ແນະນຳ ການຕອບຄຳຖາມຂອງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການໃນອາທິດຜ່ານມາ

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 217 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 36 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນ ໄດ້ສະແດງຄວາມສົນໃຈເຖິງວັນສ້າງຕັ້ງ ກອງທັບປະຊາຊົນ ຫວຽດນາມ ກໍ່ຄືບັນດາການເຄື່ອນໄຫວທ້ອນໂຮມອັດຖິທະຫານ ແລະນັກຂ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ໃນປາງສົງຄາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.

ໃນອາທິດຜ່ານມາ, ເພື່ອນ ສຸກສາຄອນ, ເພື່ອນ ອາມິນຕາ, ເພື່ອນ ຫງວຽນວັນນາມ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບບັນດາຄຳຖາມ ເຊິ່ງພວກຂ້າພະເຈົ້າໄດ້ສົ່ງມາຍັງລາຍການ.

        ໃນອີແມວສົ່ງເຖິງລາຍການ, ເພື່ອນ ພອນສະຫວັນ ຢູ່ແຂວງ ຊຽງຂວາງ ແບ່ງປັນວ່າ: “ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດສຳລັບລາຍການ ຫວຽດນາມ - ລາວ ໃນເວັບໄຊ VOV5. ລາຍການນີ້, ໄດ້ຊ່ວຍໃຫ້ຂ້າພະເຈົ້າຕິດຕາມຂ່າວຄາວກ່ຽວກັບການພົວພັນຮ່ວມມືລະຫວ່າງ 2 ປະເທດ ຫວຽດນາມ - ລາວ ດ້ວຍຄວາມສະດວກ ແລະ ມີລັກສະນະສັງລວມກ່ວາ. ອາດເວົ້າໄດ້ວ່າ ນີ້ແມ່ນສ້າງເອກະສານອັນລ້ຳຄ່າທີ່ສຸດສຳລັບຂ້າພະເຈົ້າ. ຂອບໃຈທາງລາຍການ, ຂ້າພະເຈົ້າຫວັງວ່າ ໃນໄລຍະຈະມາເຖິງ ເວັບໄຊຂອງທາງລາຍການຈະມີ ວີດີໂອ, ພາບສາລະຄະດີ, ບົດ, ຂ່າວກ່ຽວກັບການພົວພັນຮ່ວມມືລະຫວ່າງ 2 ປະເທດ ຫວຽດນາມ - ລາວ ຫລາຍກ່ວາອີກ”.

        ລຸງ ບຸນທາ ຈັນທະວົງ ຢູ່ແຂວງ ວຽງຈັນ ເຊິ່ງແມ່ນນັກຮົບເກົ່າ ລາວ ໄດ້ໂທລະສັບມາລາຍການດ້ວຍເນື້ອໃນ ແລະຄໍາອວຍພອນທີ່ວ່າ:  ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944 22/12/2018). ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງບັນດານັກຮົບກຳລັງປະກອບອາວຸດກອງທັບປະຊາຊົນ ຫວຽດນາມ ເວົ້າລວມ ແລະ ບັນດານັກຮົບເກົ່າທະຫານອາສາສະໝັກ ນັກຊ່ຽວຊານ ຫວຽດນາມ ເວົ້າສະເພາະ, ອວຍພອນໃຫ້ນ້ຳໃຈສາມັກຄີມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດເວົ້າລວມກໍ່ຄືກອງທັບ 2 ປະເທດເວົ້າສະເພາະນັບມື້ນັບພັດທະນາ. ບັນດານັກຮົບປະເທດ ລາວ ກໍ່ຄືປະຊາຊົນ ລາວ ຍາມໃດກໍ່ຈົດຈຳບຸນຄຸນອັນໃຫຍ່ຫລວງຂອງບັນດານັກຮົບອາສາສະໜັກ ແລະນັກຊ່ຽວຊານ ຫວຽດນາມ ທີ່ໄດ້ຮຽງບ່າຮຽງໄຫລ່, ກໍ່ຄືສະໜັບສະໜູນ, ຊ່ວຍເຫຼືອກອງທັບ ແລະ ປະຊາຊົນ ລາວ ໃນຊຸມເດືອນປີສົງຄາມຢ່າງດຸເດືອດ. ພວກຂ້າພະເຈົ້າຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອການສຶກສາໂຄສະນາ ເພື່ອໃຫ້ຄົນລຸ້ນຫລັງເຂົ້າໃຈແຈ້ງກ່ວາ ກ່ຽວກັບການພົວພັນແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ ປະກອບສ່ວນເພີ່ມພູນຄູນສ້າງການພົວພັນມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ ໃຫ້ນັບມື້ນັບໝັ້ນຄົງ.

        ສົງຄາມໄດ້ຜ່ານພົ້ນໄປແຕ່ດົນແລ້ວ, ແຕ່ຊຸມເດືອນປີລຳບາກກາກກຳໃນໄລຍະສົງຄາມ ໄດ້ເຮັດໃຫ້ຫລາຍຄົນຕ້ອງເສຍສະຫຼະຊີວິດ, ເພື່ອໃຫ້ຊີວິດການເປັນຢູ່ມີຄວາມສະຫງົບສຸກຄືໃນປັດຈຸບັນ. ພວກເຮົາແຕ່ລະຄົນລ້ວນແຕ່ມີຄວາມຕື້ນຕັນໃຈ ແລະ ບໍ່ອາດຫຼົງລືມໄດ້ການເສຍສະຫຼະຊີວິດຂອງລຸ້ນພໍ່ລຸ້ນອ້າຍ. ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ຮູ້ວ່າ: ວຽກງານຊອກຫາ ແລະ ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ໃນປາງສົງຄາມນັ້ນ ໄດ້ຮັບການຜັນຂະຫຍາຍຈາກ 2 ປະເທດ ນັບມື້ນັບຕັ້ງໜ້າ ແລະ ມີປະສິດທິຜົນ. ນັ້ນບໍ່ພຽງແຕ່ແມ່ນການກະທຳຕອບບຸນແທນຄຸນເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມຮູ້ບຸນຄຸນອັນໃຫຍ່ຫລວງສຳລັບບັນດາລຸ້ນພໍ່ລຸ້ນອ້າຍທີ່ໄດ້ເສຍສະຫຼະຊີວິດເພື່ອສັນຕິພາບ. ນັ້ນແມ່ນຄຳແບ່ງປັນຄວາມໃນໃຈຂອງເພື່ອນຜູ້ຟັງ ຫງວຽນມິງດຶກ, ຢູ່ແຂວງ ເຊີນລາ, ເຊິ່ງແມ່ນຜູ້ທີ່ເຄີຍດຳລົງຊີວິດ ແລະ ເຮັດວຽກຢູ່ ລາວ, ເມື່ອເພື່ອນຕິດຕາມຂ່າວກ່ຽວກັບພິທີໄວ້ອາໄລ ແລະ ນໍາສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວໃນປາງສົງຄາມ, ໂດຍທະຫານເຂດ 2 ແລະ ແຂວງ ອຸດົມໄຊ ຈັດຕັ້ງໃນໄລຍະຜ່ານມາ, ເພື່ອນຢາກຮູ້ແຈ້ງຂໍ້ມູນຂ່າວກ່ຽວກັບຄະນະປະຕິບັດງານພິເສດຂອງທະຫານເຂດ 2 ດັ່ງກ່າວ.

ແນະນຳ ການຕອບຄຳຖາມຂອງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການໃນອາທິດຜ່ານມາ - ảnh 1ບັນດາຜູ້ແທນໄວ້ອາໄລຫາບັນດາທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດ ຢູ່ລາວ 

        ເພື່ອນ ຫງວຽນມິງດຶກ ທີ່ຮັກແພງ! ຄືດັ່ງພວກຂ້າພະເຈົ້າໄດ້ຊອກຮູ້, ຄະນະປະຕິບັດງານພິເສດຂອງທະຫານເຂດ 2 ໄດ້ຮັບການສ້າງຕັ້ງມາແຕ່ປີ 1994, ມີໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ 6 ແຂວງພາກເໜືອ ລາວ. ໃນໄລຍະຜ່ານມາ, ຄະນະໄດ້ຢັ້ງຢືນ, ສະຫລຸບຂໍ້ມູນ ກ່ຽວກັບອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານທີ່ເສຍສະຫຼະຊີວິດເພື່ອຊາດ ໄດ້ 3.518 ກໍລະນີ. ມາຮອດປັດຈຸບັນ, ຄະນະໄດ້ຊອກຫາ, ທ້ອນໂຮມ ແລະ ນໍາສົ່ງ 1.698 ອັດຖິກັບເມືອປະເທດ, ໃນນັ້ນ ມີ 123 ອັດຖິມີຂໍ້ມູນຂ່າວຢ່າງຄົບຖ້ວນ. ຜ່ານມາ, ການນຳທະຫານເຂດ 2 ແລະ ອຳນາດການປົກຄອງແຂວງ ອຸດົມໄຊ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ນໍາສົ່ງ 30 ອັດຖິທີ່ໄດ້ຄົ້ນພົບຢູ່ເມືອງ ງາ ແລະ ເມືອງ ໄຊ ແຂວງ ອຸດົມໄຊ. ພັນເອກ ຮ໊ານວັນຮຸ່ງ, ຫົວໜ້າທິມທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດທະຫານເຂດ 2 ປະຈໍາຢູ່ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ໃນວິວັດການປະຕິບັດງານ, ນີ້ແມ່ນວຽກງານຫຍຸ້ງຍາກ, ຕ້ອງຜ່ານຜ່າຄວາມມານະພະຍາຍາມ ເພື່ອຊອກຫາທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ທີ່ເສຍສະຫຼະຊີວິດເພື່ອຊາດ. ທິມປະຕິບັດງານໄດ້ຮັບການໜູນຊ່ວຍຢ່າງຕັ້ງໜ້າກ່ຽວກັບຂໍ້ມູນຈາກປະຊາຊົນ ລາວ ແລະ ບັນດານັກຮົບເກົ່າທີ່ເຄີຍເຂົົ້າຮ່ວມການຕໍ່ສູ້ ໄດ້ຮຽງບ່າຮຽງໄຫຼ່ກັບທະຫານ ຫວຽດນາມ ໃນໄລຍະຕ້ານສັດຕູກູ້ຊາດ, ພ້ອມທັງຕ້ອງແກ້ໄຂຄວາມຫຍຸ້ງຍາກລໍາບາກ ກ່ຽວກັບພູມສັນຖານເຂດພູສູງ, ຖ້ຳເລິກ, ອາກາດຮ້າຍແຮງຂອງເຂດພູສູງພາກເໜືອລາວ ເພື່ອປະຕິບັດການທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດໃນຄັ້ງນີ້ໃຫ້ມີໝາກຜົນສູງສຸດ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ