ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ ຢູ່​ແຂວງ ກ໋​ວາງ​ບິ່ງ

(VOVWORLD) - ກວ໋າງບິ່ງ ແມ່ນເຂດດິນແດນທີ່ມີສະຖານທີ່ທ່ອງທ່ຽວສວຍງາມຫຼາຍແຫ່ງ ຍັງມີລັກສະນະຮົກເຮື້ອເປົ່າຫວ່າງ ແຕ່ດຶງດູດແຂກທ່ອງທ່ຽວມາຄົ້ນຫາ. ບໍ່ພຽງແຕ່ມີຫາດຊາຍທະເລເຢັນສະບາຍ, ກວ໋າງບິ່ງ ຍັງມີທະເລຊາຍຂະໜາດນ້ອຍທີ່ສວຍງາມ ແລະ ຖ້ຳຫຼາຍແຫ່ງທີ່ຕັ້ງຢູ່ທ່າມກາງພູຜາປ່າໄມ້ໃຫຍ່ໂຕມະໂຫຖານນຳອີກ. 
ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ ຢູ່​ແຂວງ ກ໋​ວາງ​ບິ່ງ - ảnh 1ຖ້ຳຟອງຍາຢູ່ກ໋ວາງບິ່ງ (ພາບ: vietnam.travel)

ອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 391 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄ້ວນ. ໃນນັ້ນລາຍການພາກພາສາລາວ ໄດ້ຮັບຈົດໝາຍ 26 ສະບັບ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ ແລະ ຕອບບາງຄຳຖາມໂດຍທ່ານຜູ້ຟັງ, ຜູ້ອ່ານຝາກມາລາຍການໃນອາທິດຜ່ານມາ.

ທ່ານJavier Gonzalez Nungaray ຜູ້ຟັງມາຈາກເມັກຊີໂກ ໄດ້ຂຽນວ່າ: ຜ່ານວິທະຍຸກະຈາຍສຽງຫວຽດນາມ, ຂ້າພະເຈົ້າຍາມໃດກໍ່ໄດ້ຮັບຂໍ້ມູນໃໝ່ຢ່າງຄົບຖ້ວນຈາກບັນດາລາຍການຕ່າງໆຂອງ VOV. ຂ້າພະເຈົ້າຮູ້ສຶກດີໃຈ ແລະ ເອກອ້າງທະນົງໃຈກ່ຽວກັບບັນດາຂໍ້ມູນທ່ີກ່ຽວຂ້ອງເຖິງການພົວພັນທາງການທູດ ແລະ ການຄ້າ ລະຫວ່າງ ເມັກຊີໂກ ແລະ ຫວຽດນາມ ທ່ີ່ໄດ້ສະເໜີໃນລາຍການໂອ້ລົມກັບທ່ານຜູ້ຟັງຢ່າງຫຼວງຫຼາຍ ແລະ ຄົບຖວ້ນ. ຂ້າພະເຈົ້າຫວັງວ່າຈະສືບຕໍ່ມີການພົວພັນຢ່າງໃກ້ຊິດກັບ VOV.

ເພື່ອນ ໜູເພັດ, ຢູ່ວຽງຈັນ ໄດ້ແບ່ງປັນວ່າ: ຂອບໃຈພວກເພື່ອນທີ່ໄດ້ສະໜອງຂໍ້ມູນທີ່ມີປະໂຫຍດ ແລະ ຂ້າພະເຈົ້າຫວັງວ່າ ຈະສືບຕໍ່ໄດ້ຮ່ວມເດີນທາງກັບພວກເພື່ອນໃນຫຼາຍປີອີກ. ຂ້າພະເຈົ້າມັກບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊຂອງພວກເພື່ອນ, ພົ້ນເດັ່ນແມ່ນບັນດາລາຍການຄື: ວັດທະນະທຳ, ປະເທດຊາດ ແລະ ຊາວຫວຽດນາມ ແລະ ໂອ້ລົມກັບເພື່ອນລາວ.

ເພື່ອນ ດວງໃຈ ຢູ່ແຂວງຊຽງຂວາງ, ລາວ ໃຫ້ຮູ້ວ່າ: ຂ້າພະເຈົ້າມັກຊົມບັນດາຄຼິບວີດີໂອກ່ຽວກັບອາຫານການກິນທີ່ໄດ້ເອົາລົງໃນເວັບໄຊ vovworld.vn, ພາກພາສາລາວ. ຜ່ານບັນດາຄຼິບວີດີໂອນັ້ນ, ຂ້າພະເຈົ້າໄດ້ຮູ້ວິທີການປຸງແຕ່ງບັນດາເຍື່ອງອາຫານຫວຽດນາມ, ບັນດາເຍື່ອງອາຫານທີ່ແຊບຊ້ອຍ, ບັນດາສະມາຊິກໃນຄອບຄົວຂ້າພະເຈົ້າ ຜູ້ໃດກໍ່ມັກ. ຫວັງວ່າໃນໄລຍະຈະມາເຖິງ, ທາງລາຍການຈະເອົາຫຼາຍຄຼິບວີດີໂອລົງເພື່ອແນະນຳການປຸງແຕ່ງອາຫານຕື່ມອີກ. ຂໍອວຍພອນໃຫ້ລາຍການພາສາລາວ ເວົ້າສະເພາະ ແລະ VOV ເວົ້າລວມ ນັບມື້ນັບພັດທະນາ.

ເພື່ອນ ຄຳພັນ ມາຈາກແຂວງ ຊຽງຂວາງ, ໄດ້ສົ່ງຈົດໝາຍຝາກມາລາຍການດ້ວຍເນື້ອໃນ: ຄາດວ່າໃນເດືອນກໍລະກົດ ຂ້າພະເຈົ້າ ແລະ ຄອບຄົວ ຈະໄປທ່ຽວຢູ່ ກວ໋າງບິ່ງ, ຫວັງວ່າທາງລາຍການຈະແນະນຳບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ທີ່ນີ້ໃຫ້ແກ່ພວກຂ້າພະເຈົ້າ. ຂໍຂອບໃຈ.

ເພື່ອນ ຄຳພັນ ທີ່ຮັກແພງ! ກວ໋າງບິ່ງ ແມ່ນເຂດດິນແດນທີ່ມີສະຖານທີ່ທ່ອງທ່ຽວສວຍງາມຫຼາຍແຫ່ງ ຍັງມີລັກສະນະຮົກເຮື້ອເປົ່າຫວ່າງ ແຕ່ດຶງດູດແຂກທ່ອງທ່ຽວມາຄົ້ນຫາ. ບໍ່ພຽງແຕ່ມີຫາດຊາຍທະເລເຢັນສະບາຍ, ກວ໋າງບິ່ງ ຍັງມີທະເລຊາຍຂະໜາດນ້ອຍທີ່ສວຍງາມ ແລະ ຖ້ຳຫຼາຍແຫ່ງທີ່ຕັ້ງຢູ່ທ່າມກາງພູຜາປ່າໄມ້ໃຫຍ່ໂຕມະໂຫຖານນຳອີກ. ຕໍ່ໄປພວກຂ້າພະເຈົ້າຈະແນະນຳບາງສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ ຢູ່ກ໋ວາງບິ່ງ ໃຫ້ເພື່ອນ:

ຖ້ຳຟອງຍາ: ໂດຍຕັ້ງຢູ່ທ່າມກາງພູຜາປ່າໄມ້, ມີຄວາມງາມແບບໃຫຍ່ໂຕມະໂຫຖານ ແລະໂຣແມນຕິກ ໄດ້ຮັບການຂະໜາມນາມວ່າ ແມ່ນຖ້ຳງາມທີ່ສຸດຂອງ ຫວຽດນາມ. ຖ້ຳຟອງຍາ ໄດ້ຮັບການຂຸດຄົ້ນໃນຊຸມປີມໍ່ໆມານີ້, ດ້ວຍ 2 Tour ທ່ອງທ່ຽວຫຼັກ ນັ້ນແມ່ນ: Tour ຄົ້ນຫາຖ້ຳທີ່ມີຄວາມຍາວ 1.200 ແມັດ ແລະ Tour ຄົ້ນຫາຖ້ຳຍາວ 4.500 ແມັດ.

ຖ້ຳທຽນເດື່ອງ: ໂດຍແມ່ນຖ້ຳບໍ່ມີນ້ຳທີ່ຍາວທີ່ສຸດຢູ່ອາຊີ ແລະ ແມ່ນໜຶ່ງໃນບັນດາຖ້ຳໃຫຍ່ໂຕມະໂຫຖານທີ່ສຸດ, ຈຸດນັດພົບທີ່ມີຄວາມດຶງດູດໃຈສຳລັບແຂກທ່ອງທ່ຽວ ດ້ວຍບັນດາ Tour ທ່ອງທ່ຽວຄື: Tour ຄົ້ນຫາຖ້ຳຍາວ 1 ກີໂລແມັດ ແລະ Tour ຄົ້ນຫາຖ້ຳຍາວ 7 ກີໂລແມັດ.

ຖ້ຳເຊີນດອງ - ໂດຍແມ່ນຖ້ຳໃຫຍ່ທີ່ສຸດໃນໂລກ, ຖ້້ຳເຊີນດອງ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວດ້ວຍຄວາມງາມຂອງຫີນຍ້ອຍທີ່ເປັນເອກະລັກສະເພາະ, ແມ່ນ້ຳໃຕ້ດິນ ແລະ ພິເສດແມ່ນເຂດປ່າທີ່ໃຫຍ່ໂຕມະໂຫຖານຢູ່ທ່າມກາງຖ້ຳ ດ້ວຍສັດສາວາສິ່ງທີ່ເປັນເອກະລັກສະເພາະ.

ຫາຍຊາຍທະເລ ເຍິດເລະ: ຫາດຊາຍທະເລເຍິດເລະ ແມ່ນໜຶ່ງໃນບັນດາຫາດຊາຍທີ່ມີຊື່ສຽງທີ່ສຸດຢູ່ ກວ໋າງບິ່ງ ແລະ ນອນໃນ Top 10 ສະຖານທີ່ທ່ອງທ່ຽວທີ່ມີຄວາມຈັບອົກຈັບໃຈທີ່ສຸດຢູ່ ຫວຽດນາມ, ພິເສດຫາດຊາຍນີ້ຢູ່ຫ່າງຈາກໃຈກາງນະຄອນ ດົ່ງເຮີຍ (ປະມານ 1 ກີໂລແມັດ).

ທະເລຊາຍ ຂະໜາດນ້ອຍ ກວາງຝູ: ທະເລຊາຍ ກວາງຝູ ຂຶ້ນກັບຕາແສງ ກວາງຝູ, ຢູ່ຫ່າງຈາກໃຈກາງນະຄອນ ດົ່ງເຮີຍ 8 ກີໂລແມັດ. ສະຖານທີ່ແຫງນີ້ມີຊື່ສຽງດ້ວຍທະເລຊາຍທີ່ສວຍງາມແບບຮົກເຮື້ອ, ເມື່ອມານີ້ ແຂກທ່ອງທ່ຽວຈະໄດ້ລົງພຶດຕິກຳຕົວຈິງການເດີນເຂົ້າທະເລຊາຍ, ຫຼິ້ນຕະລູດຂີ້ຊາຍ, ສູບອາກາດທີ່ບໍລິສຸດ ກໍ່ຄືຖ່າຍຮູບ.

ທ່ານຜູ້ຟັງທີ່ເຄົາລົບ, ແຕ່ວັນທີ 01 ກໍລະກົດ ເປັນຕົ້ນໄປ, ລາຍການກະຈາຍສຽງພາກພາສາ ລາວ ທີ່ອອກອາກາດໃນລະບົບ AM ຈະໄດ້ຈະອອກອາກາດໄວກວ່າ 30 ນາທີເມື່ອທຽບໃສ່ປະຈຸບັນ. ລະອຽດແມ່ນ, ໃນຄື້ນຄວາມຖີ່ 7285 KHz, ລາຍການຈະອອກອາກາດແຕ່ເວລາ 17 ໂມງ 30 ນາທີ - 18 ໂມງ 30 ນາທີ ແລະ ໃນຄື້ນຄວາມຖີ່ 1242 ຈະເລີ່ມອອກອາກາດແຕ່ 20 ໂມງ - 21 ໂມງ. ພວກຂ້າພະເຈົ້າຫວັງວ່າ, ທ່ານຜູ້ຟັງຈະແມ່ນຂົວເຊື່ອມຕໍ່ຊ່ວຍໃຫ້ຄື້ນວິທະຍຸຂອງ VOV ໄດ້ແຜ່ກະຈາຍຢ່າງກວ້າງຂວາງກວ່າ, ຊ່ວຍໃຫ້ຫຼາຍຄົນໄດ້ເຂົ້າເຖິງກັບແຫຼ່ງຂໍ້ມູນທີ່ເປັນປະໂຫຍດກ່ຽວກັບ ຫວຽດນາມ, ກ່ຽວກັບສາຍພົວພັນລະຫວ່າງ 2 ປະເທດ, ປະກອບສ່ວນຊ່ວຍໃຫ້ສາຍພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ນັບມື້ນັບໄດ້ຮັບການປັບປຸງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາ ນັບມື້ນັບດີກວ່າເກົ່າ. ບັນດາທ່ານກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມຜ່ານບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ. ຂໍຂອບໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ