ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 198 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 38 ປະເທດ ແລະ ເຂດແຄ້ວນ.

ເພື່ອນດາລາວັນ ພິຈິດ ຢູ່ແຂວງ ຈຳປາສັກ; ເພື່ອນ ເພັດສະໝອນ ຢູ່ແຂວງຄຳມ່ວນ ໄດ້ສົ່ງອີແມວມາຍັງລາຍການໂດຍແບ່ງປັນວ່າ: ເນື່ອງໃນໂອກາດວັນແມ່ຍິງສາກົນ 08 ມີນາ 2018. ຂ້າພະເຈົ້າຂໍອວຍພອນໃຫ້ບັນດາເອື້ອຍນ້ອງແມ່ຍິງຫວຽດນາມ ເວົ້າລວມ ແລະ ເອື້ອຍນ້ອງແມ່ຍິງທີ່ເຮັດວຽກຢູ່ VOV ກໍຄືພາກພາສາລາວ, VOV5 ເວົ້າສະເພາະ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກ, ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 1 ທາດ ຮ່ວາຟອງ ເຊິ່ງແມ່ນໜຶ່ງໃນບັນດາກິດຈະກຳທີ່ຕົກຄ້າງພາກສ່ວນໜຶ່ງຂອງວັດ ບ໋າວເອີນ

(ພາບອີນເຕີແນັດ)

ເພື່ອນ ມາລີ ວົງສາ, ນັກສຶກສາມະຫາວິທະຍາໄລການຄ້າຕ່າງປະເທດ, ຮ່າໂນ້ຍ ໄດ້ສົ່ງອີແມວມາຍັງລາຍການໂດຍຖາມວ່າ:  ຂ້າພເຈົ້າໄດ້ໄປຢ້ຽມຢາມບັນດາສະຖານທີ່ທີ່ມີຊື່ສຽງຂອງຮ່າໂນ້ຍ ຫຼາຍແຫ່ງ, ໃນນັ້ນມີໜອງ ຮ່ວານກ໋ຽມ ເຊິ່ງແມ່ນສະຖານທີ່ທີ່ຂ້າພະເຈົ້າເຄີຍມາຫຼາຍກວ່າໝູ່. ຢູ່ຕໍ່ໜ້າໂຮງໄປສະນີຮ່າໂນ້ຍ ມີທາດນ້ອຍທາດໜຶ່ງ, ຂ້າພະເຈົ້າບໍ່ຮູ້ວ່າ ທາດນັ້ນມີຊື່ວ່າແນວໃດ? ແລະ ໄດ້ຮັບການກໍ່ສ້າງແຕ່ປີໃດ?

        ເພື່ອນ ມາລີ ວົງສາ ທີ່ຮັກແພງ, ສຳລັບປະຊາຊົນຊາວຮ່າໂນ້ຍ ແລ້ວ, ຮູບພາບທາດເກົ່າແກ່ທີ່ຕັ້ງຢູ່ຕາມຖະໜົນ ດິງຕຽນຮ່ວາງ, ເບິ່ງຄືວ່າໄດ້ກາຍເປັນຄວາມລື້ງເຄີຍແລ້ວ. ບໍ່ພຽງແຕ່ຊາວຮ່າໂນ້ຍ ເທົ່ານັ້ນ ຫາກບັນດານັກທ່ອງທ່ຽວທີ່ມາຢ້ຽມຢາມໜອງ ຮ່ວານກຽມ ຕ່າງກໍ່ຄິດວ່າ ທາດເຫຼົ່ານັ້ນແມ່ນໜຶ່ງໃນບັນດາກຸ່ມກິດຈະກຳຂອງ ທາດເຕົ່າ - ໜອງຮ່ວານກ໋ຽມ. ຄວາມຈິງແລ້ວນີ້ແມ່ນ ທາດ ຮ່ວາຟອງ ເຊິ່ງແມ່ນໜຶ່ງໃນບັນດາກິດຈະກຳທີ່ຕົກຄ້າງພາກສ່ວນໜຶ່ງຂອງວັດ ບ໋າວເອີນ ຖືກກໍ່ສ້າງເມື່ອປີ 1842 ແລະ ມາຮອດປີ 1888, ຝລັ່ງ ໄດ້ທຳລາຍວັດດັ່ງກ່າວເພື່ອກໍ່ສ້າງໂຮງໄປສະນີ. ນີ້ແມ່ນຮ່ອງຮອຍໜຶ່ງດຽວຂອງວັດບ໋າວເອີນ ທີ່ຍັງຮັກສາໄວ້ມາຮອດປະຈຸບັນ. 

ເພື່ອນພອນໄຊ, ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ ໄດ້ຖາມວ່າ: ຂ້າພະເຈົ້າຮູ້ວ່າ ຫວຽດນາມ ມີຝັ່ງທະເລຍາວແຕ່ເໜືອຮອດໃຕ້, ດິນອຸດົມສົມບູນ. ແຕ່ຂ້າພະເຈົ້າບໍ່ຮູ້ວ່າ ຝັ່ງທະເລຂອງຫວຽດນາມ ຍາວຈັກ ກ.ມ, ມີເກາະໃຫຍ່ນ້ອຍຈັກແຫ່ງ ແລະ ເກາະແຫ່ງໃດແມ່ນເກາະໃຫຍ່ກວ່າໝູ່ຢູ່ຫວຽດນາມ?

        ເພື່ອນພອນໄຊ ທີ່ຮັກແພງ, ຕາມຕົວເລກທີ່ໄດ້ປະກາດໃນແວບໄຊຂອງກະຊວງວິທະຍາສາດ, ເຕັກໂນໂລຊີຫວຽດນາມ ແລ້ວ, ຝັ່ງທະເລຂອງຫວຽດນາມ ມີລວງຍາວກວ່າ 3.000 ກມ. ປະຈຸບັນ ຫວຽດນາມ ມີເກາະ, ດອນຫີນໃຫຍ່ນ້ອຍຢູ່ໃຕ້ນ້ຳກວ່າ 4.000 ແຫ່ງ. ໃນນັ້ນເກາະໃຫຍ່ກວ່າໝູ່ຂອງຫວຽດນາມ ແມ່ນເກາະ ຟຸ໋ກ໋ວກ ເຊິ່ງໄດ້ຮັບການຂະໜານນາມວ່າ ເກາະເພັດ, ເກາະຟຸ໋ກ໋ວກ ພ້ອມກັບບັນດາເກາະແຫ່ງອື່ນໄດ້ສ້າງເປັນເມືອງເກາະຟຸ໋ກ໋ວກ ຂຶ້ນກັບແຂວງກຽນຢາງ, ເກາະແຫ່ງນີ້ມີເນື້ອທີ່ທັງໝົດແມ່ນ 589,23 ກີໂລຕາແມັດ.

        ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເວັບໄຊ vovworld.vn ຫຼື vov5.vn ເພື່ອແລກປ່ຽນຄຳເຫັນ ແລະ ຄຳຕິນິຕິຊົມຂອງຕົນຜ່ານບັນດາລາຍການທີ່ໄດ້ລົງໃນເວັບໄຊດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ