ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(vovworld) - ໃນ​ອາ​ທິດ​ຜ່ານ​ມາ, ລາຍ​ການ​ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ໄດ້​ຮັບ​​ໂທ​ລະ​ສັບ, ອີ​ແມວ, ​ຈົດໝາຍຈ​າກ​ຜູ້​ຟັງ​ລາວ ທີ່​ສົ່ງ​ມາລາຍການ​​. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝ​າກ​ມາ​ລາຍ​ການ.

   ລຸ່ງ ຫງວຽນ​ວັນ​ແຕ້ວ, ຊາວ​ຫວຽດ​ນາມ ອາ​ໄສ​ຢ​ູ່​ໄທ ໄດ້​ສົ່ງ​ອີ​ແມວ ມາ​ລາຍ​ການ​ໂ​ດຍ​ແບ່ງ​ປັນ​ວ່າ: ເນື່ອງ​ໃນ​ໂອ​ກາດ​ຂ່ຳ​ນັບ​ຊົມ​ເຊ​ີຍ 41 ປີ​ແຫ່ງວັນປົດ​ປ່ອຍພາກ​ໃຕ້​ທ້ອນ​ໂຮ​ມ​ປະ​ເທດ​ຊາດເປັນ​ເອ​ກະ​ພາບ, ພວກ​ເຮົາ​ຄິດ​ຮອດ​ຄິດ​ເຖິງ​ບູນ​ຄຸນ​ອັນ​ຍິ່ງ​ໃຫຍ່​ຂອງ​ລ​ຸ່ງໂຮ່, ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ທີ່​ໄດ້​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ເພື່ອ​ເອ​ກະ​ລາດ, ຄວາມ​ເສລີ​ຂອງ​ປະ​ເທດ​ຊາດ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ລົງ​ຢ້ຽມ​ຢາມ ແລະ ມອບ​ຂອບ​ຂວັນ​ໃຫ້​ບັນ​ດາ​ແມ່​ຫວຽດ​ນາມ ວິ​ລະ​ຊົນ, ທະ​ຫານ​ເຈັບ​ປ່ວຍ ແລະ ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ​ປະ​ເທດ​ຊາດ​ ທີ່​ພວມ​ໄດ້​ຮັບ​ການ​ປິ່ນ​ປົວ, ​ບຳ​ລຸງສຸ​ຂະ​ພາບ​ຢູ່​ສູນ​ບຳ​ລຸງ​ແຂວງກວາງ​ນາມ. ສິ່ງ​ດັ່ງ​ກ່າວ​ໄດ້​ເປັນ​ການຢືນຢັນ​ວ່າ ຍາມ​ໃດ​ພັກ, ລັດ ກໍ່​ຈົດ​ຈຳ​ບຸ​ນ​ຄຸນ​ຂອງ​ບັນ​ດາ​ແມ່​ຫວຽດ​ນາມ ວິ​ລະ​ຊົນ, ທະ​ຫານ​ເຈັບ​ປ່ວຍ ແລະ ບັນ​ດາ​ນັກ​ຮົບ​​ທີ່​ໄດ້ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ.

      ເພື່ອນ ສີສະ​ມຸດ ຢູ່​ແຂວງ ຈຳ​ປະ​ສັກ ​ສົ່ງ​ອີ​ແມວ​ມາ​ຍັງ​ລາຍການ​ໂດຍໃຫ້​ຮູ້​ວ່າ, ຂ້າພະ​ເຈົ້າ​ໄດ້​ຕິດຕາມລາຍການ​ຕອບຈົດໝາຍ​​ເຊິ່ງທ່ານ​ຜູ່​ຟັງ​ຝາກ​ມາລາ​ຍການ​ພາກ​ພາສາ​ລາວ​ເປັນ​ປະຈຳ. ຂ້າພະ​ເຈົ້າ​​ມີ​ຄວາມ​ເຂົ້າ​ໃຈ​ກວ່າກ່ຽວ​ກັບ​ຮີດຄອງ​ປະ​ເພ​ນີ້ ກໍ່​ຄື​ຊີວິດ​ປະຈຳ​ວັນ​ຂອງ​ຊາວ​ຫວຽດນາມ. ຂ້າພະ​ເຈົ້າ​ຂໍ​ອວຍພອນ​ໃຫ້​ລາຍການ​ນັບ​ມື້​ນັບ​ພັດທະນາ.


ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1
(ທ່ານ​ນາງ ສູນ​ສອນ ໄຊ​ຍະ​ຈັກ ມອບເງິນ​ໜູ​ນ​ຊວ່ຍ​
ປະ​ຊາ​ຊົນ​ທີ່ຖືກ​ເຄາະ​ຮ້າຍ​ຈາກ​ໄພ​ແຫ້ງ​ແລ້ງ)

    ເພື່ອນ​ ຟ້າມ​ທູ​ເຮືອງ, ອະ​ດີດ​ນັກ​ສຶກ​ສາ​ລາວ ຢູ່​ແຂວງກວາງ​ນາມ ໄ​ດ້​ສົ່ງ​ຂໍ້​ຄວາມ​​ມາ​ຍັງ​ລາຍ​ການ​ໂດຍໃຫ້​ຮູ້​ວ່າ: ຂ້າ​ພະ​ເຈົາ​ໄດ້​ຮັບ​ຂ່າວ​ວ່າ, ຝ່າຍ​ລາວ ໄດ້​ສະ​ໜັບສະ​ໜູນ​ເງິນ ໃຫ້​ບັນ​ດາ​ແຂວງ​ທາງ​ພາກ​ໃຕ້ ທີ່​ພວມ​ຖືກ​ໄພ​ແ​ຫ້ງ​ແລ້ງ. ຂ້າ​ພ​ະ​ເຈ​ົ້າ​ຢາກ​ຮູ້​​ແຈ້ງກວ່າກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ທີ​ມີ​ຄວາມ​ໝາຍນ​ີ້.

      ເພື່ອນ​ ຟ້າມ​ທູ​ເຮືອງ ທີ່​ຮັກ​ແພງ, ໃນ​ອາ​ທິ​ດ​ຜ່ານ​ມາ, ​ທີ່​ສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ​ໄດ້​ດຳ​ເນີນ​ພິ​ທີ​ມອບ, ຮັບ​ເງິນ​ໜູ​ນ​ຊວ່ຍ​ປະ​ຊາ​ຊົນ​ທີ່ຖືກ​ເຄາະ​ຮ້າຍ​ຈາກ​ໄພ​ແຫ້ງ​ແລ້ງ ຢູ່​ບັນ​ດາ​ແຂວງ​ທາງ​ພາກ​ໃຕ້​ຂອງ​ຫວຽດ​ນາມ. ໂດຍ​ຕາງ​ໜ​້າ​ໃຫ້​ພັກ, ລັດ​, ລັດ​ຖະ​ບານ ແລະ ປະ​ຊ​າ​ຊົນ​ລາວ, ທ່ານ​ນາງ ສູນ​ສອນ ໄຊ​ຍະ​ຈັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັ​ນ​ຕ່າງ​ປະ​ເທດ​ສູນ​ກາງ ໄດ້​ມອບ​ຈຳ​ນວນ​ເງິນ 257.000 USD ໃຫ້​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ​ ປະ​ຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ. ນີ້​ແມ່ນ​ຈຳ​ນວນ​ເງິນ​ຂອງ​ລັດ​ຖະ​ບານ​ລາວ ແລະ ເງິນບໍ​ລິ​ຈາກ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ ແລະ ບັນ​ດາ​ແຂວງ​ຂອງ​ລ​າວ ​ທີ່ໜູ​ນ​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ຫວຽດ​ນາມ ຢູ່​ບັນ​ດາ​ແຂວງ​ທາງ​ພາກ​ໃຕ້​ຂອງ​ຫວຽດ​ນາມ ພວມ​ຖ​ືກ​ໄພ​ແ​ຫ້​ງ​ແລ້ງ.

     ເພື່ອນ​ບູນ​ທະ​ວີ ອິນ​ທະ​ວົງ, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ ສົ່ງ​ອີ​ແມວ​ມາຍັງ​ລາຍ​ການ​ໂດຍ​ຖາມ​ວ່າ: ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ, ໃນ​ໄລ​ຍະ​ກໍ່​ສ້າງ​ຫໍ​ສະ​ພາ​ແຫ່ງ​ຊາດ​ຫ​ຼັງ​ໃໝ່, ຫວຽດ​ນາມ ໄດ້​ພົບ​ເຫັນ​ເວ​ທີ​ບູ​ຊາ​ໃນ​ສະ​ໄໝ​ບູ​ຮານ. ຂ້າ​ພະ​ເຈົ້າ​ຫວັງ​ວ່າທາງວິ​ທະ​ຍຸ​ຈະແນະ​ນຳ​ໂດຍ​ຫຍໍ້​ກ່ຽວ​ກັບ​ເຂດ​ປູ​ຊະ​ນີ​ຍະສະ​ຖານແຫ່ງ​ນີ້​?

        ເພື່ອນ​ບູນ​ທະ​ວີ ອິນ​ທະ​ວົງ ທີ່​ຮັກ​ແພງ, ເມື່ອ​ຕົ້ນ​ປີ 2014, ໃນ​ຂະ​ນະ​ທີ່ຂຸດ​ຄົ້ນບູຮານ​ຄະດີ​ຢູ່​​ເຂດ​ໂຮວ​ລົດ​ໃຕ້​ດິນ ແລະ ທາງ​ໃຕ້​ດິນ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຜ່ານ​ທາງ ບັ໋ກ​ເຊີນ ໄປ​ຍັງ​ຫໍ​ສະ​ພາ​ແຫ່ງ​ຊາດ. ສະ​ຖາ​ບັນຄົ້ນ​ຄ້ວາບູຮານ​ຄະດີ ໄດ້​ພົບ​ເຫັນ​ເຂດ​ປູ​ຊະ​ນີ​ທີ່ມີ​ຮູບ​ແປກ​ປະ​ຫຼາດ​ເຊິ່ງເຮັດ​ດ້ວຍໄມ້​ແລະ ຫີນ. ​ເຂດ​ດັ່ງກ່າວ​​ມີ​ມາ​ແຕ່​ສະ​ໄໝ​ລາ​ຊະ​ວົງ ລິ໋, ມີ​ລວງກ້ວາງ 19,5 ມ. ຢູ່​ເຂດ​ໃຈກາງ​ມີ 2 ວົງ​ມົນ: ວົງ​ມົນ​ທາງ​ໃນ​ມີເສັ້ນ​ຜ່າ​ສູນ​ກາງ 9,34 ມ, ວົງ​ມົນ​ພາຍນອກ​ມີ​ເສັ້ນ​ຜ່າ​ກາງ ແມ່ນ 14,5 ມ. ພາຍ​ຫຼັງ​ພິ​ຈ​າ​ລະ​ນາກ່ຽວ​ກັບ​ທີ່​ຕັ້ງ, ສະ​ຖາ​ປັດ​ຕະ​ຍາ​ກຳ, ວັດຖຸ​ພັນ, ນະ​ໂຍບາຍສຳລັບ​ບັນດາ​ປູຊະນີຍະສະຖານ​ທີ່​ໄດ້​ຮັບ​ການ​ຄົ້ນ​ຄວ້າ​ຢູ່​ເຂດ ທັງ​ລອງ - ຮ່າ​ໂນ້ຍ​ ຄ​ື: ເວ​ທີ​ບູ​ຊາ ນາມ​ຢາວ, ເວ​ທີ​ບູ​ຊາ ສ້າ​ຕັ໋ກ ຢູ່​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ອື່ນ, ໃນ​ເບື້ອງ​ຕົ້ນບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ໄດ້​ເປັນ​ເອ​ກະ​ພາບ​ຕັ້ງ​ຊື່​ໃຫ້​ເຂດນີ້​ແມ່ນ ເວ​ທີ​ບູ​ຊາ​ຟ້າ - ດິນ ຂອງ​ເຈົ້າ​ຊີ​ວິດ​ຕົ້ນ​ສະ​ໄໝລາດ​ຊະ​ວົງ ລິ໋. ສະ​ຖາ​ປັດ​ຕະ​ຍາ​ກຳ​ດັ່ງ​ກ່າວ​ມີ​ຄຸນ​ຄ່າສຳຄັນ​ພິ​ເສດໃນ​ກຸ່ມ​ບັນ​ດາ​​ຮ່ອງຮອຍ​ສະຖາປັດຕະຍະກຳ​ສະ​ໄໝ​ລາດ​ຊະ​ວົງ​ລີ໋ທີ່​ໄດ້​ຮັບ​ການ​ຄົ້ນ​ພົບຢູ່​ທັງ​ລອງ. ເຂດ​ດັ່ງກ່າວມີ​ມາ​ແຕ່​ປີ 1010 – 1048 ແລະ ຫຼັງ​ຈາກນັ້ນ​ສືບ​ຕໍ່​ໄດ້​ຮັບ​ການນຳ​ໃຊ້​ເຖິງ​ກາງ​​ສະ​ຕະ​ວັດ​ທີ 12.

    ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື​ມັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າຊ່ອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com. ຂໍ​​​ອວຍພອນ​ໃຫ້​ທ່ານ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ມີ​ຄວາມ​ຜາ​ສຸດ.

ຂ່າວ/ບົດ​ອື່ນ