ຄັດສະເໜີບາງຄຳເຫັນ ແລະ ຕອບຄຳຖາມເຊິ່ງທ່ານຜູ້ຟັງຝາກມາໃນອາທິດຜ່ານມາ

ອາ​ທິດ​ຜ່ານ​ມາ, ພາກ​ພາ​ສ​າ​ລາວ, ວ​ິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໄດ້​ຮັບ​ຈົດ​ໝາຍ, ອີ​ແມວຫຼາຍ​ສະ​ບັບ​ຈາກ​ທ່ານ​ຜູ້​ຟັງ​ລາວ. ໃນ​ນັ້ນ​ມີ​ບາງ​ຄຳ​ເຫັນ​ກ່ຽວ​ກັບ​ຂ່າວ, ບົດ​ທີ່​ອອກ​ອາ​ກາດ​ໃນ​ອາ​ທິດ ແລະ ບາງ​ຄຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງ​ສົນ​ໃຈ. ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ ແລະ ຕອບ​ຄຳ​ຖາມ​ເຊິ່ງ​ທ່ານ​ຜ​ູ້​ຟັງ​ຝາກ​ມາ​ໃນ​ອາ​ທິດ​ຜ່າ​ນ​ມາ.

        ໃນ​ອາ​ທິດ, ທ່ານ ດາ​ວັນ ໄຊ​ປັນ​ຍາ, ແຂວງ ເຊກອງ ໄດ້​ຝາກ ຈົດ​ໝາຍ​ມາ​ຍັງ​ລາຍ​ການ​ດ້ວຍ​ເນື້ອ​ໃນ​ວ່າ: ໃນ​ລາຍ​ການ “ສາ​ລະ​ຄະ​ດີ” ອອກ​ອາ​ກາດ​ເມື່ອ​ວັນ​ທີ 8/11 ຜ່​ານ​ມາມີ​ບົດ​ “ໝູ່​ບ້ານ​ຜະ​ລິດ​ເຂົ້າ​ເໝົ້າ ບາ​ຊໍ” ຢູ່​ແຂວງ ຈ່າ​ວີງ. ຂ້າ​ພະ​ເຈົ້າ​ຮູ້​ສຶກແປກ​ປະຫຼາດ​ໃຈ, ຍ້ອນ​ວ່າກ່ອນນີ້, ຂ້າ​ພະ​ເຈົ້າ​ໄດ້ຮຽນ​ຢູ່ ຮ່າ​ໂນ້ຍ ແລະ ຄິດ​ວ່າ​ເຂົ້າ​ເໝົ້າ​ແມ່ນ​​ຜະ​ລິດ​ຕະ​ພັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະຂອງ​ຮ່າ​ໂນ້ຍ. ​ຂ້າ​ພະ​ເຈົ້າ​ດີ​ໃຈ​ເມື່ອ​ໄດ້​ຮັບ​ຂໍ້​ມູນ​ດັ່ງ​ກ່າວ, ​ຫວັງ​ວ່າ​ຈະ​ມີ​ໂອ​ກາດ​ໄປ​ທ່ຽວ​ຢູ່​ແຂວງ​ພາກ​ໃຕ້ນີ້​, ເພື່ອ​ໄດ້​ຊີ​ມເຂົ້າ​ເໝົ້າ​ຢູ່​ທີ່ນີ້ ເພື່ອ​ສາ​ມາ​ດ​ປຽບ​ທຽບ​ໄດ້​ວ່າ​ເຂົ້າ​ເໝົ້າ​ຢູ່ ຈ່າ​ວີງ ມີ​ຄວາມແຕກ​ຕ່າງ​ກັບ​ເຂົ້າ​ເໝົ້າ​ຢູ່ ຮ່າ​ໂນ້ຍ ຄື​ແນວ​ໃດ.

        ພວກ​ເຮົາ​ຂໍ​ຂອບ​ໃຈ​ທ່ານ ດາ​ວັນ ​ໄຊ​ປັນ​ຍາ ທີ່​ໄດ້​ຕິດ​ຕາມ​ລາຍ​ການ​ຂອງ​ພວກ​ເຮົາມາ​ໂດຍ​ຕະຫຼອດ. ​ຖ້າ​ຜູ້​ຟັງ​ທ່ານ​ໃດ​ສົນ​ໃຈ​ເຖິງ​ບົດ​ດັ່ງ​ກ່າວ​ສາ​ມາດ​ອ່ານ ແລະ ​ຟັງ​ຄືນ​ໃນ​ແວບ​ໄຊ vovworld.vn.

        ທ່ານ​ບູນ​ທອງ, ແຂວງ ສະ​ຫວັນ​ນະ​ເຂດ, ໄດ້​ຝາກ​ອ​ີ​ແມວ​ມາ​ຍັງ​ລ​າຍ​ການ​ໂດຍ​ຖາມ​ວ່າ: ​ອາ​ທິດ​ຜ່ານ​ມາ, ​ຂ້າ​ພ​ະ​ເຈົ້າ​ໄດ້​ຮັບ​ຟັງ​ຂ່າວ ກ່ຽວ​ກັ​ບ​ເລື່ອງ ຫວຽດ​ນາມ ຈັດ​ຕັ້ງ “ວັນ​ກົດ​ໝາຍ ຫວຽດ​ນາມ” 9/11. ​ໂດຍແມ່ນ​ຜູ້​ເຮັດ​ວຽກ​ງານ​ໃນ​ຂະ​ແໜງ​ນີ້​ຂ້າ​ພະ​ເຈົ້າ​ຢາກ​ຮູ້​ຕື່ມ​​ກ່ຽວ​ກັບ​ວັນ​ນີ້?

        ຕາມ​ຂໍ້​ກຳ​ນົດ​ໃນ​ມາດ​ຕາ 8 ກົດ​ໝາຍ​ວ່າ​ດ້ວຍ​ການ​​ເຜີຍແຜ່​, ສຶກ​ສາ​ກົດ​ໝາຍ​ແລ້ວ, ວັນ​ທີ 9/11 ປະ​ຈຳ​ປີ ແມ່ນ​ວັນ​ກົດ​ໝາຍ ປະ​ເທດ ສ​ສ. ຫວຽດ​ນາມ. ວັນ​ກົດ​ໝາຍ​ໄດ້​ຮັບ​ການ​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ເຊີດ​ຊູ​ລັດ​ຖະ​ທ​ຳ​ມະ​ນູນ, ກົດ​ໝາຍ, ສຶກ​ສາ​ສະ​ຕິ​ເຄົາ​ລົບ​ກົດ​ໝາຍ​ໃຫ້​​ທຸກໆ​ຄົນ. ປີ 2013, ​ແມ່ນ​ປີ​ທຳ​ອິດ​ທີ່ຈັດ​ຕັ້ງ​ວັນ​ກົດ​ໝາ​ຍ​ ​ໄດ້​ດຶງ​ດູດ​ຄວາມ​ສົ​ນ​ໃຈ, ​ການ​ຕອບ​ສະ​ໜອງ​ຂອງ​ທົ່ວ​ສັງ​ຄົມ, ປະ​ກອບ​ສ່ວນ​ຍົກ​ສູງ​ສະ​ຕິ​ຄວາມ​ຮູ້ຂອງ​ພະ​ນັກ​ງານ, ລັດ​ຖະ​ກອນ, ຜູ້​ອອກ​ແຮງ​ງານ ແລະ ປະ​ຊາ​ຊົນ​ກ່ຽວ​ກັບ​ຈຸດ​​ປະ​ສົງ, ຄວາມ​ໝາຍຂ​ອງວັນ​ກົດ​ໝາຍ, ສະ​ຕິ​ການ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ (ສະ​ບ​ັບ​ປັບ​ປຸງ), ລັດ​ຖະ​ທຳ​ມະ​ນູນ​ຂອງ​ໄລ​ຍະ​ຍູ້​ແຮງ​ການ​ຫັນ​​ເປັນປະ​ເທດ​ເປັນ​ອຸດ​ສາ​ຫະ​ກຳ, ທັນ​ສະ​ໄໝ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ປະ​ເທດ​ຊາດ. ດັ່ງ​ນັ້ນ, ເລື່ອງ​ຈັດ​ຕັ້ງ​ວັນ​ກົດ​ໝາຍ​ປີ 2014 ຕ້ອງ​ໄດ້​ຮັບ​ການ​ຕິດ​ພັນ​ກັບ​ເລື່ອງ​ຕັ້ງ​ໜ້າເສີມ​ຂະ​ຫຍາຍ​ຜົນ​ສັກ​ສິດ, ປະ​ສິດ​ທິ​ຜົນຂອງ​ລັດ​ຖະ​ທຳ​ມະ​ນູນ, ນຳ​ບັນ​ດາຂໍ້​ຕົກ​ລົ​ງຂອງ​ລັດ​ຖະ​ທຳ​ມະ​ນູນ​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ​.

ຄັດສະເໜີບາງຄຳເຫັນ ແລະ ຕອບຄຳຖາມເຊິ່ງທ່ານຜູ້ຟັງຝາກມາໃນອາທິດຜ່ານມາ - ảnh 1
ໝູ່​ບ້ານ ເຍີດ​ເຕີນ ຍາມ​ລະ​ດູ​ບານ​ໃໝ່​ວຽນ​ມາ

        ເພື່ອນ ພອນ​ສ​ະ​ຫວັນ, ແຂວງ ວຽງ​ຈັນ ໄດ້​ຝາກ ອີ​ແມວ​ໃຫ້​​ລາຍ​ການ​ໂດຍ​ໃຫ້​ຮູ້​ວ່າ: ເວ​ລາ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ດອກ​ໄມ້​ສົດ​ໂດຍເພື່ອນ ຫວຽດ​ນາມ ມອບ​ໃຫ້, ​ພ້ອມ​ກັບ​ແຖວ​ໜັງ​ສືທີ່​ວ່າ “ດອກ​ໄມ້​ສົດ ດ່າ​ລາດ”. ຂ້າ​ພະ​ເຈົ້າ​​ມັກ​ດອກ​ໄມ້​ທີ່​ສຸດ ແລະ ເຫັນ​ວ່າ​ຢູ່​ປະ​ເທດ​ລາວ ກໍ່​​ນຳ​ເຂົ້າ​ດອກ​ໄມ້ຫຼາຍ​ຊະ​ນິດ​ຈາກ​ບັນ​ດາ​ເຂດ, ພາກ​ຂອງ ຫວຽດ​ນາມ. ຜ່ານ​ລາຍ​ການ​ພາກ​ພ​າ​ສາ​ລາວຂ້າ​ພະ​ເຈົ້າ​ຢາກ​​ຮູ້ວ່າ ຢູ່ ຫວຽດ​ນາມ ມີ​​ຈັກ​ໝູ່​ບ້ານປູກດອກ​ໄມ້​ທີ່​ມີ​ຊື່​ສຽງ?

        ເພື່ອນ ພອນ​ສະ​ຫວັນ ທີ່​ຮັກ​ແພງ, ຢູ່ ຫວຽດ​ນາມ ​ມີຫຼາຍ​ໝູ່​ບ້ານ​ປູກດອກ​ໄມ້​​ທີ່​ມີ​ຊື່​ສຽງ, ໃນ​ນັ້ນຕ້ອງ​ເວົ້າ​ເຖິງ​ບາງ​ໝູ່​ບ້ານ​​ດັ່ງ​ຕໍ​ໄປ​ນີ້:

        ໝູ່​ບ້ານ ງອກ​ຮ່າ, ຢູ່ ຮ່າ​ໂນ້ຍ ແມ່ນ​ໝູ່​ບ້ານ​ປ​ູ​ກດອກ​ໄມ້​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ຢູ່ ຫວຽດ​ນາມ. ​ໃນ​ຊຸມ​ປີ 1970, ໝູ່​ບ້ານນີ້​ຍັງ​ຄົງ​ແມ່ນ​ບ່ອນ​ປູກດອກ​ໄມ້​​ສົດເພື່ອ​ສະ​ໜອງ​ໃຫ້​ນະ​ຄອນ ຮ່າ​ໂນ້ຍ. ມາ​ຮອດ​ປະ​ຈຸ​ບັນ, ​ຈຳ​ນວນ​ຄອບ​ຄົວ​ຢູ່ໝູ່​ບ້ານ ງອກ​ຮ່າ ຍັງ​ປູກດອກ​ໄມ​ມີຫຼາຍ, ແຕ່​ຮູບ​ພາບ​ໝູ່​ບ້ານ​ແຫ່ງນີ້ ຍັງ​ຄົງຕົວ​ໃນ​ບົ​ດ​ກະ​ວີ, ບົດ​ເພງ​​ຕະຫຼອດ​ໄປ.

        ໝູ່​ບ້ານ ໄຕ​ຕື້ວ, ຢູ່ ຮ່າ​ໂນ້ຍ ໂດ່ງ​ດັງ​ຍ້ອນ​ແມ່ນ​ບ່ອນ​ສະ​ໜອງດອກ​ໄມ້​ສົດ​ໃຫ້​ຍະ​ຄອນຫຼວງ ຮ່າ​ໂນ​້ຍ ແລະ ບັນ​ດາ​ແຂວງ ໃກ້​ຄຽງ. ​ດອກ​ໄມ້​ຕົ້ນ​ຕໍ​ທີ່​ເຄີຍ​ປູກ​ຢູ່ ໝູ່​ບ້ານ​ແຫ່ງນີ້ມີ: ດອກ​ກຸ​ຫລາບ,  ດອກ​ເປັນ​ຈະ​ມາດ, ດອກ​ຂົນ​ຕາ, ດອກ​ລີ​ລີ, ດອກ​ເຂືອ​ບ້າ…

        ​ຮອ​ດ​ວັນ​ທີ 20/12 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ​ແຕ່​ລະ​ປີ, ດອກ​ຄາຍ ຢູ່​ໝູ່​ບ້ານ ເຍີດ​ເຕີນ ຢູ່​ແຄມ​ໜອງ ໂຮ່​ໄຕ, ເມືອງ ໄຕ​ໂຮ່, ນະ​ຄອນຫຼວງ ຮ່າ​ໂນ້ຍ ກໍ່ເ​ບັງ​ບານອອກ​ດ້ວຍ​ສີ​ສົດ​ໃສ, ເປັນ​ສັນ​ຍານ​​ບົ່ງ​ບອກວ່າ​ລະ​ດູ​ບານ​ໃໝ່, ປີ​ໃໝ່​ໃກ​້​ຈະ​ວຽນ​ມາ​ແລ້ວ. ດອກ​ຄາຍ​ຢູ່ ເຍີດ​ເຕີນ ກໍ່​​ເປັນສັນ​ຍາ​ລັກຂອງ ຮ່າ​ໂນ້ຍ​ເຊິ່ງ​ຂາດບໍ່​ໄດ້​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ.

        ໝູ່​ບ້ານ ຫ້າ​ຫລູງ, ປະ​ຈຸ​ບັນ​ແມ່ນ​ໝ​ູ່​ບ້ານ ດັ່ງ​ຫາຍ, ຂຶ້ນ​ກັບ​ເມືອງ ຫາຍ​ອານ, ນະ​ຄອນ ຫາຍ​ຟ່ອງ, ໂດ່ງ​ດັງ​ຍ້ອ​ນ​ອາ​ຊີບ​ປູກດອກ​ໄມ້​​ທີ່​ມີມາ​​ກ່ອນນີ້​ນັບ​ຮ້ອຍ​ປີ​. ໝູ່​ບ້ານນີ້​ເຄີຍ​ປູ​ກດອກ​ກຸ​ຫລາບ, ດອກ​​ເປັນ​ຈະ​ມາດ, ດອກ​ໄລ​ເຢີນ…

        ໝູ່​ບ້ານ ທ໋າຍ​ຟຽນ, ຫ່າງ​ຈາກ​ໃຈ​ກາງ​ນະ​ຄອນ ດ່າ​ລາດ 7 ກມ. ເມື່ອ​ທ​ຽບ​ໃສ່​ບັນ​ດາ​ເຂດ​ອື່ນໆ​ຢູ່​ນະ​ຄອ​ນ​ພູ​ພຽງ​ນີ້, ທ໋າຍ​ຟຽນ ມີ​ເງື່ອນ​ໄຂ​ທຳ​ມະ​ຊາດ ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ປູກດອກ​ໄມ້. ປະ​ຈຸ​ບັນ, ​ໝູ່​ບ້ານນີ້​ໄດ້​ປູກດອກ​ໄມ້ຫຼາຍ​ຊະ​ນິດ​ທີ່​ມີ​ແນວ​ພັນມາ​ຈາກ ຝ​ຣັ່ງ, ຍີ່​ປຸ່ນ, ອິນ​ໂດ​ເນ​ເຊຍ, ໂຮນ​ລັງ…

        ນອກ​ຈາກນັ້ນ, ຢ​ູ່ ດ່າ​ລາດ ຍັງ​ມີ​ໝູ່​ບ້ານດອກ​ໄມ້ ຮ່າ​ດ​ົງ, ໄດ້​ຮັບ​ການ​ສ້າງ​ຕັ້ງ​​ແຕ່​ປີ 1940 ໂດຍ 35 ຄອບ​ຄົວ​​ທີ່ມາ​ຈາກ ຮ່າ​ໂນ້ຍ. ໝູ່​ບ້ານ​ແຫ່ງນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ໝູ່​ບ້ານ​ປູກດອກ​ໄມ້​ທຳ​ອິດ​ຢູ່ ດ່າ​ລາ​ດ. ນີ້ກໍ່​ແມ່ນ​ບ່ອນ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນຫຼວງຫຼາຍ.

        ໝູ່​ບ້ານ ຊາ​ແດກ, ແຂວງ ດົ່ງ​ທາບ ໄດ້​ຮັບ​ຖື​ວ່າ​ແມ່ນ​ສູນ​ຂອງດອກ​ໄມ້​ປະ​ດັບ​ຂະ​ໜາດ​ໃຫ​ຫຍ່​ສຸດ​ຂອງ ຫວຽດ​ນາມ.

        ດ້ວຍ​ອາ​ຍຸ​ເກືອບ 6 ທົດ​ສະ​ວັດ, ບ້ານ ເຟືອກ​ດິ້ງ, ຕາ​ແສງ ບິ່ງ​ຮ່​ວາ​ເຟືອກ, ເມືອງ ລອງ​ໂຮ່, ​ແຂວງ ຫວີງ​ລອງ ແມ່ນ​ບ່ອນ​ປູກດອກ​ເໝີຍ​ໂດ່ງດ​ັງ​ທີ່​ສຸດ​ຂອງ​ທົ່ວ​ປະ​ເທດ. ໝູ່​ບ້ານນີ້​ມີ​ປະ​ມານ 360 ຄອບ​ຄົວ ແຕ່​ມີ​ເຖິງ 330 ຄອ​ບ​ຄົ​ວ​ປູ​ກດອກ​ເໝີຍ.

ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ຂອງ​ພວກ​ເຮົາ​ຂໍ​ສິ້ນ​ສຸດ​ລົງ​ພຽງ​ເທົ່າ​ນີ້, ຖ້າ​ຫາກ​ຜູ້​​ຟັງໃດ​ມີ​ຄວາມ​ສົນ​ໃຈ ​ແລະ ຢາກ​​ປະກອບ​ຄຳ​ເຫັນ​ໃຫ້​ລາຍການສາມາດ​ຝາກ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົນ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 0084​.43​.825​.6631, ອີ​ແມວ: Laovov@yahoo.com ຫຼື laovov5@gmail.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວທີ່ຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ.

 

ຕອບກັບ

ຂ່າວ/ບົດ​ອື່ນ