ຄັດສະເຫນີບາງຄຳເຫັນຊຶ່ງທ່ານຜູ້ຟັງໄດ້ສົ່ງເຖິງລາຍການ ພາກພາສາລາວໃນອາທິດຜ່ານມາ

(vovworld) - ໃນ​​​ອາທິດຜ່ານມາ, ລາຍການ​ຂອງ​ວິທະຍຸກະຈາຍສຽງຫວຽດນາມພາກພາສາລາວໄດ້ຮັບຈົດໝາຍ​ ​ແລະ email ຫລາຍ​ສະບັບ​ ​ພ້ອມດ້ວຍໂທລະສັບ​​ ຈາກຜູ້ຟັງລາວຫລາຍຄົນ. ​ໃນຈົດໝາຍ, ບັນດາທ່ານຜູ້ຟັງລ້ວນແຕ່ໃຫ້ຂໍ້ສັງເກດກ່ຽວກັບເນື້ອໃນຂອງລາຍການ, ສະແດງຄວາມຮູ້ສຶກເມື່ອໄດ້ຮັບຟັງແຕ່ລະລາຍການ. ​ຕໍ່ໄປນີ້, ພວກຂ້າພະເຈົ້າ​ຂໍ​ຄັດສະ​ເຫ​ນີບາງຄຳເຫັນຊຶ່ງທ່ານຜູ້ຟັງໄດ້ສົ່ງ​​ເຖິງລາຍການ ພາກພາສາລາວ​​ໃນ​ອາທິດ​ຜ່ານ​ມາ.

    ຈາກ​​ແຂວງ​ອຸດົມ​ໄຊ ທ່ານ​ ຄຳ​ແດງ ​ໄດ້ສົ່ງ​ຈົດໝາຍ​ມາ​ຫາ​ລາຍການ​ໂດຍ​ເວົ້າ​ວ່າ: ​​ເນື່ອງ​ໃນ​ໂອກ​າດ                    ສະ​ເຫລີ​ມສະຫລອງ​ວັນ​ແມ່ຍິງ​ສາກົນ​ຄື​ວັນ​ທີ 8/3, ຂ້າພະ​ເຈົ້າ​ຂໍ​ອວຍພອນ​ໃຫ້​ພວກ​ເອື້ອຍ​ນ້ອງ​ແມ່ຍິງ​ໃນ​ວິທະຍຸະຈາ​ຍສຽງ​ຫວຽດນາມ​ເວົ້າ​ລວມ ແລະ ​ໃນ​ລະບົບບັນດາ​ລາຍການກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ເວົ້າ​ສະ​ເພາະ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ຫນ້າ​ທີ​ວຽກ​ງານ​ຂອງ​ຕົນ. ​​ໃນ​ລາຍການ​ຊີວິດ​ສັງຄົມ ຊຶ່ງ​ລາຍການກະຈາຍສຽງ​ພາກ​ພາສາ​ລາວ​ໄດ້​ອອກ​ອາກາດໃນ​ອາທິດ​ຜ່ານ​ມາມີ​ບົດ​ທີ່​ພາດ​ຫົວ​ເລື່ອງ​ວ່າ :​ “​ເພ່ືອ​ການພັດທະນາຂອງວົງ​ຄະນາ​ຍາດ​” ​ແມ່ນ​ເວົ້າ​ເຖິງ​ການ​ເຄື່ອນ​ໄຫວ​ຊ່ວຍ​ເຫລືອ​ຜູ້​ທຸກ​ຍາກ​ເພື່ອ​​ໃຫ້​ເຂົາ​ເຈົ້າມີ​ກາລະ​ໂອກາດ​ບືນຕົວ​ຂຶ້ນ. ພິ​ເສດ​ແມ່ນ​ຮູບ​ແບບຂະຫຍາຍ​ຝູງ​ແບ້​ຢູ່​ເມືອງ​ ເຕີນ​ແທ່ງ ນະຄອນ ບວນ​ມາ​ທວດ. ນະ​ທີ່​ນີ້ ​ແທນ​ທີ່​ໃຫ້ການຊ່ວຍ​ເຫລືອ​ຄອບຄົວ​ທຸກ​ຍາກທາງ​ດ້ານ​ວັດຖຸ, ສະມາຄົມ​ຊາວ​ກະສິກອນ​ຢູ່​ໃນ​ຕາ​ແສງ​ໄດ້​ຫນູນ​ຊ່ວຍ​​ເຂົາ​ເຈົ້າ​ດ້ວຍ​ແບ້​ພັນ, ​ແນະນຳ​ດ້ານ​ເຕັກນິກ ​ແລະ ປາບສັດຕູ​ພືດໃຫ້​ເຂົາ​ເຈົ້າ. ຈາກ​ວຽກ​ງານ​ນີ້​ໄດ້​ຊ່ວຍ​​ໃຫ້​ຫລາຍ​ຄອບຄົວ​ຫລຸດ​ພົ້ນ​ອອກ​ຈາກ​ຄວາ​ມທຸກ​ຍາກ, ສ້າງ​ຊີວິດ​ການ​ເປັນຢູ່​ເປັນ​ປົກກະຕິ. ນີ້​ແມ່ນ​ວຽກ​ງານ​ທີ່​ມີ​ຄວາມ​ໝາຍ ປະ​ກອບ​ສ່ວນ​ໃຫ້​ແກ່​ກິດຈະການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ ຢູ່ ຫວຽດນາມ. ຂ້າພະ​ເຈົ້າ​ເຫັນ​ວ່າ ນີ້​ກໍ​ແມ່ນ​ຮູບ​ແບບ​ທີ່​ດີ​ເພື່ອ​ໃຫ້​ພວກ​ຂ້າພະ​ເຈົ້າ​ສາມາດຮຳ່ຮຽນ​ເອົາ ​ແລະ ​ນຳ​ໃຊ້​ຢູ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ.

ຄັດສະເຫນີບາງຄຳເຫັນຊຶ່ງທ່ານຜູ້ຟັງໄດ້ສົ່ງເຖິງລາຍການ ພາກພາສາລາວໃນອາທິດຜ່ານມາ - ảnh 1

ພາບປະກອບ

        ​ໃນ​ຈົດໝາຍ​ສົ່ງ​ເຖິງ​ລາ​ຍການ, ທ່ານ ບຸນ​ສົງ ຢູ່​ແຂວງ ບໍລິ​ຄຳ​ໄຊ ​ເວົ້າ​ວ່າ : ຂ້າພະ​ເຈົ້າ​ຕິດຕາມ​ລາຍການ​ພາກ​ພາສາ​ລາວ​ເປັນ​ປະຈຳ, ລາຍການ​ໄດ້​ນຳ​​ເອົາ​ຂໍ້​ມູນ​ຂ່າວສານ​ທີ່​ມີປະ​ໂຫຍ​ດຫລາຍ​ຢ່າງມາ​ໃຫ້​ຂ້າພະ​ເຈົ້າ, ພິ​ເສດ​ແມ​່ນລາຍການ “ຊາຍ​ຄາ​ອາ​ຊຽນ”. ຜ່ານ​ລາຍການ​ນີ້ ຂ້າພະ​ເຈົ້າ​​​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ຮີດຄອງ​ປະ​ເພ​ນີ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ພາຍ​ໃນ​ກຸ່ມ​ອາ​ຊຽນ. ພິ​ເສດ ​ໃນ​ອາທິດ​ຜ່ານ​ມາ, ລາຍການ​ພາກ​ພາສາ​ລາວ​ມີບົດແນະນຳກຽວກັບຫນ້າເວັບຂອງລະບົບກະຈາຍສຽງພາກພາສາ​ຕ່າງປະ​ເທດ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ໂດ​ຍລະອຽດ. ຜ່ານ​ບົດ​ນີ້​ພວກ​ຂ້າພະ​ເຈົ້າ​​ໄດ້​ຮູ້ຈັກ​ເຖິງ​ຫນ້າ​ເວັບ​ກວ່ານີ້​ກໍ​ຄື​ຮູ້ວິທີ​ນຳ​ໃຊ້​ຫນ້າ​​ເວັບ. ​ໃນຫນ້າ​ເວັບ ບໍ່​ພຽງ​ແຕ່​ມີ​ຂໍ້​ມູນ​ຂ່າວ​ເປັນ​ພາສາ​ລາວ​ເທົ່າ​ນັ້ນ ຫາກ​ຍັງ​ມີຫລາຍ​ພາສາ​ຕ່າງປະ​ເທດ​ອີກ​ດ້ວຍ, ​ຮູບ​ພາບ ​ແລະ ​ເນື້ອ​ໃນ​ອຸດົມ​ສົບ​ບູນ. ຫນ້າ​ເວັບ vovworld ​ແມ່ນ​ຊ່ອງ​ຂໍ້​ມູນ​ຂ່າວສານ​ທີ່​ມີ​ປະ​ໂຫຍດສຳລັບ​ຂ້າພະ​ເຈົ້າ, ຊ່ວຍ​ໃຫ້​ຂ້າພະ​ເຈົ້າ​ສາມາດ​ຕິດຕາມ​ຂ່າວ​ຄາວ, ຄົ້ນ​ຫາ ​ແລະ ຮັບ​ຟັງ​ບັນດາ​ລາຍການ​ຢ່າງ​ສະດວກ ​ແລະ ງ່າຍ​ດາຍ​ກວ່າ.

        ​​ເພື່ອນ​ສົມ​ດີ ຢູ່ ນະຄອນຫລວງ​ວຽງ​ຈັນ ສົ່ງ​ຈົດໝາຍ​ມາ​ຫາລາຍການ​ໂດ​ຍແບ່ງ​ບັນ​ວ່າ : ຂ້າພະ​ເຈົ້າ​ແມ່ນ​ຜູ້​ມັກ​ໄປ​ຄົ້ນ​ຫາ​ກ່ຽວ​ກັບ​ທິວ​ທັດ​ທຳ​ມະ​ຊາດ​ແລະ ປູຊະນີຍະສະຖານ​ປະຫວັດສາດ. ຂ້າພະ​ເຈົ້າ​ບໍໍ່ມີເງື່ອນ​ໄຂ​​ເພື່ອ​ໄປ​ເຖິງ​ທຸກ​​ແຖບ​ຖິ່ນ, ​ເພາະສະ​ນັ້ນ ຂ້າພະ​ເຈົ້າ​ເຄີຍ​ຕິດຕາມ​ລາຍການ​ທ່ອງ​ທ່ຽວ​​ເປັນ​ປະຈຳ. ຜ່ານ​ລາຍການ​ນີ້ ຂ້າພະ​ເຈົ້າ​ຮູ້ຈັກ​ເຖິງ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື​ຊື່​ຢູ່​ຫວຽດນາມ​ຫລາຍ​ແຫ່ງ​ຄື : ອ່າວ​ຮ້າ​ລອງ, ຊາ​ປາ, ຍາ​ຈາງ, ​ເຫ້ວ ​ແລະ​ອື່ນໆ. ​ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ​ມີ​ບົດ​ແນະນຳ​ກ່ຽວ​ກັບ​ເຂດ​ປູຊະນີຍະສະຖານ​ປະຕິວັດ ​ກົນ​ດ໋າວ. ຜ່ານ​ຫນ້າ​ເວັບ​ພວກ​ຂ້າພະ​ເຈົ້າ​ເຫັນ​ໄດ້​ບັນດາ​ຮູບ​ພາບ​ກ່ຽວ​ກັບ​ຄຸກ​ກົນ​ດ໋າວ, ຮູບ​ການ​ທໍລະມານ​ຢ່າງ​​ໂຫດຮ້າຍສາມານຂອງ​ສັດຕູ​ທີ່​ມີ​ຕໍ່​ນັກຮົບ​ປະຕິວັດ. ຂ້າພະ​ເຈົ້າ​ຮູ​້ສຶກຕື້ນ​ຕັນ​ໃຈ ​ແລະ ​ເຄົາລົບ​ນັບຖື​ເຈດ​ຈຳນົງ​ອົງ​ອາດ​ກ້າ​ແກ່ນ​ບໍ່​ຍອມ​ຈຳນົນ​ຂອງ​ບັນດາ​ນັກຮົບ​ປະຕິວັດ​ຫວຽດນາມ. ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ຈະ​ມີ​ໂອກາດ​ມາ​ຢ້ຽມຢາມ​ຫວຽດນາມ ​ເພື່ອ​ເຫັນ​ປະຈັກ​ຕາ​ເຂດ​ປູຊະນີຍະສະຖານ​ປະຕິວັດ​ຊຶ່ງ​ໄດ້​ຮັບ​ການ​ຂະຫນານ​ນາມ​ວ່າ​​​ແມ່ນຂຸມນາລົກ​​​ແຫ່ງໂລກ​ມະນຸດ.

     ພວກ​ຂ້າພະ​ເຈົ້າມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ຂໍສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຕໍ່​ທ່ານ​ຜູ້​ຟັງ​ທີ່​ໄດ້​ຮັບ​ຟັງ​ ແລະ ສົ່ງ​ຈົດໝາຍ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ເຖິງ​ລາຍ​ກາຍ.​ ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ພວກ​ທ່ານ​ຈະ​ສົ່ງ​ຈົດໝາຍ, email ​ແລະ ​ໂທລະສັບ​ມາ​ຫາ​ລາຍການ​ຫລາຍ​ກວ່າ​ອີກ. ສຸດ​ທ້າຍ ​ຂໍ​ອວຍ​ພອນ​​ໄຊແດ່​ພວກ​ທ່ານ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ວຽກ​ງານ​ຂອງ​ຕົນ.

ທ່ານຢ່າລືມຂຽນຈົດໝາຍມາ​​ໃຫ້ລາຍການເດີ!

ໂດຍຈ່າຫນ້າຊອງວ່າ: ວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວເຮືອເລກທີ 45 ຖະຫນົນ Ba Trieu Ha Noi, ​ໂທລະສັບ 0084-4-38256631. Email: Laovov@hotmai.com. ຫນ້າ​ເວັບvov5.vn, vovworld.vn

ຂໍຂອບໃຈຫລ່ວງຫນ້າ​.

                                                                                                                                                ແອງດ່າວ

ຕອບກັບ

ຂ່າວ/ບົດ​ອື່ນ