ນັກຮົບເກົ່າເລິມຊວັນກວາງ |
ເຂົ້າຖັນແຖວກອງທັບນັບແຕ່ຄາວອາຍຸ 14 ປີ, ນັກຮົບເກົ່າ ເລິມຊວັນກວາງ ປີນີ້ອາຍຸ 70 ປີ ມີໄລຍະສູ້ຮົບຢູ່ສະໜາມຮົບເຂດທາງທິດຕາເວັນອອກພາກໃຕ້ເປັນເວລາ 5ປີ.ປີ 1942 ທ່ານພ້ອມກັບຊາວໜຸ່ມຫຼາຍຄົນອອກສູ່ພາກເໜືອເພື່ອຮ່ຳຮຽນ. ນັກຮົບເກົ່າ ເລິມຊວັນກວາງໃຫ້ຮູ້ວ່າ.
“ລະດູບານໃໝ່ປີ 1969 ຂະນະທີ່ຂ້າພະເຈົ້າຢູ່ສະໜາມຮົບພາກຕາເວັນອອກ ແລະ ໄດ້ງິນຄຳອວຍພອນປີໃໝ່ຜ່ານບົດກາບກອນຂອງປະທານ ໂຮ່ຈີມິນ ເມື່ອໄດ້ຟັງສຽງຂອງເພິ່ນຂ້າພະເຈົ້າກໍ່ໄດ້ເພີ່ມຄວາມເຊື່ອໝັ້ນກ່ຽວກັບອຸດົມການຂອງປະທານ ໂຮ່ຈີມິນ ກໍ່ຄືກິດຈະການປົດປ່ອຍປະເທດຊາດ. ກໍ່ຍ້ອນຄວາມເຊື່ອໝັັ້ນນີ້ເອງໄດ້ຊຸກຍູ້ຂ້າພະເຈົ້າຕ້ອງສ້າງເຂດວັດທະນະທຳ ເພື່ອສະແດງຄວາມເຄົາລົບນັບຖືປະທານ ໂຮ່ຈີມິນ”.
ເມື່ອພາພວກຂ້າພະເຈົ້າໄປຢ້ຽມຊົມເຂດວາງສະແດງມີເນື້ອທີ່ປະມານ 300 ຕາແມັດ, ທ່ານ ກວາງ ໃຫ້ຮູ້ວ່າ :ບັນດາຮູບຖ່າຍເອກະສານທີ່ເກັບກຳມາໄດ້ຈາກຫຼາຍບ່ອນ. ພິເສດຮູບພາບກ່ຽວກັບເສັ້ນທາງສາຍພູຫຼວງ, ຮູບຖ່າຍລົດຖັງຕຳໃສ່ປະຕູໂຂງທຳນຽບເອກະລາດ ເມື່ອວັນທີ 30 ເມສາ ປີ 1975 ພ້ອມກັບຮູບຖ່າຍປະຫວັດສາດຫຼາຍແຜ່ນຖືກທ່ານ ກວາງ ວາດພາບຢ່າງມີຊີວິດຊີວາ ທ່ານ ກວາງ ໃຫ້ຮູ້ອີກວ່າ:
: “ກ້າວເຂົ້າສູ່ເຂດວັດທະນະທຳກໍ່ຫັນປະຈັກຕາໜ່ວຍໂລກ ເຊິ່ງໄດ້ບັນທຶກໄລຍະທາງອອກໄປຕ່າງປະເທດ ຊອກຫາເສັ້ນທາງກູ້ຊາດຂອງເພິ່ນຢູ່ 30 ແລະ 40 ປະເທດໃນລໂກ. ຈາກນີ້ປະທານ ໂຮ່ຈີມິນ ໄດ້ສະສົມສະຕິປັນຍາລະດັບຄວາມຮູ້ຄວາມຄາດຫວັງມີສັນຕິພາບເອກະລາດຫ່ງຊາດ, ຄຸນທາດ ໂຮ່ຈີມິນ ເພື່ອກັບຄືນເມືອປະເທດນຳພາປະເທດຊາດຢ່າງສຳເລັດຜົນ. ສ່ວນນີ້ແມ່ນຮູບຈຳລອງ ປາກບໍ໊, ຫ້ວຍເລນິນ, ພູກາກມາກ, ນີ້ແມ່ນກອງປະຊຸມໃຫຍ່ ຢຽນຮົ່ງ ເມື່ອປີ 1945. ແລະ ກໍ່ຍັງມີວັດຖຸພັນສອງຢ່າງທີ່ເພິ່ນເຄີຍນຳໃຊ້ຄື ຈັກພິມດີດ ແລະ ເຄື່ອງຣາດີໂອ…”.
ດ້ວຍຄວາມຝັກໄຝ່ແນວຄວາມຄິດ ແລະ ເກັບກຳເອກສານມາເປັນເວລາ 50 ປີ, ມາເຖິງປີ 2018 ພາຍຫຼັງສ້ອມແປງເຮືອນຢູ່, ທ່ານໄດ້ຕັດສິນໃຈສະຫງວນຊັ້ນໜຶ່ງ ເພື່ອເປັນຫໍພິພິທະພັນສ່ວນຕົວກ່ຽວກັບປະທານ ໂຮຈ່ມິນ. ທ່ານ ກວາງ ໃຫ້ຮູ້ອີກວ່າ:
: “ເພື່ອສ້າງແນວຄວາມຄິດໃຫ້ເປັນຮູບປະທຳດ້ວຍໄລຍະ 50ປີ ແລະ ປະຕິບັດເປັນເວລາ 6 ເດືອນ, ປີ 2018 ຂ້າພະເຈົ້າໄດ້ເກັບກຳຢູ່ຫຼາຍບ່ອນ ແລະ ໃຊ້ເວລາຫຼາຍປີ ຢູ່ໃສເຮົາເຫັນເຄື່ອງວັດຖຸທີ່ສາມາດຍັງນຳໃຊ້ໄດ້ນັ້ນ, ຂ້າພະເຈົ້າກໍ່ຊື້ມາ ຫຼື ຂໍມາ. ຈາກນັ້ນເຮົາກໍ່ຕ້ອງຮວບຮວມ ແລະ ຈັດເປັນເຫດການເພື່ອສ້າງເຂດວັດທະນະທຳນີ້” (ເທບ).
ເມື່ອເລົ່າເລື່ອງກ່ຽວກັບປະທານ ໂຮ່ຈີມິນ ແຕ່ລະເທື່ອ, ທ່ານ ກວາງ ຍາມໃດກໍ່ສະແດງຄວາມຮູ້ບຸນຄຸນເຄົາບນັບຖື. ສຳລັບທ່ານແລ້ວ ຄຳສັ່ງສອນຂອງເພິ່ນປຽບເໝືອນເຂັ້ມຊີ້ທິດແກ່ແນວຄິດໃນຊີວິດຂອງທ່ານ. ທ່ານ ກວາງ ເວົ້າວ່າ:
“ປະທານ ໂຮ່ຈີມິນ ໄດ້ອອກໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດຢາກຕໍ່ສູ້ກໍ່ຕ້ອງມີພູມປັນຍາ, ເພາະສະນັ້ນຂ້າພະເຈົ້າຢາກຊອກຮູ້ກ່ຽວກັບປະທານ ໂຮ່ຈີມິນ, ເຮົາຕ້ອງມີພູມປັນຍາ, ຕ້ອງອ່ານປຶ້ມ, ນີ້ແມ່ນກຳລັງໜູນໃຫ້ຕົນເອງ”:
ແທນທີ່ເປີດປະຕູໃນໂອກາດພິເສດ, ຫໍພິພິທະພັນສ່ວນຕົວກ່ຽວກັບປະທານ ໂຮ່ຈີມິນ ຂອງທ່ານ ກວາງ ຍາມໃດກໍ່ເປີດປະຕູ ແລະ ທ່ານກໍ່ເປັນຜູ້ນຳທ່ຽວ ເພື່ອແນະນຳກ່ຽວກັບວັດຖຸພັນ ພ້ອມກັບບັນດາເລື່ອງລາວທີ່ມີຊີວິດຊີວາກ່ຽວກັບປະທານ ໂຮ່ຈີມິນ. ເພື່ອນ ຮວ່າງແອັງງອກ ຢູ່ນະຄອນ ໂຮ່ຈີມິນ ມາຢ້ຽມຊົມເຂດວັດທະນະທຳ ໂຮ່ຈີມິນ ຂອງທ່ານ ກວາງ ເປີດເຜີຍວ່າ:
“ຂ້າພະເຈົ້າໄດ້ໄປນຳພໍ່ແມ່ ແລະ ບັນດາເພື່ອນຂອງພໍ່ແມ່, ບັນດາຜູ້ເປັນນັກຮົບເກົ່າມາຢ້ຽມຊົມເຂດວັດທະນະທຳໂຮ່ຈີມິນຂອງລຸງ ກວາງ. ຂ້າພະເຈົ້າຕື້ນຕັນໃຈຫຼາຍ. ກິດຈະກຳນີ້ໂດຍລຸງເຮັດຢ່າງລະອຽດລະອໍ. ລຸງ ກວາງ ຕ້ອງສຸມຈິດສຸມໃຈຢ່າງສຸດຂີດຈຶ່ງສາມາດເຮັດໄດ້ໄວໜຸ່ມລຸ້ນພວກຂ້າພະເຈົ້າກໍ່ມີໂອກາດສາມາດເຂົ້າໃຈຫຼາຍກວ່າ ກ່ຽວກັບປະທານ ໂຮ່ຈີມິນ, ກ່ຽວກັບການຕໍ່ຕ້ານຂອງຊາດ ເພື່ອຍາດເອົາພື້ນຖານເອກະລາດໃນທຸກວັນນີ້”.
ໃນອາຍຸ 70 ປີ, ທ່ານ ເລິມຊັວນກວາງ ມີຄວາມຫວັງຢາກສ້າງເຂດວັດທະນະທຳ ໂຮ່ຈີມິນ ດ້ວຍເຕັກໂນໂລຊີ 4D ເພື່ອວາດພາບຢ່າງເຕັມສ່ວນກ່ຽວກັບຮູບຖ່າຍເອກະສານ ກ່ຽວກັບປະທານໂຮ່ຈີມິນ ເພື່ອຊ່ວຍຊາວ ຫວຽດນາມ ແລະ ເພື່ອນມິດສາກົນທີ່ຢາກຊອກຮູ້ກ່ຽວກັບປະທານ ໂຮ່ຈີມິນ ເພີ່ມຄວາມເຂົ້າໃຈຢ່າງແທ້ຈິງ ແລະ ມີຊີວິດຊີວາທີ່ສຸດ.