(VOVWORLD) - ກວ່າ 4 ປີ ນັບຕັ້ງແຕ່ວັນຂັບເຮືອບິນຄົນດຽວຖ້ຽວທຳອິດ ເມື່ອວັນທີ 20 ເມສາ ປີ 2021, ຮ້ອຍເອກ ຫງວຽນຮວ່າງຫ໋າຍກວາງ ໄດ້ປະຕິບັດຖ້ຽວບິນຝຶກຊ້ອມກຽມພ້ອມສູ້ຮົບນັບຮ້ອຍຖ້ຽວ.
ຮ້ອຍເອກ ຫງວຽນຮວ່າງຫ໋າຍກວາງ ໄດ້ປະຕິບັດຖ້ຽວບິນຝຶກຊ້ອມກຽມພ້ອມສູ້ຮົບນັບຮ້ອຍຖ້ຽວ
(ພາບ: ຫງວຽນຮວ່າງຫ໋າຍກວາງ)
|
ດ້ວຍຄຸນນະທາດ ແລະ ຄວາມຄາດຫວັງອຸທິດສ່ວນ ແມ່ນບັນດາຈຸດທີ່ພົ້ນເດັ່ນ ເມື່ອເວົ້າເຖິງ ຫງວຽນຮວ່າງຫ໋າຍກວາງ, ຮ້ອຍເອກ, ນັກບິນແບບຢ່າງໜຸ່ມ ຫວຽດນາມ ທີ່ດີ້ເດັ່ນໃນປີ 2024. ລາວພ້ອມກັບເພື່ອນຮ່ວມກົມກອງເວນຍາມເຂດນ່ານຟ້າ ຂອງປະເທດຊາດໃນຕະຫຼອດວັນ ແລະ ຄືນ, ລາວແມ່ນຫຼັກຖານທີ່ມີຊີວິດຊີວາ ໃຫ້ແກ່ຄວາມຄາດຫວັງບືນຕົວຂຶ້ນຂອງໄວໜຸ່ມ
ກວ່າ 4 ປີ ນັບຕັ້ງແຕ່ວັນຂັບເຮືອບິນຄົນດຽວຖ້ຽວທຳອິດ ເມື່ອວັນທີ 20 ເມສາ ປີ 2021, ຮ້ອຍເອກ ຫງວຽນຮວ່າງຫ໋າຍກວາງ ໄດ້ປະຕິບັດຖ້ຽວບິນຝຶກຊ້ອມກຽມພ້ອມສູ້ຮົບນັບຮ້ອຍຖ້ຽວ. ປັດຈຸບັນອ້າຍ ກວາງ ແມ່ນຮອງຫົວໜ້າກອງບິນ ທັງເປັນເສນາທິການໃຫຍ່ກອງບິນ 1 ກອງພັນໃຫຍ່ 925, ກອງພົນ 372 ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ
ເກີດປີ 1995 ຢູ່ເມືອງ ດ້າຍລົກ ແຂວງ ກວາງນາມ ປັດຈຸບັນແມ່ນນະຄອນ ດ່າໜັງ ນັບແຕ່ຄາວຍັງນ້ອຍ, ສຽງດັງຂອງເຮືອບິນໄດ້ສ້າງຄວາມເມົາມົວ ແລະ ຄວາມໃຝ່ຝັນຢ່າງແຮງກ້າ ກາຍເປັນນັກບິນສູ້ຮົບໃຫ້ແກ່ ຫ໋າຍກວາງ. ຫ໋າຍກວາງ ເປີດເຜີຍວ່າ:
“ນັບແຕ່ຄາວຍັງນ້ອຍໄດ້ຟັງສຽງຂອງເຮືອບິນສູ້ຮົບ ແລະ ໄດ້ເຫັນປະຈັກຕາເຮືອບິນຂຶ້ນລົງຈອດຢູ່ຕາມລານບິນ ຂ້າພະເຈົ້າໄດ້ເພີ່ມຄວາມຮັກ ຊົມຊອບເຮືອນບິນຂອງກອງທັບປະຊາຊົນ ຫວຽດນາມ. ເມື່ອໄດ້ຮັບຟັງເລື່ອງລາວກ່ຽວກັບການບຸກໂຈມຕີທາງອາກາດຂອງນັກບິນລຸ້ນກ່ອນໆ ຂ້າພະເຈົ້າຍິ່ງມີຄວາມນິຍົມນັບຖືຕໍ່ນັກບິນສູ້ຮົບ ຜູ້ທີ່ມີສະຕິປັນຍາ ມີຄຸນນະທາດ ແລະ ມີສຸຂະພາບຢ່າງມະຫາສານ ພ້ອມທັງຍອມເສຍສະຫຼະຊີວິດອີກດ້ວຍ”.
ປັດຈຸບັນ ກວາງ ຍັງແມ່ນອາຈານສອນບຳລຸງກໍ່ສ້າງນັກບິນໜຸ່ມ
(ພາບ: ຫງວຽນຮວ່າງຫ໋າຍກວາງ)
|
ໂດຍຮຽນຈົບຈາກໂຮງຮຽນນາຍທະຫານກອງທັບອາກາດ ດ້ວຍໃບປະກາດສະນີຍາບັດປະເພດດີ ຫງວຽນຮວ່າງຫ໋າຍກວາງ ຖືກສັບຊ້ອນເຮັດວຽກຢູ່ກອງພັນໃຫຍ່ 925, ກອງພົນ 372. ຢູ່ທີ່ນີ້ ກວາງ ສືບຕໍ່ໄດ້ຮັບການບຳລຸງສ້າງຂັບເຮືອບິນ ຊູ 27. ຜ່ານບັນດາຖານະຕຳແໜ່ງວຽກງານຈາກນັກບິນ, ຕະຫຼອດຮອດຮອງຫົວໜ້າກອງບິນ ທັງເປັນເສນາທິການໃຫຍ່ກອງບິນ ແລະ ໄດ້ຮັບນາມມະຍົດນັກບບິນລະດັບສອງ ເມື່ອຕົ້ນປີ 2024 ປັດຈຸບັນ ກວາງ ຍັງແມ່ນອາຈານສອນບຳລຸງກໍ່ສ້າງນັກບິນໜຸ່ມ. ຫ໋າຍກວາງ ໃຫ້ຮູ້ອີກວ່າ:
“ເມື່ອປະຕິບັດການຂັບເຮືອບິນ ກໍລະນີທີ່ສັບສົນ ນັກບິນພວກຂ້າພະເຈົ້າ ຕ້ອງມີຄວາມມານະອົດທົນຕໍ່ສິ່ງທ້າທາຍຢ່າງໃຫຍ່ຫຼວງ. ຖ້າຫາກວ່າ ຂ້າພະເຈົ້າບໍ່ມີສຸຂະພາບແຂງແຮງ ເພື່ອຕ້ານຢັນກັບສິ່ງທ້າທາຍນັ້ນ ຈະບໍ່ສາມາດສືບຕໍ່ຂັບເຮືອບິນໄດ້. ພິເສດໃນກໍລະນີນຳໃຊ້ອາວຸດແທ້, ພຽງແຕ່ຂາດຕົກບົກພ່ອງເລັກນ້ອຍ ກໍ່ຈະພາໃຫ້ເກີດຜົນຮ້າຍຍ້ອນຫຼງັຢ່າງຮ້າຍແຮງ”.
ປີ 2023 ກວາງ ໄດ້ຮັບລາງວັນທີໜຶ່ງ ທີ່ງານແຂ່ງຂັນຂັບເຮືອບິນ ໂດຍກອງພົນ 372 ຈັດຕັ້ງ; ໄດ້ຮັບລາງວັນທີ່ສາມ ນັກບິນຮອບດ້ານຢູ່ງານແຂ່ງຂັນຂັບເຮືອບິນຂອງກອງທັບອາກາດ ໂດຍກະຊວງປ້ອງກັນປະເທດຈັດຂຶ້ນໃນ 4 ປີ ຢ່າງລຽນຕິດຄື 2021-2024 ກວາງ ແມ່ນນັກຮົບແຂ່ງຂັນຂັ້ນຫາກຖານ ແມ່ນສະມາຊິກພັກເຮັດສຳເລັດໜ້າທີ່ຢ່າງດີເດັນ ໄດ້ຮັບໃບຍ້ອງຍໍຈາກກະຊວງປ້ອງກັນປະເທດ ເມື່ອປີ 2023. ປີ 2024 ກວາງ ແມ່ນໜຶ່ງໃນຈຳນວນ 10 ແບບຢ່າງໜຸ່ມ ຫວຽດນາມ ທີ່ດີເດັ່ນ ໂດຍສູນກາງຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຕັ້ງ... ຫ໋າຍກວາງ ເປີດເຜີຍວ່າ:
“ພວກຂ້າພະເຈົ້າຕ້ອງຮ່ຳຮຽນຝຶກຝົນຫຼໍ່ຫຼອມໃນແຕ່ລະວັນ ແຕ່ລະຊົ່ວໂມງ ເພື່ອຍົກສູງຄຸນນະທາດ ຍົກສູງສຸຂະພາບ ຍົກສູງຄວາມເຂົ້າໃຈ ເພື່ອປະຕິບັດຖ້ຽວບິນທີ່ປອດໄພທີ່ສຸດ. ກຳລັງໜູນ ເພື່ອໃຫ້ຂ້າພະເຈົ້າສືບຕໍ່ເສັ້ນທາງພິຊິດເຂດນ່ານຟ້າ ແມ່ນຄວາມຮັກຂອງປະເທດຊາດ ຄວາມຮັກກອງທັບ ຄວາມຮັກປະຊາຊົນ ແລະ ນັບທັງຄວາມຮັກເຂດນ່ານຟ້າອີກດ້ວຍ. ຖ້ຽວບິນແຕ່ລະຖ້ຽວ, ການຝຶກແອບໃນແຕ່ລະຊົ່ວໂມງ ນ້ຳເຫື່ອແຕ່ລະ
ຢາດທີ່ຍ້ອຍລົງໃນຕູ້ນັກບິນຂອງ ຫງວຽນຮວ່າງຫ໋າຍກວາງ ແລະ ເພື່ອນຮ່ວມກົມກອງ ອັນໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາເຂດນ່ານຟ້າທີ່ສະຫງົບສຸກຂອງປະເທດ ຫວຽດນາມ.