ແນະ​ນຳ​ກ່ຽວ​ກັບ 14 ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ບໍ່​ເປັນ​ວັດ​ຖຸ​ຂອງ ຫວຽດ​ນາມ ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ

(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 340 ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນໃນນັ້ນລາຍການກະຈາຍສຽງພາກພາສາ ລາວ ໄດ້ຮັບຈົດໝາຍ 14 ສະບັບ.
   
ແນະ​ນຳ​ກ່ຽວ​ກັບ 14 ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ບໍ່​ເປັນ​ວັດ​ຖຸ​ຂອງ ຫວຽດ​ນາມ ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ - ảnh 1ແມ່ຍິງຊາວເຜົ່າຜູ້ໄທ ໃນຊຸດອາພອນປະຈຳເຜົ່າ
ເນື້ອໃນຈົດໝາຍສະບັບທໍາອິດທີ່ພວກຂ້າພະເຈົ້າຢາກແນະນຳຕໍ່ທ່ານຜູ້ຟັງ ນັ້ນແມ່ນຄວາມຮູ້ສຶກຂອງເພື່ອນ ເຂັມເພັດ ມາຈາກ ນະຄອນຫຼວງວຽງຈັນ ເມື່ອຮັບຊົມພາບສາລະຄະດີກ່ຽວກັບການຟ້ອນແຊ ຂອງຊົນເຜົ່າຜູ້ໄທ ຫວຽດນາມ ທີ່ໄດ້ເອົາລົງໃນເວັບໄຊ vovworld.vn. ເພື່ອນໄດ້ຂຽນວ່າ: ຊຸດອາພອນ ແລະ ການຟ້ອນແຊຂອງຊົນເຜົ່າຜູ້ໄທ ຫວຽດນາມ ງາມຫຼາຍ. ຂ້າພະເຈົ້າກໍເຄີຍໄດ້ເຕັ້ນຊາບ ແລະ ຟ້ອນແຊ ພ້ອມກັບອ້າຍບ່າວ, ນາງສາວຜູ້ໄທ ຫວຽດນາມ ເທື່ອໜຶ່ງ ຕອນທີ່ຂ້າພະເຈົ້າໄປປະຕິບັດງານຢູ່ແຂວງ ເຊີນລາ. ງານພົບປະແລກປ່ຽນມື້ນັ້ນມ່ວນຫຼາຍ”.

ເພື່ອນ ເຂັມເພັດ ທີ່ຮັກແພງ! ຖ້າຫາກວ່າ ການຟ້ອນ ລຳວົງ ແລະ ເຕັ້ນບັດສະລົບ ແມ່ນການຟ້ອນທີ່ເປັນມູນເຊື້ອຂອງ ລາວ, ສ່ວນສຳລັບພໍ່ແມ່ປະຊາຊົນເຜົ່າຜູ້ໄທ ຫວຽດນາມ ແລ້ວ, ນັ້ນແມ່ນການຟ້ອນແຊ ແລະ ເຕັ້ນຊາບ. ນີ້ແມ່ນການຟ້ອນ ແລະ ເຕັ້ນທີ່ຂາດບໍ່ໄດ້ໃນວັນບຸນ ຫຼືວ່າງານພົບປະແລກປ່ຽນຂອງປະຊາຊົນເຜົ່າຜູ້ໄທ. ປັດຈຸບັນ, ການຟ້ອນ ແລະ ເຕັ້ນດັ່ງກ່າວຍັງໄດ້ນຳເຂົ້າໃນລາຍການ ແລະ ການບໍລິການທ່ອງທ່ຽວເຂດຊຸມຊົນອີກດ້ວຍ. ຂອບໃຈເພື່ອນ ເຂັມເພັດ ໄດ້ຊົມພາບສາລະຄະດີ ແລະ ສົ່ງຈົດໝາຍມາແບ່ງປັນຄວາມຮູ້ສຶກ ແລະ ຄວາມຊົງຈຳທີ່ດີງາມນັ້ນໃຫ້ແກ່ພວກຂ້າພະເຈົ້າ.  ແລະ ຫວັງວ່າ ນີ້ກໍເປັນໜ້າທົດລອງເຂົ້າຮ່ວມ ເມື່ອທ່ານຜູ້ຟັງມາຢ້ຽມຢາມບັນດາແຂວງເຂດເຕິຍບັກ ຫວຽດນາມ.

ນອກຈາກນັ້ນແລ້ວ, ເພື່ອນເຂັມເພັດ ຍັງຖາມວ່າ: ນອກຈາກຟ້ອນແຊ ແລ້ວ ຍັງມີປະເພດສິລະປະໃດແດ່ຂອງ ຫວຽດນາມ ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າ ເປັນມໍລະດົກວັດທະນະບໍ່ເປັນວັດຖຸຂອງມວນມະນຸດ”.?

ແນະ​ນຳ​ກ່ຽວ​ກັບ 14 ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ບໍ່​ເປັນ​ວັດ​ຖຸ​ຂອງ ຫວຽດ​ນາມ ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ - ảnh 2ຂັບກວານຫໍ້ ບັກນິງ (ພາບ: truyenhinhdulich.vn)

ໄລ່ມາຮອດປັດຈຸບັນ, ນັບທັງຟ້ອນແຊ ຂອງຊົນເຜົ່າຜູ້ໄທ, ອົງການ UNESCO ໄດ້ຮັບຮອງເອົາ 14 ມໍລະດົກບໍ່ເປັນວັດຖຸຂອງ ຫວຽດນາມ ເຂົ້າໃນບັນຊີມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ, ລວມມີ: ດົນຕີພະລາດຊະວັງ-ລາດຊະວົງ ຫງວຽນ; ວັດທະນະທຳກອງ - ຄ້ອງໄຕງວຽນ; ຂັບກວານຫໍ້ ບັກນິງ; ຂັບກາຈູ່; ງານບຸນຢອງ ຢູ່ວິຫານຝູ່ດົ໋ງ ແລະ ວິຫານຊອັກ; ຂັບຊວານ ຝູທໍ້, ການເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງ ຢູ່ ຝູທໍ້; ສິລະປະຂັບເດີ່ນກາຕ່າຍຕື໋ ພາກໃຕ້; ຂັບວີ, ຢ້ຳຢູ່ ເງະຕິງ; ພິທີກຳ ແລະ ການດຶງເຊືອກ; ການເຫຼື້ອມໃສບູຊາພະແມ່ ຕາມຝູ  ຂອງຄົນຫວຽດ; ສິລະປະຂັບບ່າຍຈ່ອຍ ຢູ່ເຂດພາກກາງ; ຂັບແທນຂອງຊົນເຜົ່າໄຕ່, ນຸ່ງ, ຜູ້ໄທ ແລະ ຫຼ້າສຸດນີ້ແມ່ນ ສິລະປະຟ້ອນແຊ ຂອງເຜົ່າຜູ້ໄທ.

    ຕໍ່ໄປແມ່ນຈົດໝາຍຂອງເພື່ອນ ເກສອນ ຢູ່ ແຂວງຈຳປາສັກ. ເພື່ອນ ເກສອນ ມີຄວາມສົນໃຈເຖິງຮູບແບບໂຮງໝໍອັດສະລິຍະຢູ່ແຂວງ ນິງທ້ວນ. ເພື່ອນຂຽນວ່າ: “ໃນຊຸມປີມໍ່ມານີ້ຂະແໜງສາທາລະສຸກຂອງ ຫວຽດນາມ ມີການພັດທະນາຫຼາຍຂ້າພະເຈົ້າມີຄວາມຮູ້ສຶກດີໃຈ ເມື່ອອ່ານຂ່າວວ່າ ຫວຽດນາມ ກຳລັງຮ່ວມມືຜັນຂະຫຍາຍການສ້າງໂຮງໝໍອັດສະລິຍະຢູ່ ແຂວງ ນິງທ້ວນ ເພາະວ່າ ປັດຈຸບັນ ມີຄົນ ລາວ ຫຼາຍຄົນ ມັກໄປກວດ ແລະ ປິ່ນປົວພະຍາດຢູ່ ຫວຽດນາມ.  ຂ້າພະເຈົ້າຢາກຮູ້ແຈ້ງກວ່າ ກ່ຽວກັບຮູບແບບໂຮງໝໍອັດສະລິຍະແຫ່ງນີ້ຫວັງວ່າ ທາງບັນນາທິການລາຍການພາສາ ລາວ ຈະແນະນຳໃຫ້ຂ້າພະເຈົ້າຮູ້ຕື່ມອີກແດ່.”
ແນະ​ນຳ​ກ່ຽວ​ກັບ 14 ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ບໍ່​ເປັນ​ວັດ​ຖຸ​ຂອງ ຫວຽດ​ນາມ ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ - ảnh 3 ແນະນຳກ່ຽວກັບຮູບແບບໂຮງໝໍອັດສະລິຍະ (ພາບ: thanhnien.vn)

        ເພື່ອນ ເກສອນ ທີ່ຮັກແພງ! ຄືດັ່ງທີ່ທ່ານຮັບຮູ້ ຫວ່າງມໍ່ໆມານີ້, ກຸ່ມບໍລິສັດ Advantech ຫວຽດນາມ ແລະ ກຸ່ມບໍລິສັດ Intel ຂອງ ອາເມລິກາ ໄດ້ລົງນາມໃນການຮ່ວມມືຍຸດທະສາດກັບ ໂຮງໝໍຫຼາຍຂະແໜງ ຖາຍຮວ່າ  ຜັນຂະຫຍາຍການກໍ່ສ້າງໂຮງໝໍອັດສະລິຍະແບບຄົບວົງຈອນ. ຮູບແບບໂຮງໝໍອັດສະລິຍະແຫ່ງນີ້ໄດ້ຫັນເປັນດີຈີຕອນຢ່າງຮອບດ້ານ. ເມື່ອມາກວດ ແລະ ປິ່ນປົວຢູ່ໂຮງໝໍແຫ່ງນີ້, ເອກະສານຂອງຄົນເຈັບຈະໄດ້ຫັນເປັນດີຈີຕອນ ຊ່ວຍປະຢັດເວລາ, ຄ່າໃຊ້ຈ່າຍໃຫ້ແກ່ຄົນເຈັບ ແລະ ເພີ່ມສະມັດຕະພາບ ກໍຄືປະສິດທິຜົນໃນການປິ່ນປົວ. ຄົນເຈັບຈະໄດ້ຊົມໃຊ້ການບໍລິການແບບອັດສະລິຍະ, ເຊັ່ນ: ນຳໃຊ້ບັດອັດສະລິຍະ “Smart Card” ເພື່ອເຂົ້າລະບົບ ແລະ ນຳໃຊ້ທຸກການບໍລິການທີ່ໄດ້ປະມວນໄວ້ໃນລະບົບຂອງໂຮງໝໍອັດສະລິຍະ, ເປັນຕົ້ນແມ່ນ ລະບົບກວດຄົນເຂົ້າອອກໂຮງໝໍ (ACS); ລະບົບລຽນແຖວອັດສະລິຍະ (iQ); ລະບົບຫ້ອງຜ່າຕັດອັດສະລິຍະແບບປະມວນ (AVAS) ຕະຫຼອດຮອດມາດຕະການຢູ່ເຂດນອນປິ່ນປົວອັດສະລິຍະລະດັບຊັ້ນນຳ (iWard); ມາດຕະການແພດໝໍ ແລະ ນາງພະຍາບານໄປວີສິດ (visit) ຄົນເຈັບ (AMIS); ກວດ, ປິ່ນປົວຄົນເຈັບ ແລະ ບົ່ງມະຕິພະຍາດຈາກທາງໄກ (Telehealth)…

ເນື້ອໃນດັ່ງກ່າວກໍໄດ້ປິດທ້າຍລາຍການໂອ້ລົມກັບເພື່ອນລາວໃນມື້ນີ້. ຂໍຂອບໃຈທ່ານຜູ້ຟັງທຸກໆທ່ານທີ່ໃຫ້ກຽດຕິດຕາມຮັບຟັງ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວlaovov5@gmail.com. ທ່ານຜູ້ຟັງ, ຜູ້ອ່ານກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ