ແນະ​ນຳ​ກ່ຽວ​ກັບ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ ຢູ່ ຫວຽດ​ນາມ

(VOVWORLD) - ໃນອາທິດຜ່ານມາ, VOV5  ໄດ້ຮັບຈົດໝາຍ 459 ສະບັບ, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 25 ສະບັບຈາກທ່ານຜູ້ຟັງລາວ.
  ໃນອາທິດຜ່ານມາ, ພວກຂ້າພະເຈົ້າ ໄດ້ຮັບຈົດໝາຍຂອງເພື່ອນ ສີສະໜຸກ ຢູ່ແຂວງ ວຽງຈັນ ດ້ວຍຄຳແບ່ງປັນດັ່ງນີ້: ຂ້າພະເຈົ້າລອງເຮັດເຝີແຫ້ງໄກ່ໃສ່ຫອມຈຽວຕາມສູດທີ່ພວກເພື່ອນໄດ້ແນະນຳມາແລ້ວ. ຄອບຄົວຂ້າພະເຈົ້າຜູ້ໃດກໍມັກ, ແຖມຍັງຍົກໂປ້ວ່າແຊບຫຼາຍ. ຂ້າພະເຈົ້າຢາກຝຶກເຮັດຫຼາຍເຍື່ອງອາຫານຂອງ ຫວຽດນາມ ໃຫ້ຄອບຄົວກິນ. ຫວັງວ່າ ພວກເພື່ອນຈະແນະນຳອີກຫຼາຍໆເມນູ”.

ໃນບອັກຄອມເມັ້ນພາຍໃຕ້ບົດຂຽນ “ຮ່າໂນ້ຍ ຮັກສາອາຊີບເປົ່າແກ້ວ” ໃນຄໍລຳ ເລື່ອງລາວເຂດບ້ານນາ, ເພື່ອນ ຈັນທິມາ ໄດ້ແບ່ງປັນວ່າ: ຫວຽດນາມ ມີຫຼາຍໝູ່ບ້ານອາຊີບທີ່ໜ້າຈັບໃຈແທ້. ຂອບໃຈພວກເພື່ອນທີ່ໄດ້ແນະນຳໃຫ້ຂ້າພະເຈົ້າຮູ້ວ່າ ເພື່ອສາມາດຜະລິດໄດ້ຈອກ ຫຼື ດອກໄຟອັນໜຶ່ງ ກຳມະກອນມີຄວາມລຳບາກຊ່ຳໃດ, ພິເສດແມ່ນໃນສະພາບອາກາດທີ່ຮ້ອນເອົ້າຂອງລະດູຮ້ອນນີ້”.

  ຜູ້ຈັດທຳລາຍການພວກຂ້າພະເຈົ້າ ຮູ້ສຶກດີໃຈຫຼາຍ ເມື່ອໄດ້ຮັບຄຳແບ່ງປັນຈາກທ່ານຜູ້ຟັງ. ຂອບໃຈຜູ້ຟັງທຸກໆທ່ານ ທີ່ໄດ້ໃຫ້ການສະໜັບສະໜູນ, ຕິດຕາມ ແລະ ສົ່ງຈົດໝາຍຝາກເຖິງລາຍການ. ພວກຂ້າພະເຈົ້າ ຈະສືບຕໍ່ຜະລິດ, ລົງຫຼາຍຂ່າວ, ບົດທີ່ເປັນປະໂຫຍດກ່ຽວກັບອາຫານການກິນ, ໝູ່ບ້ານອາຊີບຫັດຖະກຳ, ເສດຖະກິດ, ວັດທະນະທຳ, ປະເທດຊາດ ຫວຽດນາມ... ຫວັງວ່າ ທ່ານຈະຕິດຕາມອ່ານ ແລະ ສົ່ງຄອມເມັ້ນມາຫາລາຍການ. 

ເພື່ອສືບຕໍ່ລາຍການ, ຕໍ່ໄປ ພວກຂ້າພະເຈົ້າຂໍຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກເຖິງລາຍການໃນອາທິດຜ່ານມາ. ຄຳຖາມທຳອິດ ແມ່ນມາຈາກເພື່ອນ ອຸ່ນຄຳ ຢູ່ແຂວງ ຈຳປາສັກ. ເພື່ອນຖາມມາວ່າ: ຢູ່ ຫວຽດນາມ, ມີມໍລະດົກວັດທະນະທຳໃດແດ່ ທີ່ໄດ້ຮັບການຮັບຮອງຈາກ UNESCO?

ແນະ​ນຳ​ກ່ຽວ​ກັບ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ ຢູ່ ຫວຽດ​ນາມ - ảnh 1ສິລະປະພະລາດຊະວັງ ເຫວ້ (ພາບ: nhanhac.com.vn)

ສຳລັບຄຳຖາມຂອງເພື່ອນ ອຸ່ນຄຳ, ພວກຂ້າພະເຈົ້າຂໍຕອມມາດັ່ງນີ້: ມໍລະດົກວັດທະນະທຳຂອງ ຫວຽດນາມ ທີ່ໄດ້ຮັບການຮັບຮອງຈາກອົງການ UNESCO ນັ້ນ, ໄດ້ແບ່ງອອກເປັນ 2 ປະເພດ: ມໍລະດົກວັດທະນະທຳເປັນຮູບປະທຳ ແລະ ມໍລະດົກວັດທະນະທຳນາມມະທຳ, ລະອຽດດັ່ງນີ້:

-       ສຳລັບມໍລະດົກວັດທະນະທຳຮູບປະທຳ: ໄລ່ຮອດເດືອນ ພຶດສະພາ 2024, ຫວຽດນາມ ມີ 5 ມໍລະດົກວັດທະນະທຳຮູບປະທຳ ໄດ້ຮັບການຮັບຮອງຈາກ UNESCO ຄື: ເມືອງເກົ່າ ໂຮ້ຍອານ ແລະ ສະຖານທີ່ສັກສິດ (ບູຮານສະຖານ) ໝີເຊີນ ຢູ່ແຂວງ ກວ໋າງນາມ, ເມືອງເກົ່າ ເຫວ້ ຢູ່ແຂວງ ເທື່ອທຽນເຫວ້, ພະລາດຊະວັງທັງລອງ (ຮ່າໂນ້ຍ) ແລະ ພະລາດຊະວັງ ລາດຊະວົງ ໂຮ່ ຢູ່ແຂວງ ແທັງຮວ໊າ.

-                     ມໍລະດົກວັດທະນະທຳນາມມະທຳ ມີຢູ່ 8 ມໍລະດົກຄື: ສິລະປະພະລາດຊະວັງ ເຫວ້, ວັດທະນະທຳຄ້ອງ ເຕີຍງວຽນ, ຂັບກວານຫໍ້, ຂັບກາຈູ່, ງານບຸນ ຢ໊ອງ, ຂັບຊວານ ຝູທໍ້, ການເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງ ແລະ ຂັບເດີນກາຕ່າຍຕື.

ພວກຂ້າພະເຈົ້າຫວັງວ່າ, ບັນດາມໍລະດົກວັດທະນະທຳດັ່ງກ່າວ ຈະນອນໃນບັນຊີການຄົ້ນຫາຂອງທ່ານໃນໄລຍະຈະມາເຖິງ. 

ຄຳຖາມຕໍ່ໄປ ແມ່ນຂອງເພື່ອນ ແສງຈັນ ຢູ່ແຂວງ ຄຳມ່ວນ, ໂດຍມີເນື້ອໃນດັ່ງນີ້: ໝາກລີ້ນຈີ່ ທ່ຽວ ຂອງແຂວງ ບັກຢາງ ໄດ້ສົ່ງອອກໄປຍັງປະເທດໃດແດ່ແລ້ວ? ນອກຈາກໝາກລີ້ນຈີ່ ທ່ຽວ ແລ້ວ, ແຂວງ ບັກຢາງ ຍັງມີອັນໃດແດ່ທີ່ເປັນເອກະລັກ?

ປັດຈຸບັນ, ໝາກລີ້ນຈີ່ ທ່ຽວ ບັກຢາງ ໄດ້ສົ່ງອອກໄປຍັງ 30 ປະເທດ, ເຂດແຄວ້ນໃນໂລກແລ້ວ, ໃນນັ້ນ ມີຫຼາຍຕະຫຼາດທີ່ເຄັ່ງຂັດຄື: ຍີ່ປຸ່ນ, ອາເມລິກາ, EU, ອົດສະຕາລີ, ໄທ, ຈີນ... ປີ 2024, ໃນຈຳນວນກວ່າ 20.000 ໂຕນ ທີ່ໄດ້ຈຳໜ່າຍແລ້ວນັ້ນ, ບັກຢາງ ໄດ້ສະໜອງກວ່າ 14.000 ໂຕນ ໃຫ້ຕະຫຼາດພາຍໃນປະເທດ, ສ່ວນຍັງເຫຼືອ ແມ່ນໄດ້ສົ່ງອອກໄປຍັງຕະຫຼາດ ຈີນ, ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ເອີຣົບ, ອາເມລິກາ, ອົດສະຕາລີ, ຍີ່ປຸ່ນ... ໃນນັ້ນ, ສະເພາະຕະຫຼາດ ອາເມລິກາ ແລະ ເອີຣົບ ກວມເອົາເກືອບ 50 ໂຕນ.
ແນະ​ນຳ​ກ່ຽວ​ກັບ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ ຢູ່ ຫວຽດ​ນາມ - ảnh 2ໝີ່ຈູ໊ລູກງ້ານ ຜະລິດຕະພັນທີ່ເປັນເອກະລັກຂອງແຂວງ ບັກຢາງ (ພາບ:bacgiang.gov.vn)

ນອກຈາກໝາກລີ້ນຈີ່ ແລ້ວ, ແຂວງ ບັກຢາງ ຍັງມີອາຫານທີ່ເປັນເອກະລັກຄື: ໝີ່ຈູ໊ລູກງ້ານ, ນ້ຳເຜີ້ງປ່າ ອຽນເຖ, ໄກ່ລາດ ອຽນເຖ, ໝາກນັດ ແລະ ໝາກຂຽບ ລູກນາມ, ເຂົ້າຂຽບ ເກ໋ ບັກຢາງ... ທັງໝົດເຫຼົ່ານີ້ ລ້ວນແຕ່ແມ່ນບັນດາເຍື່ອງອາຫານທີ່ຜູ້ໃດທີ່ໄດ້ໄປຜ່ານ ຫຼື ມາແຂວງ ບັກຢາງ ກໍຢາກຊິມ.

 ດັ່ງທີ່ກ່າວມາຂ້າງທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn.

ຕອບກັບ

ຂ່າວ/ບົດ​ອື່ນ