ແນະນໍາສະຖານທີ່ທ່ອງທ່ຽວບາງແຫ່ງ ແລະ ອາຫານບາງເຍື່ອງທີ່ມີຊື່ສຽງຂອງນະຄອນຫຼວງຮ່າໂນ້ຍ

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ ຈໍານວນ 271 ສະບັບ ຈາກ 40 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ຫົວເລື່ອງກ່ຽວກັບການທ່ອງທ່ຽວ, ວັດທະນະທໍາ ແລະ ອາຫານການກິນຂອງຫວຽດນາມ ຍັງຄົງແມ່ນຫົວເລື່ອງ ທີ່ຜູ້ຟັງລາວມີຄວາມສົນໃຈຫຼາຍກວ່າໝູ່. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄໍາຖາມ ເຊິ່ງທ່ານຜູ້ຟັງ, ຜູ້ອ່ານໄດ້ຝາກມາລາຍການໃນອາທິດຜ່ານມາ. ��ອິດ ກ່ຽວກັບບັນດາມາດຕະການທີ່ ຫວຽດນາມ ໄດ້ດຳເນີນໃນທັນທີເພື່ອປະຕິບັດໜ້າທີ່ເປັນສະມາຊິກສົນທິສັນຍາ ຕາມການແນະນຳຂອງ ສະຫະປະຊາຊາດ.

ເພື່ອນ ເກສອນ ແກ້ວມີໄຊ, ຢູ່ນະຄອນຫຼວງພະບາງ ແບ່ງປັນຄວາມໃນໃຈວ່າ: ຂ້າພະເຈົ້າເຫັນວ່າ ແຕ່ລະອາທິດ ຄໍລໍາ ເລື່ອງລາວເຂດບ້ານນາ ໃນເວັບໄຊ vovworld.vn, ພັດນໍາມາໃຫ້ຜູ້ຟັງຜູ້ອ່ານ ບັນດາເລື່ອງລາວທີ່ມີຄວາມໝາຍ ແລະ ເຕັມໄປດ້ວຍຄວາມຕື້ນຕັນໃຈ ຄື ເລື່ອງລາວກ່ຽວກັບນໍ້າໃຈອູ້ມຊູຊ່ວຍເຫຼືອ ເຊິ່ງກັນແລະກັນ; ເລື່ອງລາວກ່ຽວກັບບຸກຄົນທີ່ມີຄວາມມັກຮໍ່າຮັກຮຽນ, ມີຫົວຄິດປະດິດສ້າງ; ເລື່ອງລາວກ່ຽວກັບແບບຢ່າງໃນການດໍາເນີນ ທຸລະກິດເກັ່ງ ຫຼື ເລື່ອງລາວກ່ຽວກັບວັດທະນະທໍາທີ່ເປັນເອກະລັກສະເພາະຂອງໝູ່ບ້ານແຫ່ງຕ່າງໆ... ບັນດາເລື່ອງລາວ, ບຸກຄົນດີເດັ່ນ ແລະ  ຈຸດວັດທະນະທໍາທີ່ເປັນເອກະລັກສະເພາະເຫຼົ່ານັ້ນ ເປັນໜ້າໄດ້ຮັບການອະນຸລັກຮັກສາ,ເຊີດຊູ ແລະ ຮໍ່າຮຽນຕາມ.

        ເພື່ອນ ຄໍາຕັນ ຈັນຍະລາດ ຊື່ຫວຽດນາມເອີ້ນວ່າຮຸ່ງ ຊຶ່ງແມ່ນຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ  ໄດ້ສົ່ງຂໍ້ຄວາມຜ່ານທາງເຟັດບຸກເຖິງລາຍການ ໂດຍມີເນື້ອໃນວ່າ: ວັນທີ 16 ພະຈິກ, ຂ້າພະເຈົ້າພ້ອມດ້ວຍໝູ່ຫຼາຍຄົນ ຈະມາຫວຽດນາມ ເພື່ອໃຫ້ກໍາລັງໃຈໃຫ້ແກ່ທິມບານເຕະຂອງຫວຽດນາມ ໃນນັດການແຂ່ງຂັນກັບ ທິມບານເຕະມາເລເຊຍ ຢູ່ສະໜາມກິລາ ໝີດິງ. ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າຢາກຄົ້ນຫາສະຖານທີ່ທ່ອງທ່ຽວບາງແຫ່ງໃນຕົວເມືອງນະຄອນຫຼວງຮ່າໂນ້ຍ. ຫວັງວ່າ ບັນດາເອື້ອຍອ້າຍບັນນາທິການລາຍການພາກພາສາລາວ ຈະແນະນໍາຊ່ວຍພວກຂ້າພະເຈົ້າ ສະຖານທີ່ທ່ອງທ່ຽວບາງແຫ່ງ ແລະ ອາຫານບາງເຍື່ອງໃນລະດູໜາວຢູ່ຮ່າໂນ້ຍ.

ແນະນໍາສະຖານທີ່ທ່ອງທ່ຽວບາງແຫ່ງ ແລະ ອາຫານບາງເຍື່ອງທີ່ມີຊື່ສຽງຂອງນະຄອນຫຼວງຮ່າໂນ້ຍ - ảnh 1ຖະໜົນເກົ່າຮ່າໂນ້ຍ 

ເພື່ອນ ຄໍາຕັນ ທີ່ຮັກແພງ! ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນຫຼາຍທີ່ພວກເພື່ອນຈະມາຢາມຮ່າໂນ້ຍ. ໃນຕົວເມືອງນະຄອນຫຼວງຮ່າໂນ້ຍ ມີ ສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ມີຊື່ສຽງຄື: ສຸສານໂຮ່ຈີມິນ, ວັນມ໋ຽວກວັກຕື໋ຢ໊າມ - ເຊິ່ງແມ່ນມະຫາວິທະຍາໄລແຫ່ງທໍາອິດຂອງຫວຽດນາມ, ໂຮ່ເກືອມຫຼືວ່າໜອງເຕົາ, ວັດເສົາດຽວ, ໂຮງລະຄອນໃຫຍ່ຮ່າໂນ້ຍ, ໂບດໃຫຍ່ຮ່າໂນ້ຍ, ພະລາຊະວັງທັງລອງ, ເສົາທຸງ, ວັດເຈິ່ນກັວກ, ຖະໜົນເກົ່າຮ່າໂນ້ຍ... ເພື່ອໄປຢ້ຽມຢາມບັນດາສະຖານທີ່ທ່ອງທ່ຽວດັ່ງກ່າວ, ພວກເພື່ອນອາດຈະຂີ່ລົດແທັກຊີ, ລົດເມ, ລົດຖີບສາມລໍ້, ລົດໄຟຟ້າ... ນອກຈາກນັ້ນ ພວກກໍສາມາດຄົ້ນຫາຮ່າໂນ້ຍດ້ວຍການສໍາຜັດກັບການຂີ່ລົດເມນໍາທ່ຽວສອງຊັ້ນ ກໍໄດ້. ຖ້າພວກເພື່ອນນໍາໃຊ້ບໍລິການດັ່ງກ່າວ, ພວກເພື່ອນບໍ່ພຽງແຕ່ສາມາດຄົ້ນຫາ ບັນດາສະຖານທີ່ທ່ອງທ່ຽວທັງໝົດເຫຼົ່ານັ້ນ, ຫາກຍັງໄດ້ຄົ້ນຫາ ສະຖານທີ່ທ່ອງທ່ຽວບາງແຫ່ງທີ່ມີຊື່ສຽງອື່ນຢູ່ຮ່າໂນ້ຍ ອີກດ້ວຍ ດ້ວຍລາຄາທີ່ເໝາະສົມ 450.000 vnd/24 ຊົ່ວໂມງ ຫຼື 650.000 vnd/48 ຊົ່ວໂມງ,  ພວກເພື່ອນສາມາດຊື້ປີ້ ແລະ ຂຶ້ນລົດໄດ້ຢູ່ໜອງເຕົາ.

        ເມື່ອເວົ້າເຖິງອາຫານການກິນຂອງຮ່າໂນ້ຍໃນລະດູໜາວ, ອາຫານເຍື່ອງທໍາອິດທີ່ພວກຂ້າພະເຈົ້າຢາກແນະນໍາສູ່ພວກເພື່ອນ ນັ້ນແມ່ນ ເຝີ - ເຊິ່ງແມ່ນອາຫານເຍື່ອງໜຶ່ງທີ່ມີຊື່ສຽງຂອງຮ່າໂນ້ຍ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກແຂກທ່ອງທ່ຽວຕ່າງປະເທດ ນັ້ນຄື  ຮ້ານ ເຝີບຶງ ຮ່າງຈົ໊ງ, ເຝີໄກ່ຮ່າງດ໊ຽວ, ເຝີທິ່ນ ລໍ່ດຸກ, ເຝີແຢ໊ງ ຮ່າງຈ໊ຽວ, ເຝີ 49 ບາດດ່ານ... ນອກຈາກ ເຝີ ແລ້ວ, ເຂົ້າປຸ້ນຊີ້ນປີ້ງ ກໍແມ່ນໜຶ່ງໃນບັນດາເຍື່ອງອາຫານທີ່ດຶງດູດແຂກທ່ອງທ່ຽວສາກົນ. ພິເສດ, ແມ່ນຮ້ານເຂົ້າປຸ້ນຊີ້ນປີ້ງ ຢູ່ ເຮືອນເລກທີ 24 ຖະໜົນເລວັນຮືວ ເຊິ່ງແມ່ນຮ້ານ ທີ່ທ່ານອະດີດປະທານາທິບໍດີ ອາເມລິກາ Barack Obama ໄດ້ຮັບປະທານໃນການມາຢ້ຽມຢາມຫວຽດນາມເມື່ອປີ 2016. ເພື່ອຊີມອາຫານ ຮ່າໂນ້ຍ ໃຫ້ຄົບທຸກລົດຊາດນັ້ນ, ພວກເພື່ອນສາມາດແວ່ເຂົ້າຮ້ານອາຫານຂອງນັກສິລະປະການດ້ານອາຫານ ແອ໊ງຕວຽນ ຢູ່ເຮືອນເລກທີ 25 ຖະໜົນໝ໋າເມີຍ, ຮ່າງບ່ວມ, ເມືອງຮວ່ານກ໊ຽມ, ຮ່າໂນ້ຍ.

        ດັ່ງທີ່ກ່າວມາຂ້າງເທິງ ແມ່ນສະຖານທີ່ທ່ອງທ່ຽວ ແລະ ຮ້ານອາຫານບາງແຫ່ງທີ່ມີຊື່ສຽງຂອງຮ່າໂນ້ຍ ເພື່ອໃຫ້ພວກເພື່ອນທາບທາມ. ຂໍອວຍພອນໃຫ້ພວກເພື່ອນຈົ່ງມີຈຸດເວລານາທີ ທີ່ມ່ວນຊື່ນ ແລະ ມີການຄົ້ນຫາທີ່ເປັນໜ້າສະອອນຢູ່່ຮ່າໂນ້ຍເດີ.

        ເພື່ອນ ສີດາ ສີວິໄລ, ນັກສຶກສາລາວ ທີ່ພວມຮໍ່່າຮຽນຢູ່ມະຫາວິທະຍາໄລ ດ້າຍນາມ, ຮ່າໂນ້ຍ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ເຖິງລາຍການ, ດ້ວຍເນື້ອໃນວ່າ: ສະບາຍດີບັນດາອ້າຍເອື້ອຍບັນນາທິການລາຍການພາກພາສາລາວ, ອາທິດກ່ອນນີ້ ນ້ອງໄປຫຼີ້ນຢູ່ແຂວງຮຶງອຽນ ແລະ ເຫັນວ່າ ພໍ່ແມ່ຊາວກະສິກອນພວມຂຸ້ນຂ້ຽວເກັບກ່ຽວເຂົ້ານາ ເຮັດໃຫ້ນ້ອງຄິດຮອດຄິດເຖິງບັນຍາກາດຂອງບຸນເຂົ້າໃໝ່ຂອງຊົນເຜົ່າໂອຍຂອງລາວ. ນ້ອງຢາກຖາມວ່າ ພາຍຫຼັງລະດູເກັບກ່ຽວເຂົ້າ, ຊາວກະສິກອນຫວຽດນາມ ມັກຈັດການເຄື່ອນໄຫວຫຍັງແດ່?

ແນະນໍາສະຖານທີ່ທ່ອງທ່ຽວບາງແຫ່ງ ແລະ ອາຫານບາງເຍື່ອງທີ່ມີຊື່ສຽງຂອງນະຄອນຫຼວງຮ່າໂນ້ຍ - ảnh 2 (ພາບປະກອບ: ບຸນເຂົ້າໃໝ່ຢູ່ແຂວງເຊີນລາ)

ເພື່ອນ ສີດາ ທີ່ຮັກແພງ! ຂອບໃຈສໍາລັບຄໍາຖາມທີ່ມີຄວາມໝາຍຂອງເພື່ອນ. ຢູ່ບາງທ້ອງຖິ່ນເຂດພູດອຍທາງພາກເໜືອ ຄືຊົນເຜົ່າໄທ, ເມື່ອງ, ໄຕ່, ຢ້າວ... ຫຼື ຊົນເຜົ່າ ເອເດ, ເຊີດັງ ຢູ່ ເຂດໄຕງວຽນ ຂອງ ຫວຽດນາມ ພາຍຫຼັງສໍາເລັດການເກັບກ່ຽວເຂົ້າແລ້ວ ເຂົາເຈົ້າ ກໍຈະຈັດບຸນເຂົ້າໃໝ່ຄືກັບຊົນເຜົ່າໂອຍຂອງລາວ. ງານບຸນດັ່ງກ່າວ ມັກໄດ້ຈັດຂຶ້ນໃນເດືອນ 9 ຫຼື ເດືອນ 10 ຕາມຈັນທະປະຕິທິນຂອງຫວຽດນາມ ໂດຍອີງໃສ່ແຕ່ລະລະດູການຂອງແຕ່ລະເຂດພາກ. ບຸນເຂົ້າໃໝ່ ຂອງຊົນເຜົ່າສ່ວນໜ້ອຍຫວຽດນາມ ແມ່ນໜຶ່ງໃນບັນດາງານບຸນທີ່ ສໍາຄັນ ແລະ ສໍາລັບເຂົາເຈົ້າແລ້ວ ງານບຸນດັ່ງກ່າວ ມີຄວາມສໍາຄັນເໝືອນດັ່ງບຸນເຕັດຂອງຊົນເຜົ່າກິງ. ນີ້ແມ່ນໂອກາດເພື່ອໃຫ້ພໍ່ແມ່ຊາວກະສິກອນ ສະແດງຄວາມຮູ້ບຸນຄຸນຕໍ່ເມັດເຂົ້າທີ່ເທວະດາໄດ້ດົນບັນດານໃຫ້. ພ້ອມກັນນັ້ນ ກໍແມ່ນກໍໂອກາດເພື່ອໃຫ້ເຂົາເຈົ້າໄຫວ້ບູຊາເທວະດາຟ້າແຖນ, ເຈົ້າຖິ່ນເຈົ້າຖານ ... ເພື່ອພາວະນາຂໍໃຫ້ດິນຟ້າອາກາດອໍານວຍຄວາມສະດວກ ແລະ ຊ່ວຍໃຫ້ລະດູການຕໍ່ໄປໄດ້ຮັບຜົນດີ, ຂໍໃຫ້ພໍ່ແມ່ຊາວກະສິກອນທຸກຄົນໃນບ້ານ ມີສຸຂະພາບເຂັ້ມແຂງ, ມີຊີວິດອີ່ມໜໍາສໍາລານສົມບູນພູນສຸກ. ງານບຸນບໍ່ພຽງແຕ່ມີຄວາມໝາຍໃນການເຫຼື້ອມໃສ, ສັດທາເທົ່ານັ້ນ, ຫາກຍັງແມ່ນໂອກາດ ເພື່ອໃຫ້ປະຊາຊົນໃນບໍລິເວນບ້ານ ໄດ້ພົບປະແລກປ່ຽນ, ຊຸມແຊວກັນ, ແລກປ່ຽນບົດຮຽນໃນການປູກຝັງເຊິ່ງກັນແລະກັນ ແລະ ສະແດງສິລະປະນໍາກັນຢ່າງເບີກບານມ່ວນຊື່ນພາຍຫຼັງລະດູການທີ່ລໍາບາກກາກກໍາ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະການຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ