ໂງກຸ໊ຍດຶກ-ຜູ້ອຸທິດສ່ວນຕະຫຼອດໄລຍະເປັນໄວໜຸ່ມເພື່ອກັບຄືນສູ່ບ້ານ

(VOVWORLD) -ອ້າຍບ່າວ ໂງກຸ໊ຍດຶກ, ຜູ້ສ້າງໂຄງການກັບຄືນສູ່ບ້ານ. ລາວໄດ້ສະຫງວນຕະຫຼອດໄລຍະເປັນໄວໜຸ່ມເພື່ອປະຕິບັດໂຄງການນີ້ ເພື່ອຊ່ວຍບັນດາໝູ່ບ້ານອາຊີບໄດ້ເຊື່ອມຕໍ່ກັນ, ໂຄສະນາ, ຈຳໜ່າຍຜະລິດຕະພັນ, ເປີດກ້ວາງຕະຫຼາດ ແລະ ພັດທະນາໝູ່ບ້ານອາຊີບ
ໂງກຸ໊ຍດຶກ-ຜູ້ອຸທິດສ່ວນຕະຫຼອດໄລຍະເປັນໄວໜຸ່ມເພື່ອກັບຄືນສູ່ບ້ານ - ảnh 1ໂງກຸ໊ຍດຶກ, ຜູ້ສ້າງໂຄງການກັບຄືນສູ່ບ້ານ

     ໂງກຸ໊ຍດຶກ ເກີດປີ 1985 ຢູ່ ຮ່າໂນ້ຍ ໃນປີ 2006 ພາຍຫຼັງຮຽນຈົບຈາກມະຫາວິທະຍາໄລ, ໂງກຸ໊ຍດຶກ ໄດ້ມີແນວຄວາມຄິດປະຕິບັດໂຄງການວັດທະນະທຳ ຮ່າໂນ້ຍ ແລະ ລາວໄດ້ເລີ່ມຊອກຫາບັນດາຜູ້ຮ່ວມງານສ້າງໂຄງການ “My Hanoi”, ໂຄງການໄດ້ຮັບຖືວ່າ ປຽບເໝືອນຫໍສະໝຸດທາງອອນລາຍ ກ່ຽວກັບວັດທະນະທຳ ຮ່າໂນ້ຍ. ເດືອນ ພຶດສະພາ ປີ 2021 ໂຄງການ “ກັບຄືນສູ່ບ້ານ” ຂອງ ໂງກຸ໊ຍດຶກ ໄດ້ເປີດຕົວຢ່າງເປັນທາງການ. ນີ້ແມ່ນເວບໄຊແນະນຳຂໍ້ມູນຂ່າວສານກ່ຽວກັບໝູ່ບ້ານອາຊີບຫັດຖະກຳ ແນະນຳບັນດາຜະລິດຕະພັນຫັດຖະກຳຢູ່ພາຍໃນປະເທດ. ໂງກຸ໊ຍດຶກ ໃຫ້ຮູ້ວ່າ:

 “ ນັບແຕ່ປີ 2006 ຂ້າພະເຈົ້າໄດ້ມີແນວຄວາມຄິດຫວັງຢາກເຮັດໄດ້ສິ່ງໜຶ່ງກ່ຽວກັບຮ່າໂນ້ຍ. ຂ້າພະເຈົ້າໄດ້ພົບກັບນັກຄົ້ນຄ້ວາວັດທະນະທຳຮ່າໂຮ້ຍ ຫງວຽນວີງຟຸກ ແລະ ໄດ້ຮັບຄຳປຶກສາຈາກທ່ານໃຫ້ແກ່ໂຄງການ“My Hanoi”ຂອງຕົນ. ພາຍຫຼັງໂຄງການ“My Hanoi”, ຂ້າພະເຈົ້າເຫັນວ່າມີຄວາມເມົາມົວ ແລະ ດຶງດູດໃຈດ້ວຍອາຊີບຫັດຖະກຳຫວຽດນາມ. ເພາະສະນັ້ນ ຂ້າພະເຈົ້າໄດ້ສ້າງໂຄງການກັບຄືນສູ່ບ້ານ, ເຕົ້າໂຮມລະດັບຄວາມຮູ້ທຸກຢ່າງທີ່ເຮົາໄດ້ເກັບກຳມາໄດ້ກ່ອນນີ້ ກ່ຽວກັບບັນດາໝູ່ບ້ານອາຊີບຢູ່ອ້ອມແອ້ມຮ່າໂນ້ຍ ແລະ ເປີດກ້ວາງສູ່ບັນດາແຂວງທັງຢູ່ພາກເໜືອ, ພາກກາງ ແລະ ພາກໃຕ້  “

ດ້ວຍຄວາມຝັກໄຝ່ ການອະນຸລັກ ແລະ ແຜ່ກະຈາຍຄຸນຄ່າໝູ່ບ້ານອາຊີບຫັດຖະກຳນັ້ນ ໂງກຸ໊ຍດຶກ ໄດ້ກິ້ງເກືອກລີເລືອໄປຍັງເຂດບ້ານນາໃນຫຼາຍປີເພື່ອຜັນຂະຫຍາຍໂຄງການ “ກັບຄືນສູ່ບ້ານ”. ລາວໄດ້ກາຍເປັນຂົວເຊື່ອມຕໍ່ຊຸກຍູ້ການຮ່ວມສຳພັນລະຫວ່າງບັນດາໝູ່ບ້ານອາຊີບ ກັບວິສາຫະກິດອັນໄດ້ເກີດໂອກາດເຂົ້າເຖິງຕະຫຼາດແລກປ່ຽນ ລະຫວ່າງບັນດານັກສິລະປະການ ແລະ ວິສາຫະກິດ. ຜົນສຳເລັດຢ່າງໃຫຍ່ຫຼວງທີ່ສຸດຂອງໂຄງການແມ່ນການສະໜັບສະໜູນຢ່າງສຸດໃຈຂອງບັນດາໝູ່ບ້ານອາຊີບ ແລະ ການໜູນຊ່ວຍຂອງນັກສິລະປະການຫຼາຍຄົນ ດ້ວຍຄວາມຫວັງຢາກຮັກສາແຜ່ກະຈາຍຄຸນຄ່າວັດທະນະທຳພື້ນເມືອງ. ນັກສິລະປະການ ຫງວຽນທິຕວຽດ ຢູ່ຕາແສງ ເວິນແກງ ເມືອງ ຮວ່າຍດຶກ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ ຂ້າພະເຈົ້າມີຄວາມເຊື່ອໝັ້ນຕໍ່ເພື່ອນດຶກ ເພາະວ່າ ລາວເປັນຜູ້ສຸດຈິດສຸດໃຈຕໍ່ກັບເຄື່ອງຫຼິ້ນພື້ນເມືອງຫວຽດນາມ, ຂ້າພະເຈົ້າຮູ້ສຶກດີໃຈ ເມື່ອໄດ້ເຮັດວຽກພ້ອມກັບ ດຶກ. ຂ້າພະເຈົ້າຫວັງຢາກມີເພື່ອນໜຸ່ມຫຼາຍຄົນຄືດຶກເພື່ອຮັກສາອາຊີບເຮັດເຄື່ອງຫຼິ້ນພື້ນເມືອງ “.

 ບັນດາໂຄງການ “ກັບຄືນສູ່ບ້ານ” ໄດ້ສຸມໃສ່ຈຸດທີ່ພົ້ນເດັ່ນທາງດ້ານປະຫວັດສາດ ວັດທະນະທຳຂອງໝູ່ບ້ານ ແລະ ສ້າງຄວາມຫຼາກຫຼາຍສີສັນໃຫ້ແກ່ແຂກທ່ອງທ່ຽວ ສຳລັບບັນດາໝູ່ບ້ານອາຊີບຫັດຖະກຳ. ພິເສດລາຍການທ່ອງທ່ຽວຄົ້ນຫາໝູ່ບ້ານອາຊີບໄດ້ຖືກລາວ ແລະ ບັນດາເພິ່ນຮ່ວມງານສ້າງຢ່າງລະອຽດ ມີແບບແຜນອັນໄດ້ນຳມາເຊິ່ງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວ ແລະ ຜູ້ມີຄວາມສົນໃຈ. ຍົກຕົວຢ່າງຄື ລາຍການ “ກັບຄືນສູ່ບ້ານ - ເສັ້ນໄໝແຫ່ງສະຕະວັດ” ໄດ້ພາແຂກທ່ອງທ່ຽວໄປຢ້ຽມຊົມໝູ່ບ້ານຕ່ຳແພໄໝຍາສາຢູ່ແຂວງ ຮ່ານາມ ແລະ ໝູ່ບ້ານຕັດຫຍິບຊຸດເສື້ອຍາວປະເພນີ ແຈັກສາ ເພື່ອໃຫ້ແຂກທ່ອງທ່ຽວມີໂອກາດດ້ຊອກຮູ້ກ່ຽວກັບປະຫວັດສາດວັດທະນະທຳຂອງໝູ່ບ້ານອາຊີບຕ່ຳແພໄໝ ແລະ ຕັດຫຍິບມາແຕ່ດົນນານ ພ້ອມທັງໄດ້ຮັບຊົມບັນດາຂັ້ນຕອນຕ່ຳແຜ່ນຍ້ອມສີ ແລະ ຕັດຫຍິບຊຸດເສື້ອຍາວ… ຄວາມເມົາມົວ ແລະ ກະຕືລືລົ້ນຂອງ ໂງກຸ໊ຍດຶກ ໄດ້ເຮັດໃຫ້ນັກສິລະປະການຫຼາຍຄົນເພີ່ມຄວາມເຊື້ອໝັ້ນຕໍ່ຄຸນຄ່າພື້ນເມືອງ ແລະ ພະລັງຊີວິດ ເພື່ອໃຫ້ຂະແໜງສິລະປະຫັດຖະກຳຍືນຍົງຄົງຕົວຕາມການເວລາ. ນາງ ດັ້ງເຮືອງລານ ນັກສິລະປະການ ເຮັດໜ້າກາກເຈ້ຍຢູ່ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ ລູກຫຼານຂ້າພະເຈົ້າກໍບໍ່ເດີນຕາມອາຊີບນີ້. ປະຈຸບັນ ມີພຽງແຕ່ດຶກເທົ່ານັ້ນ ທີ່ພວກເຮົາມີຄວາມເຊື່ອໝັ້ນທີ່ສຸດ ແລະ ໄດ້ຖ່າຍທອດອາຊີບໃຫ້ດຶກ. ຖ່າຍທອດວິທີເຮັດເບົ້າ, ສອນໃຫ້ດຶກເຕັກນິກການປະກອບອາຊີບ “.

ຄວາມຫວັງຢ່າງໃຫຍ່ຫຼວງທີ່ສຸດຂອງ ໂງກຸ໊ຍດຶກ ແມ່ນນຳບັນດາຜະລິດຕະພັນທີ່ມີຄຸນນະພາບສູງ ແລະ ສິ່ງທີ່ຍອດຍິ່ງຂອງໝູ່ບ້ານອາຊີບ ຫວຽດນາມ ໄປສູ່ແຂກທ່ອງທ່ຽວ ແລະ ມວນຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ. ໂງກຸ໊ຍດຶກ ມີກຽດໄດ້ຮັບນາມມະຍົດເປັນພົນລະເມືອງດີເລີດຂອງນະຄອນຫຼວງປີ 2017 ຍ້ອນມີການປະກອບສ່ວນເຂົ້າໃນການສ້າງດິນແດນແຫ່ງບ້ານເກີດເມືອງນອນຂອງລາວ.

ຕອບກັບ

ຂ່າວ/ບົດ​ອື່ນ