ຂໍຄັດສະເຫນີເນື້ອໃນຈົດໝາຍບາງສະບັບທີ່ທ່ານຜູ້ຟັງຜູ້ຊົມຝາກມາຍັງລາຍການໃນອາທິດຜ່ານມາ

​ໃນ​ອາທິດ​ຜ່ານ​ມາ, ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວ ​ໄດ້​ຮັບ​ຈົດໝາຍ​ email ຫລາຍສະບັບ, ​ແລະ ​ໂທລະສັບ​ຈາກ​ທ່ານ​ຜູ້​ຟັງຢູ່​ລາວຫລາຍ​ຄົນ ​ແລະ ຜູ້​ຟັງ​ຈຳນວນ​ຫນຶ່ງ​ທີ່​ພວມ​ດຳລົງ​ຊີວິດ​ເຮັດ​ວຽກ​ຢູ່​ໄທ ​ແລະ ​ຢູ່ບາງ​ປະ​ເທດ​ອື່ນ. ​​​ໃນ​ຈົດໝາຍ​​ສົ່ງ​ເຖິງ​ລາຍການບັນດາ​ຜູ້​ຟັງ​ລ້ວນ​ແຕ່ສະ​ແດງ​ຄວາມ​ຮູ້ສຶກ​ເມື່ອ​ໄດ້​ຮັບ​ຟັງແຕ່​ລະລາຍ​ການ ກໍ່​ຄື​ປະກອບ​ຄຳ​ເຫັນ, ຕັ້ງ​ຄຳ​ຖາມ​ກ່ຽວ​ກັບ​ບາງ​ບັນຫາ    ​ຊື່​ງທ່ານ​ຜູ້​ຟັງ​ມີ​ຄວາມ​ສົນ​ໃຈ​. ​ໃນ​ລາຍການ​  ໂອ້​ລົ​ມກັບ​ເພື່ອນ​ລາວ​ພາກ​ນີ້, ພວກ​ຂ້າພະ​ເຈົ້າ​ ຂໍຄັດ​ສະ​ເຫ​ນີ​ເນື້ອ​ໃນ​ຈົດໝາຍ​ບາງ​ສະບັບ​ທີ່​ທ່ານ​ຜູ້​ຟັງ​ຝາກ​ມາ​ຍັງ​ລາຍການ​ໃນ​ອາທິດ​ຜ່ານ​ມາ.            ​
ໃນ​ຈົດໝາຍ​ຝາກ​ມາ​ລາຍການ, ​ເພື່ອນ​ປະ​ເສີດ ຢູ່ ​ແຂວງ ຊຽງ​ຂວາງ ​ໄດ້​​ເວົ້າ​ວ່າ:  ​ຍ້ອນ​ມີຫນ້າ​ເວັບ vovworld.vn ຂ້າພະ​ເຈົ້າ​ໄດ້​ຕິດ​ຕາມ​ບັນດາ​ຂ່າວ​ຄາວ, ​ເຫດການ​ພົ້ນ​ເດັ່ນ​ຢູ່​ຫວຽດນາມກໍ​ຄື​ຫລາຍ​ປະ​ເທດ​ຢູ່​ໃນ​ໂລກ​ຢ່າງ​ສະດວກ​ທີ່​ສຸດ. ພິ​ເສດ ບັນຫາ​ສະຖານະ​ການ​ທີ່​ຮ້ອນ​ເຮັ່ງ​ໃນ​ໂລກ, VOV 5 ​ໄດ້​ອອກ​ຂ່າວ​ຢ່າງ​ທັນ​ການ ພ້ອມ​ທັງ​ມີ​ບົດ​ວິ​ເຄາະ​ເຫດການ​ອັນເລິກ​ເຊິ່ງ.

        ​ເພື່ອນ ​ແພງ​ສະຫງວນ ຢູ່ ​ແຂວງ ສະຫວັນ​ນະ​ເຂດ ​ໄດ້ຝາກຈົດໝາຍມາລາຍການ​ໂດຍ​ແບ່ງປັນ​ວ່າ: ຂ້າພະ​ເຈົ້າ​ມັກ​ຮັບ​ຟັງ​ລາຍການ “ຊາຍ​ຄາ​ອາ​ຊຽນຂອງ VOV 5” ທີ່​ສຸດ. ຜ່ານ​ລາຍການ​ນີ້ ຂ້າພະ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​​ຮີດຄອງ​ປະ​ເພນີ​ພື້ນຖານ​ວັດທະນະທຳ ​ແລະ ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ. ພິ​ເສດ​ໃນ​ອາທິດ​ຜ່ານ​ມາ, ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວ​ໄດ້​ອອກ​ອາກາດ​ບົດ​​ເວົ້າ​ເຖິງ​ພະ​ແນ​ກຄົ້ນ​ຄ້ວາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ. ຜ່ານ​ບົດ​ຂຽນ​ນີ້ ຂ້າພະ​ເຈົ້າ​ຈຶ່ງ​ຮູ້​ໄດ້​ວ່າ ຢູ່ ຫວຽດນາມ ມີ​ພະ​ແນ​ກບຳລຸງ​ສ້າງ​ປະ​ລິ​ຍາ​ຕີ​ມີ​ຄວາມ​ຮູ້​ຮອບດ້ານ​ກ່ຽວ​ກັບ​ບັນດາ​ປະ​ເທດ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ພ້ອມ​ທັງ ຄູ​ສອນ​ໃນ​ພະ​ແນ​ກຍັງ​ເຂົ້າ​ຮ່ວມ​ບັນດາ​ລຍການ​ແລກປ່ຽນ​ກັບ​ມະຫາວິທະຍາ​ໄລ​ຕ່າງໆ​ໃນ​ພາກ​ພື້ນ​ອີກ​ດ້ວຍ. ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເມື່ອ​ມີ​ໂອກາດ​ມາ​ຢ້ຽມຢາມ​ຫວຽດນາມ ​ແນ່ນອນ​ວ່າ ຂ້າພະ​ເຈົ້າ​ຈະ​ມາ​ຢ້ຽມຢາມ​ພະ​ແນ​ກຄົ້ນ​ຄ້ວາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

        ​ເພື່ອນ ວັນນີ ຢູ່ ​ແຂວງ​ອຸດົມ​ໄຊ ຝາກ​ຈົດໝາຍ​ມາລາ​ຍການ​ເວົ້າ​ວ່າ: ຫວ່າງ​ແລ້ວ​ນີ້ VOV5 ​​ສະ​ເຫ​ນີຕົວ​ລາຍການ​ສີສັນ 54 ຊົນ​ເຜົ່າ.  ຂ້າພະ​ເຈົ້າ​ມັກຮັບ​ຟັງ​ລາຍການ​ນີ້​ຫລາຍ. ພິ​ເສດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ລາຍການ​ພາກ​ພາສາ​ລາວ​ໄດ້​ອອກ​ອາກາດ​ບົດ​​ເວົ້າ​ເຖິງ​ຊົນ​ເຜົ່າ​ກີ​ງ, ຈຸດ​ວັດທະນະທຳ​ໃນ​ການ​ປູກ​ເຂົ້ານາ​ທາມ, ຮີດຄອງ​ປະ​ເພນີ​ງານ​ແຕ່ງດອງ, ສູ່ຂໍ… ​ສ້າງ​ຄວາມ​ປະ​ທັບ​ໃຈ​​ຕໍ່​ຂ້າພະ​ເຈົ້າ​ທີ່​ສຸດ. ຜ່ານ​ລາຍການ​ນີ້ ຂ້າພະ​ເຈົ້າ​​ມີ​ຄວາມ​ເຂົ້າ​ໃຈຫລາຍ​ຢ່າງ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ​ຂອງ​ບັນດາ​​ເຜົ່າ​ຢູ່​ຫວຽດນາມ​ກວ່າ, ພິ​ເສດ​ແມ່ນ​ຊົນ​ເຜົ່າ​ກີ​ງ ຊື່​ງ​ແມ່ນ​ຊົນ​ເຜົ່າ​ກວມ​ອັດຕາ​ສ່ວນ​ພົນລະ​ເມືອງ​ຫລາຍ​ກວ່າ​ໝູ່​ຢູ່​ຫວຽດນາມ. ນອກ​ນັ້ນ ຂ້າພະ​ເຈົ້າ​ຍັງ​ໄດ້​ຮັບ​ຊົມ​ຮູບ​ພາບທີ່​ສ້າງ​ຄວາມ​ປະ​ທັບ​ໃຈຕ່າງໆ​ຢູ່​ຫນ້າ​ເວັບ VOV 5 ອີກ​ດ້ວຍ.

        ​ທ່ານ ​ໄພ​ວັນ ຢູ່​ແຂວງ​ຄຳ​ມ້ວນ ຝາກ​ຈົດໝາຍ​ມາ​ຍັງ​ລາຍການ​ເວົ້າ​ວ່າ: ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ ຄື​ວັນ​ທີ 30/4, ລາຍການພາກ​ພາສາ​ລາວ​ໄດ້​ອອກ​ອາກາດຫລາຍ​ບົດ​​ເວົ້າ​ເຖິງ​ໄຊຊະນະ 30/4/1975. ​ພາຍຫລັງ​ໄດ້​ຮັບ​ຟັງ ຂ້າພະ​ເຈົ້າ ມີ​ຄວາມ​ເຄົາລົບ​ນັບຖື​ນ້ຳ​ໃຈ​ສາມັກຄີ​ຂອງ​ປະຊາຊົນ​ຫວຽດນາມ ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ທີ່ປີ​ຊາ​ສາມາດ​ຂອງ​ປະທານ​ໂຮ່ຈິ​ມີນ ​ແລະ ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາ​ກລຳບາກ​ເພື່ອ​ສ້າງ​ເປັນ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່.

        ພວກ​ຂ້າພະ​ເຈົ້າ​ຂອບ​ໃຈ​ທ່ານຜູ້​ຟັງທີ່​ໄດ້​ຮັບ​ຟັງ​ລາຍ​ຂອງ​ພາກ​ພາສາ​ລາວ​ເປັນ​ປະຈຳ ​ແລະ ​ປະ​ກອບຄຳ​ຄິດ​ຄຳ​ເຫັນ​ໃຫ້​ລາຍການ. ​ຫວັງ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງທ່ານ​ຜູ້​ຟັງຄົງ​ຈະ​ສືບ​ຕໍ່​ຝາກ​ຈົດໝາຍ​ມາ​ຍັງ​ລາຍການ​ຫລາຍ​ກວ່າ ​ໂດຍ​ຈ່າຫນ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ ​ເຮືອ​ນ​ເລກທີ 45 ຖະຫນົນ Ba Trieu Ha Noi, ​ໂທລະສັບ 0084-4-38256631. email: laovov@yahoo.com. ຂໍ​ຂອບ​ໃຈ​ຫລ່ວງ​ຫນ້າ​.

ທ່ານ​ສາມາດ​ຮັບ​ຟັງ​ຫລື​ເຂົ້າອ່ານ​ລາຍການ​ຂອງ​ພວກ​ເຮົາ​ຜ່ານ​ຫນ້າ​ເວັບ: vovworld.vn ຫລື vov5.vn

ສຸດ​ທ້າຍ, ພວກ​ຂ້າພະ​ເຈົ້າ ຂໍ​ອວຍພອນ​​ໃຫ້​ທ່ານ​ຜູ້​ຟັງ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ວຽກ​ງານ​ຂອງ​ຕົນ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ