ນັກຮົບເກົ່າ ຟ້າມຫງອກເຊີນ - ເສີມຂະຫຍາຍ ຄຸນທາດນັກຮົບເຈື່ອງເຊີນ ເມື່ອກ່ອນນີ້

(VOVWORLD) -ໂດຍຜ່ານການສູ້ຮົບຢ່າງດຸເດືອດ ດ້ວຍຄວາມລົ້ມຫາຍຕາຍຈາກຢູ່ສະໜາມຮົບ ກວ໋າງຈິ ປີ 1972, ນັກຮົບເກົ່າ ຟ້າມຫງອກເຊີນ ຢູ່ຕາແສງ ຝູ໋ເຈົາ ເມືອງ ດົງຮຶງ ແຂວງ ຖາຍບິ່ງ ໄດ້ເຄົາລົບແຕ່ລະນາທີຂອງຊີວິດແຫ່ງສັນຕິພາບໃນວັນນີ້. ເຖິງວ່າແມ່ນທະຫານເສຍອົງຄະລະດັບ 2/4 ຢູ່ໃນເກນອາຍຸ 70 ປີກໍ່ຕາມ ແຕ່ນັກຮົບເກົ່າ ຟ້າມຫງອກເຊີນ ຍັງຫ້າວຫັນອອກແຮງງານພັດທະນາເສດຖະກິດຄອບຄົວ. ເສີມຂະຫຍາຍຄຸນທາດທະຫານຂອງລຸງ ໂຮ່, ນັກຮົບເຈື່ອງເຊີນ ເມື່ອກ່ອນນີ້ ໄດ້ສະຫງວນເງິນຈຳນວນຫຼາຍທີ່ຫາມາໄດ້ເພື່ອໜູນຊ່ວຍ ເພື່ອນຮ່ວມກົມກອງທີ່ມີສະພາບຫຍຸ້ງຍາກ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາເພື່ອນຮ່ວມກົມກອງ ທີ່ໄດ້ເສຍສະຫຼະຊີວິດຢູ່ສະໜາມຮົບ
ນັກຮົບເກົ່າ ຟ້າມຫງອກເຊີນ - ເສີມຂະຫຍາຍ ຄຸນທາດນັກຮົບເຈື່ອງເຊີນ ເມື່ອກ່ອນນີ້ - ảnh 1ນັກຮົບເກົ່າ ຟ້າມຫງອກເຊີນ (ນຸ່ງເສື້ອສີຂາວ)

    ລະດູຮ້ອນປີ 1972, ຊາຍໜຸ່ມ ຟ້າມຫງອກເຊີນ ອາຍຸ 18 ປີ ຢູ່ຕາແສງ ຝູ໋ເຈົາ ເມືອງ ດົງຮຶງ ແຂວງ ຖາຍບິ່ງ ໄດ້ເຂົ້າຖັນແຖວກອງທັບ ແລະ ກາຍເປັນນັກຮົບຜູ້ຂັບລົດເຈື່ອງເຊີນ. ໃນການເດີນທາງຂົນສົ່ງເຄື່ອງຂອງໄປຍັງສະໜາມຮົບ ພ້ອມກັບຂະບວນລົດຂອງກົມກອງ ເມື່ອພວມຂຶ້ນຄ້ອຍໃນຄ່ຳຄືນຖືກເຮືອບິນຂອງສັດຕູທຳລາຍ, ລົດຂອງ ຟ້າມຫງອກເຊີນ ແລ່ນນຳໜ້າຖືກລະເບີດ ແລະ ໄດ້ລຸກໄໝ້. ນັກຮົບເກົ່າ ຟ້າມຫອກເຊີນ ຫວນຄືນວ່າ:

     “ຂ້າພະເຈົ້າໄດ້ຂັບລົດນຳໜ້າ ຂະບວນລົດລວມມີ 42 ຄັນ ເພື່ອລຳລຽງຂົນສົ່ງເຄື່ອງຂອງ ເພື່ອກະກຽມໃຫ້ບັ້ນຮົບບຸກໂຈມຕີກຳແພງເກົ່າ ກວ໋າງຈິ. ເມື່ອລົດຖືກລະເບີກ ຕົນໂຕຖືກໄຟໄໝ້, ຂ້າພະເຈົ້າໄດ້ກຳນົດວ່າ ເຮົາເອງຈະເສຍສະຫຼະຊີວິດເພື່ອກອບກູ້ ບັນດາເພື່ອນຮ່ວມກົມກອງ ແລະ ລົດບັນທຶກເຄື່ອງຂອງ. ດັ່ງນັ້ນຂ້າພະເຈົ້າໄດ້ໃຫ້ລົດຂ້າມຄ້ອຍ ເພື່ອໃຫ້ລົດຕົດເຫວ. ເມື່ອແລ່ນ ຕາລຸຍ ຂ້າພະເຈົ້າໄດ້ໂດດອອກ, ສ່ວນລົດກໍ່ແລ່ນຕົກເຫວ, ເຮືອບິນສັດຕູໄດ້ເລັ່ງໃສ່ຍິງຕາມລົດຖືກໄພໄໝ້ຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້ເຮັດໃຫ້ສັດຕູຫຼົງທິດ ແລະ ຊ່ວຍລົດ 41 ຄັນຂອງເພື່ອນຮ່ວມກົມກອງໄດ້ຮັບຄວາມປອດໄພ ຂ້າພະເຈົ້າໄດ້ນອນປິ່ນປົວປະມານກວ່າ 20 ວັນ ເມື່ອບາດແຜໄຄແດ່ແລ້ວ ຂ້າພະເຈົ້າພັດຂໍນຳກົມກອງໃຫ້ສືບຕໍ່ຮັບໃຊ້ການສູ້ຮົບ”.

     ປັດຈຸບັນເຖິງວ່າ ໄດ້ພັກບຳນານແລ້ວກໍ່ຕາມ ແຕ່ທານ ເຊີນ ຍັງບໍ່ພັກຜ່ອນ  , ລາວໄດ້ຮັກສາການເຄື່ອນໄຫວສ້າງເສດຖະກິດ. ປີ 1996 ທ່ານ ເຊີນ ໄດ້ເປີດບໍລິສັດຂົນສົ່ງ ວັນທີ 27 ກໍລະກົດ ດົງຮຶງ ເພື່ອໜູນຊ່ວຍບັນດາທະຫານເສຍອົງຄະ ທີ່ມີສະພາບຫຍຸ້ງຍາກ ເພື່ອເພີ່ມລາຍຮັບໃຫ້ແກ່ຄອບຄົວ. ນາງ ໂງທິເລີ້ຍ ຢູຕາແສງ ຝູ໋ເຈົາ ແມ່ນໜຶ່ງໃນຈຳນວນສາມຄອບຄົວນັກຮົບເກົ່າ ເຈື່ອງເຊີນ ໄດ້ຮັບການໜູນຊ່ວຍປຸກສ້າງເຮືອນແຫ່ງສາຍຈິດມິດໃຈ ຈາກນັກຮົບເກົ່າ ຟ້າມຫງອກເຊີນ ໃຫ້ຮູ້ວ່າ:

     “ເຮືອນເກົ່າຂອງຂ້າພະເຈົ້າຖືກປຸກສ້າງກ່ອນນີ້ 30 ປີ, ເຮືອນໄດ້ຖືກເປ່ເພ  ແລະ ເສື່ອມຄຸນນະພາບ. ໂດຍໄດ້ຮັບການຊ່ວຍເຫຼືອຈາກລຸງ ເຊີນ, ຂົນຂວາຍບັນດານັກຮົບເກົ່າອື່ນໆ ຊ່ວຍເຫຼືອ ເພື່ອໃຫ້ຂ້າພະເຈົ້າໄດ້ມີເຮືອນຫຼັງ ໃໝ່ເຊັ່ນນີ້”.

      ນອກຈາກນັ້ນ ໃນໂອກາດບຸນປີໃໝ່ປະຈຳຊາດໃນແຕ່ລະປີ. ນັກຮົບເກົ່າ ຟ້າມຫງອກເຊີນ ຍັງກະກຽມຂອງຂວັນນັບ 100 ພູດ ເພື່ອມອບໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍຄອບຄົວທີ່ທຸກຍາກ ແລະ ເພື່ອນຮ່ວມກົມກອງໃນເມື່ອກ່ອນ. ນັກຮົບເກົ່າ ຟ້າມຫງອກເຊີນ ໃຫ້ຮູ້ອີກວ່າ:

    “ເຂົ້າຮ່ວມການສູ້ຮົບ, ໄດ້ເຫັນເພື່ອນຮ່ວມກົມກອງຂອງຕົນເສຍສະຫຼະຊີວິດ ໄດ້ຮັບບາດເຈັບ ຈຶ່ງເຫັນໄດ້ວ່າ ບັນດານັກຮົບຕ້ອງເສຍສະຫຼະເລືອດເນື້ອຄືແນວໃດ”.

      ທ່ານ ຟ້າແທັງຮ່າ ເລຂາຄະນະພັກຕາແສງ ຝູ໋ເຈົາ ໃຫ້ຮູ້ວ່າ: ນັກຮົບເກົ່າ ຟ້າມຫງອກເຊີນ ເປັນແບບຢ່າງດີເດັ່ນໃນການຮ່ຳຮຽນ ແລະ ເຮັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ ຢູ່ທ້ອງຖິ່ນ. ນັກຮົບເກົ່າ ຟ້າມຫງອກເຊີນ ເຖິງວ່າເປັນທະຫານເສຍອົງຄະກໍ່ຕາມ ແຕ່ລາວຍາມໃດກໍ່ເຂົ້າຮ່ວມຢ່າງຕັ້ງໜ້າໃນການເຄື່ອນໄຫວສັງຄົມ ສາຍຈິດມິດໃຈ. ທ່ານແມ່ນຜູ້ມີນ້ຳໃຈປືນຕົວຂຶ້ນໃນການດຳລົງຊີວິດ ແລະ ມີຄວາມສາມາດຮັບປະກັນທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງຄອບຄົວ ຍ້ອນເຫດນີ້ເອງທ່ານຈຶ່ງມີເງື່ອນໄຂຊ່ວຍເຫຼືອເພື່ອນຮ່ວມກົມກອງທີ່ມີສະພາບຫຍຸ້ງຍາກ.

     ນັກຮົບເກົ່າ ຟ້າມຫງອກເຊີນ ຍາມໃດກໍ່ມີຄວາມສຳນຶກວ່າ ຕາບໃດຍັງມີສຸຂະພາບແຂງແຮງ ຍັງສາມາດຍ່າງໄດ້ ແລະ ຍັງມີຄວາມສາມາດດ້ານເສດຖະກິດນັ້ນ ທ່ານຍັງຄົງສືບຕໍ່ຮູ້ບຸນຄຸນ ຕໍ່ຄຸນງາມຄວາມດີ ແລະ ການເສຍສະຫຼະຊີວິດຂອງບັນດານັກຮົບຢູ່ສະໜາມຮົບ ແລະ ທັງເປັນການບັນເທົາຄວາມເຈັບປວດຂອງບັນດາຜູ້ລອດຊີວິດມາໄດ້. ດ້ວຍການປະກອບສ່ວນໃຫ້ແກ່ເພື່ອນຮ່ວມກົມກອງ ແລະ ສັງຄົມ, ທ່ານ ເຊີນ ໄດ້ຮັບໃບຍ້ອງຍໍຈາກປະທານປະເທດ, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ແລະ ອຳນາດການປົກຄອງຂັ້ນຕ່າງໆມອບໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ