ເຮີບະລິວເຮີວິງ - ສິລະປິນຍິງເຜົ່າ ເອເດ ຮັກສາວິນຍານສິລະປະຂັບ ເອໄຣ.

(VOVWORLD) -ໃນສາງວັດທະນະທຳທີ່ອຸດົມສົມບູນຂອງຊາວເຜົ່າ ເອເດ, ບັນດາທຳນອງເພງພື້ນເມືອງ ຄື ຂັບເອໄຣ, ຂັບກຶດ, ຂັບເກຄານ... ແມ່ນເສັ້ນໄຍຜູກມັດຈິດວິນຍານ ແລະ ເຊື່ອມຕໍ່ຄວາມຊົງຈຳ ຈາກປູ່ຍ່າຕາຍາຍປະໄວ້ໃຫ້. ຢູ່ບ້ານ ຕູ ຕາແສງ ເອອາຕູນ ແຂວງ ດັກລັກ ມີແມ່ຍິງຄົນໜຶ່ງພວມອຸທິດສ່ວນຮັກສາ ແລະ ສ້າງແຫຼ່ງບັນດານໃຈສຳລັບທຳນອງເພງພື້ນເມືອງ ນັ້ນແມ່ນສິລະປິນ ເຮີບະລິວ ເຮວິງ.
ເຮີບະລິວເຮີວິງ - ສິລະປິນຍິງເຜົ່າ ເອເດ ຮັກສາວິນຍານສິລະປະຂັບ ເອໄຣ. - ảnh 1ສິລະປິນ ເຮີບະລິວເຮີວິງສອນຫຼານສາວຂັບເອໄຣ

    ດ້ວຍສຽງໃສອ່ອນຊ້ອຍ ແລະ ເປັນໜ້າຈັບໃຈ, ສຽງຂັບຮ້ອງຂອງນາງ ເຮີບະລິວ ເຮີວິງ ໄດ້ເຮັດຜູ້ຟັງມີຄວາມປະທັບໃຈຕໍ່ທຳນອງເພງ ກ່ຽວກັບຄວາມຮັກທີ່ສັດຊື່ບໍລິສຸດ ຫຼື ຄວາມຄາດຫວັງສ້າງໝູ່ບ້ານໃຫ້ຮັ່ງມີສວຍງາມ. ສິລະປິນ ເຮີບະລີວ ເຮີວິງ ແບ່ງປັນວ່າ:

“ສຽງຂັບຮ້ອງບໍ່ພຽງແຕ່ ເພື່ອສະແດງຄວາມຄິດຮອດຄິດເຖິງເທົ່ານັ້ນ ຫາກຍັງເວົ້າເຖິງສິ່ງທີ່ດີງາມ ກ່ຽວກັບນ້ຳໃຈເພື່ອນມິດ ຄວາມຮັກບ້ານເກີດເມືອງນອນ ແລະ ຄວາມຫວັງສ້າງໝູ່ບ້ານໃຫ້ອຸດົມຮັ່ງມີສວຍງາມ”.

ຂັບເອໄຣ ເຄີຍຂັບຮ້ອງດ້ວຍຈັງຫວະຟົດຟື້ນ ແລະ ສະບາຍໃຈ ຖືກຂັບຮ້ອງຢູ່ສະຖານທີ່ເຕົ້າໂຮມຫຼາຍຄົນ ແລະ ຖືກສະແດງຢ່າງມີຊີວິດຊີວາ ດ້ວຍຄຳເວົ້າເປັນວັກເປັນຕອນ ສ້າງເປັນຈັງຫວະ ທັງມີລັກສະນະກາບກອນທັງມີລັກສະນະດົນຕີ. ເມື່ອກ່ອນນີ້ ຂັບເອໄຣ ເຄີຍຈັດຂຶ້ນທຸກໆເວລາທີ່ມີການຊຸມແຊວຂອງຊາວເຜົ່າ ເອເກ ແລະ ໃນງານສົບ, ຂັບເອໄຣ ກໍ່ປະສານກັບສຽງແຄນຕື່ມອີກ. ໄລຍະຕໍ່ມາໃນວັນນະຄະດີສິລະປະມະຫາຊົນກໍ່ໄດ້ສົ່ງເສີມເພີ່ມບັນດາເຄື່ອງດົນຕີອື່ນໆຕື່ມອີກ. ສິລະປິນ ເຮີບະລິວເຮີວິງ  ໃຫ້ຮູ້ຕື່ມອີກວ່າ:

 “ແຕ່ປາງກ່ອນ,ປູ່ຍ່າຕາຍາຍເຮົາໄດ້ຖ່າຍທອດບັນດາທຳນອງເພງພື້ນເມືອງ ຄື ຂັບເອໄຣ, ຂັບກຶດ, ບັນດາຈຸດວັດທະນະທຳທີ່ເປັນເອກະລັກຂອງຊົນເຜົ່າ. ພວກເຮົາເຄົາລົບນັບຖື ແລະ ຮັກສາຄຸນຄ່າເຫຼົ່ານີ້ ເພື່ອບໍ່ປະໃຫ້ສູນຫາຍໄປ”.

ດ້ວຍຄວາມເມົາມົວຂັບຮ້ອງແຕ່ຄາວຍັງນ້ອຍ, ທາງດ້ານສິລະປະໄດ້ຊຶມເລິກເຂົ້າຈິດວິຍານຂອງສິລະປິນ ເຮີບະລິວ ເຮີວິງ. ໃນວິທີຂັບຮ້ອງຂອງສິລະປິນ ເຮີບະລິວ ເຮີວິງ   ໄດ້ສະແດງໃຫ້ເຫັນກຳລັງພາຍໃນອັນໃຫຍ່ຫຼວງ ແລະ ຄວາມໄຝ່ຝັນອັນແຮງກ້າ

      ນ້ອງ ເຮີລານ ເຮີວິງ ອາຍຸ 12 ປີ ຫຼານສາວຂອງສິລະປິນ ເຮີບະລິວ ເຮີວິງ   ແບ່ງປັນວ່າ: ເມື່ອສະແດງຂັບເອໄຣ ແຕ່ລະເທືອ່, ຜົວຂອງນາງນັ່ງຄຽງຂ້າງກໍ່ເປົ່າແຄນນຳດ້ວຍ. ສຽງດົນຕີສຽງຂັບຮ້ອງໄດ້ກັງວານໄປທົ່ວບໍລິເວນເຮືອນ. ທັງຄອບຄົວນ້ອງກໍ່ນັ່ງອ້ອມຕັັ້ງໃຈຟັງ. ຊ່ວງເວລານັ້ນໄດ້ຫຼໍ່ລ້ຽງຄວາມຮັກຕໍ່ທຳນອງເພງພື້ນເມືອງໃຫ້ແກ່ ເຮີລານ. ນ້ອງ ເຮີລານ ເວົ້າວ່າ:

“ລູກມັກຟັງປ້າສະແດງຂັບ ເອໄຣ ທີ່ສຸດ ນີ້ກໍ່ແມ່ນຈຸດວັດທະນະທຳອັນດີງາມຂອງຊາວເຜົ່າ ເອເດ. ໄລຍະຕໍ່ມາ ລູກຈະຮຽນຫຼາຍກວ່າອີກ ເພື່ອຮູ້ຈັກ ແລະ ຮັກສາວັດທະນະທຳອັນດີງາມອີກ”.

ອ້າຍ ອີໂນແວນ ເຮີວິງ ນາຍບ້ານໆ ບວນຕູ ຕາແສງ ອີອາຕູນ ແຂວງ ດັກລັກ ໃຫ້ຮູ້ວ່າ ສິລະປິນ ເຮີບະລິວເຮີວິງ   ແມ່ນແບບຢ່າງດີເດັ່ນໃນວົງຄະນາຍາດ ກ່ຽວກັບການຖ່າຍທອດຮັກສາຄວາມງາມຂອງທຳນອງເພງພື້ນເມືອງເຜົ່າ ເອເດ. ອ້າຍ ອີໂນແວນ  ເຮີວິງ ເວົ້າວ່າ:

 “ສິລະປິນ ເຮີບະລິວເຮີວິງ   ຍາມໃດກໍ່ໄດ້ຮັບຄວາມຮັກແພງຈາກພໍ່ແມ່ພີ່ນ້ອງຊາວບ້ານຍ້ອນສຳນຽງຂັບຮ້ອງທີ່ອ່ອນຫວານ ແລະ ຝັງເລິກໃນຈິດໃຈຂອງຜູ້ຟັງ. ນາງບໍ່ພຽງແຕ່ເປັນຜູ້ມີຄວາມເກັ່ງກ້າສາມາດທາງດ້ານສິລະປະເທົ່ານັ້ນ ຫາກຍັງແມ່ນຜູ້ມີຄວາມຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວວັດທະນະທຳຂອງໝູ່ບ້ານ ແລະ ທ້ອງຖິ່ນີດ້ວຍ. ນາງເຄີຍໃຊ້ສຽງເພງເພື່ອສົ່ງເສີມຜູກມັດພໍ່ແມ່ພີ່ນ້ອງໃນທຸກສະພາບການ”.

ເຖິງວ່າປີນີ້ມີອາຍຸ 70 ປີປາຍແລ້ວກໍ່ຕາມ ແຕ່ເມື່ອສຽງຂັບຮ້ອງຂອງນາງກັງວານຂື້ນປະສານກັບສຽງແຄນໃນແຕ່ລະເທື່ອ,ເບິ່ງຄືວ່າ ນາງພວມເລົ່າເລື່ອງ ແລະສະແດງອອກຜ່ານສຽງເພງດ້ວຍຈິດວິນຍານ ແລະ ຄວາມຊົງຈຳຂອງຊາວເຜົ່າ ເອເດ ຫຼາຍລຸ້ນຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ