ຜົນງານ 50 ຂອງເວທີສະແດງນະຄອນຫຼວງ ຮ່າໂນ້ຍ

(VOVWORLD) -ນັບຕັ້ງແຕ່ວັນທ້ອນໂຮມປະເທດຊາດເປັນເອກພາບຄື ວັນທີ 30 ເມສາ ປີ 1975 ມາຮອດປັດຈຸບັນ, ການພັດທະນາຂອງເວທີສະແດງນະຄອນຫຼວງ ຮ່າໂນ້ຍ ຍາມໃດກໍ່ຮ່ວມເດີນທາງພ້ອມກັບປະຫວັດສາດຂອງຊາດ. ຜ່ານໄລຍະເຄິ່ງສະຕະວັດທີ່ຜ່ານມາ, ເວທີສະແດງນະຄອນຫຼວງ ຮ່າໂນ້ຍ ໄດ້ຮັບບັນດາຜົນງານອັນໃຫຍ່ຫຼວງເປັນຂີດໝາຍຢ່າງຈະແຈ້ງໃນຊີວິດວັດທະນະທຳສິລະປະທົ່ວປະເທດ
ຜົນງານ 50 ຂອງເວທີສະແດງນະຄອນຫຼວງ ຮ່າໂນ້ຍ - ảnh 1

ກອງປະຊຸມສຳມະນາຜົນງານ 50 ຂອງເວທີສະແດງນະຄອນຫຼວງ ຮ່າໂນ້ຍ

     ເວທີສະແດງນະຄອນຫຼວງ ຮ່າໂນ້ຍ ຜ່ານໄລຍະເຄິ່ງສະຕະວັດ ອາດຈະຈັດແບ່ງເປັນສອງໄລຍະທາງ. ໄລຍະທາງທີໜຶ່ງ ແມ່ນນັບຕັ້ງແຕ່ວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບຄື ວັນທີ 30 ເມສາ ປີ 1975 ມາເຖິງ ປີ 1985. ໄລຍະນີ້ລະຄອນເວົ້ົ້າຂະຫຍາຍຕົວຢ່າງແຂງແຮງ ເຊິ່ງພົ້ນເດັ່ນແມ່ນບົດລະຄອນຂອງ ລິວກວາງຫວູ, ຂອງຊວັນຈິ່ງ. ສ່ວນໄລຍະທາງທີສອງຂອງເວທີສະແດງນະຄອນຫຼວງ ຮ່າໂນ້ຍ ແມ່ນນັບຕັ້ງແຕ່ໄລຍະປ່ຽນແປງໃໝ່ ເມື່ອປີ 1986 ມາເຖິງປັດຈຸບັນ ຂະນະທີ່ເວທີສະແດງກ້າວເຂົ້າສູ່ໄລຍະປ່ຽນແປງໃໝ່. ຜູ້ແຕ່ງບົດລະຄອນ ເລກຸ໊ຍຮ່ຽນ ຖືວ່າ:

      “ການທ້ອນໂຮມປະເທດຊາດເປັນເອກະພາບ ໄດ້ເຮັດໃຫ້ເວທີແດງສອງພາກເໜືອໃຕ້ປະສານເຂົ້າກັນ. ປີ 1986 ເມື່ອມີແຜນນະໂຍບາຍປ່ຽນແປງໃໝ່ ດັ່ງນັ້ນໂສມໜ້າເວທີສະແດງໄດ້ຕ່າງເກົ່າຫຼາຍ, ເຊິ່ງໄປຕົງເຂົ້າຊີວິດສັງຄົມ. ຮ່າໂນ້ຍ ໄດ້ມີຄວາມເອກອ້າງທະນົງໃຈ ເມື່ອມີບົດລະຄອນບົດສະແດງເວທີມ່ວນທີ່ສຸດເປີດສາກໄລຍະປ່ຽນແປງໃໝ່ນັ້ນແມ່ນບົດລະຄອນ ຂ້ອຍ ແລະ ພວກເຮົາ ຂອງ ລິວກວາງຫວູ. ສ່ວນໄລຍະແຕ່ປີ 1996 ເມື່ອປະເທດຊາດກ້າວເຂົ້າສູ່ພື້ນຖານເສດຖະກິດຕະຫຼາດນັ້ນ, ເວທີສະແດງພັດມີໂສມໜ້າໃໝ່, ໄລຍະນີ້ມີຄ້າຍປະດິດແຕ່ງຕົວຈິງຕື່ມອີກ ດັ່ງນັ້ນວົງການນັກປະພັນ ນັກສິລະປິນຊົມຊອບທີ່ສຸດ”.

     ບັນດາບົດລະຄອນສະແດງບົນເວທີນະຄອນຫຼວງ ຮ່າໂນ້ຍສ່ອງແສງຢ່າງເລິກເຊິ່ງເຖິງຊີວິດສັງຄົມ ມີຜົນສະທ້ອນຢ່າງຕັ້ງໜ້າຕໍ່ມວນຊົນ, ຜົນສຳເລັດຢ່າງດີງາມທີ່ສຸດ ດ້ວຍບົດລະຄອນໃຫຍ່ຄື: ຍືນຍົນຄົງຕົວໃນອາຍຸ 17 ປີ, ຂ້ອຍ ແລະ ພວກເຮົາ… ນັກສິລະປິນປະຊາຊົນ ບຸ່ຍແທັງເຈິ່ມ ອະດີດປະທານສະມາຄົມ ເວທີສະແດງ ຮ່າໂນ້ຍ ໃຫ້ຮູ້ວ່າ:

     “ຮ່າໂນ້ຍ ແມ່ນແຫ່ງເຕົ້າໂຮມບັນດານັກປະພັນຜູ້ແຕ່ງບົດລະຄອນທີ່ມີຊື່ສຽງຄື ລິວກວາງຫວູ, ຊັວນຈິ່ງ, ຈູເທີມ ພ້ອມທັງມີຜູ້ກຳກັບການສະແດງທີ່ມີຊື່ສຽງໃນທົ່ວປະເທດຄື ສິລະປະຊາຊົນ ຈ້ອງໂຄຍ, ສິລະປິນປະຊາຊົນ ຢ໊ວນຮວ່າງຢາງ, ສິລະປະຊາຊົນ ຮວ່າງຢຸງ. ປັດຈຸບັນມີສິລະປິນອາຍຸສູງາຍຄົນຍັງສສຸມຈິດສຸມໃຈສືບຕໍ່ພາລະກິດປະດິດຄິດແຕ່ງ”.

      ຫົວເລື່ອງຂອງສິລະປະສະແດງບົນເວທີນະຄອນຫຼວງ ຮ່າໂນ້ຍ ແມ່ນອຸດົມສົມບູນຫຼາຍຮູບຫຼາຍສີ. ບັນດາບົດລະຄອນສ່ວນຫຼາຍຖືກຈັດສ້າງດ້ວຍບັນດາຈິນຕະນາການໃໝ່ລະອຽດ. ນັກສິລະປິນປະຊາຊົນ ຫງວຽນຈຸງຫຽວ ຜູ້ອຳນວຍການໂຮງລະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

      “ໃນຊຸມປີມໍ່ໆມານີ້, ໂຮງລະຄອນຄອນ ຮ່າໂນ້ຍ ໄດ້ນຳລະຄອນເວົ້າເຂົ້າໂຮງຮຽນຕິດພັນກັບບົດປະພັນວັນນະຄະດີ, ບັນດາບຸກຄົນປະປະຫວັດສາດໃນຫຼັກສູດການສອນສາມັນ ເພື່ອໃຫ້ພວກນ້ອງນັກຮຽນຮູ້ຈັກເຖິງສິລະປະສະແດງບົນເວທີ. ພວກນ້ອງນັກຮຽນເອງກໍ່ແມ່ນຜູ້ຊົມເວທີສະແດງໃນອະນາຄົດ”.

       ໄລຍະ 50ປີທີ່ຜ່ານມາ ເວທີສະແດງນະຄອນຫຼວງ ຮ່າໂນ້ຍ ໄດ້ມີຖັນແຖວນັກສິລະປິນທີ່ມີຊື່ສຽງຈາກຜູ້ອາຍຸສູງຕະຫຼອດຮອດໄວໜຸ່ມຜູ້ສືບທອດຄື ສິລະປິນປະຊາຊົນ ເຈິ່ນກວັກຈຽມ, ສິລະປິນຊາຊົນ ຫງວຽນຮວ່າງຕ໊ວນ, ສິລະປິນປະຊາຊົນ ບຸ່ຍແທັງເຈິ່ມ… ສິລະປິນປະຊາຊົນ ຫງວຽນຮວ່າງຕ໊ວນ ປະທານສະມາຄົມເວທີສະແດງ ຮ່າໂນ້ຍ ເນັ້ນໜັກວ່າ:

    “ເມື່ອມີເຫດການການເມືອງວັດທະນະທຳໃຫຍ່ຂອງ ຮ່າໂນ້ຍ ແລະ ຂອງປະເທດຊາດ, ເວທີສະແດງ ຮ່າໂນ້ຍ ລ້ວນແຕ່ເຂົ້າຮ່ວມປະກອບສ່ວນ. ໃນຈຳນວນສະມາຊິກໃນສະມາຄົມເວທີສະແດງ ຮ່າໂນ້ຍ ກໍ່ມີສອງຄົນໄດ້ຮັບລາວັນ ໂຮ່ຈີມິນ, 24 ຄົນໄດ້ຮັບລາງວັນຂອງລັດກ່ຽວກັບວັນນະຄະດີສິລະປະ…”

      ໂດຍແມ່ນແຫ່ງເຕົ້າໂຮມນັກກຳກັບການສະແດງ, ນັກສະແດງ ແລະ ຜູ້ປະດິດຄິດແຕ່ງເວທີສະແດງແຖວໜ້າ, ໄລຍະ 50 ປີທີ່ຜ່ານມາ, ເວທີສະແດງນະຄອນຫຼວງ ຮ່າໂນ້ຍ ໄດ້ປະກອບສ່ວນສຳຄັນເຂົ້າໃນໝາກຜົນທາງດ້ານສິລະປະເວທີສະແດງ ແລະການພັດທະນາຂອງວັດທະນະທຳສິລະປະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ