ນາງຕ່າຍທິມາຍ - ແມຍິງເຜົ່າ ປ່າແທນ ນຳແຜ່ນແພພື້ນເມືອງອອກສູ່ໂລກ.

(VOVWORLD) -      ຢູ່ບ້ານ ມີບັກ ຕາແສງ ເຕິນຈິ້ງ ແຂວງ ຕວຽນກວາງ ມີແມ່ຍິງເຜົ່າ ປ່າແທນ ຄົນໜຶ່ງ ພວມມານະພະຍາຍາມຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງແຜ່ນແພພື້ນເມືອງ. ນັ້ນແມ່ນນາງ ຕ່າຍທິມາຍ ຫົວໜ້າສະຫະກອນແຜ່ນແພພື້ນເມືອງ ປ່າແທນ ຜູ້ໄດ້ສະຫງວນຕະຫຼອດອາຍຸໄວໜຸ່ມຂອງຕົນ ເພື່ອຫັນຄວາມໃຝ່ຝັນນຳແຜ່ນແພພື້ນເມືອງຂອງເຜົ່າຕົນອອກສູ່ໂລກ ໃຫ້ປາກົດຜົນເປັນຈິງ.
ນາງຕ່າຍທິມາຍ - ແມຍິງເຜົ່າ ປ່າແທນ ນຳແຜ່ນແພພື້ນເມືອງອອກສູ່ໂລກ. - ảnh 1
ນາງຕ່າຍທິມາຍ ພ້ອມກັບບັນດາສະມາຊິກໃນສະຫະກອນ ພວມຕ່ຳແຜ່ນແພຜືນໜຶ່ງ

     ໂດຍໄດ້ກຳເນີດຂຶ້ນໃນຄອບຄົວທີ່ມີແມ່ຍ່າ ແລະ ແມ່ລ້ວນແຕ່ປະກອບອາຊີບຕ່ຳແຜ່ນແພພື້ນເມືອງ ນາງ ຕ່າຍທິມາຍ ໄດ້ຮັບການຖ່າຍທອດຢ່າງລະອຽດນັບແຕ່ຄາວຍັງນ້ອຍ ນາງ ມາຍ ໃຫ້ຮູ້ວ່າ:

“ນັບແຕ່ຄາວອາຍຸ 12 ປີ ຂ້າພະເຈົ້າໄດ້ຮັບການບອກສອນຖ່າຍທອດອາຊີບຕ່ຳແຜ່ນຈາກແມ່. ຄາວນັ້ນແມ່ເວົ້າວ່າຕ້ອງຮູ້ຈັກຕ່ຳແຜ່ນແພ ເພື່ອເຮັດເຄື່ອງນຸ່ງໃຫ້ແກ່ຕົນເອງແຕ່ຮອດອາຍຸ 30 ປີຂ້າພະເຈົ້າຈຶ່ງເລີ່ມເດີນຕາມອາຊີບຕ່ຳແຜ່ນແພ.ຍ້ອນໄດ້ຮັບການບອກສອນຖ່າຍທອດຈາກແມ່ ດັ່ງນັ້ນຂ້າພະເຈົ້າກໍ່ໄດ້ຮູ້ຈັກຕ່ຳບັນດາລວດລາຍຈາກງ່າຍດາຍຕະຫຼອດຮອດສັບສົນ”.

ດ້ວຍຄວາມຫວັງຢາກອະນຸລັກພັດທະນາອາຊີບຕ່ຳແຜ່ນແພພື້ນເມືອງ ປີ 2017ນາງມາຍ ໄດ້ຕົກລົງສ້າງຕັ້ງສະຫະກອນຕ່ຳແຜ່ນແພພື້ນເມືອງ ປ່າແທນ ເຊິ່ງໄດ້ເຕົ້າໂຮມບັນດາແມ່ຍິງໃນບ້ານທີ່ຮັກອາຊີບເຂົ້າຮ່ວມ ໂດຍຜ່ານຜ່າຄວາມຫຍຸ້ງຍາກ ສະຫະກອນໄດ້ມີບັນດາຜະລິດຕະພັນທຳອິດເພື່ອສະໜອງໃຫ້ລູກຄ້າ ນາງ ມາຍ ໃຫ້ຮູ້ຕື່ມອີກວ່າ:

“ຂ້າພະເຈົ້າໄດ້ປັບປຸງບັນດາຜະລິດຕະພັນຄືຖົງພາຍ, ຜ້າຄຸມຫົວ ດ້ວຍຮູບແບບສິນຄ້າທີ່ງາມກວ່າ. ຈາກນັ້ນພວກຂ້າພະເຈົ້າອະນຸລັກອາຊີບຕ່ຳແຜ່ນແພ ອະນຸລັກບັນດາຮີດຄອງປະເພນີ,ເຄື່ອງນຸ່ງ ແລະ ບັນດາຈຸດວັດທະນະທຳທີ່ເປັນເອກະລັກຂອງຊົນເຜົ່າ ປ່າແທນ”.

ໃນຊຸມປີທໍາອິດ ເຖິງວ່າຜະລິດຕະພັນໄດ້ຮັບຄວາມນິຍົມຈາກລູກຄ້າສາກົນກໍ່ຕາມ ແຕ່ສະຫະກອນຍັງບໍ່ທັນມີເງື່ອນໄຂຢ່າງພຽງພຽງພໍເພື່ອສົ່ງອອກເອງ ບັນດາໃບສັ່ງຊື້ສິນຄ້າໄປຍັງຕ່າງປະເທດກໍ່ລ້ວນແຕ່ຜ່ານຜູ້ເປັນກາງ ອັນໄດ້ເຮັດໃຫ້ນາງ ມາຍ ມີຄວາມເປັນຫວ່ງຫຼາຍຢ່າງ ບາດລ້ຽວທຳອິດ ແມ່ນຮອດປີ 2018 ຂະນະທີ່ອົງການ Good Neighbors International (GNI) ໄດ້ເລີ່ມຮ່ວມເດີນທາງ ແລະ ໜູນຊ່ວຍສະຫະກອນ GNI ໄດ້ອຸປະຖຳ 8.000 ໂດລາສະຫະລັດ ເພື່ອໃຫ້ສະຫະກອນລົງທຶນເຄື່ອງຈັກ ເຄື່ອງລີດ ພ້ອມທັງໄດ້ຮັບການບຳລຸງສ້າງການຄຸ້ມຄອງ ແລະ ປະກອບເອກະສານ ເພື່ອສາມາດອອກຊື່ສົ່ງອອກຢ່າງເປັນທາງການ ອ້າຍ ຟຸ່ງວັນເລິບ ຜູ້ຄຸ້ມຄອງໂຄງການ GNI ກວ໋າງບິ່ງ ແບ່ງປັນວ່າ:

“ປັດຈຸບັນ GNI ໄດ້ໜູນຊ່ວຍສະຫະກອນແຜ່ນແພພື້ນເມືອງ ປ່າແທນ ທາງດ້ານພື້ນຖານວັດຖຸພາຫະນະເຄື່ອງຈັກ... ນອກນັ້ນ GNI ກໍ່ຍັງຊອກຫາລົງທຶນໃຫ້ແກ່ຜະລິດຕະພັນ ແລະ ນຳບັນດາຜະລິດຕະພັນໄປແນະນຳຢູ່ຕາມງານຕະຫຼາດນັດ ງານວາງສະແດງ”.

ພ້ອມກັບການຊ່ວຍເຫຼືອຈາກອົງການສາກົນການເຄື່ອນໄຫວຂອງສະຫະກອນ ປ່າແທນ ຍັງໄດ້ຮັບຄວາມເອົາໃຈໃສ່ໜູນຊ່ວຍຢ່າງແທດຈິງ ຈາກອຳນາດການປົກຄອງທ້ອງຖິ່ນ ຈາກນັ້ນສະຫະກອນໄດ້ຮັບການໜູນຊ່ວຍທາງດ້ານການປະກອບເອກະສານ ແລະ ເຊື່ອມຕໍ່ກັບບັນດາລາຍການສົ່ງເສີມການຄ້າ ນາງ ຕ່າຍທິມາຍ ໃຫ້ຮູ້ຕື່ມອີກວ່າ:

“ຈາກນັ້ນເອື້ອຍນ້ອງແມ່ຍິງໃນສະຫະກອນ ກໍ່ໄດ້ມີວຽກເຮັດງານທຳຕື່ມອີກ. ປັດຈຸບັນສະຫະກອນພວມມານະພາຍາມ ເພື່ອສຳເລັດບັນດາຜະລິດຕະພັນອື່ນໆຕື່ມອີກ. ໃນອະນາຄົດພວກຂ້າພະເຈົ້າມີຄວາມຫວັງວ່າ GNI ຈະເຊື່ອມຕໍ່ຊອກຫາໃບສັ່ງຊື້ສິນຄ້າຕື່ມອີກ ແລະ ຊ່ວຍໃຫ້ສະຫະກອນມີວຽກເຮັດງານທຳຕື່ມອີກ ແລະ ຮັກສາການພັດທະນາບັນດາຜະລິດຕະພັນແຜ່ນແພພື້ນເມືອງຂອງຊົນເຜົ່າ ປ່າແທນ”.

ຮອດປີ 2025 ພາຍຫຼັງຄວາມມານະພະຍາຍາມເປັນເວລາຫຼາຍປີ ສະຫະກອນເຄື່ອງແຜ່ນແພພື້ນເມືອງ ປ່າແທນ ໄດ້ມີບາດລ້ຽວໃຫຍ່ ເຊິ່ງໄດ້ເຊັນໃບສັ່ງຊື້ສິນຄ້າສົ່ງອອກໃບທຳອິດໄປຍັງສາທາລະນະລັດ ເກົາຫຼີ ລວມມູນຄ່າ 4.000 ໂດລາສະຫະລັດ ນີ້ຖືວ່າເປັນເທື່ອທຳອິດທີ່ຜະລິດຕະພັນຂອງສະຫະກອນຖືກສົ່ງອອກຂາຍໃຫ້ຕ່າງປະເທດ ດ້ວຍຊື່ຂອງຕົນເອງ ນາງ ຕ່າຍທິມາຍໃຫ້ຮູ້ຕື່ມອີກວ່າ:

 “ຄວາມຫວັງຂອງຂ້າພະເຈົ້າກໍ່ຄືບັນດາສະມາຊິກໃນສະຫະກອນແມ່ນຢາກນຳຜະລິດຕະພັນຂອງຕົນແຊກຊຶມເຂົ້າຕະຫຼາດສາກົນ. ຜະລິດຕະພັນຂອງພວກຂ້າພະເຈົ້າກໍ່ລ້ວນແຕ່ຖືກເຮັດດ້ວຍມືເປັນມິດກັບສິ່ງແວດລ້ອມ. ມີແຂກທ່ອງທ່ຽວສາກົນຫຼາຍຄົນກໍ່ມີຄວາມຊົມຊອບຜະລິດຕະພັນຕ່ຳແຜ່ນແພຂອງຊົນເຜົ່າ ປ່າແທນ”.

ປັດຈຸບັນສະຫະກອນມີສະມາຊິກ 15 ຄົນ ເຊິ່ງຕົ້ນຕໍແມ່ນແມ່ຍິງເຜົ່າ ປ່າແທນ ນີ້ບໍ່ພຽງແຕ່ແມ່ນສະຖານທີ່ຜະລິດເທົ່ານັ້ນ ສະຫະກອນຍັງເປີດຊຸດຖ່າຍທອດອາຊີບໂດຍບໍ່ເກັບຄ່າໃຫ້ແກ່ແມ່ຍິງໃນຕາແສງ ດ້ວຍຄວາມຫວັງຢາກປຸກລຸກຄວາມເອກອ້າງທະນົງໃຈຂອງຊົນເຜົ່າ ແລະ ສ້າງໂອກາດສ້າງເສດຖະກິດຈາກອາຊີບຫັດຖະກຳ ເລື່ອງລາວຂອງນາງ ຕ່າຍທິມາຍ ແລະ ສະຫະກອນ ປ່າແທນ ບໍ່ພຽງແຕ່ແມ່ນການເຄື່ອນໄຫວເລີ່ມຕົ້ນທຸລະກິດເທົ່ານັ້ນຫາກຍັງແມ່ນການຮັກສາວັດທະນະທຳຍົກລະດັບຜະລິດຕະພັນຂອງທ້ອງຖິ່ນ ແລະ ຢັ້ງຢືນບົດບາດຂອງແມ່ຍິ່ງເຜົ່າສ່ວນໜ້ອຍໃນການເຊື່ອມໂຍງກັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ