ຄວາມ​ສົນ​ໃຈ​ຂອງ​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ຢູ່ ຫວຽດ​ນາມ ໃນ​ປັດ​ຈຸ​ບັນ

(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍ 346 ສະບັບ ຈາກທ່ານຜູ້ຟັງ, ຜູ້ອ່ານທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ ລາຍການພາກພາສາ ລາວ ໄດ້ຮັບຈົດໝາຍ 17 ສະບັບ ດ້ວຍຫຼາຍເນື້ອໃນທີ່ກ່ຽວຂ້ອງເຖິງການທ່ອງທ່ຽວຢູ່ ຫວຽດນາມ.  ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຈະຕອບຄຳຖາມເຊິ່ງທ່ານຜູ້ຟັງ, ຜູ້ອ່ານໄດ້ຝາກມາລາຍການ.
 ຄວາມ​ສົນ​ໃຈ​ຂອງ​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ຢູ່ ຫວຽດ​ນາມ ໃນ​ປັດ​ຈຸ​ບັນ - ảnh 1ເຂດນິເວດວິທະຍາ ກອນຮ່ານຶ່ງ ແມ່ນເຂດທ່ອງທ່ຽວເຊິ່ງໄດ້ຮັບການນິຍົມຈາກຫຼາຍຄົນ

ເຫດການ, ວັດຈົ໊ວ ແລະ ພູພຽງ ກອນຮ່ານຶ່ງ ຂອງ ຫວຽດນາມ ໄດ້ຮັບການຮັບຮອງຈາກອົງການ UNESCO ແມ່ນເຂດນິເວດວິທະຍາຂອງໂລກ ແລະ ພວກເຮົາໄດ້ເອົາລົງໃນເວັບໄຊ vovworld.vn  ຜ່ານພາບສາລະຄະດີ “ຫວຽດນາມ ມີເຂດນິເວດວິທະຍາຂອງໂລກ ຕື່ມອີກ 2 ແຫ່ງ” ທີ່ເອົາລົງໃນເວັບໄຊ vovworld.vn ໄດ້ດຶງດູດຄວາມສົນໃຈຈາກທ່ານຜູ້ຟັງ, ຜູ້ອ່ານຫຼາຍທ່ານ.

ເພື່ອນ ມີນາ ທຳມະວົງສາ, ຝາກຈົດໝາຍມາຫາລາຍການພາກພາສາ ລາວ, ໄດ້ແບ່ງປັນຄວາມຮູ້ສຶກຂອງຕົນວ່າ: “ພູຈົ໊ວ ແລະ ພູພຽງ ກອນຮ່ານຶ່ງ ງາມຫຼາຍ. ໃນໄລຍະລອັກດາວ ນີ້, ໄດ້ທ່ອງທ່ຽວຜ່ານໜ້າຈໍນ້ອຍໆຄືແນວນີ້ກໍໜ້າຈັບອົກຈັບໃຈອີ່ຫຼີ. ຂອບໃຈບັນນາທິການພາກພາສາ ລາວ ເດີ!”

 ເພື່ອນ ຄຳຮຸ່ງ  ຢູ່ຄຳມ່ວນ ບໍ່ພຽງແຕ່ມີຄວາມຈັບອົກຈັບໃຈເມື່ອຮັບຊົມຮູບພາບເຫຼົ່ານັ້ນ, ເພື່ອນ ຍັງຢາກໃຫ້ບັນນາທິການລາຍ ພາກພາສາລາວ ແນະນຳບັນດາສະຖານທີ່ຂອງ ຫວຽດນາມ ທີ່ ອົງການ UNESCO ໄດ້ຮັບການຮັບຮອງເປັນເຂດນິເວດວິທະຍາຕື່ມອີກ.

 ຄວາມ​ສົນ​ໃຈ​ຂອງ​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ຢູ່ ຫວຽດ​ນາມ ໃນ​ປັດ​ຈຸ​ບັນ - ảnh 2ເຂດ ນິເວດວິທະຍາ ລາງ ບີອາງ ດ່າລາດ (ພາບ: dalattrip.com)
ຫວຽດນາມ ແມ່ນປະເທດທີ່ມີຈຳນວນເຂດນິເວດວິທະຍາໂລກ ຫຼາຍອັນດັບທີ 2 ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ດ້ວຍ 11 ແຫ່ງ. ນອກຈາກພູ ຈົ໊ວ ແລະ ພູພຽງ ກອນຮ່ານຶ່ງ ແລ້ວ, ຫວຽດນາມ ຍັງມີ 9 ເຂດນິເວດວິທະຍາທີ່ໄດ້ຮັບຮອງຈາກອົງການ UNESCO ຄື: ເຂດນິເວດວິທະຍາ ປ່າຊາຍເລນ ເກິ່ນເຢິ່, ເຂດ ນິເວດວິທະຍາ ດົ່ງນາຍ, ເຂດນິເວດວິທະຍາ ເຈົາໂຖແມ່ນ້ຳແດງ, ເຂດນິເວດວິທະຍາ ກາດບ່າ, ເຂດນິເວດວິທະຍາ ເຕິຍເງະອານ, ເຂດນິເວດວິທະຍາ ກູລາວຈາມ, ເຂດນິເວດວິທະຍາ ແຫຼມກາເມົາ ແລະ ເຂດ ນິເວດວິທະຍາ ລາງ ບີອາງ (ດ່າລາດ). ຫວັງວ່າ ພາຍຫຼັງໂລກລະບາດໄດ້ຮັບການຄວບຄຸມ, ພວກເພື່ອນຈະສະຫຼະເວລາມາຄົ້ນຫາບັນດາເຂດນິເວດວິທະຍາສວຍງາມນີ້ເດີ.

ຈົດໝາຍສະບັບຕໍ່ໄປ ແມ່ນຂອງທ່ານຜູ້ຟັງ ພອນໄຊ ຢູ່ນະຄອນຫຼວງ ວຽງຈັນ. ເພື່ອນແບ່ງປັນວ່າ “ປີແລ້ວນີ້, ເມື່ອທາງລາຍການພາກພາສາ ລາວ ນຳສະເໜີບົດເພງ ຜູ້ສາວວຽງຈັນ ຂອງນັກຮ້ອງຊາຍ ບຸ່ຍຕ໊ວນງອກ ຊາວ ຫວຽດນາມ ແຕ່ງ ເພື່ອມອບໃຫ້ຊຸມຜູ້ສາວ ລາວ ນັ້ນ, ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ. ແຕ່ຫວ່າງມໍ່ໆມານີ້, ນັກຮ້ອງ ບຸ່ຍຕ໊ວນງອກ ໄດ້ສົມທົບກັບນັກຮ້ອງ ແກ້ວນະຄອນ ຂອງລາວ ສະແດງບົດເພງດັ່ງກ່າວ ດ້ວຍພາສາລາວ ຍິ່ງເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈຂຶ້ນຕື່ມ ແລະ ເພື່ອນໜຸ່ມຄືພວກຂ້າພະເຈົ້າຜູ້ໃດກໍມັກ. ຂ້າພະເຈົ້າບໍ່ຄິດວ່າ ລາວ ຮ້ອງເພງລາວ ແຈ້ງດີ ແລະ ມ່ວນເຖິງຂະໜາດນັ້ນ. ບົດເພງນີ້ມ່ວນ ແລະ ມີຄວາມໝາຍແທ້ໆ”.

ຄຼິບ ວີດີໂອ ຜູ້ສາວວຽງຈັນ  ເວີເຊິນພິເສດສະບັບພາສາລາວ ໄດ້ອອກສູ່ສາຍຕາມະຫາຊົນ ແລະ ໄດ້ແຊກັນ ຢ່າງກວ້າງຂວາງໃນສື່ສັງຄົມອອນລາຍ. ນີ້ແມ່ນຜົນງານຂອງການສົມທົບລະຫວ່າງໄວໜຸ່ມສອງປະເທດ ແລະ ໄດ້ອອກສູ່ສາຍຕາມະຫາຊົນກົງກັບໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 59 ປີ.

ຕໍ່ໄປ ແມ່ນເນື້ອໃນຈົດໝາຍຂອງທ່ານຜູ້ຟັງ ມີໄຊ ຢູ່ນະຄອນຫຼວງ ວຽງຈັນ. ທ່ານ ມີໄຊ ຂຽນວ່າ “ຜ່ານການຕິດຕາມຂ່າວ, ຄໍລຳຕ່າງໆໃນເວັບໄຊ vovworld.vn, ຂ້າພະເຈົ້າໄດ້ຮູ້ມາວ່າ ຂະແໜງທ່ອງທ່ຽວຂອງ ຫວຽດນາມ ເປີດປະຕູຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດເທື່ອລະກ້າວ. ແຕ່ບໍ່ຮູ້ວ່າ ບັນດາທ້ອງຖິ່ນ ແລະ ບໍລິສັດທ່ອງທ່ຽວ ຫວຽດນາມ ມີມາດການຫຍັງແດ່ ເພື່ອທັງກະຕຸ້ນການທ່ອງທ່ຽວ ທັງປ້ອງກັນ, ຕ້ານໂລກລະບາດ?

ນັບແຕ່ວັນທີ 1 ຕຸລາ ເປັນຕົ້ນມາ, ຫຼາຍແຂວງ, ນະຄອນ ຂອງ ຫວຽດນາມ ໄດ້ເປີດປະຕູການທ່ອງທ່ຽວຄືນໃໝ່.  ເພື່ອດຶງດູດແຂກທ່ອງທ່ຽວ, ບັນດາບໍລິສັດທ່ອງທ່ຽວໄດ້ສ້າງຜະລິດຕະພັນທີ່ແປກໃໝ່. ການໄປທ່ຽວຢູ່ສະຖານທີ່ໃກ້ໆ, ເປັນມິດກັບສິ່ງແວດລ້ອມ ແລະ ເຂົ້າຮ່ວມການຄົ້ນຫາວັດທະນະທຳເຂດໝູ່ບ້ານ, ເຂົ້າຮ່ວມການທ່ອງທ່ຽວແບບ Caravan ປອດໄພ, ການທ່ອງທ່ຽວ MICE ປອດໄພ ແມ່ນທ່າອ່ຽງທີ່ໄດ້ຮັບຄວາມນິຍົມໃນໄລຍະຫຼັງໂລກລະບາດ.

ເພື່ອຮັບປະກັນວຽກງານປ້ອງກັນ, ຕ້ານໂລກລະບາດ, ສະຖານທີ່ທ່ອງທ່ຽວສ່ວນຫຼາຍຕ່າງກໍຮຽກຮ້ອງໃຫ້ແຂກທ່ອງທ່ຽວ ແລະ ຜູ້ນຳທ່ຽວຕ້ອງມີຜົນກວດເປັນລົບກັບ SARS – CoV – 2 ໃນຮອບເວລາ 72 ຊົ່ວໂມງ ຫຼື ມີໃບຢັ້ງຢືນສັກວັກຊິນກັນພະຍາດໂຄວິດ - 19 ຄົບ 2 ເຂັມ…. ນອກຈາກນັ້ນ, ແມ່ນຂຶ້ນກັບສະພາບການຂອງໂລກລະບາດຢູ່ແຕ່ລະທ້ອງຖິ່ນ, ແຕ່ລະແຫ່ງຈະມີຂໍ້ກຳນົດທີ່ແຕກຕ່າງກັນສຳລັບບໍລິສັດທ່ອງທ່ຽວ, ແຂກທ່ອງທ່ຽວ ແລະ ການບໍລິການຮັບໃຊ້ການທ່ອງທ່ຽວຢູ່ທ້ອງຖິ່ນນັ້ນ. 

ລາຍການໂອ້ລົມກັບເພື່ອນລາວຂອງພວກຂ້າພະເຈົ້າຂໍສິ້ນສຸດລົງພຽງເທົ່ານີ້. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ