ສຸດ ເຮັດຜະລິດຕະພັນໃດກໍ່ສຸດຈິດສຸດໃຈຕໍ່ຜະລິດຕະພັນ. ລຸງໄດ້ຜະລິດອອກຫຼາຍຜະລິດຕະພັນທີ່ເປັນເອກະລັກ ເຊິ່ງຫຼາຍຄົນອື່ນບໍ່ສາມາດເຮັດໄດ້”.

      ສຳລັບນັກສິລະປະການ ດິ່ງກວາງຖັງ ແລ້ວ ການຮັກສາສິ່ງທີ່ຍອດຍິ່ງຂອງອາຊີບຕໍ່ທຸກການຫັນປ່ຽນຂອງຕະຫຼາດ, ຮັກສາຄຸນຄ່າທີ່ຍອດຍິ່ງ ເຊິ່ງປູ່ຍ່າຕາຍາຍໄດ້ປະໄວ້ໃຫ້ ແລະ ຖ່າຍທອດໃຫ້ໄວໜຸ່ມແມ່ນຄວາມຮັບຜິດຊອບຕໍ່ຄົນລຸ້ນຫຼັງ ພ້ອມທັງແມ່ນການສະແດງຄວາມຮູ້ບຸນຄຸນຕໍ່ຜູ້ກໍ່ຕັ້ງອາຊີບ ແລະ ບັນພະບູລຸດ. ປີນີ້ມີອາຍຸເກືອບ 70 ແລ້ວ ແຕ່ທ່ານ ຖັງ ຍາມໃດກໍ່ມານະພະຍາຍາມເພື່ອຟື້ນຟູອາຊີບຫັດຖະກຳຂອງບ້ານເກີດເມືອງນອນ ເພື່ອໃຫ້ໝູ່ບ້ານ ດົ່ງເຊິມ ກາຍເປັນສະຖານທີ່ທ່ອງທ່ຽວສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ

ຕອບກັບ

ຂ່າວ/ບົດ​ອື່ນ