ຂໍຄັດສະເຫນີເນື້ອໃນຈົດໝາຍບາງສະບັບທີ່ທ່ານຜູ້ຟັງຝາກມາຍັງລາຍການໃນອາທິດຜ່ານມາ.


​ໃນ​ອາທິດ​ຜ່ານ​ມາ, ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວ ​ໄດ້​ຮັບ​ຈົດໝາຍ​ email ຫລາຍສະບັບ, ​ແລະ ​ໂທລະສັບ​ຈາກ​ທ່ານ​ຜູ້​ຟັງຢູ່​ລາວຫລາຍ​ຄົນ ​.ໃນ​ຈົດໝາຍ​​ສົ່ງ​ເຖິງ​ລາຍການ ບັນດາ​ຜູ້​ຟັງ​ລ້ວນ​ແຕ່ສະ​ແດງ​ຄວາມ​ຮູ້ສຶກ​ເມື່ອ​ໄດ້​ຮັບ​ຟັງແຕ່​ລະລາຍ​ການ ກໍ່​ຄື​ປະກອບ​ຄຳ​ເຫັນ, ຕັ້ງ​ຄຳ​ຖາມ​ກ່ຽວ​ກັບ​ບາງ​ບັນຫາ    ​ຊື່​ງທ່ານ​ຜູ້​ຟັງ​ມີ​ຄວາມ​ສົນ​ໃຈ​. ​ໃນ​ລາຍການ​  ໂອ້​ລົ​ມກັບ​ເພື່ອນ​ລາວ​ພາກ​ນີ້, ພວກ​ຂ້າພະ​ເຈົ້າ​ ຂໍຄັດ​ສະ​ເຫ​ນີ​ເນື້ອ​ໃນ​ຈົດໝາຍ​ບາງ​ສະບັບ​ທີ່​ທ່ານ​ຜູ້​ຟັງ​ຝາກ​ມາ​ຍັງ​ລາຍການ​ໃນ​ອາທິດ​ຜ່ານ​ມາ. 

ຂໍຄັດສະເຫນີເນື້ອໃນຈົດໝາຍບາງສະບັບທີ່ທ່ານຜູ້ຟັງຝາກມາຍັງລາຍການໃນອາທິດຜ່ານມາ.	 - ảnh 1
ອາ​ຫານ​ການ​ກິນ​ຕາມ​ຖະ​ຫ​ນົນ​ຢູ່ ຮ່າ​ໂນ້ຍ
ພາບ:internet

        ເພື່ອນ​ທອງ​ມີ ຢູ່ ​ແຂວງ ຊຽງ​ຂວາງ ​​ສົ່ງ​ຈົດໝາຍ​ມາ​ຍັງລາຍການ ໂດຍ​ແບ່ງ​ປັນ​​ ​ວ່າ:  ຂ້າ​ພະ​ເຈົ້າ​ໄດ້​ຕິດ​ຕາມ​ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ລາວ​ຜ່ານ​ຫນ້າ​ເວັບ ​  vovworld.vn ແລະ​ໄດ້​ຮູ້​ວ່າ ວັນ​ທີ 12/10/2014, ພາກ​ພາ​ສາ​ລາວ ໄດ້​ອອກ​ອາ​ກາດ​ລາຍ​ການ​ພົບ​ປະ​ສົນ​ທະ​ນາ​ພິ​ເສດ​ເນື່ອງ​ໃນ​ໂອ​ກາດສະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ລາຍ​ການ ເພື່ອ​ຫວນ​ຄື​ນ​ໄລ​ຍະ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ. ຂ້າ​ພະ​ເຈົ້າ​ພວມ​ລໍ​ຖ້າ​ຮອດມື້ນັ້ນ ແລະ ຂໍ​ອວຍ​ພອນ​ບັນ​ດາ ບັນ​ນາ​ທິ​ການ​ພາກ​ພາ​ສາ​ລາວ ຈົ່ງ​ມີ​ສຸ​ຂະ​ພາບ​ເຂັັ້ມ​ແຂງ, ປະ​ສົບ​ຜົນ​ສຳ​ເລັດ ແລະ ສ້າງ​ລາຍ​ການ​ໃຫ້​ນັບ​ມື້​ນັບ​ດູດ​ດື່ມກວ່າ.

        ພາຍ​ຫລັງ​​ໄດ້​ຮັບ​ຂອງ​ຂວັນ​ທີ່​ລະ​ນຶກ ແລະ ຫນັງ​ສືຢັ້ງ​ຢືນ​ຜູ້​ຟັງ​ຕິດ​ຕາມ​ບັນ​ດາ​ລາຍ​ການ​ຂອງ​ລະ​ບົບ​ກະ​ຈາຍ​ສຽງ​ພາ​ສາ​ຕ່າງ​ປະ​ເທດ 5 ປີ​ລຽ​ນ​ຕິດ ໂດຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ມອບ​ໃຫ້, ທ່ານ ​ບຸນ​ທັນ ຢູ່​​ເມືອງ ປາກ​ເຊ ແຂວງ​ຈຳ​ປາ​ສັກ​ໄດ້​ສົ່ງ​ຈົດ​ໝາຍ​ມາ​ຍັງ​ລາຍ​ການສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ນຳ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ລະ​ບົບ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ ແລະ ບັນ​ດາ​ບັນ​ນາ​ທິ​ການ​ພາກ​ພາ​ສາ​ລາວ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​​ຜູ້​ຟັງ. ເມື່ອ​ສັງ​ເກດ​ກ່ຽວ​ກັບ​ບັນ​ດາ​ຄໍ​ລຳ​ໃນ​ລາຍ​ການ​, ທ່ານ ບ​ຸນ​ທັນ ເວົົ້າ​ວ່າ: ບັນ​ດາລາຍ​ການ​ກະ​ຈາຍ​ສຽງ​ຂອງ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ນຳ​ມາ​ໃຫ້​ຜູ້​ຟັງ​ຂໍ້​ມູນ​ຂ່າວ​ສານ​ຫລາຍ​ຢ່າງ, ມີ​ປະ​ໂຫຍດ ແລະ ອັບ​ເດັດ, ພິ​ເສດ ເມື່ອ​ລະ​ບົບ​ກະ​ຈາຍ​ສຽງ​ພາ​ສາ​ຕ່າງ​ປະ​ເທດ​ມີ​ຫນ້າ​ເວັບ vovworld.vn, ພວກ​ຂ້າ​ພະ​ເຈົົ້າ​ຕິດ​ຕາມ​​ລາຍ​ການ​ຂ່າວ​ສະ​ດວກກວ່າ ແລະ ຍັງ​ໄດ້​ຮັບ​ຊົມ​ບັນ​ດາ​ຮູບ​ພາບ​ທີ່​ສວຍ​ງາມ​ກ່ຽວ​ກັບ​ເຂດ​ແຄ້ວນ​ຕ່າງໆ​ຢູ່​ຫວຽດ​ນາມອີກ​ດ້ວຍ.

         ເພື່ອນ ຄຳ​ດີ ຢູ່​ແຂວງ ອຸ​ດົມ​ໄຊ ສົ່ງ​ຈົດ​ໝາຍມ​າ​ຍັງ​ລາຍ​ການໂດຍ​ເວົົ້າ​ວ່າ: ໃນ​ອາ​ທິດ​ຜ່ານ​ມາ ລາຍ​ການ​ພາກ​ພາ​ສາ​ລາວ ໄດ້​ອອກ​​ອາ​ກາດບົດ​ທີ່​ມີ​ຫົວ​ຂໍ້​ວ່າ: “​ການນຳ​ໃຊ້ເຄື່ອງ​ກົນ​ຈັກ​ໄດ້​ປະ​ກອບ​ສ່ວນ​ເພີ່ມ​ສະ​ມັດ​ຕະ​ພາບ​ການ​ອອກ​ແຮງ​ງານ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ” ໄດ້​ຊ​່ວຍ​ຫລ​ຸດ​ຜ່ອນ​ວັນ​ແຮງ​ງານ, ລາຍ​ຈ່າຍ​ການຜະ​ລິດ​​ແລະ ​ຍັງ​ສ້າງ​ລາຍ​ຮັບ​ສູງ​ອີກ​ດ້ວຍ. ບົດ​ຂຽນ​ນີ້​ມີ​ຄວາມ​ໝາຍ​ຢ່າງ​ແທ້​ຈິງ​ສຳ​ລັບ​ຜູ້​ເຮັດ​ກະ​ສິ​ກຳ​ຄື​ພ​ວກ​ຂ​້າ​ພະ​ເຈົົ້າ. ຜ່ານ​ບົດ​ຂຽນ​ ພວກ​ຂ້າ​ພະ​ເຈົ້າ​ຍັງ​ໄດ້​ຮູ້​ວ່າ ຢູ່​ຫວຽດ​ນາມ ມີ​ເຂດ​ຊົນ​ນະ​ບົດ​ຫລາຍ​ແຫ່ງ​ໄດ້​ນຳ​ໃຊ້​ເຄື່ອງກົນ​ຈັກ​ເຂົ້າ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ​ແລ້ວ.

         ເພື່ອນ ວັນ​ດີ ຢູ່​ແຂວງ ບໍ​ລິ​ຄ​ຳ​ໄຊ ສົ່ງ​ຈົດ​ໝາຍມາ​ຍັງ​ລາຍ​ການ​ເວົ້າ​ວ່າ: ຂ້າ​ພະ​ເຈົ້າ​ຕິດ​ຕາມ​ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ລາວ ເປັນ​ປະ​ຈຳ, ລາຍ​ການ​ໄດ້​ນຳ​ມາ​ໃຫ້​ຂ້າ​ພະ​ເຈົ້າ​ຂ​ໍ້​ມູນ​ຂ່າວ​ສານ​ທີ່​ມີ​ປະ​ໂຫຍດ​ຫລາຍ​ຢ່າງ, ພິ​ເສດ ຂ້າພະ​ເຈົ້າ​ມັກ​ຮັບ​ຟັງ​ລາຍການ “ຊາຍ​ຄາ​ອາ​ຊຽນຂອງ VOV 5” ທີ່​ສຸດ. ຜ່ານ​ລາຍການ​ນີ້ ຂ້າພະ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​​ຮີດຄອງ​ປະ​ເພນີ​, ພື້ນຖານ​ວັດທະນະທຳ ​ແລະ ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ.

 

        ​ເພື່ອນ ວິ​ໄລວັນ ຢູ່ ​ແຂວງ​​ຫົວ​ພັນ ຝາກ ອີ​ແມວ ​ມາ​ຍັງ​ລາ​ຍການ​​ໂດຍແບ່ງ​ປັນ​ວ່າ: ອາ​ທິດ​ຜ່ານ​ມາ ຂ້າ​ພະ​ເຈົ​້າ​ໄດ້​ຮັບ​ຊົມ​ຂ່າວ​ພາບ​ຜ່ານ​ຫນ້າ​ເວັບ VOV 5 ໂດຍແນະ​ນຳ​ກ່ຽວ​ກັບ​ອາ​ຫານ​ການ​ກິນ​ຕາມ​ຖະ​ຫນົນ​ຢູ່​ຮ່າ​ໂນ້ຍ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້ແກ່ ຂ້າ​ພະ​ເຈົ້າ​ ເພາະ​ວ່າ ບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມ video ບາງ​ຕອນ​ມ່ວນໆ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຮັບ​ຟັງ​ສຽງ​ຂອງ​ໂຄ​ສົກ​ທີ່​ໄດ້​ແນະ​ນຳ​ບັນ​ດາ​ຮູບ​ພາບ​ຢ່າງ​​ລະ​ອຽດ​ອີກ​ດ້ວຍ. ຫວັງ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ ພວກ​ຂ້າ​ພະ​ເຈົ້າ​ສືບ​ຕໍ່​ໄດ້​ຮັບ​ຊົມ​ຂ່າວ​ພາບ​ທີ່​ດູດ​ດື່ມ​ຂອງ vov5 ຫລາຍກວ່າ.

​​         ທີ່​ທ່ານ​ຫາ​ກໍ​​ຮັບ​ຟັງ, ອ່ານ​ຜ່ານ​ໄປ​ແລ້ວ​ນັ້ນ ​ແມ່ນ​ເນື້ອ​ໃນ​ຈົດໝາຍ​ບາງ​ສະບັບ​ ຊື່ງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ລາຍການ​ໃນ​ອາທິດ​ຜ່ານ​ມາ.   ພວກ​ຂ້າພະ​ເຈົ້າ​ຂໍ​ຂອບ​ໃຈ​ທ່ານຜູ້​ຟັງທີ່​ໄດ້​ຮັບ​ຟັງ​ລາຍ​ຂອງ​ພາກ​ພາສາ​ລາວ​ເປັນ​ປະຈຳ ​ແລະ ​ສົ່ງ​ຈົດ​ໝາຍ​ປະ​ກອບຄຳ​ຄິດ​ຄຳ​ເຫັນ​ໃຫ້​ລາຍການ. ​ຫວັງ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງທ່ານ​ຜູ້​ຟັງຄົງ​ຈະ​ສືບ​ຕໍ່​ຝາກ​ຈົດໝາຍ​ມາ​ຍັງ​ລາຍການ​ຫລາຍ​ກວ່າ.

ທ່ານ​ສາມາດ​ຮັບ​ຟັງ​ຫລື​ເຂົ້າອ່ານ​ລາຍການ​ຂອງ​ພວກ​ເຮົາ​ຜ່ານ​ຫນ້າ​ເວັບ: vovworld.vn ຫລື vov5.vn

 ທ່ານ​ຢ່າລືມ​ສົ່ງ​ຈົດ​ໝາຍ​ໃຫ້​ແກ່​ພວກ​ຂ້າ​ພະ​ເຈົົ້າ​

 ​ໂດຍ​ຈ່າຫນ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ ​ເຮືອ​ນ​ເລກທີ 45 ຖະຫນົນ Ba Trieu Ha Noi, ​ໂທລະສັບ 0084-4-38256631. email: laovov@yahoo.com. ຂໍ​ຂອບ​ໃຈ​ຫລ່ວງ​ຫນ້າ​.

 ສຸດ​ທ້າຍ, ພວກ​ຂ້າພະ​ເຈົ້າ ຂໍ​ອວຍພອນ​​ໃຫ້​ທ່ານ​ຜູ້​ຟັງ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ວຽກ​ງານ​ຂອງ​ຕົນ.

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ