ເຈົ້າເຫຼົ່າ ເກີບະເຣບ - ນັກສິລະປະການທີ່ເກັ່ງກ້າ ບໍລິຈາກທີ່ດິນເພື່ອກໍ່ສ້າງຊົນນະບົດໃໝ່.

(VOVWORLD) - ເຈົ້າເຫຼົ່າ ເກີບະເຣບ ຊາວເຜົ່າ ເກີຮໍ ຢູ່ບ້ານ ກາຣາເກີຣົດ ຕາແສງ ບ໋າວຖ້ວນ ແຂວງ ເລິມດົ່ງ ບໍ່ພຽງແຕ່ນຳໜ້າໃນການອອກແຮງງານທຳການຜະລິດເທົ່ານັ້ນ ທ່ານຍັງແມ່ນນັກສິລະການທີ່ເກັ່ງກ້າສຸດຈິດສຸດໃຈເພື່ອຖ່າຍທອດ ອາຊີບເຮັດເຄື່ອງຈັກສານຂອງຊາວເຜົ່າ ເກີຮໍ. ພ້ອມກັນນັ້ນທ່ານກໍ່ຕັ້ງໜ້າປະກອບສ່ວນເຂົ້າໃນຂະບວນວິວັດສ້າງຊົນນະບົດໃໝ່ຢູ່ທ້ອງຖິ່ນ.
ເຈົ້າເຫຼົ່າ ເກີບະເຣບ - ນັກສິລະປະການທີ່ເກັ່ງກ້າ ບໍລິຈາກທີ່ດິນເພື່ອກໍ່ສ້າງຊົນນະບົດໃໝ່. - ảnh 1ເຈົ້າເຫຼົ່າ ເກີບະເຣບ ເລົ່າກ່ຽວກັບການບໍລິຈາກທີ່ດິນ

     ໂດຍໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນໃນເຮືອນຢູ່ໃກ້ກັບຫ້ວຍ ດາຣົງ ຢູ່ຕີນພູ ບຣາວາງ ທີ່ໃຫຍ່ໂຕມະໂຫຖານ, ທ່ານ ເກີບະເຣບ ປີນີ້ອາຍຸ 75ປີ ໄດ້ຮັບຄວາມເຄົາລົບນັບຖືຈາກຊາວບ້ານ ກາຣາ ເກີຣົດ ແລະ ໄດ້ຮັບການເຊີດຊູເປັນເຈົ້າເຫຼົ່າຂອງໝູ່ບ້ານ. ທ່ານຍັງແມ່ນນັກສິລະປະການດີເດັ່ນກ່ຽວກັບອາຊີບເຮັດເຄື່ອງຈັກສານ ຂອງຊາວເຜົ່າ ເກີຮໍ ຈາກຕອກໄມ້ໄຜ່ໄມ້ເຮ້ຍ ດ້ວຍສີມືອັນຄ່ອງແຄ້ວຂອງທ່ານ ເກີບະເຣບ ໄດ້ກາຍເປັນກະພາ, ກະບຽນຕາແຫທີ່ທົນທານໜຽວແໜ້ນ. ນອກຈາກເຮັດເຄື່ອງຈັກສານ ເພື່ອນຳໃຊ້ໃນຄອບຄົວແລ້ວ ບັນດາຜະລິດຕະພັນໂດຍທ່ານເຮັດເອງໄດ້ຮັບຄວາມນິຍົມຊົມໃຊ້ຈາກພໍ່ແມ່ນພີ່ນ້ອງຢູ່ທຸກໆແຫ່ງ. ປີກາຍນີ້ທາງທ້ອງຖິ່ນໄດ້ເປີດຊຸດຖ່າຍທອດອາຊີບເຮັດເຄື່ອງຈັກສານໃຫ້ແກ່ຊາວເຜົ່າ ເກີຮໍ. ນັກສິລະປະການ ເກີບະເຣບ ໃຫ້ຮູ້ວ່າ:

 “ເຈົ້າເຫຼົ່າເອງໄດ້ເຮັດເຄື່ອງຈັກສານທຸກຢ່າງ. ເມື່ອແຂກມີຄວາມຕ້ອງການຊື້ຜະລິດຕະພັນນັ້ນ ເຮົາກໍ່ຂາຍຕາມຄວາມຕ້ອງການຂອງເຂົາ ເພື່ອເພີ່ມລາຍຮັບປົວແປງຊີວິດການເປັນຢູ່.“

 ເພື່ອຮັກສາອາຊີບເຮັດເຄື່ອງຈັກສານນັ້ນ ປັດຈຸບັນທາງທ້ອງຖິ່ນໄດ້ເປີດໂຕສະມາຄົມຜູ້ເຮັດເຄື່ອງຈັກສານ ເພື່ອຂະຫຍາຍຜະລິດຕະພັນຢ່າງທົ່ວເຖິງ ພ້ອມກັນຮຽນຮູ້ນຳກັນ ລະຫວ່າງບັນດານັກສິລະປະການ ເພື່ອຜະລິດອອກບັນດາຜະລິດຕະພັນທີ່ສວຍງາມ. ບໍ່ພຽງແຕ່ແມ່ນນັກສິລະປະການທີ່ເກັ່ງກ້າເທົ່ານັ້ນ ເຈົ້າເຫຼົ່າ ເກີບະເຣບ ຍັງແມ່ນແບບຢ່າງທີ່ດີເດັ່ນໃນການພັດທະນາເສດຖະກິດ. ໂດຍແມ່ນຜູ້ທຳອິດໃນບ້ານ ໄດ້ກ້າຫານປ່ຽນແປງຈິນຕະນາການຜະລິດ, ທ່ານໄດ້ລົງທຶນປູກກາເຟ ແນວພັນໃໝ່ໃນເນື້ອທີ່ 5 ເຮັກຕາ. ປັດຈຸບັນແຕ່ລະປີຄອບຄົວທ່ານເກັບກູ້ກາເຟໄດ້ 12 ໂຕນ. ນອກຈາກນັ້ນກໍ່ຍັງມີລາຍຮັບຈາກໝາກຖົ່ວລຽນ ແລະ ໝາກເບີປູກພ້ອມກັນໃນສວນກາເຟ. ນອກຈາກນັ້ນເຂົ້ານາທາມ ໃນເນື້ອທີ່ 2 ເຮັກຕາ ກໍ່ໄດ້ໃຫ້ເຂົ້າເປືອກ 8 ກວ່າໂຕນ ໃນແຕ່ລະປີ. ທ່ານ ເກີບະຣາວ ຢູ່ບ້ານ ກາຣາ ເກີຣົດ ໃຫ້ຮູ້ວ່າ:

 “ເຈົ້າເຫຼົ່າ ເກີບະເຣບ ແມ່ນຜູ້ນຳໜ້າໃນການອອກແຮງງານທຳການຜະລິດ. ສຳລັບການປູກກາເຟທ່ານແມ່ນຄົນທຳອິດຮູ້ຈັກໝູນໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດ, ຍ້ອນແນວນັ້ນສວນກາເຟຂອງຄອບຄົວທ່ານກໍ່ບັນລຸສາມັດຕະພາບສູງ”.

ເຈົ້າເຫຼົ່າ ເກີບະເຣບ ຍັງແມ່ນຜູ້ທຳອິດສະໝັກໃຈບໍລິຈາກທີ່ດິນ ເພື່ອເຮັດທາງບ້ານຕໍ່ບ້ານ. ຄອບຄົວທ່ານໄດ້ບໍລິຈາກດິນ 300 ກວ່າຕາແມັດ ເພື່ອເປີດກວ້າງທາງ. ທ່ານຍັງບໍລິຈາກເນື້ອທີ່ໄຮ່ກວ່າ 1.000 ກວ່າຕາແມັດ ເພື່ອເປີດກວ້າງທາງເຂົ້າເຂດຜະລິດ. ໂດຍປະຕິບັດຕາມແບບຢ່າງຂອງທ່ານ ທັງບ້ານໄດ້ຮ່ວມແຮງຮ່ວມໃຈຜູ້ບໍລິຈາກທີ່ດິນ, ຜູ້ປະກອບສ່ວນເຫື່ອແຮງ, ຜູ້ຊ່ວຍວັດສະດຸກໍ່ສ້າງເພື່ອເຮັດທາງເບຕົງຖາວອນ, ກໍ່ສ້າງກິດຈະກຳນ້ຳສະອາດ. ທ່ານ ກາບະແຣວ ຢູ່ບ້ານ ກາຣາ ເກີຣົດ ໃຫ້ຮູ້ວ່າ:

“ເມື່ອກ່ອນນີ້ຮອດຍາມຝົນຕົກເສັ້ນທາງໄປມາໃນບ້ານຖືກຂີ້ຕົມ, ຮອດຍາມຮ້ອນກໍ່ມີຂີ້ຝຸ່ນຫຼາຍ ການໄປມາກໍ່ປະສົບກັບຄວາມຫຍຸ້ງຍາກ ເປັນຕົ້ນແມ່ນການຂົນສົງຜະລິດຕະພັນກະເສດຈາກເນື້ອທີ່ໄຮ່ມາຮອດເຮືອນ. ປັດຈຸບັນຂະນະທີ່ມີທາງເບຕົງສະອາດສວຍງາມ, ການຂົນສົ່ງກາເຟ, ໝາກຖົ່ວລຽນ ໝາກເບີກໍ່ມີຄວາມສະດວກສະບ

ນອກຈາກຂົນຂວາຍກໍ່ສ້າງຊົນນະບົດໃໝ່, ເຈົ້າເຫຼົ່າ ເກີບະເຣບ ຍັງຕັ້ງໜ້າໂຄສະນາແຜນນະໂຍບາຍຂອງພັກ ນະໂຍບາຍກົດໝາຍຂອງລັດ ເຂົ້າຮ່ວມໄກ່ເກ່ຍຄວາມຂັດແຍ້ງກັນໃນຊຸມຊົນ. ທ່ານ ກາຫິວ ພະນັກງານຕາແສງ ບ໋າວຖ້ວນ ແຂວງ ເລິມດົ່ງ ໃຫ້ຮູ້ວ່າ:

 “ເຈົ້າເຫຼົ່າ ເກີບະເຣບ ແມ່ນຜູ້ມີອິດທິພົນຊື່ສຽງ ແລະ ມີຜົນສະທ້ອນໃນຊຸມຊົນ. ກ່ຽວກັບບັນຫາຂົນຂວາຍພໍ່ແມ່ພີ່ນ້ອງປະຕິບັດຕາມແຜນນະໂຍບາຍສ້າງຊົນນະບົນໃໝ່, ທ່ານມີສຽງເວົ້າ ເປັນຜູ້ນຳໜ້າໃນຂະບວນການເຮັດທາງກໍ່ສ້າງກິດຈະກຳນ້ຳສະອາດ ຍ້ອນແນວນັ້ນໂສມໜ້າຂອງໝູ່ບ້ານນັບມືນັບໃຫຍ່ໂຕໂອ້ໂຖງ ສະອາດສວຍງາມ”.

ດ້ວຍອິດທິພົນຊື້ສຽງ ແລະ ຄວາມເກັ່ງກ້າສາມາດຂອງຕົນເຈົ້າເຫຼົ່າ ເກີບະເຣບ ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍອາຊີບຫັດຖະກຳຂອງເຜົ່າ ເກີຮໍ ທ່ານໄດ້ກາຍເປັນບ່ອນອີງທາງດ້ານຈິດໃຈ ແລະ ເປັນແບບຢ່າງທີ່ດີເດັ່ນ ເພື່ອໃຫ້ລູກຫຼານເຮັດຕາມ ປະກອບສ່ວນເຮັດໃຫ້ໂສມໜ້າຊົນນະບົດຢູ່ບ້ານ ກາຣາ ເກີຣົດ ປ່ຽນແປງໄປ.

ຕອບກັບ

ຂ່າວ/ບົດ​ອື່ນ