ກອງປະຊຸມເທື່ອທີ 11 ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XIV

(VOVWORLD) -ພະແນກກະຈາຍສຽງບັນດາລາຍການ ພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 396 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 37 ປະເທດ ແລະ ເຂດແຄ້ວນ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການ ພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 396 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 37 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 10 ສະບັບຈາກທ່ານຜູ້ຟັງລາວ.

ກອງປະຊຸມເທື່ອທີ 11 ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XIV - ảnh 1ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ
(ພາບ: VGP)

ເພື່ອນ ຫຼວງໄຊ, ຢູ່ແຂວງ ບໍ່ແກ້ວ ໄດ້ສົ່ງອີເມວມາຫາລາຍການພາກພາສາລາວ ເຊິ່ງຮູ້ວ່າ: ໃນໄລຍະດຳເນີນການໂຄສະນາເຜີຍແຜ່ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ຫວຽດນາມ ໄດ້ນຳໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນກອງປະຊຸມທາງອອນລາຍທົ່ວປະເທດກ່ຽວກັບການຄົ້ນຄວ້າ, ຮ່ຳຮຽນ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຢູ່ຮ່າໂນ້ຍ. ຂ້າພະເຈົ້າເຫັນວ່າ ນີ້ແມ່ນລັດຖະນະໂຍບາຍທີ່ຖືກຕ້ອງ ແລະ ມີປະສິດທິຜົນທີ່ສຸດ ເພື່ອສົ່ງສານເຖິງຜູ້ມີສິດເລືອກຕັ້ງ, ປະຊາຊົນກຳແໜ້ນໄດ້ຂໍ້ມູນຂ່າວຢ່າງວ່ອງໄວ, ພິເສດແມ່ນໃນໄລຍະທີ່ມີຄວາມສ່ຽງຂອງໂລກລະບາດ ບໍ່ຮູ້ວ່າຈະເກີດຂຶ້ນໃນຈຸດເວລາໃດອີກ.

ເພື່ອນ ເກດທະວົງ, ນັກສຶກສາລາວ ພວມຮຽນປີທີ 3 ຢູ່ມະຫາວິທະຍາໄລຊົນລະປະທານ, ໄດ້ສົ່ງຂໍ້ຄວາມມາຫາລາຍການພາກພາສາລາວ ໂດຍໃຫ້ຮູ້ວ່າ: ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ຕິດພັນກັບລາຍການວິທະຍຸກະຈາຍສຽງຂອງ VOV, ພິເສດແມ່ນລາຍການພາກພາສາລາວ. ຜ່ານເວັບໄຊ ແລະ ວິທະຍຸກະຈາຍສຽງພາກພາສາລາວ, VOV5 ໄດ້ໃຫ້ຄວາມຮູ້ທີ່ເປັນປະໂຫຍດແກ່ຂ້າພະເຈົ້າ ແລະ ເຂົ້າໃຈແຈ້ງກ່ຽວກັບປະເທດຊາດ, ຊາວຫວຽດນາມ ກວ່າອີກ. ຫວັງວ່າ, ລາຍການພາກພາສາລາວ ຈະສືບຕໍ່ສະໜອງຂໍ້ມູນຂ່າວຢ່າງຫຼາກຫຼາຍໃຫ້ແກ່ຜູ້ຟັງກວ່າອີກ ເພື່ອໃຫ້ຂ້າພະເຈົ້າ ກໍຄືບັນດານັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ຫວຽດນາມ ໄດ້ນຳໃຊ້ເຂົ້າໃນການຮຽນ, ກໍຄືຄວາມຕ້ອງການໄດ້ຮັບຂໍ້ມູນຂ່າວປະຈຳວັນ, ພິເສດແມ່ນໃນສະພາບເກີດໂລກລະບາດໂຄວິດ-19 ຄືໃນປະຈຸບັນ.

ສ່ວນເພື່ອນ ວົງວິຈິດ ໃຫ້ຮູ້ວ່າ: ດ້ວຍເປົ້າໝາຍຮຽກຮ້ອງຄວາມເອົາໃຈໃສ່ຂອງປະຊາຄົມທີ່ມີຕໍ່ບັນດາຜູ້ເປັນໂລກຊຶມເສົ້າ, ສະຫະປະຊາຊາດ ໄດ້ເລືອກເອົາວັນທີ 2 ເມສາ ແຕ່ລະປີ ເປັນວັນ “ໂລກຮັບຮູ້ກ່ຽວກັບພະຍາດໂລກຊຶມເສົ້າ”. ໃນຊຸມມື້ນີ້, ບັນດາອົງການຈັດຕັ້ງສັງຄົມຢູ່ຫຼາຍປະເທດໄດ້ຈັດການເຄື່ອນໄຫວພົບປະແລກປ່ຽນ, ສິລະປະທີ່ມີປະໂຫຍດ ເພື່ອຊ່ວຍໃຫ້ເດັກເປັນໂລກຊຶມເສົ້າມີໂອກາດພົບປະແລກປ່ຽນກັບຜູ້ອື່ນ. ພາບສາລະຄະດີເຊິ່ງພາກພາສາລາວ VOV ໄດ້ລົງໃນເວັບໄຊໃນອາທິດຜ່ານມາ ໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈຕື່ມອີກກ່ຽວກັບໂລກຊຶມເສົ້າ.

ກອງປະຊຸມເທື່ອທີ 11 ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍ ສະພາແຫ່ງຊາດຊຸດທີ XIV ຂອງຫວຽດນາມ ໄດ້ບູລະນະບາງຕຳແໜ່ງຫຼັກແໜ່ງ, ເຊິ່ງລວມມີ: ປະທານປະເທດ, ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ, ໄດ້ຝາກຄຳອວຍພອນເຖິງການນຳຊຸດໃໝ່ຂອງຫວຽດນາມ, ທ່ານໃຫ້ຮູ້ວ່າ:

ກອງປະຊຸມເທື່ອທີ 11 ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XIV - ảnh 2

(ທ່ານເອກອັກຄະລັດຖະທູດ ລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ)

ເພື່ອນ ວິໄລພອນ, ຢູ່ແຂວງ ຫົວພັນ ໃຫ້ຮູ້ວ່າ: ຂ້້າພະເຈົ້າໄດ້ຮູ້ຂ່າວວ່າ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບລາວ, ຕຳຫຼວດປະຊາຊົນຫວຽດນາມ ໄດ້ຈັດພິທີມອບເຄື່ອງຄອມພິວເຕີໃຫ້ແກ່ຕຳຫຼວດຢູ່ບາງແຂວງທາງພາກເໜືອຂອງລາວ. ນີ້ແມ່ນການເຄື່ອນໄຫວສະແດງໃຫ້ເຫັນເຖິງຄວາມສາມັກຄີ, ການຮ່ວມແຮງຮ່ວມໃຈລະຫວ່າງກຳລັງປ້ອງກັນຄວາມສະຫງົບ ແລະ ປະຊາຊົນ 2 ປະເທດ. ຫວັງວ່າ, ຕຳຫຼວດປະຊາຊົນລາວ - ຫວຽດນາມ ແລະ ປະຊາຊົນ 2 ປະເທດຈະນັບມື້ນັບສະໜິດຕິດພັນກັນແໜ້ນແຟ້ນກວ່າເກົ່າ.

ກອງປະຊຸມເທື່ອທີ 11 ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XIV - ảnh 3ພິທີມອບເຄື່ອງຄອມພິວເຕີ
(ພາບ: nhandan.com.vn)

ເພື່ອນ ວິໄລພອນ ທີ່ຮັກແພງ! ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງປະຊາຊົນບັນດາເຜົ່າລາວ ແລະ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບລາວ (ວັນທີ 5 ເມສາ 1961 – 5 ເມສາ 2021), ວັນທີ 02 ເມສາ, ຢູ່ດ່ານຊາຍແດນສາກົນ ໄຕຈາງ, ຕຳຫຼວດແຂວງ ດ້ຽນບຽນ ໄດ້ຈັດພິທີມອບເຄື່ອງຄອມພິວເຕີ 30 ຊຸດ ແລະ ເຄື່ອງພິມເອກະສານ 30 ໜ່ວຍໃຫ້ແກ່ຕຳຫຼວດ 6 ແຂວງທາງພາກເໜືອຂອງລາວ. ທີ່ພິທີ, ຜູ້ຕາງໜ້າໃຫ້ຕຳຫຼວດແຂວງ ດ້ຽນບຽນ ຢືນຢັນວ່າ ຍາມໃດກໍ່ຮ່ວມມືກັບກຳລັງຕຳຫຼວດ 6 ແຂວງທາງພາກເໜືອຂອງລາວຢ່າງແໜ້ນແຟ້ນ ເພື່ອແນໃສ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມືພ້ອມກັນພັດທະນາ, ຕໍ່ສູ້, ປ້ອງກັນ ແລະ ຕ້ານອາດຊະຍາກຳລະຫວ່າງ 2 ຝ່າຍ.

ຜູ້ຕາງໜ້າຕຳຫຼວດ 6 ແຂວງທາງພາກເໜືອຂອງລາວ ໄດ້ສົ່ງຄຳຂອບໃຈຕໍ່ຄະນະພັກແຂວງ, ອຳນາດການປົກຄອງແຂວງ ດ້ຽນບຽນ, ພິເສດແມ່ນກະຊວງຕຳຫຼວດຫວຽດນາມ ຍ້ອນໃນໄລຍະຜ່ານມາຍາມໃດກໍມີການຮ່ວມມື, ຊ່ວຍເຫຼືອຕຳຫຼວດ 6 ແຂວງທາງພາກເໜືອຂອງລາວ ປະຕິບັດສຳເລັດໜ້າທີ່ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນ. ຜ່ານນັ້ນ, ກໍປະກອບສ່ວນປັບປຸງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດ, ຂອງ 2 ຊາດ, 2 ກຳລັງເວົ້າລວມ ແລະ ລະຫວ່າງຕຳຫຼວດແຂວງດ້ຽນບຽນ ກັບຕຳຫຼວດ 6 ແຂວງທາງພາກເໜືອຂອງລາວ ເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ