ແນະ​ນຳ​ກ່ຽວ​ກັບ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ສວຍ​ງາມ​ຢູ່ ແຂວງ ຮ່າ​ຢາງ, ຫວຽດ​ນ​າມ

(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 349 ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນໃນນັ້ນລາຍການກະຈາຍສຽງພາກພາສາ ລາວ ໄດ້ຮັບຈົດໝາຍ 25 ສະບັບ.
  

ຈົດໝາຍສະບັບທຳອິດແມ່ນຂອງເພື່ອນ ຈັນທິມາ ຈາກນະຄອນຫຼວງ ວຽງຈັນ ຝາກເຖິງລາຍການດ້ວຍເນື້ອໃນດັ່ງນີ້: “ຂ້າພະເຈົ້າມັກຊົມບັນດາພາບສາລະຄະດີ ແລະ ຄຼິບວິດີໂອທີ່ແນະນຳກ່ຽວກັບວັດທະນະທຳ, ອາຫານການກິນ ແລະ ທັດສະນີຍະພາບຂອງ ຫວຽດນາມ. ບັນດາຮູບພາບເຫຼົ່ານັ້ນ ໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈຕື່ມອີກກ່ຽວກັບວັດທະນະທຳ, ປະເທດຊາດ ແລະ ປະຊາຊົນ ຫວຽດນາມ. ແລະ ນີ້ເປັນກຳລັງໜູນເພື່ອໃຫ້ຄອບຄົວຂ້າພະເຈົ້າຕັດສິນໃຈຈະໄປທ່ຽວ ຫວຽດນາມ ໃນເດືອນທັນວາຈະມາເຖິງນີ້. ຂອບໃຈທາງລາຍການກະຈາຍສຽງພາກພາສາລາວ ຫຼາຍໆເດີ!”

ເພື່ອນ ຈັນທິມາ ທີ່ຮັກແພງ!  ນອກຈາກບັນດາຮູບພາບທີ່ແນະນຳກ່ຽວກັບປະເທດຊາດ, ປະຊາຊົນ ຫວຽດນາມ ແລ້ວ, ໃນຄໍລຳ ຄົ້ນຫາ ຫວຽດນາມ, ວັດທະນະທຳ ຫວຽດນາມ ແລະ ປະເທດຊາດ ແລະ ຊາວ ຫວຽດນາມ ຍັງມີບົດຂຽນຫຼາຍບົດແນະນຳຢ່າງລະອຽດກ່ຽວກັບຮີດຄອງປະເພນີ, ສະຖານທີ່ທ່ອງທ່ຽວ ຫຼື ຮ່ອງຮອຍປະຫວັດສາດ… ຂອງ ຫວຽດນາມ ໃນເວັບໄຊ vovworld.vn. ແນ່ນອນວ່າ ຈະຊ່ວຍໃຫ້ເພື່ອນມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວັດທະນະທຳ, ປະເທດຊາດ, ປະຊາຊົນ ຫວຽດນາມ. ຫວັງວ່າ ທ່ານຈະຍາດເວລາເຂົ້າໄປອ່ານ ແລະ ແບ່ງປັນສູ່ພວກຂ້າພະເຈົ້າໄດ້ຮັບຊາບວ່າ ລະຫວ່າງ ວັດທະນະທຳຂອງ ລາວ ກັບ ຫວຽດນາມ ນີ້ ມີຄວາມແຕກຕ່າງກັນແນວໃດແດ່.

ແນະ​ນຳ​ກ່ຽວ​ກັບ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ສວຍ​ງາມ​ຢູ່ ແຂວງ ຮ່າ​ຢາງ, ຫວຽດ​ນ​າມ - ảnh 1ເຂດນາຂັ້ນໄດຢູ່ ອີຕີ ຍາມໃດກໍ່ແມ່ນຮູບພາບທີ່ສວຍງາມ, ເຮັດໃຫ້ນັກທ່ອງທ່ຽວ ແລະ ນັກຖ່າຍຮູບຫຼາຍຄົນຢາກມາຄົ້ນຫາ
 ຕໍ່ໄປແມ່ນຈົດໝາຍຂອງເພື່ອນ ເຂັມພອນ ຢູ່ ຊຽງຂວາງ ໂດຍມີເນື້ອໃນດັ່ງນີ້: ຂ້າພະເຈົ້າຫາກໍສິ້ນສຸດການເຮັດວຽກຢູ່ ຮ່າໂນ້ຍ ເປັນເວລາ 5 ວັນ. ນີ້ກໍເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາ ຮ່າໂນ້ຍ ແລະ ໄດ້ຮັບຊົມຄວາມງາມຂອງຮ່າໂນ້ຍ ຍາມລະດູໃບໄມ້ຫຼົ່ນ. ເຖິງວ່າເວລາຫວ່າງບໍ່ມີຫຼາຍກໍຕາມ, ແຕ່ໝູ່ເພື່ອນຄົນ ຫວຽດນາມ ກໍໄດ້ພາຂ້າພະເຈົ້າໄປກິນກາເຟ, ຊິມເຂົ້າເໝົ້າ ແລະ ຊົມບັນຍາກາດ ໜອງ ໂຮ່ເຕິຍ ຍາມແລງ. ຂ້າພະເຈົ້າເຄີຍໄດ້ອ່ານ, ໄດ້ຟັງບົດຂຽນ ໂດຍ VOV ແນະນຳກ່ຽວກັບລະດູໃບໄມ້ຫຼົ່ນຢູ່ ຮ່ໂນ້ຍ ຫຼາຍແລ້ວ ແຕ່ມາຫວ່າງແລ້ວນີ້ ຂ້າພະເຈົ້າຈຶ່ງໄດ້ສຳຜັດດ້ວຍຕົນເອງ. ສຳລັບຂ້າພະເຈົ້າແລ້ວ, ນີ້ແມ່ນປະສົບການທີ່ສຸດຍອດ!”
ແນະ​ນຳ​ກ່ຽວ​ກັບ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ສວຍ​ງາມ​ຢູ່ ແຂວງ ຮ່າ​ຢາງ, ຫວຽດ​ນ​າມ - ảnh 2ໝາກກ້ຽງວິງ (ພາບ: baonghean.vn)

ຂອບໃຈເພື່ອນ ເຂັມພອນ ຫຼາຍໆ. ຮ່າໂນ້ຍ ມີ 4 ລະດູ ແລະ ແຕ່ລະລະດູຈະນໍາມາເຊິ່ງບັນຍາກາດ ກໍຄືຄວາມຮູ້ສຶກທີ່ແຕກຕ່າງກັນ. ພວກຂ້າພະເຈົ້າຫວັງວ່າ ເພື່ອນຈະສືບຕໍ່ຕິດຕາມລາຍການ ແລະ ມາຢ້ຽມຢາມ ຫວຽດນາມ ອີກຫຼາຍໆຄັ້ງ ເພື່ອສາມາດສຳຜັດກັບຄວາມງາມຂອງ ຮ່າໂນ້ຍ ໄດ້ຄົບທັງ 4 ລະດູ: ລະດູບານໃໝ່, ລະດູຮ້ອນ, ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ.

   ສືບຕໍ່ລາຍການ, ຂໍເຊີນທ່ານຮັບຟັງເນື້ອໃນຈົດໝາຍຂອງເພື່ອນ ຈັນເພັງ ຢູ່ແຂວງ ບໍລິຄຳໄຊ, ເຊິ່ງປັດຈຸບັນແມ່ນນັກສຶກສາມະຫາວິທະຍາໄລເສດຖະກິດແຫ່ງຊາດ ຮ່າໂນ້ຍ. ໃນຈົດໝາຍ, ເພື່ອນ ຈັນເພັງ ໄດ້ຂຽນມາຄືດັ່ງນີ້: ຮອດລະດູໝາກກ້ຽງຂອງ ຫວຽດນາມ ແລ້ວແມ່ນບໍ? ນ້ອງເຫັນວ່າ ຢູ່ຮ່າໂນ້ຍ ໄດ້ວາງຂາຍໝາກກ້ຽງຫຼາຍຊະນິດ ແຕ່ນ້ອງມັກທີ່ສຸດແມ່ນໝາກກ້ຽງ ວິງ. ນ້ອງຢາກນຳເອົາເບ້ຍໝາກກ້ຽງຊະນິດນີ້ໄປປູກຢູ່ ລາວ ແຕ່ບໍ່ຮູ້ວ່າ ຈະເໝາະກັບເງື່ອນໄຂດິນຟ້າອາກາດຢູ່ ລາວ ຫຼືບໍ? ສະນັ້ນ, ຢາກໃຫ້ເອື້ອຍອ້າຍບັນນາທິການພາກພາສາລາວ ແນະນຳກ່ຽວກັບຕົ້ນໄມ້ຊະນິດນີ້ແດ່. ຂໍຂອບໃຈ!”

  ຕາມຂໍ້ມູນທີ່ພວກຂ້າພະເຈົ້າໄດ້ຄົ້ນຄວ້າມາ ເຫັນວ່າ ຕົ້ນໝາກກ້ຽງ ວິງ ນີ້ ເໝາະກັບດິນຫຼາຍຊະນິດ ເປັນຕົ້ນແມ່ນດິນໜຽວບົນກັບດິນສັນດອນ, ດິນດອນ, ດິນຂີ້ມ້ອນ. ຄວາມເຂັ້ມ PH ໃນດິນ ແຕ່ 5,5 – 6 ແມ່ນເໝາະສົມທີ່ສຸດກັບຕົ້ນໄມ້ຊະນິດນີ້. ຕົ້ນໝາກກ້ຽງ ວິງ ບໍ່ມັກແສງແດດກ້າ, ເໝາະກັບແສງແດດຍາມຕອນແລງ  ແລະ ເຂດຮ້ອນຊຸ່ມ, ອາກາດດີ ແລະ ເໝາະສົມທີ່ສຸດກັບຕົ້ນໄມ້ຊະນິດນີ້ແມ່ນຢູ່ໃນລະດັບແຕ່ 24 – 30 ອົງສາ C. ປັດຈຸບັນ, ຕົ້ນໝາກກ້ຽງ ວິງ ໄດ້ປູກຢູ່ຫຼາຍແຂວງຂອງ ຫວຽດນາມ, ແຕ່ແຊບທີ່ສຸດ ມີຊື່ສຽງທີ່ສຸດກໍແມ່ນແຂວງ ເງະອານ - ເຊິ່ງເປັນແຂວງມີຊາຍແດນຕິດກັບບ້ານເກີດ ບໍລິຄຳໄຊ ຂອງ ຈັນເພັງ ເອງ. ຖ້າຫາກວ່າ ຈັນເພັງ ຢາກນຳເອົາເບ້ຍຕົ້ນໄມ້ຊະນິດນີ້ໄປປູກຢູ່ທາງບ້ານ, ພວກຂ້າພະເຈົ້າຄິດວ່າ ເຈົ້າຄວນໄປຢາມສວນປູກໝາກກ້ຽງ ວິງ ຢູ່ ແຂວງ ເງະອານ ເພື່ອຊອກຮູ້ກ່ຽວກັບຮູບແບບ, ເຕັກນິກບົວລະບັດເບ້ຍໄມ້. ຫວັງວ່າ ຕົ້ນໝາກກ້ຽງ ວິງ ຈະໄດ້ຂະຫຍາຍເນື້ອທີ່ປູກ ແລະ ພັດທະນາຢູ່ ປະເທດລາວ.

ກ່ອນຈະສິ້ນສຸດລາຍການ, ພວກຂ້າພະເຈົ້າຂໍຕອບຄຳຖາມຂອງເພື່ອນ ແສງອ່ອນ ຢູ່ແຂວງ ວຽງຈັນ ທີ່ຢາກຊອກຮູ້ກ່ຽວກັບສະຖານທີ່ທ່ອງທ່ຽວຢູ່ ແຂວງ ຮ່າຢາງຂອງ ຫວຽດນາມ.

ແນະ​ນຳ​ກ່ຽວ​ກັບ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ສວຍ​ງາມ​ຢູ່ ແຂວງ ຮ່າ​ຢາງ, ຫວຽດ​ນ​າມ - ảnh 3ເສັ້ນທາງທີ່ເຕັມໄປດ້ວຍລວດລາຍຂອງຜ້າແພພື້ນເມືອງ (ພາບ: baodantoc.vn)

ໂດຍເປັນແຂວງພູດອຍຢູ່ທາງພາກເໜືອຂອງ ຫວຽດນາມ, ແຂວງ ຮ່າຢາງ ນັບມື້ນັບດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ ເປັນຈຳນວນຫຼາຍ ເພາະວ່າ ມາຢາມ ຮ່າຢາງ ລະດູໃດກໍງາມ ແຕ່ງາມທີ່ສຸດແຕ່ໄລຍະແຕ່ເດືອນ 10 ຫາ ເດືອນ 12, ເມື່ອດອກບັກວິດ ແລະ ດອກຜັກກາດພາກັນເບັ່ງບານ. ນອກຈາກນັ້ນແລ້ວ, ຮ່າຢາງ ຍັງມີບັນດາບ່ອນຜັກຜ່ອນຢ່ອນອາລົມລະດັບສູງ ຄື P’apiu ຢູ່ຕາແສງ ອຽນດິ້ງ, ເມືອງ ບັກເມ. ຢູ່ທີ່ນີ້, ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບສີສັນທີ່ເປັນເອກະລັກສະເພາະຂອງວັດທະນະທຳພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍເຂດພູດອຍ ດ້ວຍເສັ້ນທາງທີ່ເຕັມໄປດ້ວຍລວດລາຍຂອງຜ້າແພພື້ນເມືອງ ເຊິ່ງຍາວທີ່ສຸດ ຫວຽດນາມ. ຕໍ່ໄປນີ້ ແມ່ນສະຖານທີ່ທ່ອງທ່ຽວ ບາງແຫ່ງທີ່ພາດບໍ່ໄດ້ຖ້າມາ ຮ່າຢາງ: ປະຕູສະຫວັນ ກວ໋ານບະ, ເທດສະບານເມືອງ ອຽນມິງ - ຖະໜົນເກົ່າ ດົ່ງວັນ, ຄ້ອຍ ເຖິມມະ ຫຼື ກິ່ວແຄວງ - ເຊິ່ງເປັນສະຖານທີ່ Checkin ທີ່ເປັນສັນຍາລັກຂອງ ຮ່າຢາງ, ໝູ່ບ້ານເກົ່າ ໂຟກາວ, ເສົາທຸງ ຫຼຸງກູ, ກິ່ວ ໝ້າຟີ່ແລ່ງ, ແມ່ນ້ຳ ຍໍເກວ…

  ດັ່ງທີ່ກ່າວມາຂ້າງເທິງ ແມ່ນສະຖານທີ່ທ່ອງທ່ຽວຈຳນວນໜຶ່ງຢູ່ ຮ່າຢາງ ເພື່ອໃຫ້ເພື່ອນໄດ້ສຶກສາ ແລະ ຂ້າພະເຈົ້າກໍຂໍເຜີຍໃຫ້ຮູ້ວ່າ ໃນວັນທີ 26 ພະຈິກ ນີ້, ງານບຸນດອກບັກວິດ ຄັ້ງທີ 8 ປີ 2022 ຈະຖືກໄຂຂຶ້ນຢ່າງເປັນທາງການ. ຖ້າຫາກວ່າ ເພື່ອນມາທ່ຽວ ຮ່າຢາງ ໃນໂອກາດນີ້, ຂ້າພະເຈົ້າຄິດວ່າ ການຄົ້ນຫາ ຮ່າຢາງ ຂອງເພື່ອນຈະມີຄວາມຈັບອົກຈັບໃຈ ແລະ ປະທັບໃຈຫຼາຍຂຶ້ນ. 

ເນື້ອໃນດັ່ງກ່າວກໍເປັນການປິດທ້າຍລາຍການໂອ້ລົມກັບເພື່ອນລາວໃນມື້ນີ້. ຂໍຂອບໃຈທ່ານຜູ້ຟັງທຸກໆທ່ານທີ່ໃຫ້ກຽດຕິດຕາມຮັບຟັງ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດມີ ຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ