ອ້າຍທະຫານ ຫງຽນວັນຈ່າ ຕັ້ງໜ້າພັດທະນາເສດຖະກິດ ປະກອບສ່ວນສ້າງສາບ້ານເກີດເມືອງນອນ
Tran Hieu -  
(VOVWORLD) -ໂດຍກັບຄືນມາບ້ານເກີດເມືອງນອນພາຍຫຼັງປະຕິບັດພັນທະສາກົນ ຢູ່ສະໜາມຮົບ ກຳປູເຈຍ, ຮ່າງກາຍໄດ້ຖືກສູນເສຍຂາເບື້ອງໜຶ່ງ ແຕ່ອ້າຍ ຫງວຽນວັນຈ່າ ເກີດປີ 1963 ຢູ່ບ້ານສິບ ຕາແສງ ແຄັ໊ງເລິມ ແຂວງ ກ່າເມົາ ຍັງຄົງຮັກສາເຈດຈຳນົງອົງອາດກ້າແກ່ນຂອງອ້າຍທະຫານ. ທ່ານໄດ້ຕັ້ງໜ້າພັດທະນາເສດຖະກິດ ບືນຕົວຂຶ້ນສ້າງຄວາມຮັ່ງມີ ປະກອບສ່ວນສ້າງສາບ້ານເກີດເມືອງນອນ.
ອ້າຍທະຫານເສຍອົງຄະ ຫງຽນວັນຈ່າ |
ກ່ອນນີ້ 40 ປີ ຄືປີ 1985 ທ່ານ ຫງວຽນວັນຈ່າ ໄດ້ເຂົ້າຖັນແຖວທະຫານ ຂຶ້ນກັບກຳລັງທະຫານຊ່າງແສງ ກອງພົນ 330 ປະຕິບັດພັນທະສາກົນຢູ່ສະໜາມຮົບກຳປູເຈຍ ແຕ່ປີ 1987 ໃນການກວດລ້າງທີ່ດຸເດືອດ ທ່ານ ຈ່າ ໄດ້ຮັບບາດເຈັບສາຫັດຕ້ອງຕັດຂາເບື້ອງໜຶ່ງອອກ ແລ້ວຖືກສົ່ງໄປປິ່ນປົວຢູ່ພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ແຂວງ ມິງຫ໋າຍ ປັດຈຸບັນແມ່ນແຂວງ ກ່າເມົາ ພາຍຫຼັງປິ່ນປົວເກືອບສາມປີ ທ່ານໄດ້ກັບຄືນສູ່ຊີວິດປົກກະຕິດ້ວຍອັດຕາຄວາມບາດເຈັບເກືອບ 80% ຊ່ວງເວລານັ້ນ ທ່ານ ຈ່າ ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການດຳລົງຊີວິດ ທ່ານ ຈ່າ ໃຫ້ຮູ້ວ່າ:
“ຄາວນັ້ນທົ່ວປະເທດກໍ່ຍັງທຸກຍາກລຳບາກ, ທະຫານເສຍອົງຄະບໍ່ໄດ້ຊົມໃຊ້ລະບອບຄືປັດຈຸບັນ. ພາຍຫຼັງຢູ່ໃນສູນປິ່ນປົວເປັນເວລາເກືອບ 3 ປີ ແລ້ວກໍ່ສົ່ງໄປພະແນກທະຫານເສຍອົງຄະປິ່ນປົວອີກ ໄດ້ຮັບເບ້ຍລ້ຽງຂອງທະຫານໃນຄາວນັ້ນພຽງແຕ່ 13.000 ຫາ 15.000ດົ່ງ ເທົ່ານັ້ນ ຊີວິດປະຈຳວັນພາຍຫຼັງອອກຈາກຖັນແຖວກອງທັບກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ”.
ດ້ວຍຄວາມເຫັນດີຈາກທັງສອງຄອບຄົວ ທ່ານໄດ້ແຕ່ງງານກັບນາງ ຫງວຽນທິເຮືອງ ຄອບຄົວທ່ານ ຈ່າ ຢູ່ເມືອງ ກ໊າຍເນືອກ ມີດິນຜະລິດໜ້ອຍ ດັ່ງນັ້ນສອງຜົວເມຍທ່ານໄດ້ຍ້າຍໄປຢູ່ເຂດປ່າ ອູມິງ ເພື່ອບຸກເບີກສ້າງອາຊີບ ຄອບຄົວທ່ານ ຈ່າ ໄດ້ຮັບທີ່ດິນ 7 ເຮັກຕາ ເພື່ອຜະລິດ ໃນນັ້ນ 5 ເຮັກຕາ ເພື່ອປູກປ່າ ແລະ 2 ເຮັກຕາ ເພື່ອຜະລິດກະສິກຳ ດິນຢູ່ ອູມິງ ຖືກຕິດສົ້ມຢ່າງໜັກ ດັ່ງນັ້ນທ່ານກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ທ່ານ ຈ່າ ໃຫ້ຮູ້ຕື່ມອີກວ່າ:
“ຄາວນັ້ນສອງຜົວເມຍຂ້າພະເຈົ້າຕ້ອງໄປເຮັດຮັບຈ້າງ ເພື່ອຫາເງິນລ້ຽງຊີບ. ຮອດຄ່ຳລົງມາສອງຜົວເມຍກໍ່ໄປຕຶກປາ. ເຮັດຮັບຈ້າງແລ້ວກໍ່ປູກເຂົ້າ ໄປຂາຍຟືນເພື່ອຫາເງິນລ້ຽງຊີບ”.
ຄວາມຫຍຸ້ງຍາກກໍ່ມີຫຼາຍຢູ່ ແຕ່ດ້ວຍການເຊື່ອມຊຶມຄຳສັ່ງສອນຂອງປະທານ ໂຮ່ຈີມິນ ທີ່ວ່າ ທະຫານເສຍອົງຄະ ແຕ່ບໍ່ສູນເສຍຄຸນຄ່າ ສອງຜົວເມຍທ່ານ ຈ່າ ໄດ້ຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກສ້າງການດຳລົງຊີວິດຢູ່ດິນແດນແຫ່ງໃໝ່ ໃນເບື້ອງຕົ້ນທ່ານ ຈ່າ ໄດ້ພ້ອມກັບເມຍຂຸດແຕ່ລະກົກໄມ້ ຖົມຂຸມເຂດພື້ນທີ່ຕ່ຳ ເພື່ອມີດິນປູກເຂົ້າ ໄລຍະຕໍ່ມາສອງຜົວເມຍໄດ້ນຳໃຊ້ບັນດາເນື້ອທີ່ດິນເປົ່າຫວ່າງຢູ່ອ້ອມແອ້ມເຮືອນ ເພື່ອປູກພືດສຳຮອງ ຕົ້ນໄມ້ກິນໝາກ ພ້ອມທັງລ້ຽງໄກ່ ລ້ຽງໝູ ແລະ ລ້ຽງເປັດ ທ່ານ ຈ່າ ໃຫ້ຮູ້ຕື່ມອີກວ່າ:
“ການປູກກ້ວຍແຕ່ລະປີ ກໍ່ໃຫ້ລາຍຮັບ 30 ລ້ານດົ່ງ. ຄອບຄົວຂ້າພະເຈົ້າກໍ່ສົມທົບການປູກກ້ວຍກັບການເຮັດນາປູກຕົ້ນຄາມ... ແຕ່ລະປີກໍ່ມີແຫຼ່ງລາຍຮັບເຖິງ 300 ລ້ານດົ່ງ”.
ພ້ອມກັບການເປີດກວ້າງເນື້ອທີ່ປູກເຂົ້າ ຕົ້ນໄມ້ກິນໝາກ ຄອບຄົວທ່ານ ຈ່າ ຍັງຂະຫຍາຍຕົ້ນໄມ້ໄຜ່ຫຼາຍກວ່າ 100 ກົກ ເພື່ອເອົາໜໍ່ໄດ້ ແຕ່ລະປີກໍ່ມີລາຍຮັບຕື່ມອີກ 50 ລ້ານດົງ ສະເພາະເນື້ອທີ່ປ່າຄາມ ທ່ານຫາກໍ່ຂຸດຄົ້ນກໍ່ໄດ້ມີລາຍຮັບ 300 ລ້ານກວ່າດົ່ງ ດ້ວຍເຈດຈຳນົງຂອງອ້າຍທະຫານ ທ່ານ ຈ່າ ໄດ້ຫັນເຂດດິນສົ້ມກາຍເປັນປ່າຄາມ ແລະ ເນື້ອທີ່ປູກສຳຮອງຢ່າງມີປະສິດທິຜົນ ຍ້ອນແນວນັ້ນ ແຕ່ລະປີຄອບຄົວທ່ານ ຈ່າ ໄດ້ມີລາຍຮັບນັບຮ້ອຍລ້ານດົ່ງ ເສດຖະກິດນັບມື້ນັບນັບຂະຫຍາຍຕົວ
ດ້ວຍຄວາມນິຍົມນັບຖືຕໍ່ຄວາມມານະພະຍາຍາມບືນຕົວຂຶ້ນ ໃນການດຳລົງຊີວິດຂອງທ່ານ ຈ່າ ທ່ານ ໂຮ່ມິງກວ່ຽນ ຫົວໜ້າສະມາຄົມນັກຮົບເກົ່າ ບ້ານ ສິບ ຕາແສງ ແຄັ໊ງເລິມ ໃຫ້ຮູ້ວ່າ:
“ເນື້ອທີ່ດິນນີ້ ຖືກຕິດສົ້ມຢ່າງໜັກມາແຕ່ດົນນານ, ປັດຈຸບັນສຳລັບການປູກຝັງກໍ່ປະສົບກັບຄວາມຫຍຸ້ງຍາກ. ໄລຍະຕໍ່ມາເພື່ອສາມາດປູກຕົ້ນໄມ້ໄດ້, ທ່ານ ຈ່າ ໄດ້ພະຍາຍາມຫຼາຍຢ່າງຈຶ່ງສາມາດປູກໄດ້. ຄືການເຮັດຫຍ້າເຮັດດິນ ກໍ່ຕ້ອງມີຄວາມດຸໝັ່ນຂະຫຍາຍພຽນ, ດັ່ງນັ້ນມື້ໃດທ່ານ ຈ່າ ກໍ່ເກັບມ້ຽນຂີ້ເຫຍື້ອບົວລະບັດຮັກສາ, ດັ່ງນັ້ນເນື້ອທີ່ປູກຝັງຈຶ່ງບັນລຸໝາກຜົນຄືໃນວັນນີ້”.
ດ້ວຍຄວາມມານະພະຍາຍາມໃນການພັດທະນາເສດຖະກິດ ເຂົ້າຮ່ວມບັນດາຂະບວນການຢູ່ທ້ອງຖິ່ນເປັນຢ່າງດີ ທ່ານ ຈ່າ ມີຄວາມເປັນກຽດກາຍເປັນໜຶ່ງໃນຈຳນວນ 4 ບຸກຄົນ ທີ່ມີຄຸນງາມຄວາມດີຂອງແຂວງ ກ່າເມົາ ໄດ້ຮັບຄັດເລືອກໄປເຂົ້າຮ່ວມກອງປະຊຸມຍ້ອງຍໍສັນສະເສີມຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດທົ່ວປະເທດ ປີ 2024 ເຊິ່ງຈັດຂຶ້ນຢູ່ ຮ່າໂນ້ຍ.
Tran Hieu