ວຽກງານບຳລຸງສ້າງພະນັກງານລາວ ຂອງສະຖາບັນການປົກຄອງແຫ່ງຊາດ

ສະ​ຖາ​ບັນ​ການ​ປົກຄອງ ສັງກັດ​ສະ​ຖາ​ບັນ​ການ​ເມືອງ ການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ມີ​ໂຄງການ​ຮ່ວມ​ມື​ກັບ ສປປລາວ ​ເພື່ອ​ແນໃສ່ບຳລຸງ​ສ້າງ​ ​ແລະ​ຍົກລະດັບ​ຄວາມ​ຮູ້​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ລັດ ​ໃຫ້​ແກ່​ບັນດາ​ພະນັກງານ​ຊັ້ນກາງ ​ແລະ​ຊັ້ນສູງຂອງ​ລາວ ກໍ​ຄື​ບຳລຸງ​ສ້າງ​ປະ​ລິນຍາ​ຕີ, ປະ​ລິນຍາ​ໂທ, ປະ​ລິນຍາ​ເອກດ້ານ​ການ​ປົກຄອງ… ​ນັບແຕ່​ປີ 1999 ມາ​ຮອດ​ປະຈຸ​ບັນ, ​ໄດ້ມີ​​ສຳ​ມະ​ນາກ​ອນລາວ​ນັບ​ຮ້ອຍໆ​ຄົນ​ ໄດ້ຮັບການ​ບຳລຸງ​ສ້າງ​ຢູ່​ສະ​ຖາ​ບັນ. ພາຍຫລັງ​ກັບ​ເມືອ​ປະ​ເທດ ​ມີຫຼາຍຄົນໄດ້​ຮັບ​ຕຳ​ແໜ່​ງ ການ​ນຳຂັ້ນສູງ ​ແລະ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ຂົງ​ເຂດ​ວຽກ​ງານ​ຂອງ​ຕົນ.

    ​ຊຸດ​ບຳລຸງ​ສ້າງ​ໄລຍະ​ສັ້ນກ່ຽວ​ກັບ​ຄວາມ​ຮູ້​ດ້ານ​ການ​ຄຸ້ມ​ຄອງ​​ລັດ ​ໃຫ້​ແກ່​ບັນດາ​ພະນັກງານ​ລາວ​ເຄີຍ​ຈັດ​ຂຶ້ນ​ໃນ​ໄລຍະ​ເວລາ 3 ​ເດືອນ. ບັນດາ​ນັກ​ສຳ​ມະ​ນາກ​ອນທັງ​ໄດ້​ຮຽນ​ທິດ​ສະ​ດີ, ທັງ​ໄດ້ລົງ​ຕົວ​ຈິງ​ຢູ່​ແຂວງ, ນະຄອນ​ຈຳນວນ​ໜື່ງຂອງ​ຫວຽດນາມ. ​ນາງບົວ​ຈັນ, ຢູ່​ແຂວ​ງຫຼວງພະ​ບາງ, ສຳ​ມະ​ນາກ​ອນຊຸດທີ່ 13 ​ໃຫ້​ຮູ້​ວ່າ: ຊຸດ​ຮຽນ​ນີ້​ມີ​ຄວາມ​ໝາຍ​ຢ່າງ​ແທ້​ຈິງ, ​ໄດ້​ຊ່ວຍ​ໃຫ້​ລາວມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ຂົງ​ເຂດ​ວິຊາ​ສະ​ເພາະ​ຂອງ​ຕົນ:  ມາ​ຝຶກ​ອົບ​ຮັມ​ເທື່ອ​ນີ້​ຂໍ​ໄດ້​ຄວາມ​ຮູ້​ໃໝ່, ​ໂດຍ​ສະ​ເພາະ: ທີ່​ໜຶ່ງ​ແມ່ນ​ເວົ້າ​ເຖິງ​ການ​ບໍລິການ​ວຽກ​ງານ​ຢູ່​ຕາມ​ສຳນັກງານ​, ການ​ຄຸ້ມ​ຄອງ​ລັດຖະກອນ​ຢູ່​ຫວຽດນາມ ​ແລະ ຢູ່​ລາວ​​ແຕກ​ຕ່າງ​ກັນ​ຄື​ແນວ​ໃດ? ມີ​ການ​ສົມ​ທຽບ​ກັນ​ໃໝ່ໆ ຫລາຍ​ຢ່າງ. ນອກຈາກ​ນັ້ນ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ເຊິ່ງສຳຄັນ​ແມ່ນ​ທາງ​ດ້ານ​ເຕັກ​ໂນ​ໂລ​ຢີ ​ເຊິ່ງທຽບ​​ຫວຽດນາມ ​ກັບ ລາວ​ເຮົາ ຫວຽດນາມ​ຍັງ​ດີ​ກ່ວາ​ເຮົາ​ຫຼາຍ​. ຈຸດ​ພິ​ເສດ​ທີ່​ສຸດ​ແມ່ນ​ເວົ້າ​ເຖິງ​ການວາງ​ແຜນ​ພັດທະນາ​ເສ​ດະ​ກິດ​ສັງຄົມ ຂອງ​ຫວຽດນາມ, ທີ່ 2 ​ແມ່ນ ​ເວົ້າ​ເຖິງ​ລະບຽບ, ກົດ​ລະບຽບ, ກົດໝາຍ, ນິຕິ​ກຳ ຫລາຍໆ​ຢ່າງ ​ເມື່ອ​ທຽບ​ກັບ​ລາວ ​ແມ່ນ​ສົມ​ບຸນ​ຫຼາຍ​ກ່ວາ​, ນັ້ນ​ແມ່ນ​ບັນດາ​ສິ່ງ​ທີ່ມີ​ຄວາມ​ພິ​ເສດ ​ແລະ ມີ​ຄວາມ​ສົນ​ໃຈ ​ເພາະວ່າ​ມັນ​ມີ​ຄວາມ​ສຳຄັນ​ກ່ຽວ​ກັບ​ການເຖິງ​ການ​ຄຸ້ມ​ຄອງ​ມະນຸດ  

   ອ້າຍ​​ໄຊ​ດວງ​ຕາ ​ໄຊ​ວຸດ ຢູ່​ແຂວງ​ໄຊ​ຍະ​ບູລີ​ແບ່ງປັນ​ວ່າ: ຊຸດ​ຮຽນ​ບຳລຸງ​ສ້າງ​ຢູ່​ສະ​ຖາ​ບັນ​ປົກຄອງ​ໄດ້​ປະກອບ​ຄວາມ​ຮູ້​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຂອງ​ຫວຽດນາມ​ໃນ​ໄລຍະ​ປ່ຽນ​ແປງ​ໃໝ່​​ໃຫ້ແກ່​ອ້າຍ ​ແລະ​​ສຳ​ມະ​ນາກ​ອນອື່ນໆ:ເຊື່ອ​ໝັ້ນ​ວ່າ​ພະນັກງານ​ພວກ​ເຮົາ​ທີ່​ໄດ້​ໃຫ້ການ​ຮ່ຳຮຽນ, ຝຶກ​ອົບຮົມ​ສຸດ​ນີ້​ຈະ​ສາມາດ​ຍົກ​ລະດັບ​ຄວາມ​ຮູ້, ຈະນຳ​​ເອົາ​ໄດ້​ຄວາມ​ຮູ້​ຈາກ​ການ​ຮຽນຊຸດ​ນີ້​ໄປ​ໝູນ​ໃຊ້​ເຂົ້າ​ໃນ​ໜ້າ​ທີ່​ວຽກ​ງານ​ຕົວ​ຈິງ ​ເຂົ້າ​ໃນ​ໜ້າ​ທີ່, ຄວາມ​ຮັບຜິດຊອບ​ຢູ່​ທ້ອງ​ຖິ່ນ​ຂອງ​ຕົວ​ເອງ​ດີ​ຂຶ້ນ. ​ໂຄງການດັ່ງກ່າວ​ນີ້​ແມ່ນ​ໂຄງການ​ໜຶ່ງທີ່​ດີ​ເຊິ່ງພັກ ​ແລະ ລັດຖະບານ​ຂອງ​ລາວ ​ແລະ ຫວຽດນາມ​ຕົກລົງ ​​ໄດ້​ເຊັນ​ສັນຍາ​ກັນ ​ເພື່ອ​ຍົກ​ລະດັບ​ຄວາມ​ຮູ້​ໃຫ້​ແກ່​ການ​ນຳ​ພະນັກງານ​ຂັ້ນ​ທ້ອງ​ຖິ່ນ​ກໍ່​ຄື​ຂັ້ນ​ສູນ​ກາງ.

​  ໃນຫຼາຍປີຜ່ານມາ, ທາງສະ​ຖາ​ບັນ​ການ​ປົກຄອງ ​ແລະ​ບັນດາ​ຄູ​ອາຈານ​ຍາມ​ໃດ​ກໍ​ມີ​ການ​ພົວພັນຢ່າງ​​ໃກ້​ສິດ​ສະໜິດ​ແໜ້ນ​ກັບ​ບັນດາ​ນສຳ​ມະ​ນາ ກອນ, ນັກ​ສຶກສາລາ​ວ, ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ທັງ​ດ້ານ​ວັດຖຸ ​ແລະ​ຈິດ​ໃຈ, ຊ່ວຍ​ໃຫ້​ສຳ​ມະ​ນາກ​ອນລາວ​ບັນລຸ​ໄດ້ຜົນ​ງານ​ທີ່​ດີ​ທີ່​ສຸດ. ຮອງ​ສາດສະດາຈານ, ດຣ ລືວ​ກຽນ​ແທງ, ຮອງຜູ້ ອຳນວຍການ​ສະ​ຖາ​ບັນ​ການ​ປົກຄອງ​ໃຫ້​ຮູ້​ວ່າ: ທາງ​ສະຖາ​ບັນ​ໄດ້​ສົ່ງ​ພະນັກງານ​ທີ່​ມີປະສົບ​ກັານ​ເຂົ້າຮ່ວມ​ການ​ສິດສອນ ​ແລະຊ່ວຍ​ເຫຼືອບັນດາ​​ສຳ​ມະ​ນາກ​ອນລາວ: 

   “ນອກຈາກ​​​ໄດ້​ຮັບຄວາມ​ຮູ້​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ບັນດາ​ສຳ​ມະ​ນາ ກອນຍັງ​ສາມາດ​ຊອກ​ຮູ້​ກ່ຽວ​ກັບ​ຫວຽດນາມ ຜ່ານ​ການ​ລົງ​ຊອກ​ຮູ້ຕົວ​ຈິງ​ຢູ່​ແຂວງ​ຈຳນວນ​ໜື່ງ. ​ແລະບັນດາ​ບົດ​ລາຍ​ງານ​ຂອງ​ຫວຽດນາມ ຈະ​ຊ່ວຍ​ໃຫ້​ພວກ​ເພື່ອນ​ລາວ ຍົກ​ສູງ​ປະສິດທິ​ຜົນ​ໃນ​ວຽກ​ງານ​ຂອງ​ຕົນ, ປະກອບສ່ວນ​ເຂົ້າ​ໃນ​ການ​ປະຕິ​ຮູບ​ພື້ນຖານ​ບໍລິຫານ ຮັບ​ໃຊ້​ໃຫ້​ແກ່​ພາລະກິດ​ສ້າງສາ​ປະ​ເທດ​ລາວ, ພ້ອມ​ທັງ​ປະກອບສ່ວນ​ປັບປຸງ, ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ ຄວາມສາມັກຄີ ​ແລະການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ-ລາວ​ຫລາຍ​ກ່ວາ​ອີກ

  ຊຸດ​​ບຳລຸງ​ສ້າງ​ຂອງ​ສະ​ຖາ​ບັນ​ການ​ປົກຄອງ​ແຫ່ງ​ຊາດ ທີ່ສະຫງວນ​ໃຫ້​ບັນດາ​ພະນັກງານ​ລາວ ​ໄດ້​ຊ່ວຍ​ໃຫ້​ບັນດາ​ນັກ​ສຳ​ມະ​ນາກ​ອນມີ​ບົດຮຽນ, ​ຄວາມ​ຮູ້​ທີ່​ເປັນ​ພື້ນຖານ ​ແລະ​ມີ​ລະບົບ ​ກ່ຽວ​ກັບ​ລັດ, ການ​ບໍລິຫານ​ລັດ, ກ່ຽວ​ກັບ​ກົດໝາຍ, ການ​ຄຸ້ມ​ຄອງ​ບຸກຄະລາ​ກອນ… ​ແລະ​ນັບ​ທັງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ… ​ເຂົ້າຮ່ວມ​ຊຸດ​ຮຽນ, ບັນດາ​ນັກ​ສຳ​ມະ​ນາກ​ອນຍັງ​ມີ​​ເງື່ອນ​ໄຂ​ເຂົ້າ​ໃຈ​ຕື່ມກ່ຽວ​ກັບປະ​ເທດ​ຊາດ ​ແລະ​ຊາວ​ຫວຽດນາມ​, ກ່ຽວ​ກັບ​ນ້ຳ​ໃຈ​ສາມັກ​ຄິ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດກ່ວາ​ອີກ.

 

ຕອບກັບ

ຂ່າວ/ບົດ​ອື່ນ