ເຈົ້າເຫຼົ່າ ເກີ່ບະເຣບ - ນັກສິລະປະການທີ່ມີຄວາມເກັ່ງກ້າສາມາດ,ຜູ້ໄດ້ບໍລິຈາກທີ່ດິນສ້າງຊົນນະບົດໃໝ່.

(VOVWORLD) -ເຈົ້າເຫຼົ່າ ເກີ່ບະເຣບ ຊາວເຜົ່າ ກະຮໍ ຢູ່ບ້ານ ກະລາກະຣໍ ຕາແສງ ບ໋າວຖ້ວນ ແຂວງ ເລິ່ມດົ່ງ ບໍ່ພຽງແຕ່ນຳໜ້າອອກແຮງງານທຳການຜະລິດເທົ່ານັ້ນ ທ່ານຍັງແມ່ນນັກສິລະປະການທີ່ມີຄວາມເກັ່ງກ້າສາມາດສຸດຈິດສຸດໃຈກັບອາຊີບຈັກສານພື້ນເມືອງ. ທ່ານຍັງແມ່ນຜູ້ຕັ້ງໜ້າປະກອບສ່ວນສ້າງຊົນນະບົດໃໝ່ຢູ່ທ້ອງຖິ່ນ.
ເຈົ້າເຫຼົ່າ ເກີ່ບະເຣບ - ນັກສິລະປະການທີ່ມີຄວາມເກັ່ງກ້າສາມາດ,ຜູ້ໄດ້ບໍລິຈາກທີ່ດິນສ້າງຊົນນະບົດໃໝ່. - ảnh 1 ເຈົ້າເຫຼົ່າ ເກີ່ບະເຣບ (ເບື້ອງຊ້າຍ)

      ເຈົ້າເຫຼົ່າ ເກີ່ບະເຣບເປີດເຜີດວ່າ:

“ຂ້າພະເຈົ້າເຮັດເຄື່ອງຈັກສານເກືອບຄົບທຸກຊະນິດ ຂະນະທີ່ລູກຄ້າມີຄວາມຕ້ອງການມາຊື້ຜະລິດຕະພັນ, ເຮົາກໍ່ຂາຍຕາມຄວາມຕ້ອງການຂອງເຂົາເຈົ້າ ເພື່ອມີລາຍຮັບຕື່ມອີກ ພ້ອມທັງປົວແປງຊີວິດການເປັນຢູ່. ເພື່ອຮັກສາອາຊີບເຮັດເຄື່ອງຈັກສານ, ທາງທ້ອງຖິ່ນໄດ້ເປີດໂຕສະມາຄົມເຮັດເຄື່ອງຈັກສານ ເພື່ອຂະຫຍາຍຜະລິດຕະພັນຢ່າງກວ້າງຂວາງ ພ້ອມທັງຮຽນຮູ້ເຊິ່ງກັນ ແລະ ກັນ ລະຫວ່າງບັນດານັກສິລະປະການ ເພື່ອຜະລິດບັນດາຜະລິດຕະຕະພັນເຄື່ອງຈັກສານທີ່ສວຍງາມລະອຽດອ່ອນ ຕອບສະໜອງຄວາມຕ້ອງການຂອງຜູ້ຊົມໃຊ້”.

ປີນີ້ ມີອາຍຸ 75 ປີແລ້ວ ແຕ່ທ່ານ ເກີ່ບະເຣບ ໄດ້ຮັບຄວາມຮັກແພງ ເຄົາລົບນັບຖືຈາກຊາວບ້ານ ເຊິ່ງໄດ້ນັບຖືທ່ານເປັນເຈົ້າເຫຼົ່າ. ທ່ານແມ່ນນັກສິລະປະການດີເດັ່ນ ກ່ຽວກັບອາຊີບເຮັດເຄື່ອງຈັກສານຂອງເຜົ່າ ກະຮໍ. ເຄື່ອງຈັກສານຊະນິດຕ່າງໆຄື ກະພາ, ຕະບຽນ, ກະດົ້ງ ຖືກສານດ້ວຍໄມ້ໄຜ່ໄມ້ເຮ້ຍຢ່າງໝັ້ນໜຽວ ແລະ ສ່ວຍງາມ. ປີກາຍນີ້ ທາງບ້ານໄດ້ເປີດຊຸດອົບຮົມຖ່າຍທອດອາຊີບເຮັດເຄື່ອງຈັກສານໃຫ້ແກ່ຊາວເຜົ່າ ກະຮໍ. ນັກສິລະປະການ ເກີ່ບະເຣບ ເປັນຜູ້ຖ່າຍທອດໃຫ້ເກືອບ 100 ຄົນ. ພ້ອມກັນນັ້ນ ເຈົ້າເຫຼົ່າ ເກີ່ບະເຣບ ຍັງເປັນຜູ້ນຳໜ້າໃນບ້ານໃນການປ່ຽນແປງຈິນຕະນາການຜະລິດ. ທ່ານໄດ້ລົງທຶນປູກກາເຟແນວໃໝ່ໃນເນື້ອທີ່ 5 ເຮັກຕາ. ແຕ່ລະປີຄອບຄົວທ່ານໄດ້ເກັບກູ້ກາເຟ 12 ໂຕນ. ຄອບຄົວທ່ານກໍ່ຍັງມີລາຍຮັບຕື່ມອີກຈາກການປູກໝາກຖົ່ວລຽນ  ແລະ ໝາກເບີ ທີ່ປູກປະສານໃນເນື້ອທີ່ປູກກາເຟອີກດ້ວຍ. ເນື້ອທີ່ເຂົ້ານາທາມ 2 ເຮັກຕາ ກໍ່ສາມາດເກັບກ່ຽວເຂົ້າເປືອກໄດ້ 30ໂຕນ. ທ່ານ ເກີ່ບະຣາວ ຊາວບ້ານ ກະລາກະຣໍ ໃຫ້ຮູ້ວ່າ:

“ເຈົ້າເຫຼົ່າ ເກີ່ບະເຣບ ແມ່ນຜູ້ນຳໜ້າໃນການອອກແຮງງານທຳການຜະລິດ. ໃນການປູກຝັງ ແລະ ບົວລະບັດຕົ້ນກາເຟ, ທ່ານແມ່ນຜູ້ອຳອິດຮູ້ໝູນໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດ. ດັ່ງນັ້ນເນື້ອທີ່ກາເຟຂອງທ່ານໄດ້ບັນລຸສະມັດຕະພາບສູງ”.

ໃນການສ້າງຊົນນະບົດໃໝ່ຢູ່ບ້ານ, ເຈົ້າເຫຼົ່າ ເກີ່ບະເຣບ ແມ່ນຜູ້ທຳອິດທີ່ໄດ້ສະໝັກໃຈບໍລິຈາກທີ່ດິນເພື່ອເຮັດທາງ.  ຄອບຄົວທ່ານໄດ້ບໍລິຈາກດິນ 300 ຕາແມັດ ຢູ່ໜ້າບ້ານ ເພື່ອເປີດກວ້າງທາງລະຫວ່າງບ້ານຕໍ່ບ້ານ. ທ່ານກໍ່ຍັງບໍລິຈາກທີ່ດິນ 1.000 ຕາແມັດ ເພື່ອເປີດກວ້າງທາງເຂົ້າເຂດດິນທຳການຜະລິດ. ທ່ານ ເກີບະແຣວ ຊາວບ້ານ ກາລາກະຣໍ ໃຫ້ຮູ້ວ່າ:

“ກ່ອນໜ້ານັ້ນໃນລະດູຝົນ, ເສັ້ນທາງໄປມາໃນບ້ານກໍ່ຖືກຂີ້ຕົມ, ຮອດຍາມແດດກໍ່ຖືກຂີ້ຝຸ່ນ ການໄປມາປະສົບກັບຄວາມຫຍຸ້ງຍາກລຳບາກ ເປັນຕົ້ນແມ່ນການຂົນສົ່ງຜະລິດຕະພັນກະເສດຈາກເນື້ອທີ່ໄຮ່ມາເຮືອນ. ປັດຈຸບັນໄດ້ມີທາງເປຕົງຖາວອນ, ການຂົນສົ່ງກາເຟ, ໝາກເບີໝາກຖົ່ວລຽນ ກໍ່ມີຄວາມສະດວກສະບາຍຫຼາຍ, ຜະລິດຕະພັນກະເສດທີ່ຜະລິດອອກ ຖືກຂົນສົ່ງໄປຈຳໜ່າຍຢ່າງສະດວກກວ່າເກົ່າ”.

ນອກຈາກຂົນຂວາຍສ້າງຊົນນະບົດໃໝ່ ເຈົ້າເຫຼົ່າ ເກີ່ບະເຣບ ຍັງຕັ້ງໜ້າໂຄສະນາແຜນນະໂຍບາຍ ນະໂຍບາຍຂອງພັກ ແລະ ລັດ, ທ່ານໄດ້ເຂົ້າຮ່ວມໄກ່ເກ່ຍການຂັດແຍ້ງກັນໃນຊຸມຊົນ. ທ່ານ ເກີຫິວ ພະນັກງານຕາແສງ ບ໋າວຖ້ວນ ແຂວງ ເລິມດົ່ງ ໃຫ້ຮູ້ວ່າ:

 “ເຈົ້າເຫຼົ່າ ເກີ່ບະເຣບ ແມ່ນຜູ້ມີອິດທິພົນ ແລະ ແມ່ນຜູ້ທີ່ມີລະດັບສົ່ງຜົນສະທ້ອນໃນຊຸມຊົນ. ກ່ຽວກັບການຂົນຂວາຍປະຊາຊົນປະຕິບັດຕາມແຜນນະໂຍບາຍສ້າງຊົນນະບົດໃໝ່ນັ້ນ ທ່ານກໍ່ມີສຽງເວົ້ານຳໜ້າໃນຂະບວນການເຮັດທາງ, ສ້າງກິດຈະກຳນ້ຳສະອາດ, ຍ້ອນແນວນັ້ນໂສມໜ້າຂອງໝູ່ບ້ານນັບມື້ນັບໃຫຍ່ໂຕສວຍງາມກວ່າເກົ່າ”.

ດ້ວຍອິດທິພົນຄວາມເກັ່ງກ້າສາມາດ ແລະ ຄວາມສຸດຈິດສຸດໃຈຂອງຕົນ, ເຈົ້າເຫຼົ່າ ເກີ່ບະເຣບ ພວມຮັກສາ ແລະ ເສີມຂະຫຍາຍອາຊີບພື້ນເມືອງຂອງເຜົ່າ ກະຮໍ ເຮັດໃຫ້ປ່ຽນແປງໂສມໜ້າຊົນນະບົດຢູ່ທ້ອງຖິ່ນ. ທ່ານຍັງແມ່ນບ່ອນອີງທາງດ້ານຈິດໃຈ ແລະ ເປັນແບບຢ່າງທີ່ດີ ເພື່ອໃຫ້ທຸກໆຄົນຮຽນຮູ້ບົນເສັ້ນທາງສ້າງສາບ້ານເກີດເມືອງນອນໃຫ້ນັບມື້ນັບອີ່ມໜຳສຳລານ ແລະ ຜາສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ