ຕອບຄຳຖາມກ່ຽວກັບການເຄື່ອນໄຫວ ຂອງຊາວໜຸ່ມແລະເລື່ອງຊາວຫວຽດນາມ ຊົມໃຊ້ສິນຄ້າຫວຽດນາມ

​(vovworld) - ໃນ​ອາທິດ​ຜ່ານ​ມາ, ລາຍການ​ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ໄດ້​ຮັບ​ຈົດ​ໝາຍ, ​ໂທລະສັບ, Email ຈາກ​ທ່ານ​ຜູ້​ຟັງ​ຈຳນວນ​ໜຶ່ງ. ​ໃນ​ຈົດໝາຍ​ຝາກ​ມາລາ​ຍການ, ທ່ານ​ຜູ້ຟັງ​ສະ​ແດງ​ຄວາມ​ສົນ​ໃຈ​​ເຖິງການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ຊາວ​ໜຸ່ມ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 81 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ, ກໍ່​ຄື​ເລື່ອງ​ຊາວ​ຫວຽດນາມ ຊົມ​ໃຊ້​ສິນຄ້າ​ຫວຽດນາມ. ​ໃນ​ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ພາກ​ນີ້, ພວກ​ເຮົາ​ຂໍ​ແນະນຳ​ບາງ​ຄຳ​ເຫັນ​ທີ່​ທ່ານ​ຜູ້​ຟັງ​ຝາກ​ມາລາ​ຍການ ​ເຊີນ​ທ່ານ​ຮັບ​ຟັງ.

      ເພື່ອນ​ ບຸດ​ດາ​ຄຳ ຢູ່​ແຂວງ ຊຽງ​ຂວາງ​ ສົ່ງ Email ​ມາລາຍການ​ໂດຍ​ຖາມ​ວ່າ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 81 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ອົງການ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ, ຄະນະ​ຊາວ​ໜຸ່ມ​ນະຄອນ ຮ່າ​ໂນ້ຍ ​ແລະ​ນະຄອນ ​ໂຮ່ຈີ​ມີນ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຫຍັງ​ແດ່ ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ທີ່​ມີ​ຄວາມ​ໝາຍນີ້.

        ​ເພື່ອ​ນບຸດ​ດາ​ຄຳ​ ທີ່​ຮັກ​ແພງ, ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 81 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ອົງການ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ, ຄະນະ​ຊາວ​ໜຸ່ມນະຄອນຮ່າ​ໂນ້ຍ​ ໄດ້​ຈັດ​ຕັ້ງ​ງານ​ໂຮມ​ຊຸມ​ໜຸມສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ອົງການ​ຊາວ​ໜຸ່ມ ​ແລະ ກໍ່​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຊາວ​ໜຸ່ມ​ນະຄອນ ຮ່າ​ໂນ້ຍ ກໍ່​ໄດ້​ຈັດ​ພິທີ​ຍ້ອງຍໍ​ບັນດາ​​ເລຂາຄະນະ​ຊາວ​ໜຸ່ມ​ທີ່​ດີ​ເດັ່ນນະຄອນ ຫຼວງ, ສ່ວນ​ບຸກ​ຄົນ ​ແລະ ຜູ້​ຕາງ​ໜ້າ​ໃຫ້ 20 ຮູບ​ແບບ​ຊາວ​ໜຸ່ມ​ຊົນນະບົດ​ທີ່​ສ້າງ​ເສດຖະກິດ​ເກັ່ງ​ປີ 2012. ສ່ວນ​ຢູ່​ນະຄອນ ​ໂຮ່ຈີ​ມິນ, ​ໃນ​ໂອກາດ​ນີ້​ກໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວທີ່​ຟົດ​ຟື້ນ, ອຸດົມສົມ​ບຸນ​ຫຼາຍ​ຢ່າງ. ພິ​ເສດ​ແມ່ນ​ລາຍການ ”​ໄວ​ຫນຸ່ມ​ນະຄອນ​ຮ່ວມ​ມື​ກໍ່ສ້າງ​ຊົນນະບົດ​ໃໝ່” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກວິທະຍາສາດ, ຄູ​ອາຈານ​ໜຸ່ມ​ທີ່​ພວມ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ບັນດາ​ອົງການ, ສູນ​ກາງ, ສະ​ຖາ​ບັນ​ຄົ້ນ​ຄ້ວາ, ມະຫາວິທະຍາ​ໄລ​ໃນ​ບໍລິ​ເວນ​ນະຄອນ 150 ຄົນ. ພ້ອມ​ກັນ​ນັ້ນ, ລາຍການ​ຊາວ​ໜຸ່ມ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ກໍ່​ດຶງ​ດູດ​ພວກ​ເພື່ອນ​ຊາວ​ໜຸ່ມ​​​ເຂົ້າ​ຮ່ວມ​ເປັນຈຳນວນ​ຫຼວງ​ຫຼາຍ​. ດ້ວຍ​ຮ້ານ​ວາງສະ​ແດງ ​ແລະ ຂາຍ​​ຜະລິດ​ຕະພັນ​ຫັດຖະກຳ, ຜະລິດ​ຕະພັນ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ໂດຍ​ຊາວ​ໜຸ່ມ​ນະຄອນ​​ເຮັດ​ເອງລວມ 26 ຮ້ານ. ​ແຂກ​ມາ​ຊົມ​ກໍ່​ໄດ້​ຮັບ​ແນະນຳ​ວິທີ​ຜະລິດບັນດາ​ຜະລິດ​ຕະພັນ​ທີ່​ເຂົາ​ເຈົ້າ​ນິຍົມອີກ.

ຕອບຄຳຖາມກ່ຽວກັບການເຄື່ອນໄຫວ ຂອງຊາວໜຸ່ມແລະເລື່ອງຊາວຫວຽດນາມ ຊົມໃຊ້ສິນຄ້າຫວຽດນາມ - ảnh 1
ບັນດາເລຂາຄະນະຊາວໜຸ່ມດີເດັ່ນນະຄອນຫຼວງໄດ້ຮັບການຍ້ອງຍໍ
(ພາບ: hanoimoi.com.vn )

        ສ່ວນ​ເພື່ອນ ​ໄຊ​ສົມ​ພອນ, ຢູ່​ແຂວງ ວຽງ​ຈັນ ​ໃຫ້​ຮູ້​ວ່າ, ຂ້າພະ​ເຈົ້າ​ໄດ້​ຮັບ​ຟັງ​ກ່ຽວ​ກັບ​ບັ້ນ​ຂົນຂວາຍ​ຊາວ​ຫວຽດນາມ​ ບຸລິ​ມາ​ສິດ​ຊົມ​ໃຊ້​ສິນຄ້າ​ຫວຽດນາມ. ຕາມ​ນັ້ນ​ແລ້ວ, ຫວຽດນາມ​ ໄດ້​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຄື​ແນວໃດ ​ເພື່ອ​ຕອບ​ສະໜອງ​ບັ້ນ​ຂົນຂວາຍ​ນີ້ ?

        ​ເພື່ອ​ເຮັດ​ໃຫ້​ຊາວ​ຫວຽດນາມ ​​ຊົມ​ໃຊ້​ສິນຄ້າ​ຫວຽດນາມ, ຄະນະ​ຊີ້​ນຳ​ສູນ​ກາງບັ້ນ​ຂົນຂວາຍ ”ຊາວ​ຫວຽດນາມ​ ບຸລິ​ມາ​ສິດ​ຊົມ​ໃຊ້​ສິນຄ້າ​ຫວຽດນາມ” ​ໄດ້​ຊີ້​ນຳ​ກ່ຽວ​ກັບ​ຈຸດໝາຍ​​ແຫ່ງ​ການຊຸກຍູ້​ຊາວ​ຫວຽດນາມ  ​ຊົມ​ໃຊ້​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ, ​ເພື່ອ​ແນ​ໃສ່​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ ກ້າ​ລົງທຶນ​ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ຜະລິດ​ຕະພັນ, ສົ່ງ​ເສີມຊາວ​ຫວຽດນາມ ​​ຊົມ​ໃຊ້​ສິນຄ້າ​ຫວຽດນາມ. ຄະນະ​ຊີ້​ນຳ​ບັ້ນ​ຂົນ​ຂວາ​ຍຂັ້ນ​ແຂວງ​ກໍ່ໄດ້​ຜັນ​ຂະຫຍາຍ​ລາຍການ ”ນຳ​ສິນຄ້າ​ຫວຽດນາມ​ ໄປ​ຂາຍ​ຢູ່​ເຂດ​ຊົນນະບົດ” ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ສິນຄ້າ​ຫວຽດນາມ ​ມີໜ້າ​ຢູ່​ເຂດ​ບ້ານ​ນາ ​ແລະ ເຂດ​ຫ່າງ​ໄກ​ສອກຫຼີກ​ຂອງ​ຫວຽດນາມ ​ອີກ. ​ໃນ​ໄລຍະ​ຜ່ານ​ມາ, ງານຕະຫຼາດນັດ​ສິນຄ້າ​ຫວຽດນາມ ​ທີ່​ມີ​ຄຸນ​ນະພາ​ບສູງ ກໍ່​ຄື​ຕະຫຼາດນັດ ”ສິນຄ້າ​ຫວຽ​ດນາມ​​ ຢູ່​ເຂດ​ຊົນນະບົດ”, ​ໄດ້​ປະກອບສ່ວນ​ເຮັດ​ໃຫ້​​ວິ​ສາ​ຫະກິດ​ຫວຽດນາມ ​ຂະຫຍາຍ​ຕະຫຼາດຕື່ມ​ອີກ ​ແລະ ປະກອບສ່ວນ​ພໍ​ສົມຄວນ​ໃນ​ບັ້ນ​ຂົນຂວາຍ ” ຊາວ​ຫວຽດນາມ ບຸລິ​ມາ​ສິດ​​ຊົມ​ໃຊ້​ສິນຄ້າ​ຫວຽດນາມ”, ພ້ອມ​ກັນ​ນັ້ນ, ລາຍການ ”​ເພີ່ມ​ກຳລັງ​​ແກ່ງ​ແຍ້​ງໃຫ້​ສິນຄ້າ​ຫວຽດນາມ” ກໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຕາມ​ແຕ່ລະ​ໄລຍະ, ​ແຕ່​ລະ​ຫົວ​ເລື່ອງ​ທີ່​ແຕກ​ຕ່າງ​ກັນ: ນັບ​ແຕ່​ການ ”​ເພີ່ມ​ກຳລັງ​ແກ່ງ​ແຍ້​ງ​ໃຫ້​ສິນຄ້າ​ຫວຽດນາມ” ​ຕະຫຼອດ​ຮອດ ”ການ​ສ້າງ​ຄວາມ​​ໄວ້​ເນື້ອໃຈ​ຕໍ່​ສິນຄ້າ​ຫວຽດນາມ”, ”ຜະລິດ​ສິນຄ້າ​ທີ່​ມີຫົວຄິດ​ປະ​ດິດສ້າງ​ຫວຽ​ດນາມ” ​ແລະ ກ້າວ​ໄປ​ເຖິງ​ເລື່ອງ ”ນຳ​ສິນຄ້າ​ຫວຽດນາມ​ ເຂົ້າ​ຕະຫຼາດ​ມູນ​ເຊື້ອ” ກໍ່​ໄດ້​ປະກອບສ່ວນ​​ຕື່ມ​ອີກ​ໃຫ້​ແກ່​ການ​ໂຄສະນາ​ສິນຄ້າ​ໂດຍ​ຫວຽດນາມ​ ຜະລິດ. ຜ່ານ​ນັ້ນ​ເຮັດ​ໃຫ້​ຈິດ​ຕະຂອງ​ຜູ້​ຊົມ​ໃຊ້​ຫວຽດນາມ ​ໃນ​ການ​ເລືອກ​ເຟັ້ນຜະ​ລິດ​ຕະພັນ​ພາຍ​ໃນ​ປະ​ເທດມີ​ການ​ປ່ຽນ​ແປງ​ໄປ​ນຳ.

ຕອບຄຳຖາມກ່ຽວກັບການເຄື່ອນໄຫວ ຂອງຊາວໜຸ່ມແລະເລື່ອງຊາວຫວຽດນາມ ຊົມໃຊ້ສິນຄ້າຫວຽດນາມ - ảnh 2
ຊາວຫວຽດນາມຊົມໃຊ້ສິນຄ້າຫວຽດນາມ
(ພາບ: doanhnhansaigon.vn)

       
      ຫວັງ​ວ່າ, ການ​ແນະນຳ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ຄະນະ​ຊາວ​ໜຸມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ແລະ ບັ້ນ​ຂົນຂວາຍ ” ຊາວ​ຫວຽດນາມ ບຸລິ​ມາ​ສິດ​​ຊົມ​ໃຊ້​ສິນຄ້າ​ຫວຽດນາມ” ຂອງ​ພວກ​ເຮົາ​ຈະ​ຕອບ​ສະໜອງ​ຄວາມ​ສົນ​ໃຈ​ຂອງ​ເພື່ອນ​ບຸດ​ດາ​ຄຳ, ​ແລະ ​ເພື່ອນ ​ໄຊ​ສົມ​ພອນກໍ່​ຄື​ທ່ານ​ຜູ້​ຟັງ​​ໄດ້ສ່ວນ​ໃດ​ສ່ວນ​ໜຶ່ງ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວັງ​ວ່າ​ລາຍການ​ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ​ຫວຽດນາມ ຈະ​ສືບ​ຕໍ່​ໄດ້​ຮັບ​ຈົດໝາຍ, ​ໂທລະ​ສັບ​ປະກອບ​ຄວາມ​ເຫັນ​ຈາກ​ທ່ານ​ຜູ້​ຟັງ​ເປັນ​ປະຈຳ.

ຕອບກັບ

ຂ່າວ/ບົດ​ອື່ນ