​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ ຝ​າກ​ມາ​ລາຍ​ການ

(vovworld) - ໃນ​ອາ​ທິດ​ຜ່ານ​ມາ, ລາຍ​ການ​ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ໄດ້​ຮັບ​​ໂທ​ລະ​ສັບ, ອີ​ແມວ, ​ຈົດໝາຍຈ​າກ​ຜູ້​ຟັງ​ລາວ ທີ່​ສົ່ງ​ມາລາຍການ​​. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝ​າກ​ມາ​ລາຍ​ການ.


​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ ຝ​າກ​ມາ​ລາຍ​ການ - ảnh 1
(ຄະ​ນະ​ກຳ​ມະ​ການ​ທັງ 2 ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​)

​ເພື່ອ​ນ ຫງວຽນ​ວັນ​ຕ໋ວຽນ, ຊາວ​ຫວຽດນາມ ອາ​ໄສ​ຢູ່​​ແຂວງ ບໍລິ​ຄຳ​ໄຊ, ລາວ ​ໄດ້​ສົ່ງ​ອີ​ແມວ​ມາ​ຍັງ​ລາຍການ​ໂດຍ​ໃຫ້​ຮູ້​ວ່າ: ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຂ່າວ​ວ່າ, ໃນ​ອາ​ທິດ​ຜ່ານ​ມາ, ຄ​ະ​ນະ​ກຳ​ມະ​ການ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ​ແລະ ລາວອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ຈັດ​ພິ​ທີ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ​ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ຄົນ​ເຊື້ອ​ຊາດ​ລາວ ຢູ່​ຕ່າງ​ປະ​ເທດ ແລ​ະ ຄະ​ນະ​ກຳ​ມະ​ການ​​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ ໄດ້ລົງ​ນາມ​ໃນ​ແຜນ​ການ​ຮ່ວມ​ມ​ື​ໄລ​ຍະ 2016 – 2020. ຂ້າ​ພະ​ເຈົ້າ​ຢາກ​ຮູ້​ກ່ຽວ​ກັບເນື້ອ​ໃນ​ຂອງ​ການ​ລົງ​ນາມ​​ນີ້. ສະ​ນັ້ນ, ຢາກ​ໃຫ້​ລາຍ​ການພາກ​ພາ​ສາ​ລາວ ແນະ​ນຳ​ໂດຍ​ຫຍໍ້​ກ່ຽວ​ກັບ​ເນື້ອ​ໃນ​ຂອງ​ແຜນ​ການ​ຮ່ວມ​ມື​ນີ້ໄດ້​ບໍ່?

ເພື່ອ​ນ ຫງວຽນ​ວັນ​ຕ໋ວຽນ ທີ່​ຮັກ​ແພງ, ວັນ​ທີ 22/03 ຜ່ານ​ມາ, ຢູ່ນ​ະ​ຄອນ​ຫຼວງວຽງ​ຈັນ, ປະ​ເທດ​ລາວ, ​ຄະ​ນະ​ຜ​ູ້​ແທນຄະ​ນະ​ກຳ​ມະ​ການ​ພົວ​ພັນ​ຄົນ​ເຊື້ອ​ຊາດ​ລາວ ຢູ່​ຕ່າງ​ປະ​ເທດ ແລະ ​ຄະ​ນະ​ຜ​ູ້​ແທນຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ ໄດ້​ຈັດ​ກອງ​ປະ​ຊຸມ​ພົບ​ປະ​ເຈ​ລະ​ຈາ​ກ່ຽວ​ກັບໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ບົດ​ບັນ​ທຶກ​ຊ່ວຍ​ຈຳກ່ຽວ​ກັບ​ການ​ຮ່ວມ​ມື ແລະ ແລກ​ປ່ຽນ​ບົດ​ຮຽນ​ ໄລ​ຍະ 2011 – 2015 ແລະ ແລກ​ປ່ຽນ​ກ່ຽວ​ກັບ​ແຜນ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ຕາມນັ້ນ​ແລ້ວ, ຄະ​ນະ​ກຳ​ມະ​ການ​ທັງ 2 ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ເຫັນ​ດີ​​ເປັນ​ເອ​ກະ​ພາບຕໍ່​ກຳ​ນົ​ດ​ເວ​ລາ​ໃຫ້ບົດ​ບັນ​ທຶກ​ຊ່ວຍ​ຈຳ​ໄລ​ຍະ 2011 – 2015 ຕື່ມ​ອີກ 5 ປີ, ຜັນ​ຂະ​ຫຍາຍ​ແຜນ​ການ​ຮ່ວມ​ມື​ໃນ​ໄລ​ຍະ 2016 – 2020. ໃນ​ນັ້ນ, 2 ຝ່າຍ​ສ​ືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແ​ຟ້ນ, ແລກ​ປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ສະ​ພາບ​ໂລກ​ທີ່​ພົ້ນ​ເດັ່ນ ຫຼື ບັນ​ດາ​ເຫດ​ການ​​ທີ່​ກ່ຽວ​ຂ້ອງເຖິງ​​ປະ​ຊາ​ຊົນປະ​ເທດ​ຕົນ​​ທີ່ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ເປັນ​ປະ​ຈຳ; ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ​ໃນ​ວຽກ​ງານ​ໂຄ​ສະ​ນາ, ຂົ​ນ​ຂວາຍ ແລະ ສະ​ໜອງ​ຂໍ້​ມູນ​ຂ່າວ​ໃຫ້​ກັນ​ເພື່ອ​ແນ​ໃສ່​ຍາດ​ແຍ່ງ ແລະ ດຶງ​ດູດ​​​ເ​ອົາ​ຄົນ​ປະ​ເທດ​ຕົນ​​ທີ່ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ນັບ​ມື້​ນັບ​ອ​່​ວາຍ​ເມືອ​ຫາ​ບ້ານ​ເກີ​ດ​ເມືອງນອນ, ເຂົ້າ​ຮ່ວມ​​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັ​ກ​ສາ​ປະ​ເທດ​ຊາດ, ສະ​ກັດ​ກັ້ນ ແລະ ຕໍ່​ສູ້​ເພື່ອ​ຕ້ານບັນ​ດາ​ພາກ​ສ່ວນ​ທີ່​ເປັນ​ປໍ​ລະ​ປັກ​ຫວັງ​ທຳ​ລາຍ 2 ປະ​ເທດ​ລາວ ແລະ ຫວຽດ​ນາມ. 2 ຝ່າຍ​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້ກັນ​ດ້ວຍ​ເລື່ອງ​ສ້າງ​ແຜນ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ແລກ​ປ່ຽນ​​ພະ​ນັກ​ງານ​ວິ​ຊ​າ​ການ, ຝຶກ​ອົບ​ຮົມ, ​ໄປທັດ​ສະ​ນະ​ສຶກ​ສາ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ແລກ​ປ່ຽນ​ບົດ​ຮຽ​ນ​ຕາມ​ແຜນ​ການ​ຮ່ວມ​ມື​ຂອງ​ແຕ່​ລະ​ປີ.

ເພື່ອນ ສຸກ​ມາ​ລີ​ວົງ, ​ພວ​ມ​ຮ່ຳ​ຮຽນ​ຢູ່​ໂຮງ​ຮຽນ​ T80, ເຊີນ​ໄຕ, ຮ່າ​ໂນ້ຍ ໄດ້​ໂທ​ລະ​ສັບ​​ຫາ​ລາຍ​ການ​​ໂດຍ​ຖາມ​ວ່າ: ຂ້າ​ພະ​ເຈົ້າຢາກ​ຊອກ​ຮູ້​ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວງານ​ບຸນ​​ຕ່າງໆ​ຂອງ​ຫວຽດ​ນາມ ຢູ່​​ທ້ອ​ງ​ຖິ່​ນ​ທີ່​ຕົນ​ພວມ​ຮ່ຳ​ຮຽ​ນ. ໃນ​ເດືອນ 04 ຈະ​ມາ​ເຖິງ, ຢູ່​ບ້ານ​ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​ຫວຽດ​ນາມ ກໍ່ໄດ້​ຈັດ​ລາຍ​ການ​ພິ​ເສດຫຍັງ​ບໍ່?

ເພື່ອນ ສຸກ​ມາ​ລີ​ວົງທີ່​ຮັກ​ແພງ, ​ນັບແຕ່​ວັນ​ທີ 15 – 19/04, ຄະ​ນະ​ຄຸ້ມ​ຄອງ ບ້ານ​ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​ຫວຽດ​ນາມ ​ສົມ​ທົບ​ກັບ​ບັນ​ດາ​ຫົວ​ໜ່ວຍ​ທີ່​ກ່ຽ​ວ​ຂ້ອງ​ສັງ​ກັດ​ກະ​ຊວ​ງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່​ອງ​ທ່ຽວ; ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່​ອງ​ທ່ຽວ ບັນ​ດາ​ແຂວງ, ນະ​ຄອນ ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​​ຂ່ຳນັບ​​ຮັບ​ຕ້ອນ​ວັນ ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຫວຽດ​ນາມ (19/04) ແລະ ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງວັນ​ລຸງ​ໂຮ່​ຝາກ​ຈົດ​ໝາຍ​ໃຫ້​ກອງ​ປະ​ຊຸ​ມ​ໃຫຍ່​ບັນ​ດາ​ຊົນ​ເຜົ່າ​ສ່ວນ​​ໜ້ອຍ​ທາງ​ພາກ​ໃຕ້​ຫວຽດ​ນາມ (19/04/1946 – 19/04/2016). ຕາມນັ້ນ​ແລ້ວ, ເນື້ອ​ໃນ​ຕົ້ນ​ຕໍຄາດ​ວ່າ​ຈະ​ຖືກ​ດຳ​ເນີນ​ລວມ​ມີ: ພິ​ທີ​​ໄຂ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ຂ່ຳ​​​ນັບ​ຮັບ​ຕ້ອນວັນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຫວຽດ​ນາມ ແລະ ປະ​ກາດມອບ​ໃບ​ຢັ້ງ​ຢືນຈາກ UNESCO ກ່​ຽວ​ກັບ​​ພ​ິ​ທີ​ການ​ ແລະ ການດຶງເຊືອກ ​ວ່າ​ແມ່ນ​ມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ​່ມີ​ຮູບ​ຮ່າງ​ຂອງ​​ຫຼາຍ​ປະ​ເທດ ທີ່​ຕາງ​ໜ້າ​ໃຫ້​ມ​ວນ​ມະ​ນຸດ; ​ການ​ທຳພ​ິ​ທີ​  ແລະ ການ​ດຶງ​ເຊືອກ; ການ​ເຄື່ອ​ນ​ໄຫ​ວ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ; ການ​ໂອ້​ລົມ​ສົນ​ທະ​ນາ “ພັດ​ທະ​ນາ​ວັດ​ທ​ະ​ນະ​ທຳ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ”…

ເພື່ອນ ​ແສງ​ດາ​ວົງ, ພວມ​ເຮັດ​ວຽກ​ຢູ່​​ແຂວງ​ຈຳ​ປາ​ສັກ ຖາມ​ວ່າ: ຂ້າພະ​ເຈົ້າ​ໄດ້​ຍິນຫຼາຍ​ເທື່ອ​​ແລ້ວກ່ຽວ​ກັບ​ສະຖານ​ທີ່​ທ່ອງ​ທ່ຽວ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ກາດ​ບ່າ, ​ຢູ່ນະຄອນ​ຫາຍ​ຟ່ອງ, ​ແຕ່​ຂ້າພະ​ເຈົ້າ​ຍັງ​ບໍ່​ທັນ​ມີ​ໂອກາດ​ມາຢ້ຽມຢາມ​ເທື່ອ. ຫວັງ​ວ່າທາງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​​ຈະແນະນຳ​​ໃຫ້​ຮູ້ກ່ຽວ​ກັບ​ເຂດ​ດັ່ງກ່າວ​ນີ້​ໄດ້ບໍ່?.

        ເພື່ອນ ແສງ​ດາ​ວົງ ທີ່​ຮັກ​ແພງ, ປ່າ​ສະ​ຫງວນ​ແຫ່ງ​ຊາດ ກາດ​ບ່າ ​ນອນ​ໃນ​ເກາະ ກາດ​ບ່າ, ​ເມືອງ​ກາດ​ຫາຍ, ນະ​ຄອນ​ຫາຍ​ຟ່ອງ (ຫ່າງ​ຈາກ​ໃຈກາງ​ນະຄອນ​ຫາຍ​ຟ່ອງ 60 ກ​.​ມ). ປ່າ​ສະ​ຫງວນ​ແຫ່ງ​ຊາດ ກາດ​ບ່າ ​ແມ່ນ​ເຂດ​ປ່າດົງ​ດິບທັງ​ແມ່ນ​ໜຶ່ງ​ໃນ​ບັນດາ​ເຂດປ່າ​ສະ​ຫງວນ​ແຫ່​ງ​ຊາດໃຫຍ່​ກວ່າ​ໝູ່​ຢູ່​ຫວຽດນາມ, ດ້ວຍ​ເນື້ອ​ທີ່​ທັງ​ໝົດແມ່ນ 15.200 ​​ເຮັກ​ຕາ. ​ປ່າ ກ໋າດ​ບ່າ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ວ່າ​ເປັນ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ແຕ່​ວັ​ນ​ທີ 23/05/1983 ແລະ UNESCO ຮັບ​ຮອງ​ເອົາ​ໝູ່​ເກາະ ກ໋າດ​ບ່າ ແມ່ນ​ເຂດ​ນິ​ເວດ​ວິ​ທ​ະ​ຍາ ແຕ່​ວັ​ນ​ທີ 29/10/2014 ປ່າ​ສະ​ຫງວນ​ແຫ່ງ​ຊາດ ກາດ​ບ່າ ມີ​ເນື້ອ​ທີ່ປ່າດົງ​ດິບ 4,500 ​ເຮັກ​ຕາ, ມີ​ລະບົບພຶດສາ​ຊາດ​​ນາ​ໆ​ສະ​ນິດ ​ ມີ​ສັດ​ປ່າ 20 ຊະ​ນິດ, ນົກ 69 ຊະ​ນິດ, ສັດ​ເລືອ​ຄານ ແລະ ສັດ​ເຄິງ​ບົກ​ເຄິງ​ນ້ຳ 20 ຊະນິດ. ​​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ປ່າ​ສະ​ຫງວນ​ແຫ່ງ​ຊາດນີ້ແມ່ນ​ມີ​ສັດ 22 ຊະ​ນິດຖືກ​ຈົດ​ໃນປື້​ມ​ປົກ​ແດງ​ແຫ່​ງ​ຊາດຫວຽດນາມ ​ແລະ 6 ຊະນິດ​ໄດ້​ຈົດ​ເຂົ້າໃນ​ປື້​ມປົກ​ແດງ​ຂອງ​ໂລກຄື; ​ຄ່າງຫົວ​ເຫຼືອ​ງ, ລີງ​ຂົນ​ເຫຼືອງ​... ​ແລະ ​ໃນ​ຈຳນວນພື​ດ 745 ​ຊະນິດຢູ່​ທີ່​ນີ້ ມີ​ເຖິງ  350 ​ຊະນິດ​ສາມາດ​ໃຊ້​ເປັນ​ຢາ​ພື້ນ​ເມືອງ​​ເພື່ອປິ່ນປົວ​ພະຍາດ​ໄດ້. ໃນ​ຫຼາຍ​ປີ​ມາ​ນີ້, ປ່າ​ສະ​ຫງວນ​ແຫ່ງ​ຊາດ​ກາດ​ປ່າ ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຊີ​ວະ​ພາບທີ່​ດູດ​​ດື່ມ​ເປັນ​ພິ​ເສດ​ສຳ​ລັບນັກ​ທ່ອງ​ທ່ຽວທີ່​ມັກ​​ຄົ້ນ​ຫາ​ປ່າ ແລະ ​ທຳ​ມະ​ຊາດ.

ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື​ມັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າ​ຊ່ອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com. ຂໍ​​​ອວຍພອນ​ໃຫ້​ທ່ານ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ມີ​ຄວາມ​ຜາ​ສຸດ.




ຕອບກັບ

ຂ່າວ/ບົດ​ອື່ນ