ຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(VOVWORLD) - ໃນອາທິດຜ່ານມາ, ພະແນກພົວພັນຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 228 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 40 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…

ໃນນັ້ນ, ທ່ານຜູ້ຟັງຫລາຍຄົນໄດ້ສະແດງຄວາມຮູ້ສຶກກ່ຽວກັບຄວາມງາມວັດທະນະທຳຂອງຊາວ ຫວຽດນາມ ແລະ ອວຍພອນ VOV5 ມີເວັບໄຊລາຍການພາກພາສາ ສ.ເກົາຫຼີ ຕື່ມອີກ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ໃນຈົດໝາຍຝາກມາຫລາຍການ, ເພື່ອນ Hogo Longhi ຊາວ ອາກຊັງຕິນ ໄດ້ສະແດງໃຫ້ເຫັນຄວາມນິຍົມຊົມຊອບບົດຂຽນກ່ຽວກັບງານບຸນດອກກ້ວຍໄມ້. ເພື່ອນໃຫ້ຮູ້ວ່າ: ຄືເພື່ອນໄດ້ເຂົ້າຮ່ວມເວລານາທີທີ່ຈັບອົບຈັບໃຈ ເມື່ອໄດ້ຮັບຟັງບົດຂຽນດັ່ງກ່າວນັ້ນ. ເພື່ອນ Hogo Longhi ກໍ່ແບ່ງປັນຄວາມຮູ້ສຶກຂອງຕົນ ກ່ຽວກັບຄວາມງາມວັດທະນະທຳ “ວັນທີ 3 ບຸນເຕັດແມ່ນວັນທີ່ສະແດງຄວາມຮູ້ບຸນຄຸນຕໍ່ຄູອາຈານ” ຂອງຊາວ ຫວຽດນາມ: “ຂ້າພະເຈົ້າເຫັນໄດ້ຄຸນຄ່າກ່ຽວກັບການສຶກສາໂດຍຜ່ານຮີດຄອງປະເພນີນີ້. ມັນສະແດງໃຫ້ເຫັນຄວາມເຄົາລົບຂອງສັງຄົມ ຫວຽດນາມຕໍ່ຄູອາຈານ, ເຊິ່ງແມ່ນບັນດາຜູ້ທີ່ມີບົດບາດສຳຄັນ”. ນອກນັ້ນ ເພື່ອນກໍ່ໃຫ້ຮູ້ວ່າ: “ຂ້າພະເຈົ້າຍັງໄດ້ຮັບຟັງລາຍການກະຈາຍສຽງຜ່ານຄື້ນ AM ຂອງ VOV5. ປັດຈຸບັນໄດ້ມີເວັບໄຊແລ້ວ ຜ່ານນັ້ນ ຂ້າພະເຈົ້າຮູ້ໄດ້ເຖິງການພັດທະນາກະໂດດຂັ້ນຂອງ VOV ກໍ່ຄືຂອງ ຫວຽດນາມ”.

ໃນຈົດໝາຍຝາກມາລາຍການ, ເພື່ອນ Karl Heinz ຊາວ ເຢຍລະມັນ ໃຫ້ຮູ້ວ່າ: “ຂ້າພະເຈົ້າມັກຟັງລາຍການສີສັນ 54 ຊົນເຜົ່າ ຫວຽດນາມ ທີ່ສຸດ. ຜ່ານບັນດາບົດຂຽນ, ຂ້າພະເຈົ້າມີຄວາມຮູ້ທີ່ມີປະໂຫຍດຕື່ມຫລາຍກ່ຽວກັບບັນດາຊົນເຜົ່າຂອງ ຫວຽດນາມ”.

ບັນດາທ່ານຜູ້ຟັງລາຍການພາກພາສາ ອິນໂດເນເຊຍ, ລາວ ໄດ້ສົ່ງຈົດໝາຍອວຍພອນໃຫ້ VOV5 ມີເວັບໄຊພາສາ ສ.ເກົາຫຼີ ຕື່ມອີກ. ບັນດາທ່ານຜູ້ຟັງກໍ່ໃຫ້ຮູ້ວ່າ: ຊອັບແວ VOV Media ມີຄວາມສະດວກທີ່ສຸດ, ຊ່ວຍທ່ານຜູ້ຟັງສາມາດສຳຜັດກັບ VOV ໄດ້ທຸກເວລາ, ຢູ່ທຸກຫົນແຫ່ງ.

ຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1 ແຮງງານ ຫວຽດນາມ ເຂົ້າລາວ

ສ່ວນໃນອີແມວຂອງເພື່ອນ ເຈີ່ນມີງດຶກ ຢູ່ແຂວງ ເຫງ້ອານ ຂຽນວ່າ: “ຂ້າພະເຈົ້າ ຈະໄປອອກແຮງງານຢູ່ ລາວ ແຕ່ຂ້າພະເຈົ້າບໍ່ຮູ້ກ່ຽວກັບບັນດາຂໍ້ກຳນົດສຳລັບແຮງງານຕ່າງປະເທດທີ່ອາໄສຢູ່ ລາວ.  ຜ່ານລາຍການຂ້າພະເຈົ້າຢາກຮູ້ແຈ້ງກ່ວາ ກ່ຽວກັບບັນດາຂໍ້ກຳນົດດັ່ງກ່າວ ຂໍຂອບໃຈ”.

ເພື່ອນ ເຈີ່ນມີງດຶກ ທີ່ຮັກແພງ ! ຕາມກົມຄຸ້ມຄອງແຮງງານຕ່າງປະເທດ, ສປປ ລາວ ໄດ້ກຳນົດໄວ້ວ່າ: ເມື່ອເຂົ້າ ລາວ ໃນໄລຍະເວລາ 30 ວັນ, ຄົນງານຕ່າງປະເທດຕ້ອງຈົດທະບຽນ ແລະ ຂໍໃບອະນຸຍາດເຮັດວຽກນຳອົງການຄຸ້ມຄອງແຮງງານຢູ່ສູນກາງ ຫຼື ທ້ອງຖິ່ນ. ຕາມຂໍ້ກຳນົດຫຼ້າສຸດ, ຄົນງານຕ່າງປະເທດແມ່ນອະນຸຍາດໃຫ້ພັກອາໄສຢູ່ ລາວ ບໍ່ກາຍ 5 ປີ. ພາຍຫລັງໝົດກຳນົດເວລາເຮັດວຽກຢູ່ ລາວ, ຄົນງານຕ່າງປະເທດຕ້ອງມອບບັດອອກແຮງງານຄືນໃຫ້ອົງການຄຸ້ມຄອງແຮງງານ (ໃນກຳນົດເວລາ 15 ວັນ) ຫຼື ມອບໃຫ້ຕຳຫລວດຢູ່ດ່ານຊາຍແດນເມື່ອເດີນທາງອອກຈາກປະເທດ ລາວ. ຄົນງານຕ່າງປະເທດທັງໝົດ ທີ່ອະນຸຍາດໃຫ້ເຮັດວຽກຢູ່ ສປປ ລາວ ຕ້ອງເສຍອາກອນລາຍຮັບ ແລະ ຄ່າທຳນຽມໃຫ້ລັດຖະບານ ລາວ ຕາມຂໍ້ກຳນົດຂອງກົດໝາຍ. ເພື່ອໃຫ້ໄປເຮັດວຽກຢູ່ ລາວ, ຄົນງານຕ່າງປະເທດຕ້ອງຮັບປະກັນບາງເງື່ອນໄຂຄື: ມີສີມືແຮງງານທີ່ເໝາະສົມກັບຕຳແໜ່ງທີ່ຕ້ອງການ; ມີຊີວະປະຫວັດຈະແຈ້ງ; ອາຍຸນັບແຕ່ 20 ປີຂຶ້ນໄປ; ບໍ່ເປັນພະຍາດຕິດແປດ, ມີກຳລັງຄວາມສາມາດຮັບຜິດຊອບການກະທຳທາງແພ່ງ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ