ເຈົ້າເຫຼົ່າ ເກີແກວ - ຜູ້ຮັກສາວັດທະນະທຳ ແລະ ເຊື່ອມຕໍ່ວົງຄະນາຍາດເຜົ່າ ເກີຮໍ.

(VOVWORLD) -ເຈົ້າເຫຼົ່າ ເກີແກວ ປີນີ້ອາຍຸ 65 ປີ ແມ່ນຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດ ຢູ່ຕາແສງ ຢີລິງ ແຂວງ ເລີມດົ່ງ. ທ່ານຍາມໃດກໍ່ນຳໜ້າ ໃນບັນດາການເຄື່ອນໄຫວອານຸລັກຮັກສາວັດທະນະທຳພື້ນເມືອງຂອງເຜົ່າ ເກີຮໍ, ພັດທະນາເສດຖິດ ແລະ ຂົນຂວາຍປະຊາຊົນສາມັກຄີ ພ້ອມກັນສ້າງຊີວິດທີ່ອີ່ມໜຳສຳລານ ແລະ ຜາສຸກ,
ເຈົ້າເຫຼົ່າ ເກີແກວ - ຜູ້ຮັກສາວັດທະນະທຳ ແລະ ເຊື່ອມຕໍ່ວົງຄະນາຍາດເຜົ່າ ເກີຮໍ. - ảnh 1ເຈົ້າເຫຼົ່າ ເກີແກວເປົາຫວອດເປີດງານບຸນເຂົ້າໃໝ່

     ຄອບຄົວເຈົ້າເຫຼົ່າ ເກີແກວ ມີເນື້ອທີ່ດິນ 2 ເຮັກຕາ ເພື່ອປູກກາເຟ, ແຕ່ລະປີເກັບກູ້ກາເຟໄດ້ຫຼາຍກວ່າ 8 ໂຕນ ແລະ ປູກເຂົ້າໃນເນື້ອທີ່ 8 ໄລ່, ແຕ່ລະປີເກັບກ່ຽວເຂົ້າເປືອກໄດ້ປະມານ 8 ໂຕນ. ນອກຈາກນັນຄອບຄົວຂອງເຈົ້າເຫຼົ່າຍັງປູກຕົ້ນໄມ້ອື່ນໆ ປະສານເຂົ້າກັບເນື້ອທີ່ກາເຟຄື ໝາກຖົ່ວລຽນ, ໝາກເບີ, ໝາກມີ້… ຍ້ອນແນວນັ້ນ ເສດຖະກິດຄອບຄົວຂອງເຈົ້າເຫຼົ່າ ເກີແກວ ມີຄວາມເປັນປົກກະຕິ. ຈາກວິທີສ້າງເສດຖະກິດຄອບຄົວຢ່າງມີປະສິດທິຜົນນັ້ນ, ເຈົ້າເຫຼົ່າ ເກີແກວ ໄດ້ນຳໜ້າໃນການຂົນຂວາຍປະຊາຊົນເຂົ້າຮ່ວມບັນດາຂະບວນການພັດທະນາເສດຖະກິດ ຄື ການປູກຝັງລ້ຽງສັດ ປູກຕົ້ນໄມ້ສັດລ້ຽງໃໝ່. ເຈົ້າເຫຼົ່າ ເກີແກວ ເວົ້າວ່າ:

 “ເມື່ອກ່ອນນີ້ ພໍ່ແມ່ພີ່ນ້ອງໃນບ້ານຍັງບໍ່ທັນຮູ້ ນຳໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດ. ການປູກເຂົ້າ, ປູກກາເຟຍັງບໍ່ທັນຮູ້ວິທີໃສ່ຝຸ່ນບົວລະບັດຮັກສາ. ຄອບຄົວເຈົ້າເຫຼົ່າແມ່ນຜູ້ປະຕິບັດທຳອິດ ຂະນະທີ່ຄອບຄົວໄດ້ປະຕິບັດຢ່າງມີປະສິດທິຜົນນັ້ນ, ພໍ່ແມ່ພີ່ນ້ອງໄດ້ມາຖອດຖອນບົດຮຽນ ແລະ ເຮັດຕາມ”.

ບ້ານຫ່າງລ່າງ ແຫ່ງທີ່ເຈົ້າເຫຼົ່າ ເກີແກວ ດຳລົງຊີວິດມີ 384 ຄອບຄົວ, ໃນນັ້ນສ່ວນຫຼາຍແມ່ນຊາວເຜົ່າ ເກີຮໍ. ປັດຈະບັນຍັງເຫຼືອພຽງຄອບຄົວທຸກຍາກ 4 ຄອບຄົວເທົ່ານັ້ນ. ຊີວິດທາງດ້ານວັດຖຸນັບມື້ນັບພັດທະນາ, ຊີວິດວັດທະນະທຳຈິດໃຈຂອງປະຊາຊົນກໍ່ນັບມື້ນັບອຸດົມສົມບູນ. ນາງ ກະແລມ ຊາວເຜົ່າ ເກີຮໍ ຢູ່ຕາແສງ ຢີລິງ ໃຫ້ຮູ້ວ່າ:

 “ເຈົ້າເຫຼົ່າ ເກີແກວ ແມ່ນຜູ້ມີອິດທິພົນຊື່ສຽງຢູ່ທ້ອງຖິ່ນ ໃນການພັດທະນາເສດຖະກິດສັງຄົມຮັກສາວັດທະນະທຳພື້ນເມືອງຂອງບັນດາເຜົ່າ. ທ່ານຍາມໃດກໍ່ຫ້າວຫັນໃນການໂຄສະນາແນວທາງແຜນນະໂຍບາຍຂອງພັກ ກົດໝາຍຂອງລັດເຖິງປະຊາຊົນ ພ້ອມທັງແນະນຳໃຫ້ປະຊາຊົນກ່ຽວກັບວິທີທຳມາຫາກິນຢ່າງມີປະສິດທິຜົນ ຂົນຂວາຍໃຫ້ເຂົາເຈົ້າສາມັກຄືກັນ ເພື່ອຮັກສາສະຖຽນລະພາບຢູ່ທ້ອງຖິ່ນ”.

ເຈົ້າເຫຼົ່າ ເກີແກວ ມີບົດບາດສຳຄັນໃນການອະນຸລັກບັນດາຄຸນຄ່າວັດທະນະທຳພື້ນເມືອງຂອງເຜົ່າ ເກີຮໍ ຄືພາສາເວົ້າ, ຮີດຄອງປະເພນີ. ຕາມການຂົນຂວາຍຂອງທ່ານ, ມີຫຼາຍຄອບຄົວໄດ້ປະລະຮີດເກົ່າຄອງເດີມທີ່ຫຼ້າຫຼັງ ພ້ອມກັນສ້າງຊີວິດສີວິໄລກ້າວໜ້າ. ທ່ານແມ່ນຜູ້ຖ່າຍຖອດຄວາມຮູ້ເຫຼົ່ານີ້ ໃຫ້ແກ່ໄວໜຸ່ມ ແລະຊ່ວຍເຂົາເຈົ້າມີຄວາມເຂົ້າໃຈ ແລະ ຖະນຸຖະໜອມວັດທະນະທຳຂອງເຜົ່າຕົນ  

       ໃນບັນດາການເຄື່ອນໄຫວວັດທະນະທຳຢູ່ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ແຂວງ ເລິມດົ່ງ ທ່ານກໍ່ລ້ວນແຕ່ນຳພານັກສິລະປະກອນເຂົ້າຮ່ວມ ແລະ ໄດ້ຮັບຫຼາຍລາງວັນສູງ. ເຈົ້າເຫຼົ່າ ເກີແກວ ເອງ ກໍ່ແມ່ນຜູ້ຖ່າຍທອດສອນວິທີຕີຄ້ອງໃຫ້ແກ່ໄວໜຸ່ມໄດ້ 5 ຊຸດ. ທ່ານ ຟ້າມວັນລິງ ອະດີດການນຳຕາແສງ ວົງແຣ ປັດຈຸບັນແມ່ນຕາແສງ ຢີລິງ ແຂວງ ເລິມດົ່ງ ໃຫ້ຮູ້ວ່າ:

 “ເຈົ້າເຫຼົ່າ ເກີແກວ ແມ່ນຜູ້ມີພອນສະຫວັນມີຄວາມສາມາດຕິດຕໍ່ຕິດພັນກໍ່ຄືຂົນຂວາຍພໍ່ແມ່ນພີ່ນ້ອງປະຕິບັດບັນດາແຜນນະໂຍບາຍ ນະບາຍກົດໝາຍຂອງພັກ ແລະ ລັດ, ໂຄສະນາຂົນຂວາຍປະຊາຊົນລົບລ້າງຮີດເກົ່າຄອງເດີມທີ່ຫຼ້າຫຼັງ ພ້ອມທັງເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາວເຜົ່າ ເກີຮໍ”.

 ເຈົ້າເຫຼົ່າ ເກີແກວ ບໍ່ພຽງແຕ່ແມ່ນຜູ້ຮັກສາວັດທະນະທຳເທົ່ານັ້ນ ຫາກຍັງແມ່ນຜູ້ເຊື່ອມຕໍ່ກຳນົດທິດໃຫ້ແກ່ການພັດທະນາຂອງວົງຄະນາຍາດເຜົ່າ ເກີຮໍ. ທ່ານເຄີຍຈັດຕັ້ງບັນດາການເຄື່ອນໄຫວລວມ ເປັນປະຈຳ ເພື່ອໃຫ້ທຸກໆຄົນໄດ້ພົບປະແລກປ່ຽນ ແລະ ແບ່ງປັນບົດຮຽນໃນການດຳລົງຊີວິດ. ການເຂົ້າຮ່ວມ ແລະ ສວມບົດບາດຂອງທ່ານ ກໍ່ແມ່ນແຫຼ່ງລະດົມກຳລັງໃຈເພື່ອໃຫ້ຊາວທ້ອງຖິ່ນບືນຕົວຂຶ້ນໃນການດຳລົງຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ