ຫວໍຮວ່າຍຟອງ-ນາຍຊ່າງເຄຶ່ອງກົນຈັກ ຫັນຂີ້ເຫຍື້ອເປັນຊັບພະຍາກອນມີປະໂຫຍດ

(VOVWORLD) -    ຂີ້ເຫຍື້ອໃນຊີວິດປະຈຳວັນ ແມ່ນໜຶ່ງໃນບັນດາສາຍເຫດຕົ້ນຕໍພາໄປເຖິງສະພາບມົນລະພິດສິ່ງແວດລ້ອມ. ແຕ່ເມື່ອນຳໃຊ້ວິທະຍາສາດເຕັກນິກ, ຂີ້ເຫຍື້ອກາຍເປັນຝຸ່ນ, ເປັນນ້ຳມັນເຊື້ອໄຟທີ່ມີປະໂຫຍດໃຫ້ແກ່ການດຳລົງຊີວິດ. ນີ້ແມ່ນຜະລິດຕະພັນຂອງໂຮງງານກຳຈັດຂີ້ເຫຍືອຂະໜາດນ້ອຍແບບໝູນວຽນຢູ່ເຂດຂີ້ເຫຍື້ອ ຕາແສງ ລອງບີງ ເມືອງ ກໍກົງໄຕ ແຂວງ ຕຽນຢາງ ໂດຍທ່ານ ຫວໍຮວ່າຍຟອງ ເປັນເຈົ້າຂອງໂຮງງານທີ່ຫາກໍເຮັດທົດລອງຢ່າງສຳເລັດຜົນ
ຫວໍຮວ່າຍຟອງ-ນາຍຊ່າງເຄຶ່ອງກົນຈັກ ຫັນຂີ້ເຫຍື້ອເປັນຊັບພະຍາກອນມີປະໂຫຍດ - ảnh 1ໂຮງງານກຳຈັດຂີ້ເຫຍື້ອ ຂອງທ່ານ ຫວໍຮວ່າຍຟອງ

     ທ່ານ ຫວໍຮວ່າຍຟອງ ຢູ່ຕາແສງ 4 ເມືອງ 8 ນະຄອນໂຮ່ຈີມິນ ແມ່ນເຈົ້າຂອງຮ້ານສ້ອມແປງລົດໂອໂຕ ດ້ວຍປະສົບການປະກອບອາຊີບເຄື່ອງກົນຈັກເປັນເວລາຫຼາຍປີ. ເມື່ອເຫັນປະຈັກຕາເຂດຂີ້ເຫຍື້ອສິ່ງເສດເຫຼືອຫຼາຍເຂດທີ່ກໍ່ມົນລະພິດສິ່ງແວດລ້ອມ, ດັ່ງນັ້ນນັບແຕ່ປີ 2016 ຫາປີ 2019 ທ່ານ ຟອງ ໄດ້ລົງທຶນ 20 ຕື້ກວ່າດົ່ງ ເພື່ອຄົ້ນຄວ້າຮູບແບບໂຮງງານ ກຳຈັດຂີ້ເຫຍື້ອແບບໝູນວຽນ ດ້ວຍຮູບແບບກະທັດລັດ. ດ້ວຍຄວາມສຸມຈິດສຸມໃຈ ແລະ ປະສົບການທາງດ້ານເຄື່ອງກົນຈັກມາເປັນເວລາຫຼາຍປີ ທ່ານໄດ້ນຳໃຊ້ລະດັບຄວາມຮູ້ເຂົ້າໃນຕົວຈິງ ໃນໄລຍະເຮັດວຽກເພື່ອປະດິດສ້າງເຕົາເຜົາຂີ້ເຫຍື້ອໃຫ້ອາຍແກັດສັງລວມ ກະຈາຍໄຟຟ້າຮັບໃຊ້ການດຳເນີນຊີວິດໃນຄອບຄົວ. ພ້ອມກັນນັ້ນກໍ່ປະດິດສ້າງເຄື່ອງຈັກທີ່ມີຄຸນສົມບັດແຕກຕ່າງກັນ ເພື່ອຮັບໃຊ້ການຈັດປະເພດເຮັດອະນາໄມຂີ້ເຫຍື້ອ, ຜະລິດຝຸ່ນອົງຄະທາດ… ພິເສດບັນດາຂັ້ນຕອນນີ້ ກໍ່ລ້ວນແຕ່ເຄື່ອນໄຫວແບບໝູນວຽນນັບທັງນ້ຳເສຍກໍ່ຖືກນ້ຳໃຊ້ຄືນໃໝ່ ທັງເປັນການຮັບປະກັນສິ່ງແວດລ້ອມທີ່ດີ ດ້ວຍມາດຕະຖານປອດກິ່ນເໝັນ, ບໍ່ຝັງດິນ, ຈູດບໍ່ມີຄວັນ, ບໍ່ປ່ອຍນ້ຳເສຍອອກສູ່ສິ່ງແວດລ້ອມ. ທ່ານ ຫວໍຮວ່າຍຟອງ ພ້ອມກັບເພື່ອຮ່ວມງານໄດ້ສ້າງຕັ້ງບໍ່ລິສັດຫຸ້ນສ່ວນ ນາມລອງຂຽວ ແນໃສ່ຫັນຄວາມໄຝ່ຝັນນຳຂີ້ເຫຍື້ອການເປັນຜະລິດຕະພັນສິນຄ້າ ແລະ ຮັກສາສິ່ງແວດລ້ອມໃຫ້ປາກົດຜົນເປັນຈິງ. ທ່ານ ຟອງ ໃຫ້ຮູ້ວ່າ:

 “ ຜ່ານ 3 ປີແຫ່ງການຄົ້ນຄ້ວາ, ແລ້ວກໍມີ 2-3 ເດືອນຖືກປະລາໄຊ, ດັ່ງນັ້ນ ກໍຕ້ອງເຮັດ ຈົນຮອດຕາບສຳເລັດຈຶ່ງເຊົາ. ເມື່ອມາຢາມທີ່ນີ້, ການນຳເມືອງກໍເຫັນຮູບແບບນີ້ເໝາະສົມ, ດັ່ງນັ້ນ ກໍອະນຸຍາດໃຫ້ເຮົາ ເຮັດທົດລອງຮູບແບບໂຮງງານນີ້. ໃນໄລຍະທີ່ຈະມາເຖິງ ເຮົາຈະເປີດກ້ວາງຕື່ມອີກ. ທີ່ສອງ ແມ່ນເຮົາກໍຜະລິດອອກແຫຼ່ງຝຸ່ນເພື່ອຮັບໃຊ້ການຜະລິດກະສີກຳ. ສຳລັບນ້ຳມັນເຊື້ອໄຟ ເຮົາກໍສະໜອງໃຫ້ແກ່ຕະຫຼາດ ຂະນະທີ່ອົງການແຫ່ງລັດອະນຸຍາດ”

ປີກາຍນີ້, ໂຊກດີທີ່ທ່ານໄດ້ມີໂອກາດໄປເຂດຂີ້ເຫຍື້ອຢູ່ບ້ານ ຮວ່າຝູ ຕາແສ ລອງບິ່ງ ແຫ່ງບັນຈຸຂີ້ເຫຍື້ອນັບພັນໂຕນ ເຊິ່ງຊາວທ້ອງຖິ່ນໄດ້ປະຖິ້ມ. ທ່ານ ຟອງ ໃຫ້ຮູ້ອີກວ່າ:

    “ ທາງເມືອງກໍອະນຸຍາດໃຫ້ເຮົາເຮັດ. ທີໜຶ່ງເພື່ອໃຫ້ເຮົາທົດລອງເຕັກໂນໂລຢີ ເພື່ອເຂົາເຈົ້າຕິດຕາມເຕັກໂນໂລຢີຂອງເຮົາມີຄວາມກ້າວໜ້າຮອດລະດັບໃດ, ເກີດມີມົນລະພິດສິ່ງແວດລ້ອມຫຼືບໍ່, ປ່ອຍອາຍພິດຫຼືບໍ່. ທີ 2 ແມ່ນເພື່ອຢັ້ງຢືນຕົນເອງວ່າ ເຮົາສາມາດເວົ້າໄດ້, ເຮັດໄດ້ ແລະ ມັນກໍເໝາະສົມກັບຮູບແບບຂອງເຮົາ ”

ເກືອບໜຶ່ງປີທີ່ຜ່ານມາ ພ້ອມກັບເມຍແມ່ນນາງ ເລືອງທິທູທ໋າວ ດຳລົງຊີວິດຢູ່ຕູບຫຼັງໜຶ່ງຕັ້ງຄຽງຂ້າງຢູ່ເຂດຂີ້ເຫຍື້ອ. ໂດຍຫວນຄືນສູ່ວັນເດືອນທີ່ລຳບາກກາກກຳ, ນາງ ທ໋າວ ແບ່ງປັນວ່າ:

“ ຂ້າພະເຈົ້າຍາມໃດກໍຄຳໜຶງເຖິງຊຸມຊົນ, ດັ່ງນັ້ນ ເມື່ອມີຄວາມລຳບາກຄືແນວໃດ, ເຮົາກໍຕ້ອງອົດທົນ ແລະ ຄວາມມານະພະຍາຍາມຂອງເຮົາກໍສຳເລັດ. ເຮົາຍາມໃດກໍຮ່ວມເດີນທາງພ້ອມກັບຜົວ ແລະ ເພື່ອນຮ່ວມອາຊີບ ດ້ວຍຈຸດປະສົງເພື່ອໃຫ້ ໂຮງງານ ກຳຈັດຂີ້ເຫຍື້ອ ປະສົບຜົນສຳເລັດ”

ເມື່ອອຳນາດການປົກຄອງຂັ້ນຕາງໆ ອະນຸຍາດໃຫ້ຕັ້ງໂຮງງານຢູ່ທີ່ນີ້, ທ່ານພ້ອມກັບເພື່ອນງານສືບຕໍ່ລົງທຶນດ້ວຍເງິນເກືອບ 30 ຕື້ດົ່ງ ເພື່ອຊື້ປະກອບເຄື່ອງຈັກພາຫະນະທີ່ຈຳເປັນ ເພື່ອນຳໂຮງງານເຂົ້າສູ່ການເຄື່ອນໄຫວ. ທ່ານ ໂດ໊
ຮວ່າງຢຸ໊ງ ຮອງນາຍບ້ານ ຮວ່າຝູ ຕາແສງ ລອງບິ່ງ ແບ່ງປັນວ່າ:

 “ ກ່ອນໜ້ານີ້, ເຂດຂີ້ເຫຍື້ອຢູ່ບ້ານ ຮ່ວາຝູ ຕາແສງລອງບີງ ເຮັດໃຫ້ເກີດມົນລະພິດສິ່ງແວດລ້ອມຢ່າງຮ້າຍແຮງທີ່ສຸດ. ພໍ່ແມ່ພີນ້ອງຢູ່ແຫ່ງນີ້ ກໍບໍ່ອຸ່ນອຽນໃຈ. ແຕ່ເມື່ອອ້າຍຟອງ ມານີ້ ສ້າງໂຮງງານ ກຳຈັດຂີ້ເຫຍື້ອນັ້ນ, ກິ່ນເໝັນ ແລະ ແມງວັນ ກໍຄອຍໆຫາຍໄປ. ພໍ່ແມ່ພີນ້ອງ ພວກຂ້າພະເຈົ້າກໍດີໃຈຫຼາຍ”

   ປັດຈຸບັນໂຮງງານກຳຈັດຂີ້ເຫຍື້ອຂອງບໍລິສັດນາມລອງຂຽວໄດ້ຄ່ອຍໆສຳເລັດຂັ້ນຕອນກຳຈັດຂີ້ເຫຍື້ອຕາມແບບຄົບວົງຈອນ. ດ້ວຍຄວາມສາມາດກຳຈັດຂີ້ເຫຍື້ອແຕ່ລະວັນເຖິງ 20 ກວ່າໂຕນ, ສາມາດຜະລິດຝຸ່ນອົງຄະທາດໄດ້ປະມານ 6 ໂຕນ ແລະ ຜະລິດນ້ຳມັນເຊື້ອໄຟປະມານ 200 ລິດ. ໃນແຕ່ລະວັນທ່ານ ແລະ ບັນດາເພື່ອນຮ່ວມງານຍັງຄົງເຮັດວຽກຢ່າງຫ້າວຫັນຕັດສິນໃຈຫັນຂີ້ເຫຍື້ອເປັນເງິນທຶນ ແລະ ປະກອບສ່ວນຊ່ວຍສິ່ງແວດລ້ອມຢູ່ທ້ອງຖິ່ນນັບມື້ນັບປອດໂປ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ