ວິທີຕັ້ງຊື່ຂອງຊາວ ຫວຽດນາມ


ໃນ​ຈົດໝາຍ​ຝາກ​ມາຍັງ​ລາຍການພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ ຫວຽດນາມ, ທ່ານ ວັນ​ໄຊ ຕະວິນ​ຍານ - ຮອງ​ຜູ້ອຳນວຍການ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ ລາວ ​ໄດ້​ຂຽນ​ວ່າ: “ຂ້າພະ​ເຈົ້າ​ຢາກ​ຮູ້​ກ່ຽວ​ກັບ​ວິທີ​ຕັ້ງ​ຊື່​ຂອງ​ຊາວ ຫວຽດນາມ. ຊາວ ຫວຽດນາມ ມັກ​ຕັ້ງ​ຊື່​ຫຍັງ ​ແລະ ຄວາມ​ໝາຍ​ຂອງ​ຊື່​ນັ້ນຄື​ແນວ​ໃດ, ທ່ານ​ສາມາດ​ຍົກ​ຕົວຢ່າງ​​ບາງ​ຊື່​ມ່ວນໆ ​ແລະ ມີ​ຄວາມ​ໝາຍ​​ໃຫ້​ຂ້າພະ​ເຈົ້າ​ຮູ້ໄດ້​ບໍ່?.​​..​ ຫວັງ​ວ່າ​ລາຍການ​ຈະ​ຕອບ​ຄຳ​ຖາມ​ຂ​​ອງຂ້າພະ​ເຈົ້າ​”. ​ເພື່ອ​ຕອບ​ສະໜອງ​ຕາມ​ຄຳ​ຖາມ​ຂອງ​ທ່ານ ວັນ​ໄຊ ຕະວິນ​ຍານ, ​ໃນ​ລາຍການ​ໂອ້​ລົມ​ກັບ​ເພື່ອ​ນລາວພາກ​ນີ້, ພວກ​ເຮົາ​ຂໍ​ແນະນຳ​ວິທີ​ຕັ້ງ​ຊື່​ຂອງ​ຊາວ ຫວຽດນາມ ​​ໃຫ້​ທ່ານ​ວັນ​ໄຊ ​ເວົ້າ​ສະ​ເພາະ ​ແລະ ທ່ານ​ຜູ້​ຟັງ​ລາວ ​ເວົ້າ​ລວມ​ໄດ້​ຮັບ​ຊາບ, ​ເຊີນ​ທ່ານ​ຕິດຕາມຮັບ​ຟັງ.

        ທ່ານ ວັນ​ໄຊ ຕະວິນ​ຍານ ​ທີ່​ຮັກແພງ! ບັນດາ​ນັກ​ຄົ້ນ​ຄ້ວາ​ຖື​ວ່າ: ຊື່​ຂອງ​ຊາວ ຫວຽດນາມ ​ເລີ່​ມມີ​ມາແຕ່​ສະຕະວັດ​ທີ 2 ກ່ອນ​ ຄສ ​ແລະ ນັບ​ມື້​ນັບ​ສົມບູນ​ກ່ວາ. ​ໃນ​ຂະນະ​ນັ້ນ, ມີ​ບາງຄຳ​ເຫັນ​ພັດ​ຖື​ວ່າ: “ຊາວ ຫວຽດນາມ ມີ​ຊື່​ ​ແລະ ນາມສະກຸນ​ນັບ​ແຕ່​ຕົ້ນ ຄສ”. ​ໂດຍບໍ່​ມີ​ຫຼັກການ​ລວມ​ໃນ​ການ​ຕັ້ງ​ຊື່, ​ແຕ່ສຳ​ຫຼັບຈິດຕະສາດ ຂອງ​ຊາວ ຫວຽດນາມ ​​ແລ້ວ, ​ເລື່ອງ​ຕັ້ງ​ຊື່​ແມ່ນ​ມີ​ຄວາມ​ໝາຍສຳຄັນ​ທີ່​ສຸດ​ຍ້ອນ​ວ່າ​ຊື່​ຈະຕິດ​ພັນ​ກັບ​ແຕ່ລະ​ຄົນ​ໃນ​ຕະຫຼອດ​ຊີວິດ. ນອກ​ຈາ​ກນັ້ນ, ຊາວ ຫວຽດນາມ ຍັງ​ມີທັດສະນະວ່າ: ​ໂດຍ​ອີງ​ໃສ່​ຊື່​ນັ້ນ ​ເຂົາ​ເຈົ້າ​ຈຶ່ງ​​ໄດ້​ຮັບຜົນສຳ​ເລັດ ​ແລະ ມີ​ຄວາມ​ໂຊກ​ດີ. ສາມາດ​ອີງ​ໃສ່​ຈຸດ​ພິ​ເສດສະ​ເພາະ, ​​ເພດ, ສະພາບ​ການ​ຂອງ​ຄອບຄົວ, ວົງ​ຕະກຸນ, ບ້ານ​ເກີດ​ເມືອງ​ນອນ, ສັງຄົມ ​ແລະ ຄວາມ​ຫວັງ​ຂອງ​ຜູ້​ຕັ້ງ​ຊື່​ທີ່ຢາກ​ຝາກຝັງ​​​ໄດ້​ກັບ​ຊື່​ນັ້ນ. ຊື່​ຂອງ​ຊາວ ຫວຽດນາມ ລວມມີ 3 ພາກສ່ວນຕົ້ນ​ຕໍ: ນາມສະກຸນ, ຊື່​ປະ​ກອບ, ຊື່​ແທ້ ​ແລະ ​ເຄີຍ​ໄດ້​ຮັບ​ການ​ເລືອກ​ເຟັ້ນຢ່າງ​ລະອຽດ​ລະ​ອໍ ທັງ​ດ້ານສຽງ ​ແລະ ​ຄວາມໝາຍ, ​ໃຊ້​ເພື່ອ​ຈຳ​ແນ​ກຜູ້​ນີ້​ກັບ​ຜູ້​ອື່ນ. ຈຸດ​ພິ​ເສດສະ​ເພາະ​ໂດຍ​ພື້ນຖານ ​ແລະ ​ເປັນ​ເອກະລັກ​ສະ​ເພາະ​ຂອງຊື່​ຊາວ ຫວຽດນາມ ​ເມື່ອ​ທຽບ​ໃສ່ຊື່​ຂອງ​ຊາວ​ ຈີນ, ສ ​ເກົາຫຼີ, ຍີ່ປຸ່ນ ນັ້ນ​ແມ່ນຍາມ​ໃດ​ກໍ່​ເອີ້ນ​ຊື່​ແທ້ ຫາກບໍ່​ແມ່ນ​ວ່າ​ເອີ້ນ​ນາມສະກຸນ.

        ຕາມ​ປົກກະຕິ​ແລ້ວ, ຊື່ ​ແລະ ນາມສະກຸນ​ຂອງ​ຊາວ ຫວຽດນາມ ​ໄດ້​ເອີ້ນ ​ແລະ ຂຽນ​ຕາມ​ລຳດັບ: ນາມສະກຸນ + ຊື່​ປະກອບ + ຊື່​​ແທ້. ຕົວຢ່າ​ງຄື: ຫງວຽນ​ທິອ໋ຽນ (​ໃນ​ນັ້ນ ຫງວຽນ ​ແມ່ນ​ນາມສະກຸນ, ທິ ​ແມ່ນ​ຊື່​ປະ​ກອບ ​ແລະ ອ໋ຽນ ​ແມ່ນ​ຊື່​ແທ້)​.​..​ ກ່ອນ​ໜ້າ​ນັ້ນ, ​ໃນ​ສະ​​ໄໝ​ສັກ​ດີ​ນາ, ຊື່​ປະກອບ​ທີ່​ເຄີຍ​ນຳ​ໃຊ້​ທີ່​ສຸດ​ສຳລັບ​​ເພດ​ຊາຍແມ່ນ “ວັນ” ​ແລະ ສຳລັບ​​ເພດ​ຍິງ ​ແມ່ນ “ທິ”, ຍາມ​ໃດ​ກໍ່​ຕັ້ງ​ຢູ່ລະຫວ່າງ​ກາງນາມສະກຸນ ​ແລະ ຊື່​ແທ້, ຕົວຢ່າງ​ຄື: ​ເຈີ​່ນທິນຸ ຫຼື ຫງວຽນ​ວັນ​ຢູຍ.​.​. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ມາ​ຮອດ​ປະຈຸ​ບັນ, ບັນດາ​ຊື່​ປະກອບ​ດັ່ງກ່າວ​ບໍ່​ໄດ້​ຮັບ​ຄວາມ​ນິຍົມ​ອີກ ຍ້ອນ​ວ່າ​ມັນ​ບໍ່​ມ່ວນ​ຄື​ບັນດາ​ຊື່​ປະກອບ​ອື່ນໆ. ຊື່​ແທ້​ແມ່ນ​ຊື່​ເອີ້ນ​ຂອງ​ແຕ່ລະຄົນ ​ແລະ ​ເພື່ອ​ຈຳ​ແນ​ກກັບ​ບຸກຄົນ​ອື່ນໆ. ຊາວ ຫວຽດນາມ ຖື​ວ່າ: ຊື່​ແທ້​ແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່​ສະໜິດ​ຕິດ​ພັນ​ກັບ​ຜູ້ທີ່​ມີ​ຊື່​ນັ້ນ. ມີຄຳ​ສຸພາສິດທີ່​ວ່າ “​ເບິ່ງ​ໜ້າ​ຕັ້ງ​ຊື່”, ດັ່ງ​ນັ້ນ​ເມື່ອ​ຕັ້ງ​ຊື່​ເຂົາ​ເຈົ້າ​ເຄີຍ​ເລືອກ​​ເຟັ້ນຢ່າງ​ລະອຽດ​ ​ແລະ ອີງ​ໃສ່​ຈຸດ​ພິ​ເສດສະ​ເພາະ, ​​ເພດ, ສະພາບ​ຕົວ​ຈິງ​ຂອງຄອບຄົວ, ວົງ​ຕະກຸນ, ບ້ານ​ເກີດ​ເມືອງ​ນອນ, ສັງຄົມ, ຄວາມ​ມຸ້ງ​ຫວັງ​ຂອງ​ພໍ່​ແມ່.​.​.​ ​ຫາກບໍ່​ຕັ້ງ​ຊື່​ຕາມ​ລຳ​ພັງ.​

        ​ເລື່ອງ​ຕັ້ງ​ຊື່​ມີ​ຄວາມ​ໝາຍ​ດ້ານ​ວັດທະນະທຳ​ຫຼາຍ​ຢ່າງ. ຊື່​ບໍ່​ພຽງ​ແຕ່​ເພື່ອ​ເອີ້ນ​ເທົ່າ​ນັ້ນ ຫາກ​ມັນຍັງ​​​ສະ​ແດງ​ຄວາມ​ຫວັງ, ຄວາມ​ຝາກ​ຝັງ​ຂອງ​ຄອບຄົວ ​ແລະ ວົງ​ຕະກຸນ. ພໍ່​​ແມ່​ຜູ້​ໃດ​ກໍ່​ຢາກ​ຕັ້ງ​ຊື່​ມ່ວນໆ​ໃຫ້​ລູກ ​ເພື່ອ​​ໃຫ້​ຊີວິດ​ຂອງ​ລູກ​ໃນ​ອະນາຄົດ​​ມີ​ຄວາມ​ຜາ​ສຸກ, ປະສົບຜົນ​ສຳ​​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ ​ແລະ ​ໄດ້​ຮັບ​ຄວາມ​ເຄົາລົບ, ນັບຖືຈາກ​ທຸກ​ຄົນ.

        ​ເພື່ອ​​ຢາກ​ໃຫ້​ລູກ​​ເຕົ້າ​ມີ​ຄວາມສວຍ​ງາມ, ​​ສະຫຼາດສະຫຼຽວ, ເຂັ້ມ​ແຂງ ​ແມ່ນ​ຕັ້ງຊື່​ວ່າ: ຕ໋ວນ (ໝາຍ​ເຖິງ​ສະຫຼາດ​ສະຫຼຽວ​), ​ຢຸ້ງ (ພິລະ​ອາດ​ຫານ), ຮູ່ງ (​ເຂັ້ມ​ແຂງ), ຫວູ (​ແຂງ​ແຮງ​ຄື​ສາຍ​ລົມ​)​.​.​. ​ຖ​້າຢາກ​ໃຫ້​ລູກ​ຕົນ​ຮຽນ​ເກັ່ງ, ມີ​ຄວາມ​ປີຊາ​ສາມາດ ຊາວ ຫວຽດນາມ ​ເຄີຍ​ຕັ້ງ​ຊື່ວ່າ: ລີງ (ມີ​ຄວາມ​ໄຫວພິບ), ​ເຮ້ວ (ຄວາມ​ສວຍ​ງາມ), ມິນ (ສະຫຼາດ), ຮ໋ຽວ (ກະຕັນຍູ)​.​.​. ຖ້າ​ຢາກ​​ໃຫ້ລູກ​ເປັນ​ຄົນ​ໃຈດີ​ມີໃຈບຸນ ພໍ່​ແມ່​ເຄີຍ​ຕັ້ງຊື່ວ່າ: ອ໋າຍ (ລູກ​ຮັກ​ຂອງ​ພໍ່​ແມ່), ​ເຍີນ (ຄົນ​ດີ), ດຶກ (ຄຸນສົມບັດ), ຮ໋ຽນ (​ໃຈດີ), ​ແທ໋ງ (ບັນລຸ​ຜົນ​ສຳ​ເລັດ​ໃນ​ທຸກໆ​ວຽກ​ງານ).​.​​. ຢາກ​ໃຫ້​ລູກ​ເຕົ້າ​ມີ​ຊີວິດ​ອິມໜຳ​ສຳລານ​ພໍ່​ແມ່​ເຄີຍ​ຕັ້ງ​ຊື່ວ່າ: ຮື​ງ (ຄວາມ​ຈະ​ເລີ​ນຮູ່​ງ​ເຮືອງ), ຮວາ (ຄວາມງາມ​ຂອງ​ດອກ​ໄມ້), ​ເວື​ອງ, ຟອງ (ສາຍ​ລົ​ມ), ຖີ້ງ (ຄວາມ​ສີວິ​ໄລ).​​..​ ຖ​້າຢາກ​​ໃຫ້ລູກ​ມີ​ຄວາມຜາ​ສຸກ, ​ສະ​ຫງົບ​ສຸກ ພໍ່​ແມ່​ເຄີຍ​ຕັ້ງຊື່: ອານ ​ແລະ ຕິ້ງ (ໝາຍ​ເຖິງຄວາມ​ສະຫງົບ),  ທ້ວນ (​ເຮັດ​ວຽກ​ຫຍັງ​ກໍ່ສະດວກ​), ທົງ (​ເຮັດ​ວຽກ​ສະດວກ​ສະບາຍ).​.​​. ຢາກ​ໜູນ​ຊ່ວຍ​ໃຫ້​ລູກ​ຍາມ​ໃດ​ກໍ່​ບັນລຸ​ຜົນງານ​ໃນ​ພາລະກິດ​ຂອງ​ຕົນ​ ພໍ່​ແມ່​ເຄີຍ​ຕັ້ງ​ຊື່​ວ່າ: ຫງີ້, ​ເກືອ​ງ, ຮ່ວາງ, ​ເຫ​ຍີ​ນ, ຮົ່ງ, ກຽນ.​​.​.

        ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ, ພວກ​ເຮົາ​ຫວັງ​ວ່າ: ຜ່ານ​ບົດ​ຂຽນ​ນີ້ ພວກ​ເພື່ອນ​ຈະ​ເຂົ້າ​ໃຈ​ສ່ວນ​ໃດ​ສ່ວນ​ໜຶ່ງ​ວິທີ​ຕັ້ງ​ຊື່​ຂອງ ຊາວ ຫວຽດນາມ ກໍ່​ຄືບັນດາ​ຊື່​​ມ່ວນໆ ​ແລະ ມີ​ຄວາມ​ໝາຍ. ​ແລະຜ່ານ​ນີ້​ກໍ່​ຫວັງ​ວ່າ​ທ່ານ ວັນ​ໄຊ ຕະວິນ​ຍານ ​ຈະເຂົ້າ​ໃຈ​ໄດ້ຄວາມ​ໝາຍ​ຊື່​ຂອງບັນດາເພື່ອນຊາວ ຫວຽດນາມ ຂອງ​ຕົນ. ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ລາຍການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ຂອງ​ພວກ​ເຮົາ​ໄດ້​ສິ້ນ​ສຸດ​ລົງ​ພຽງເທ່ົາ​ນີ້, ທ່ານ​ຜູ້​ຟັງ​ສາມາດ​ອ່ານ​ຄືນ, ​ທຸກໆ​ລາຍການ​ຂອງ​ພາກ​ພາສາ​ລາວ​ໃນ​​ເວັບ​ໄຊ vovworld.vn. ຫຼື​ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທມາ​ໂດຍ​ກົງ​​ເຖິງ​ພວ​ກ​ເຮົາ​ຕາມ​ເບີ​ໂທ 0084​.43.8256631. ພົບ​ກັນ​ໃໝ່​ໃນ​ລາຍການ​ໜ້າຂໍ​ຂອບ​ໃຈ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ