ແນະ​ນຳ​ກ່ຽວ​ກັບ​ກົດ​ລະ​ບຽບ​ໃນ​ການ​ຈະ​ລາ​ຈອນ​ຢູ່ ຫວຽດ​ນາມ

(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 407 ສະບັບ, ຈາກທ່ານຜູ້ຟັງທີ່ມາຈາກ 38 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ 21 ສະບັບ. ຕໍ່ໄປ, ເຊີນທ່ານພ້ອມກັບບັນນາທິການເປີດອ່ານເນື້ອໃຈຈົດໝາຍສະບັບຕ່າງໆພ້ອມກັນເລີຍ.

ໃນອາທິດຜ່ານມາ, ຍ້ອນໄດ້ຮັບຜົນກະທົບຈາກພະຍຸ ໂນຣຸ ສະນັ້ນ, ຫຼາຍປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ມີຄວາມເສຍຫາຍຢ່າງໜັກໜ່ວງ, ໃນນັ້ນ ມີບາງແຂວງພາກກາງຂອງ ຫວຽດນາມ ແລະ ບາງແຂວງພາກໃຕ້ຂອງລາວ. ຕໍ່ໜ້າສະພາບການດັ່ງກ່າວນັ້ນ, ມີທ່ານຜູ້ຟັງ ລາວ ແລະ ຫວຽດນາມ ຫຼາຍທ່ານໄດ້ສົ່ງຈົດໝາຍມາຫາລາຍການເພື່ອຖາມຂ່າວສະພາບການຢູ່ ລາວ ແລະ ຫວຽດນາມ.

ແນະ​ນຳ​ກ່ຽວ​ກັບ​ກົດ​ລະ​ບຽບ​ໃນ​ການ​ຈະ​ລາ​ຈອນ​ຢູ່ ຫວຽດ​ນາມ - ảnh 1ປະຊາຊົນ ເມືອງ ກີ່ເຊີນ, ແຂວງ ເງະອານ ຖືກຜົນກະທົບຢ່າງໜັກໜ່ວງຈາກພະຍຸ

ທ່ານຜູ້ຟັງ ເລງອກເນືອງ ຢູ່ແຂວງ ຮຶງອຽນ, ທ່ານຜູ້ຟັງ ດວ່ານວັນຫຸ່ງ ເຊິ່ງເປັນອະດີດນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ລາວ ໄດ້ສົ່ງຈົດໝາຍມາຫາລາຍການ ແລະ ຢາກຝາກຄຳຢື້ຢາມຖາມຂ່າວພໍ່ແມ່ປະຊາຊົນຢູ່ແຂວງ ຈຳປາສັກ, ເຊກອງ, ອັດຕະປື ແລະ ຫວັງວ່າ ການດຳລົງຊີວິດຂອງປະຊາຊົນຈະກັບຄືນສູ່ສະພາບເປັນປົກກະຕິໂດຍໄວ.

ຈາກນະຄອນຫຼວງ ວຽງຈັນ, ທ່ານຜູ້ຟັງ ຈັນທິມາ ໄດ້ສົ່ງຈົດໝາຍມາຫາລາຍການດ້ວຍເນື້ອໃນທີ່ວ່າ: “ເມື່ອເບິ່ງຄຼິບວິດີໂອ ທີ່ພະຍຸນ້ຳຖ້ວມນ້ຳແກ່ງໄດ້ພັດເອົາເຮືອນຊານບ້ານຊ່ອງ, ສັດສາວາສິ່ງຂອງພໍ່ແມ່ປະຊາຊົນ ເມືອງ ກີ່ເຊີນ, ແຂວງ ເງະອານ ໄຫຼໄປນັ້ນ, ຂ້າພະເຈົ້າເສົ້າສະຫຼົດໃຈ ແລະ ສົງສານພໍ່ແມ່ປະຊາຊົນ. ບາງແຂວງຂອງລາວ ກໍໄດ້ຮັບຜົນກະທົບຢ່າງໜັກໜ່ວງເຊັ່ນດຽວກັນ. ຂ້າພະເຈົ້າຄິດວ່າສະພາບການພະຍຸ, ດິນຟ້າອາກາດນັບມື້ນັບຮ້າຍແຮງກວ່າເກົ່ານັ້ນ ສ່ວນໜຶ່ງກໍຍ້ອນໄດ້ຮັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ສະນັ້ນ, ຂ້າພະເຈົ້າຫວັງວ່າ ປະຊາຊົນທີ່ປະສົບເຄາະຮ້າຍຈາກພະຍຸລູກນີ້ ຈະຜ່ານຜ່າຄວາມຫຍຸ້ງຍາກກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ພວກເຮົາກໍຈົ່ງພ້ອມກັນມີການກະທຳເພື່ອປົກປັກຮັກສາສິ່ງແວດລ້ອມ, ຜ່ານນັ້ນຫຼຸດຜ່ອນການເກີດພະຍຸນ້ຳຖ້ວມ ແລະ ໄພທຳມະຊາດຕ່າງໆ”.

ນອກຈາກນັ້ນແລ້ວ, ພວກຂ້າພະເຈົ້າຍັງໄດ້ຮັບຈົດໝາຍຢື້ຢາມຖາມຂ່າວຈາກທ່ານຜູ້ຟັງ ພອນຄຳ, ເກສອນ, ທິບພະວົງ… ອີກດ້ວຍ.

ຕໍ່ໄປແມ່ນຈົດໝາຍມາຈາກເພື່ອນ ເຂັມພອນ ຢູ່ ແຂວງ ຊຽງຂວາງ ດ້ວຍເນື່ອໃນດັ່ງນີ້: “ໄລຍະຜ່ານມາ, ມີໝູ່ຜູ້ໜຶ່ງຂອງຂ້າພະເຈົ້າໄດ້ໄປທ່ອງທ່ຽວ ຢູ່ ຫວຽດນາມ ແລ້ວລາວໄດ້ເອົາຮູບທັດສະນີຍະພາບທີ່ສວຍງາມຫຼາຍແຫ່ງຢູ່ ຍາຈາງ ມາໃຫ້ຂ້າພະເຈົ້າເບິ່ງ ພ້ອມທັງເອົາເງິນໃບ 500.000 ດົ່ງ ມາມອບໃຫ້ຂ້າພະເຈົ້າເປັນທີ່ລະນຶກ. ເງິນໃບຫ້າແສນດົ່ງນັ້ນ ຂ້າພະເຈົ້າເຫັນວ່າ ເບື້ອງໜຶ່ງໄດ້ພິມຮູບປະທານໂຮ່ຈີມິນທີ່ແສນເຄົາລົບຮັກໃສ່ ແຕ່ເບື້ອງໜຶ່ງ, ຂ້າພະເຈົ້າບໍ່ຮູ້ວ່າແມ່ນຮູບຫຍັງ? ຫວັງວ່າບັນນາທິການພາກພາສາລາວ ຈະແນະນຳໃຫ້ຮູ້ແດ່. ຂໍຂອບໃຈ!”
ແນະ​ນຳ​ກ່ຽວ​ກັບ​ກົດ​ລະ​ບຽບ​ໃນ​ການ​ຈະ​ລາ​ຈອນ​ຢູ່ ຫວຽດ​ນາມ - ảnh 2ຮູບເຮືອນມຸງຫຍ້າຄາ ຢູ່ບ້ານແຊນ, ເມືອງນາມດານ, ແຂວງເງະອານ

ໃບ 500.000 ດົ່ງ ແມ່ນໃບເງິນມີມູນຄ່າຫຼາຍສຸດຂອງ ຫວຽດນາມ. ເບື້ອງໜຶ່ງແມ່ນຮູບປະທານ ໂຮ່ຈີມິນ ແລະ ອີກເບື້ອງໜຶ່ງແມ່ນຮູບເຮືອນມຸງຫຍ້າຄາ ຢູ່ບ້ານແຊນ, ເມືອງນາມດານ, ແຂວງເງະອານ ເຊິ່ງເປັນບ້ານເກີດເມືອງນອນຂອງປະທານໂຮ່ຈີມິນ. ເຮືອນຫຼັງນີ້ ຕັ້ງຢູ່ໃນເຂດປູຊະນີຍະສະຖານປະຫວັດສາດ ກິມລຽນ, ເຊິ່ງເປັນໜຶ່ງໃນບັນດາສູນທ່ອງທ່ຽວທີ່ເກັບຮັກສາວັດຖຸພັນ, ເອກະສານ, ເຂດວັດທະນະທຳ, ປະຫວັດສາດ ໃນຄາວເຍົາໄວຂອງປະທານ ໂຮ່ຈີມິນ ພ້ອມດ້ວຍຍາດພີ່ນ້ອງໃນຄອບຄົວ.

ເຂດປູຊະນີຍະສະຖານປະຫວັດສາດນີ້ ກໍໄດ້ຈັດເຂົ້າໃນຕາຕະລາງຈັດອັນດັບປູຊະນີຍະສະຖານແຫ່ງຊາດພິເສດ ແລະ ແມ່ນໜຶ່ງ ໃນ 4 ເຂດປູຊະນີຍະສະຖານສຳຄັນແຖວໜ້າຢູ່ ຫວຽດນາມ ກ່ຽວກັບປະທານ ໂຮ່ຈີມິນ.

ຫວັງວ່າ ໃນໄລຍະຈະມາເຖິງ, ເພື່ອນຈະຈັດແບ່ງເວລາມາຢ້ຽມຢາມບ້ານເກີດຂອງປະທານ ໂຮ່ຈີມິນ ເພື່ອໄດ້ເຫັນປະຈັກຕາເຂດປູຊະນີຍະສະຖານ, ວັດຖຸພັນຫຼາຍຢ່າງ ແລະ ໄດ້ຮັບຟັງກ່ຽວກັບເລື່ອງລາວຕ່າງໆທີ່ຕິດພັນກັບຄອບຄົວ, ຊີວິດຄາວເຍົາໄວຂອງປະທານໂຮ່ຈີມິນ.

ຕໍ່ໄປແມ່ນຈົດໝາຍສະບັບຂອງເພື່ອນ ຈັນເພງ ຢູ່ແຂວງ ບໍລິຄຳໄຊ ຝາກມາລາຍການ ໂດຍຂຽນວ່າ: “ໄລຍະຜ່ານມາ, ຂ້າພະເຈົ້າໄດ້ມາຝຶກອົບຮົມໃນເວລາສອງທິດຢູ່ ຮ່າໂນ້ຍ ແລະ ເຫັນວ່າ ຕຳຫຼວດຈະລາຈອນຢູ່ ຮ່າໂນ້ຍ ໄດ້ປະຕິບັດໜ້າທີ່ວຽກງານຢ່າງເຂັ້ມງວດທີ່ສຸດ ເພື່ອແນະນຳໃຫ້ປະຊາຊົນໃນການຈະລາຈອນກໍ່ຄືກວດກາປັບໄໝຜູ້ລະເມີດກົດລະບຽບ. ຂ້າພະເຈົ້າຢາກຮູ້ວ່າ ສຳລັບກໍລະນີກົດລະບຽບໃນການຈະລາຈອນ ດື່ມສຸລາ ແຕ່ຍັງມາຂັບລົດ, ລ່ວງໄຟແດງ, ບໍ່ໃສ່ໝວກກັນກະທົບ ເມື່ອເຂົ້າຮ່ວມການຈະລາຈອນ ແມ່ນຖືກປັບໄໝແນວໃດ?

ແນະ​ນຳ​ກ່ຽວ​ກັບ​ກົດ​ລະ​ບຽບ​ໃນ​ການ​ຈະ​ລາ​ຈອນ​ຢູ່ ຫວຽດ​ນາມ - ảnh 3(ພາບປະກອບ: conganhanoi.gov.vn)

ຕາມຂໍ້ກຳນົດຫຼ້າສຸດແລ້ວ, ສຳລັບຜູ້ນຳໃຊ້ຖະໜົນ ຢູ່ ຫວຽດນາມ ຖ້າຫາກວ່າ ນຳໃຊ້ລົດຈັກ ແຕ່ບໍ່ໃສ່ໝວກກັນກະທົບ ຈະຖືກປັບໄໝເປັນເງິນສົດແຕ່ 400.000 ຫາ 600.000 ດົ່ງ. ກໍລະນີຜູ້ລ່ວງໄຟແດງທີ່ນຳໃຊ້ລົດໂອໂຕ ແລະ ປະເພດລົດຄ້າຍຄືກັບລົດໂອໂຕ ແມ່ນຖືກປັບໄໝແຕ່ 4 ຫາ 6 ລ້ານດົ່ງ ແລະ ຖືກຢຶດໃບຂັບຂີ່ແຕ່ 1 ຫາ 3 ເດືອນ; ສຳລັບຜູ້ນຳໃຊ້ລົດຈັກ ແມ່ນຖືກປັບໄໝແຕ່ 800.000 ຫາ 1000.000 ດົ່ງ ພ້ອມທັງຢຶດໃບຂັບຂີ່ແຕ່ 1 ຫາ 3 ເດືອນເຊັ່ນດຽວກັນ. ສ່ວນກໍລະນີຜູ້ນຳໃຊ້ຖະໜົນດື່ມເຄື່ອງມຶນເມົາ ແຕ່ກໍຍັງຂັບລົດແມ່ນຈະຖືກປັບໄໝຕາມລະດັບຄວາມເຂັ້ມຂຸ້ນຂອງທາດມຶນເມົາໃນຮ່າງກາຍ. ສຳລັບຜູ້ນຳໃຊ້ລົດຈັກ ຖືກປັບໄໝແຕ່ 2 ຫາ 8 ລ້ານດົ່ງ; ສ່ວນຜູ້ນຳໃຊ້ລົດໃຫຍ່ຖືກປັບໄໝຢ່າງໜ້ອຍສຸດແມ່ນ 6 ຫາ 40 ລ້ານດົ່ງ ແລະ ທັງສອງເປົ້າໝາຍດັ່ງກ່າວລ້ວນແຕ່ຖືກຢຶດໃບຂັບຂີ່ຢ່າງໜ້ອຍແມ່ນ 10 ເດືອນ. 

ເນື້ອໃນດັ່ງກ່າວກໍເປັນການປິດທ້າຍລາຍການໂອ້ລົມກັບເພື່ອນລາວໃນມື້ນີ້. ຂໍຂອບໃຈທ່ານຜູ້ຟັງທຸກໆທ່ານທີ່ໃຫ້ກຽດຕິດຕາມຮັບຟັງ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດມີ ຄວາມສົນໃຈຕໍ່ບັນຫາໃດ ໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ: ພາກພາສາລາວ ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້./.

ຕອບກັບ

ຂ່າວ/ບົດ​ອື່ນ