ຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ, ຜູ້ອ່ານ ໄດ້ຝາກມາລາຍການໃນອາທິດຜ່ານມາ.

(VOVWORLD) ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບ ແລະ ໂທລະສັບຫຼາຍສາຍ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ທ່ານຜູ້ຟັງ, ຜູ້ອ່ານຫຼາຍຄົນ ໄດ້ສະແດງຄວາມຮູ້ສຶກເມື່ອຕິດຕາມບັນດາຄໍລຳຂອງລາຍການ ແລະ ຕັ້ງບາງຄຳຖາມກ່ຽວກັບການທ່ອງທ່ຽວ ແລະ ເສດຖະກິດຂອງຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ, ຜູ້ອ່ານ ໄດ້ຝາກມາລາຍການໃນອາທິດຜ່ານມາ.

ເມື່ອພາບສາລະຄະດີ ດ້ວຍຫົວຂໍ້ “ເຂດພູສູງ ກວ໋າງນິງ ດຶງດູດແຂກທ່ອງທ່ຽວມາຄົ້ນຫາໃນລະດູໃບໄມ້ຫຼົ່ນ” ໄດ້ເອົາລົງໃນເວັບໄຊ vovworld.vn, ພວກຂ້າພະເຈົ້າໄດ້ຮັບຄຳຍ້ອງຍໍຈາກຜູ້ຕິດຕາມລາຍການເປັນຈຳນວນຫຼາຍຕໍ່ຄວາມສວຍງາມຂອງແຂວງກວ໋າງນິງ - ເຊິ່ງເປັນບ່ອນເຕົ້າໂຮມຄວາມສວຍງາມຂອງທັງ 3 ຮູບແບບພູມສັນຖານຄື ທົ່ງພຽງ, ພູດອຍ ແລະ ທະເລ. ໃນນັ້ນ, ມີເພື່ອນ ເກສອນ - ປັດຈຸບັນພວມເຮັດວຽກຢູ່ວຽງຈັນ ໄດ້ສະແດງຄວາມປະຫຼາດໃຈຕໍ່ຄວາມສວຍງາມຂອງທິວທັດທຳມະຊາດແຫ່ງນີ້ວ່າ:

ຕາງໜ້າລາຍການພາກພາສາລາວ ຂ້າພະເຈົ້າຂໍສະແດງຄວາມຂອບໃຈທີ່ເພື່ອນໄດ້ຕິດຕາມຂ່າວ, ບົດໃນເວັບໄຊ vovworld.vn. ບໍ່ພຽງແຕ່ຢູ່ແຂວງກວ໋າງນິງເທົ່ານັ້ນ, ຫວຽດນາມຍັງມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ຈັບອົກຈັບໃຈພວມລໍຄອຍຕ້ອນຮັບເພື່ອນມາຢ້ຽມຊົມ.ຫວັງວ່າ ພວກຂ້າພະເຈົ້າຈະໄດ້ຕ້ອນຮັບເພື່ອນໃນເວລາໃກ້ໆນີ້.

ຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ, ຜູ້ອ່ານ ໄດ້ຝາກມາລາຍການໃນອາທິດຜ່ານມາ. - ảnh 1ທ່ອງທ່ຽງອ່າວຮະລອງ

ພາຍຫຼັງອ່ານຂ່າວທີ່ມີຫົວຂໍ້ວ່າ “ບັນດາພື້ນຖານເສດຖະກິດ APEC ໃຫ້ຄຳໝັ້ນສັນຍາສະໜັບສະໜູນການຄ້າເສລີ” ທ່ານ ພັນຊາ ແສງອາຄົມ ໄດ້ຕັ້ງຄຳຖາມໃນ comment  ຄືດັ່ງນີ້: “ບັນດາພື້ນຖານເສດຖະກິດ APEC ໄດ້ນຳມາເຊິ່ງຜົນປະໂຫຍດຫຍັງແດ່ໃຫ້ແກ່ປະຊາຊົນຫວຽດນາມ”?

ທ່ານພັນຊາ ແສງອາຄົມ ທີ່ຮັກແພງ! ຕາມສື່ເອເລັກໂຕນິກຂອງລັດຖະບານຫວຽດນາມແລ້ວ, ເລື່ອງເຂົ້າຮ່ວມ APEC  ແລະ ເພີ່ມທະວີການຮ່ວມມືກັບບັນດາພື້ນຖານເສດຖະກິດສະມາຊິກ ກໍຄືປະຊາຄົມວິສາຫະກິດໃນພາກພື້ນ ໄດ້ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ ຫວຽດນາມ ຄືດັ່ງນີ້:

ກອ່ນອື່ນໝົດ, ແມ່ນຄຸນນະພາບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນກໍມີເງື່ອນໄຂໄດ້ຮັບການປົວແປງ ແລະ ຍົກສູງຂຶ້ນ. ຄວາມຜູກພັນຢ່າງເລິກເຊິ່ງກວ້າງຂວາງລະຫວ່າງ ເສດຖະກິດ-ການຄ້າ ຂອງບັນດາພື້ນຖານເສດຖະກິດສະມາຊິກ ໄດ້ສ້າງເງື່ອນໄຂໃຫ້ປະຊາຊົນມີການເລືອກເຟັ້ນວຽກເຮັດງານທຳ, ສິນຄ້າ, ການບໍລິການ, ສາທາລະນະສຸກ ແລະ ເບິ່ງແຍງດູແລສຸຂະພາບວົງຄະນະຍາດ, ການທ່ອງທ່ຽວ... ໄດ້ຫຼາຍກວ່າ ດ້ວຍຄຸນນະພາບ ແລະ ລາຄາທີ່ດີກວ່າ. APEC ພວມຜັນຂະຫຍາຍບັນດາລາຍການພົວພັນແລກປ່ຽນປະຊາຊົນ, ແລກປ່ຽນວັດທະນະທຳ, ພົວພັນແລກປ່ຽນນັກສຶກສາ... ດ້ວຍຈຸດປະສົງລະອຽດ ແມ່ນແລກປ່ຽນນັກສຶກສາລະຫວ່າງໂຮງຮຽນແຫ່ງຕ່າງໆຂອງບັນດາພື້ນຖານເສດຖະກິດ APEC ໃຫ້ບັນລຸ 1 ລ້ານຄົນໃນປີ 2020 ແລະ ຈໍານວນແຂກທ່ອງທ່ຽວຂອງ APEC ໃຫ້ບັນລຸໄດ້ 800 ລ້ານເທື່ອຄົນໃນປີ 2025.

ປະຊາຊົນ ຫວຽດນາມ, ພິເສດແມ່ນຄົນລຸ້ນໜຸ່ມ, ມີເງື່ອນໄຂສະດວກກວ່າໃຫ້ແກ່ການສຶກສາຮ່ຳຮຽນ ແລະ ຄົ້ນຄວ້າໃນສະພາບແວດລ້ອມແຫ່ງການສຶກສາ, ກໍ່ສ້າງທີ່ມີຄຸນນະພາບສູງ. ປັດຈຸບັນ, ມີນັກສຶກສາຫວຽດນາມ ປະມານ 80% ພວມຮ່ຳຮຽນຢູ່ໂຮງຮຽນແຫ່ງຕ່າງໆຂອງບັນດາປະເທດສະມາຊິກ APEC, ສ່ວນຫຼາຍແມ່ນຢູ່ປະເທດ ອົດສະຕາລີ, ອາເມລິກາ, ຈີນ, ຍີ່ປຸນ, ສິງກະໂປ, ລັດເຊຍ ແລະ ການາດາ.

ເພື່ອນຈັນນະພາ, ຢູ່ແຂວງຄຳມ່ວນ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ມາຫາລາຍການ ດ້ວຍເນື້ອໃນດັ່ງນີ້: ອາທິດຜ່ານມາ, ມີນັກສຶກສາຫວຽດນາມຫຼາຍຄົນ ໄດ້ເອົາຮູບຖ່າຍກັບດອກເດຊີ ລົງໃນຢູ່ facebook ງາມຫຼາຍ. ໃນທ້າຍເດືອນພະຈິກນີ້, ຂ້າພະເຈົ້າ ພ້ອມດ້ວຍໝູ່ຂອງຕົນ ຈະໄປທ່ອງທ່ຽວ ຊາປາ, ຕອນເມືອ, ພວກຂ້າພະເຈົ້າກໍຈະຢາກ check in ຢູ່ສວນປູກດອກເດຊີຢູ່ຮ່າໂນ້ຍ. ຫວັງວ່າ ບັນດາອ້າຍເອື້ອຍບັນນາທິການຂອງລາຍການພາກພາສາລາວ ຈະແນະນຳໃຫ້ພວກຂ້າພະເຈົ້າກ່ຽວກັບບາງສະຖານທີ່ປູກດອກໄມ້ຊະນິດນີ້ຢູ່ຮ່າໂນ້ຍ ແລະການໄປມາແນວໃດໃຫ້ສະດວກ. ຂໍຂອບໃຈ.

ເພື່ອນ ຈັນນະພາ ທີ່ຮັກແພງ! ໃນຊ່ວງທ້າຍເດືອນຕຸລາ ຫາ ທ້າຍເດືອນ ພະຈິກ, ບັນດາສວນປູກດອກເດຊີ ຢູ່ຮ່າໂນ້ຍ ໄດ້ພາກັນອວດອ້າງເບັ່ງບານສີສັນ ແລະ ແມ່ນສະຖານທີ່ຖ່າຍຮູບທີ່ຈັບອົກຈັບໃຈຂອງບັນດາເພື່ອນໜຸ່ມ, ເຊິ່ງມີສະຖານທີ່ບາງແຫ່ງດັ່ງນີ້:

ໝູ່ບ້ານປູກດອກໄມ້ ເຍິດເຕິນ ຢູ່ຕາແສງເຍິດເຕີນ, ເມືອງເຕິຍໂຮ່, ຮ່າໂນ້ຍ. ຈາກໃຈກາງນະຄອນຮ່າໂນ້ຍ, ພວກເພື່ອນສາມາດຂີ່ລົດເມ ເລກທີ 55, 58, 31 ແລະ ໄປລົງຢູ່ທາງສາມແຍກເຍິດເຕິນ ແລ້ວ ຍ່າງເຂົ້າໄປໜ້ອຍໜຶ່ງກໍຮອດສວນປູກດອກໄມ້ໂລດ. ປີ້ເຂົ້າຊົມສວນ ແມ່ນປະມານ 30.000 – 50.000 ດົ່ງ/ຄົນ.

ຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ, ຜູ້ອ່ານ ໄດ້ຝາກມາລາຍການໃນອາທິດຜ່ານມາ. - ảnh 2ໝູ່ບ້ານປູກດອກໄມ້ ເຍິດເຕິນດຶງດູໄວໜຸ່ມມາຖ່າຍຮູບເປັນຈໍານວນຫຼາຍ 

ຖ້າຫາກພວກເພື່ອນກັບມາຈາກ ຊາປາ ແລະ ລົງຢູ່ຄິວລົດເມໝີດິ່ງ, ໝູ່ບ້ານປູກດອກໄມ້ ເຕິຍຕື້ວ ກໍແມ່ນບ່ອນທີ່ເໝາະສົມສຳລັບພວກເພື່ອນ. ເພາະວ່າໝູ່ບ້ານປູກດອກໄມ້ ເຕິຍຕື້ວ ແມ່ນສະຖານທີ່ໃຫ້ຊົມດອກໄມ້ ແລະ ຖ່າຍຮູບ ເຊິ່ງໄດ້ຮັບຄວາມນິຍົມຈາກໄວໜຸ່ມ ແລະ ບັນດາຄອບຄົວຫຼາຍທີ່ສຸດ ພິເສດແມ່ນລະດູດອກເດຊີເບັ່ງບານ. ຈາກຄິວລົດ, ຂີ່ລົດແທັກຊີໄປປະມານ 30 – 40 ນາທີ ດ້ວຍລາຄາປະມານ 100.000 ດົ່ງ. ຢູ່ ເຕິຍຕື້ວ ບໍ່ມີບໍລິການຖ່າຍຮູບ ສະນັ້ນ ບໍ່ໄດ້ເສຍຄ່າເຂົ້າຊົມ ແຕ່ຢ່າລືມຂໍອະນຸຍາດນຳເຈົ້າຂອງສວນດອກໄມ້ກ່ອນເດີ.

ຂໍອວຍພອນພວກເພື່ອນຈົ່ງມີການຄົ້ນຫາທີ່ຈັບອົກຈັບໃຈ ຢູ່ ຊາປາ ແລະ ມີອະນຸສອນ ກໍຄືຮູບຖ່າຍສວຍງາມຫຼາຍໆແຜ່ນຢູ່ຫວຽດນາມ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະການຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

 

ຕອບກັບ

ຂ່າວ/ບົດ​ອື່ນ