ຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(vovworld) - ໃນ​ອາ​ທິດ​ຜ່ານ​ມາ, ລະ​ບົບ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຮັບຈົດ​ໝາຍ, ອີ​ແມວ ໂທ​ລະ​ສັບ​ 181 ສະ​ບັບຈາກ​ຜູ້​ຝັງຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ. ໃນ​ນັ້ນ​ລາຍ​ການກະ​ຈາຍ​ສ​ຽງ​ພາກ​ພາ​ສາ​ລາວ ໄດ້​ຮັບອີ​ແມວ, ໂທ​ລະ​ສັບ 4 ສະ​ບັບຈາກ​ທ່ານ​ຜູ້​ຟັງ​ລາວ. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝ​າກ​ມາ​ລາຍ​ການ.

            ​ໃນ​ອາ​ທິດ​ຜ່ານ​ມາ, ມີຜູ້​ຟັງ​ລາວ ບາງ​ທ່ານ​ໄດ້​ໂທ​ລະ​ສັບ, ສົ່ງ​ອີ​ແມວ ແລະ ຂໍ້​ຄວາມ​ເຖິງ​ລາຍ​ການ ອວຍ​ພວນຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລີກ, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາ​ມ ຊຸດ​ທີ 14, ດ້ວຍ​ການເລືອກ​ຕັ້ງ ແລະ ໃຫ້​ສັດ​ຕະ​ຍາ​ບັນ ບັນດາ​ການ​ນຳ​ຂັ້ນ​ສູງ, ກໍ່​ຄື​ຍົກ​ອອກ​ບັນ​ດາ​ມາດ​ຕະ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ງົບ​ປະ​ມານ​ແຫ່ງ​ລັດ​ໃນ 6 ເດືອນ​ທ້າຍ​ປີ 2016. ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ນີ້​ຈະ​ແມ່ນກອງ​ປະ​ຊຸມ​ເລີ່ມ​ຕົ້ນ​ອາ​ຍຸ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ດ້ວ​ຍ​ຄວາມ​ສະ​ດວກ​, ການ​ປ່ຽນ​ໃໝ່ ແລະ ການ​ກະ​ທຳ.

        ເພື່ອນ​ວຽງ​ຄຳ​, ແຂວງ​ຊຽງ​ຂວາງ ໄດ້​ສົ່ງ​ຂໍ້​ຄວາມ​ເຖິງ​ລາຍ​ການໂດຍ​ໃຫ້​ຮູ້​ວ່າ: ຂ້າ​ພະ​ເຈົ້າໄດ້​ຮັບ​ຂ່າວ​ວ່າ, ໃນ​ເດືອນ 07 ຜ່ານ​ມາ, ພະ​ຍຸ​ເລກ 1 ໄດ້​ພັດ​ເຂົ້າບັນ​ດາ​ແຂວງ​ທາງ​ພາກ​ເໜືອ​ຂອງ​ຫວຽດ​ນາມ ກໍ່​ຄວາມ​ເສຍ​ຫາ​ຍ​ນັກ​ໜ່ວງທາງ​ດ້ານ​ມະ​ນຸດ​ ແລະ ສັບສິນ​​ຢູ່ທ້ອງ​ຖິ່​ນ​ຕ່າງ. ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ເບົ່າ​ຄວາມ​ເສົ້າ​ສະ​ຫຼົດ​ໃຈຕໍ່​ຄວາມ​ເສຍ​ຫາຍ​ດັ່ງກ່າວ​​ເຖິງ​ບັນ​ດາ​ຄອບ​ຄົວປະສົບ​ເຄາະ​ຮ້າຍຈາກ​ພະຍຸ​ລູກ​ນີ້.

        ເພື່ອນ ວຽງ​ຄຳ ທີ່​ຮັກ​ແພງ, ໃນ​ຄ່ຳ​ຄືນ​ວ​ັນ​ທີ 27 - ຮຸ​່ງ​ເຊົ້າ​ວັ​ນ​ທີ 28/07, ພະ​ຍຸດ​ເລກ 1 ໄດ້​ພັດ​ເຂົ້າ​ບັນ​ດາ​ແຂວງ​ທາງ​ພາກ​ເໜືອ ກໍ່​ຄວາມ​ເສຍ​ຫາຍ​ຢ່າງໜັກໜ່ວງ. ໃນ​ນັ້ນ​​ແຂວງ ນາມດິ້ງ, ຮ່າ​ໂນ້ຍ, ທ້າຍ​ບິ່ງ ແມ່ນ​ແຂວງ​ຖືກ​ເສຍ​ຫາຍ​ຫຼາຍ​ທີ່​ສຸດ​ຍ້ອນ​ພະ​ຍຸ​ລູກນີ້. ໂດຍ​ຕາງ​ໜ້າ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ແຂວງ​ປະສົບ​ຜົນ​ເສຍ​ຫາຍຈາກ​​ພະ​ຍຸ​ເລກ 1 ນີ້, ພວກ​ຂ້າ​ພະ​ເຈົ້າ​ຂໍ​ຂອບ​ໃຈເພື່ອນ ວຽງ​ຄຳ ທີ່​ໄດ້​ເອົາ​ໃຈ​ໃສ່ ແລະ ແບ່ງ​ເບົ່າ​ຄວາມ​ເສຍ​ຫາຍ​ເຖິງ​ບັນ​ດາ​ຄອບ​ຄົວ​ຊາວ​ຫວຽດ​ນາມ.


ຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1
(ເວ​ທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ (ARF) ຄັ້ງ​ທີ 23)

       ເພື່ອນດວງ​ມາ​ລາ, ຢູ່​ແຂວງ ຫົວ​ພັນ ໄດ້​ໂທ​ລະ​ສັບ​ຫາ​ລາຍ​ການ​​ໂດຍ​ແບ່ງປັນວ່າ: ຂ້າ​ພະ​ເຈົ້າບໍ່​​ມີ​ເວ​ລາ​ເພື່ອຕິດ​ຕາມ​ບັນ​ດາ​ການ​ເຄື່ອນ​ໄຫວຂອງ​ກອງປະຊຸມອາ​ຊຽນ ທີ່​ດຳ​ເນີນ​ຢູ່​ລາວ ໃນ​ເດືອນ 07 ຜ່ານ​ມາ. ໃນ​ນັ້ນ​ມີ​ເວ​ທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ (ARF) ຄັ້ງ​ທີ 23. ​ຂ້າ​ພ​ະ​ເຈົ້າຫວັງ​ວ່າລາຍ​ການ​ທົບ​ທວນ​ຄືນ​ບັນ​ດາ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​ເວ​ທີ​ປາ​ໄສ​ນີ້​ໄດ້​ບໍ່?

        ເພື່ອນດວງ​ມາ​ລາ ທີ່​ຮັກ​ແພງ, ໃນ​ເດືອນ 07 ຜ່ານ​ມາ, ຢູ່​ລາວ ໄດ້​ດຳ​ເນີນເວ​ທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ (ARF) ຄັ້ງ​ທີ 23, ໂດຍ​ນອນ​ໃນ​ຂອບ​ເຂດ AMM 49. ທີ່​ເວທີ​ປາ​ໄສ, ບັນດາ​ລັດຖະມົນຕີ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ ARF ​ແມ່ນ​ເວທີ​ປາ​ໄສ​ຄູ່ເຈລະຈາ​ກ່ຽວ​ກັບ​ບັນດາ​ບັນຫາ​ດ້ານ​ການ​ເມືອງ - ​ຄວາມ​ໝັ້ນຄົງ​ທີ່​ຂຶ້ນ​ກັບ​ຄວາມ​ສົນ​ໃຈ ​ແລະ ຜົນ​ປະ​ໂຫຍ​ດລວມຢູ່ ອາຊີ ​ແລະ ປາຊີ​ຟິກ, ຊຸກຍູ້​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ການ​ຮ່ວມ​ມື​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ. ບັນດາ​ລັດຖະມົນຕີ​ຮັບ​ຮູ້​ບັນດາ​ໝາກຜົນ​ແຫ່ງ​ການ​ຜັນ​ຂະຫຍາຍ​​ແຜນ​ການດຳເນີນ​ງານ​ ປະຕິ​ບັດ​ຖະ​ແຫຼງການ​ວິ​ໄສ​ທັດ ARF ໄດ້​ຊ່ວຍ​ຍົກ​ສູງ​ປະ​ສິດ​ທິ​ຜົນ​​ແຫ່ງການ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ນັບ​ມື້​ນັບ​ສັບ​ສົນ​ຢູ່​ພາກ​ພື້ນ, ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢ່າງ​ຮອບ​ດ້ານ ເພື່ອ​ຊຸກ​ຍູ້​ວິ​ວັດ​ການ ARF. ກອງ​ປະຊຸມ​ໄດ້​ກວດກາ​ຄືນ​ການ​ປະຕິບັດ​ບັນດາ​ມາດ​ຕະການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ທູດ​​ໃນ​ການ​ສະກັດ​ກັ້ນ​ໄລຍະ 2015-2016, ກອງ​ປະຊຸມ​ໄດ້ຕີ​ລາຄາ​ສູງ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ບັນດາ​ກຸ່ມ​ໜູນ​ຊ່ວຍ​ກາງ​ສະ​ໄໝ ARF. ກ່ຽວກັບ​ການ​ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດ, ການ​ຕ້ານ​ກໍ່​ການ​ຮ້າຍ, ອາດ​ສະຍະ​ກຳ​ຂ້າມ​ຊາດ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ບໍ່​ເຜີຍ​ແຜ່ ​ແລະ ລົບ​ລ້າງ​ອາວຸດ​ນິວຄະ​ເລຍ. ​ເນື່ອງ​ໃນ​ໂອກາດ​ນີ້, ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ບັນຊີ​ລາຍ​ຊື່ບັນດາ​ການ​ເຄື່ອນ​ໄຫວ​ໃຫ້​ປີ​ກາງ​ສະ​ໄໝ 2016 – 2017, ​ໃນ​ນັ້ນ ຫວຽດນາມ ຈະ​ເປັນ​ປະທານ​ຮ່ວມ​ກຸ່ມ​ໜູນ​ຊ່ວຍ​ກາງ​ສະ​ໄໝ ARF ກ່ຽວ​ກັບ​ຄວາມໝັ້ນຄົງ ​ໃນ​ການ​ເດີນ​ທະ​ເລ​ກັບ ອົດ​ສະ​ຕາ​ລີ ​ແລະ ສະຫະພາບ ​ເອີ​ລົບ ​ໃນ​ອາຍຸ​ການ 2017 – 2020. ກ່ຽວ​ກັບ​ກຳນົດ​ທິດ​ໃນ​ອະນາຄົດ, ບັນດາ​ລັດຖະມົນຕີ​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຄືນ​ໃໝ່​ວ່າ: ຈະສືບ​ຕໍ່​ຊຸກຍູ້​ບັນດາ​ມາດ​ຕະການ​ສ້າງ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ, ພ້ອມ​ທັງ​ພັດທະນາ​ບັນດາ​ມາດ​ຕະການ​ ການ​ທູດສະກັດ​ກັ້ນ​ທີ່ເໝາະ​ສົມ​ກັບ​ບັນດາ​ຄວາມ​​ຮຽກຮ້ອງຕ້ອງການ​ຂອງ​ພາກ​ພື້ນ; ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ຖະ​ແຫຼ​ງການ​ ຮ່າ​ໂນ້ຍ ປະຕິບັດ​ຖະ​ແຫຼງການ​ວິ​ໄສ​ທັດ ARF ​ເພື່ອ​ກຳນົດ​ທິດ ARF ​ແມ່ນ​ເວທີ​ປາ​ໄສ​ຢ່າງແທ້​ຈິງ ​ແລະ ມີ​ລັກສະນະ​ການກະທຳ, ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຢ່າງຄົບ​ຊຸດ ​ແລະ ລັກ​ສະ​ນະໜູນ​ຊ່ວຍ​ກັນລະຫວ່າງ ARF ກັບ​ບັນ​ດາ​ອົງການອື່ນ​ໆ ​ໂດຍ ອາ​ຊຽນ ຊີ້​ນຳ​ນຳພາ. ກອງ​ປະ​ຊຸມ​ໄດ້​ຮັບ​ຮອງ​ເອົາ​ບາງ​ຖະ​ແຫຼງ​ການ​ບັນ​ດາ​ລັດ​ຖະ​ມົນ​ຕີ ARF, ໃນ​ນັ້ນ​ເປັນ​ໜ້າ​ສົນ​ໃຈ​ທີ່​ສຸດ​ແມ່ນ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ບົນ​ທະ​ເລ ຕາມ​ຂໍ້​ສະ​ເໜີ​ຂອງ​ຫວຽດ​ນາມ.

    ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື​້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com. ທ່ານ​ຜູ້​ຟັງ​ກໍ​ສາ​ມາດເຂົ້າ​ເວັບ​ໄຊ vovworld.vn ຫຼື vov5.vn ເພື່ອ​ແລກ​ປ່ຽນ​ຄຳ​ເຫັນ ແລະ ຈຳ​ວິ​ຈານ​ຂອງ​ຕົນ​ຜ່ານ​ບັນ​ດາ​​ລາຍ​ການ​ທີ່​ໄດ້​ລົງ​ໃນ​​ເວັບ​ໄຊດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ