ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ກັບມາພົບກັບທ່ານຜູ້ຟັງຜູ້ອ່ານຂອງວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວ. ໃນລາຍການມື້ນີ້, ພວກເຮົາຂໍແນະນຳບາງຄຳເຫັນຂອງທ່ານຜູ້ຟັງຜູ້ອ່ານທີ່ໄດ້ຝາກມາລາຍການຂອງພວກເຮົາໃນອາທິດຜ່ານມາ.
ໃນອາທິດຜ່ານມາ, ພວກເຮົາໄດ້ຮັບຈົດໝາຍຫຼາຍສະບັບ ແລະ ໂທລະສັບຫຼາຍຄັ້ງຈາກບັນດາທ່ານຊື່ງໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຄວາມພາກພູມໃຈຍ້ອນໄດ້ຮັບບັດອວຍພອນ ດ້ວຍຄຳອວຍພອນໄຊອັນປະເສີດທີ່ສຸດໃນໂອກາດບຸນປີໃໝ່ລາວ ຫວ່າງແລ້ວນີ້. ອ້າຍສຸກັນຍາ ຢູ່ແຂວງສາລະວັນ ໄດ້ຝາດຈົດໝາຍມາແບ່ງປັນວ່າ: ໃນໂອກາດບຸນປີໃໝ່ລາວປີນີ້, ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດທີ່ໄດ້ຮັບຄຳອວຍພອນຈາກພວກອ້າຍເອື້ອຍນັກຂ່າວຂອງວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວ. ຂໍຂອບອົກຂອບໃຈນຳພວກອ້າຍເອື້ອຍ ແລະ ຂໍອວຍພອນໃຫ້ພວກອ້າຍເອື້ອຍຈົ່ງມີສຸຂະພາບແຂງແຮງ, ມີແຕ່ຄວາມສຸກ ແລະ ຄວາມສົມຫວັງຕະຫຼອດປີ ແລະ ຂໍພວຍພອນໃຫ້ລາຍການນັບມື້ນັບມີການພັດທະນາ“
(ພາບປະກອບ:giaoduc.net.vn)
ເພື່ອນອຳມີນາ ນັກສຶກສາປີທີ 2 ມະຫາວິທະຍາໄລສຸພານຸວົງ-ແຂວງຫຼວງພະບາງ ແມ່ນຜູ້ຟັງປະຈຳຂອງລາຍການ, ໃຫ້ຮູ້ວ່າ: ເພື່ອນມັກລາຍການໃໝ່ “ສີສັນ 54 ຊົນເຜົ່າຫວຽດນາມ“ ຂອງວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວທີ່ສຸດ, ຜ່ານນັ້ນ ເພື່ອນມີຄວາມເຂົ້າໃຈຕື່ມອີກກ່ຽວກັບວັດທະນະທຳບັນດາເຜົ່າຫວຽດນາມ. ເພື່ອນມີຄວາມສົນໃຈທີ່ສຸດຕໍ່ບົດ “ອາຊີບປູກເຂົ້ານາມທາມຊອງຊາວເຜົ່າກິງ“ ແລະ ບົດຕ່າງໆກ່ຽວກັບມູນເຊື້ອວັດທະນະທຳຂອງຊົນເຜົ່າກິງ ແລະ ຢາກຮັບຟັງບັນດາບົດເຫຼົ່ານີ້ຄືນໃໝ່. ເພື່ອນອຳມີນາ ແລະ ຜູ້ຟັງຜູ້ອ່ານທີ່ເຄົາລົບ! ພວກທ່ານສາມາດອ່ານ/ຟັງ ບົດຕ່າງໆທີ່ທ່ານນິຍົມຜ່ານເວັບໄຊຂອງພວກເຮົາ ດ້ວຍລະຫັດ: www.vovworld.vn
ໃນອາທິດທີ່ຜ່ານມາ, ເພື່ອນສົມສຸກ ຢູ່ແຂວງບໍລິຄຳໄຊ ໄດ້ຝາກຈົດໝາຍມາຍັງລາຍການເພື່ອຖາມວ່າ: ຂ້າພະເຈົ້າຮູ້ວ່າ: ວັນທີ 30/4 ແມ່ນສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ທ້ອນໂຮມປະເທດຊາດເປັນເອກະພາບ, ລາຍການມີບົດຂຽນກ່ຽວກັບວັນສະເຫຼີມສະຫຼອງນີ້ບໍ່?
ໄຊຊະນະວັນທີ 30/4/1975
ຄວາມເອກອ້າງທະນົງໃຈຂອງຊາວຫວຽດນາມ
(ພາບ:vov.vn)
ເພື່ອນສົມສຸກ ແລະ ທ່ານຜູ້ຟັງຜູ້ອ່ານທີ່ເຄົາລົບ!
ຫວຽດນາມ ພວມກະກຽມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 38 ປີ. ໃນທົ່ວປະເທດຫວຽດນາມ ຈະຈັດບັນດາການເຄື່ອນໄຫວຟົດຟື້ນມ່ວນຊື່ນຄື: ງານຊຸມນຸມມິດຕິງ, ພົບປະແລກປ່ຽນ, ບັນດາການເຄື່ອນໄຫວສິລະປະວັດທະນະທຳ….. ພ້ອມກັບບັນຍາກາດເບີກບານມ່ວນຊື່ນລວມນັ້ນ, ວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວ ຈະຈັດລາຍການພິເສດ ດ້ວຍບັນດາບົດ “ກຳລັງແຮງມະຫາສາມັກຄີສ້າງເປັນໄຊຊະນະວັນທີ 30/4/1975“ ແລະ ບົດ “ທາດ Bitexco-ສັນຍາລັກແຫ່ງຄວາມວັດທະນາຖາວອນຂອງນະຄອນໂຮ່ຈິມິນ“ ພ້ອມກັບລາຍການຂ່າວດ້ວຍບັນດາຂ່າວກ່ຽວກັບການເຄື່ອນໄຫວສະເຫຼີມສະຫຼອງຕ່າງໆ, ຫາງສຽງສາກົນກ່ຽວກັບໄຊຊະນະປະຫວັດສາດນີ້….ນອກຈາກນັ້ນ ພວກເຮົາກໍ່ຍັງມີລາຍການເພງດ້ວຍບັນດາບົດເພງຍ້ອງຍໍສັນລະເສີນການຕໍ່ຕ້ານຕ້ານຈັກກະພັດອາເມລິກາເພື່ອກູ້ຊາດຂອງປະຊາຊົນຫວຽດນາມ ແລະ ໄຊຊະນະວັນທີ 30/4.
ໃນອາທິດ, ພວກເຮົາຍັງໄດ້ຮັບອີແມວຈາກເພື່ອນກວາງຮ່າ ຢູ່ແຂວງທາຍບິງ ແລະ ເພື່ອນຕວນແອງ, ພະນັກງານສະຖານບັນວິທະຍາສາດສັງຄົມຫວຽດນາມ ໂດຍໃຫ້ຮູ້ວ່າ: ພວກເຮົາແມ່ນອະດີດນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ ແລະ ໄດ້ຮັບຟັງລາຍການວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວ ເປັນປະຈຳ. ພວກເຮົານິຍົມລາຍການເພງທີ່ສຸດ ຢາກຮັບຟັງບັນດາບົດເພງລາວ ໂດຍສະເພາະແມ່ນບັນດາບົດເພງສະຕິງພວມໄດ້ຮັບຄວາມນິຍົມຊອບຢູ່ລາວ ປະຈຸບັນ. ພວກເຮົາຍິນດີຕອບສະໜອງຕາມຄຳຂໍຂອງພວກເພື່ອນ ແລະ ເຊີນພວກເພື່ອນຮັບຟັງໃນລາຍການເພງຕາມຄຳຂໍ ຊື່ງອອກອາກາດໃນວັນອາທິດ ແລະ ວັນຈັນທຸກໆອາທິດ!
ທ່ານຜູ້ຟັງຜູ້ອ່ານທີ່ເຄົາລົບ! ທີ່ກ່າວມາແມ່ນການຕອບຄຳຖາມຂອງພວກເຮົາ ກ່ຽວກັບບາງບັນຫາທີ່ທ່ານສົນໃຈ. ຖ້າທ່ານຜູ້ໃດມີຄຳຖາມ ກະລູນາຝາກມາຍັງລາຍການຂອງພວກເຮົາຕາມທີ່ຢູ່: ວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວ, ເຮືອນເລກທີ 45 ຖະໜົນບ່າຈຽວຮ່າໂນ້ຍ- ເບີໂທ: 04.38256631-ອີແມວ:Laovov@.yahoo.com. ຂໍຂອບໃຈ!