(VOVWORLD) - ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ ໄດ້ເລີ່ມລົງມືກໍ່ສ້າງແຕ່ປີ 1981 ດ້ວຍເນື້ອທີ່ເບື້ອງຕົ້ນ 3,27 ເຮັກຕາ. ສະຖານທີ່ແຫ່ງນີ້, ໄດ້ຮັບຖືວ່າແມ່ນໂລກຈຳລອງຂະໜາດນ້ອຍ, ສະແດງໃຫ້ເຫັນຈຸດປະຫວັດສາດວັດທະນະທຳຂອງ 54 ຊົນເຜົ່າ ຫວຽດນາມ ຢ່າງຈະແຈ້ງ ຜ່ານບັນດາວັດຖຸອຸປະກອນທີ່ວາງສະແດງເປັນຫຼາຍຮູບຫຼາຍແບບ, ລວມມີ ຊຸດອາພອນ, ເຄື່ອງປະດັບ, ອາວຸດ, ເຄື່ອງດົນຕີ ແລະ ປະເພດອື່ນໆອີກຫຼາຍຢ່າງ. ຫໍພິພິທະພັນໄດ້ແບ່ງປັນສາມເຂດຫຼັກຢູ່ກາງຈ້າງ ແລະ ໃນເຮືອນເພື່ອໃຫ້ເພື່ອນຄົ້ນຫາ.
ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ (ພາບ: VOV) |
ທ່ານ Jayanta Charkrabarty, ມາຈາກ ອິນເດຍ ໄດ້ຂຽນວ່າ: ໂດຍເປັນຜູ້ຟັງມາແຕ່ດົນນານ ແລະ ຮັກແພງ ຫວຽດນາມ, ຂ້າພະເຈົ້າຂໍສະແດງການສະໜັບສະໜູນຕໍ່ຄວາມມານະພະຍາມພັດທະນາດ້ານພະລັງງານ ແລະ ເສດຖະກິດຂອງປະເທດ ຫວຽດນາມ. ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດານະໂຍບາຍພັດທະນາແບບຍືນຍົງ ຈະປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຫຼຸດຜ່ອນການປ່ອຍອາຍພິດ ແລະ ຊ່ວຍໃຫ້ ຫວຽດນາມ ສືບຕໍ່ບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນວິວັດການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ.
ທ່ານຜູ້ຟັງ ຫຼິວອີສຽນ ມາຈາກ ເສສວນ, ຈີນ ໄດ້ຂຽນວ່າ: ຜ່ານບັນດາລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ, ຂ້າພະເຈົ້າໄດ້ຮູ້ຈັກເຖິງປະເທດ ຫວຽດນາມ ທີ່ມີຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນ. ລາຍການກະຈາຍສຽງຂອງພວກເພື່ອນ ຊ່ວຍໃຫ້ຂ້າພະເຈົ້າມີຄວາມຮູ້ຫຼາຍຕື່ມອີກ, ຫວັງວ່າ ໃນອະນາຄົດຈະສືບຕໍ່ໄດ້ຮັບຟັງບັນດາລາຍການສີສັນພິເສດຂອງພວກເພື່ອນ. ຂໍອວຍພອນໃຫ້ບັນນາທິການ VOV ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ.
ເພື່ອນ ແສງອາລຸນ ຢູ່ແຂວງ ຫົວພັນ ໃຫ້ຮູ້ວ່າ: ໄລຍະນີ້, ອາກາດຢູ່ແຂວງ ຫົວພັນ ໜາວພໍສົມຄວນ, ຍາມຮຸ່ງເຊົ້າມີໝອກຫຼາຍ, ນີ້ແມ່ນອາກາດທີ່ເໝາະສົມເພື່ອປູກຜັກຍາມໜາວຊະນິດຕ່າງໆຄື ຜັກກະຫຼ່ຳປີ, ຜັກກາດ, ກະຫຼ່ຳດອກ… ຊາວກະສິກອນພວກຂ້າພະເຈົ້າໄດ້ປູກຜັກຫຼາຍຊະນິດຢູ່ທົ່ງນາເຂດເປີ້ນພູ, ຫວັງວ່າອາກາດຈະເອື້ອຍອຳນວຍເພື່ອໃຫ້ຊາວກະສິກອນມີລະດູການເກັບກ່ຽວທີ່ໄດ້ຮັບຜົນດີ.
ອາທິດຜ່ານມາ, ທ່ານ ດາວສັງຄົມ ຢູ່ແຂວງ ບໍລິຄຳໄຊ, ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າໄດ້ຮູ້ວ່າ ຄຸກ ຫວາຫຼໍ່ ແມ່ນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງພໍສົມຄວນຢູ່ ຮ່າໂນ້ຍ. ຈຸດພິເສດຢູ່ບ່ອນນີ້ແມ່ນມີ Tour ທ່ອງທ່ຽວກາງຄືນ. ຂ້າພະເຈົ້າຢາກຮູ້ຕື່ມອີກກ່ຽວກັບການທ່ອງທ່ຽວກາງຄືນຢູ່ຄຸກ ຫວາຫຼໍ່. ຫວັງວ່າບັນດາບັນນາທິການລາຍການພາສາລາວ ຈະສະໜອງຂໍ້ມູນກ່ຽວກັບ tour ທ່ອງທ່ຽວນີ້ໃຫ້ແກ່ຂ້າພະເຈົ້າຕື່ມອີກ. ຂໍຂອບໃຈ.
ເພື່ອນ ດາວສັງຄົມ ທີ່ຮັກແພງ, ພວກຂ້າພະເຈົ້າໄດ້ແນະນຳຂໍ້ມູນກ່ຽວກັບ ລາຍການທ່ອງທ່ຽວຍາມຄ່ຳຄືນຂອງປູຊະນີຍະສະຖານບາງແຫ່ງໃນບໍລິເວນ ນະຄອນຫຼວງ ຮ່າໂນ້ຍ ໃນລາຍການ “ໂອ້ລົມກັບເພື່ອນລາວ” ອາທິດກ່ອນໆແລ້ວ. ມື້ນີ້, ພວກຂ້າພະເຈົ້າຈະແນະນຳລະອຽດກ່ຽວກັບລາຍການທ່ອງທ່ຽວຍາມຄ່ຳຢູ່ຄຸກ ຫວາຫຼໍ່ ເພື່ອໃຫ້ຜູ້ຟັງໄດ້ຮັບຊາບ. ເພື່ອຊ່ວຍໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວຕ່າງປະເທດ ເຂົ້າໃຈແຈ້ງກວ່່າກ່ຽວກັບຄວາມສູນເສຍ, ຄວາມເຈັບປວດໃນໄລຍະສົງຄາມຢູ່ ຫວຽດນາມ, ເຂດປູຊະນີຍະສະຖານຄຸກ ຫວາຫຼໍ່ ໄດ້ຈັດລາຍການທ່ອງທ່ຽວຍາມຄ່ຳ ດ້ວຍຫົວຂໍ້ “ຄ່ຳຄືນສັກກະລະບູຊາ”. ເມື່ອເຂົ້າຮ່ວມລາຍການ, ແຂກທ່ອງທ່ຽວຈະໄດ້ເຫັນປະຈັກຕາລາຍການສະແດງປະສົມປະສານລະຫວ່າງແສງສີສຽງ ແລະ ການສະແດງຂອງບັນດານັກສິລະປະການ. ຄຸກ ຫວາຫຼໍ່ ຈະໃຫ້ແຂກທ່ອງທ່ຽວໄດ້ຜ່ານພຶດຕິກຳທີ່ແທ້ຈິງ ແລະ ມີຊີວິດຊີວາກ່ຽວກັບໄລຍະເວລາຕໍ່ສູ້ທີ່ອົງອາດກະຫານຂອງບັນດານັກຮົບທ່ີເສຍສະຫຼະຊີວິດ, ເລືອດເນື້ອເພື່ອຍາດເອົາສັນຕິພາບ ແລະ ປະຊາທິປະໄຕມາໃຫ້ແກ່ປະເທດຊາດ. ນອກຈາກການຢ້ຽມຊົມແລ້ວ, ເມື່ອເຂົ້າຮ່ວມລາຍການທ່ອງທ່ຽວນີ້, ແຂກທ່ອງທ່ຽວ ຍັງໄດ້ຮັບບັນດາຂອງທີ່ລະນຶກ, ຄື: ຊາ, ເຂົ້າໜົມ, ວຸ້ນທີ່ເຮັດຈາກຕົ້ນຫູກວາງ ຕົ້ນສຸດທ້າຍທີ່ຍັງເຫຼືອໃນຄຸກ ຫວາຫຼໍ່. ນີ້ແມ່ນລາຍການທ່ອງທ່ຽວສົມທົບກັບການສະແດງ ດັ່ງນັ້ນລາຄາຈະແມ່ນ 300.000 ດົ່ງ (ເທົ່າກັບ 280.000 ກີບ). ນອກຈາກນັ້ນ, ຄະນະຈັດຕັ້ງຈະບັນທຶກວີດີໂອ ເພື່ອໃຫ້ແຂກທ່ຽວທ່ຽວສາມາດເບິ່ງຄືນໄດ້ຕະຫຼອດເວລາ.
ທ່ານ Ivan Lebedev ໄດ້ສົ່ງຈົດໝາຍຈາກ ລັດເຊຍ ມາ VOV5 ເພື່ອຢາກຮັບຟັງການແນະນຳກ່ຽວກັບຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ, ບັນດາສະຖານທີ່ຢ້ຽມຊົມ ແລະ ວັດຖຸພັນວາງສະແດງຢູ່ທີ່ນີ້.
ເພື່ອນ Ivan Lebedev ທີ່ຮັກແພງ, ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ ໄດ້ເລີ່ມລົງມືກໍ່ສ້າງແຕ່ປີ 1981 ດ້ວຍເນື້ອທີ່ເບື້ອງຕົ້ນ 3,27 ເຮັກຕາ. ສະຖານທີ່ແຫ່ງນີ້, ໄດ້ຮັບຖືວ່າແມ່ນໂລກຈຳລອງຂະໜາດນ້ອຍ, ສະແດງໃຫ້ເຫັນຈຸດປະຫວັດສາດວັດທະນະທຳຂອງ 54 ຊົນເຜົ່າ ຫວຽດນາມ ຢ່າງຈະແຈ້ງ ຜ່ານບັນດາວັດຖຸອຸປະກອນທີ່ວາງສະແດງເປັນຫຼາຍຮູບຫຼາຍແບບ, ລວມມີ ຊຸດອາພອນ, ເຄື່ອງປະດັບ, ອາວຸດ, ເຄື່ອງດົນຕີ ແລະ ປະເພດອື່ນໆອີກຫຼາຍຢ່າງ. ຫໍພິພິທະພັນໄດ້ແບ່ງປັນສາມເຂດຫຼັກຢູ່ກາງຈ້າງ ແລະ ໃນເຮືອນເພື່ອໃຫ້ເພື່ອນຄົ້ນຫາ. ລະອຽດແມ່ນ:
ສວນສະຖາປັດຕະຍາກຳ: ສວນສະຖາປັດຕະຍາກຳ ແມ່ນເຂດວາງສະແດງຢູ່ນອກເຮືອນ, ມີເນື້ອທີ່ກ້ວາງເຖິງ 2 ເຮັກຕາ. ສະຖານທີ່ແຫ່ງນີ້ໄດ້ແນະນຳລະບົບເຮືອນແບບດັ້ງເດີມຂອງບັນດາເຜົ່າເຂດ ໄຕງວຽນ ກໍ່ຄືເຂດພູສູງທາງທິດເໜືອ ໄປເຖິງແຂກທ່ອງທ່ຽວ. ເມື່ອມາແຫ່ງນີ້, ພວກເພື່ອນຈະມີໂອກາດຊົມ 10 ເຮືອນແບບຈຳລອງ ລວມມີ: ເຮືອນລວມ, ເຮືອນຮ້ານ, ເຮືອນມຸງດິນຂໍ… ທຸກລາຍລະອຽດ, ນັບແຕ່ປະຕູເຂົ້າອອກ, ນ້ຳສ້າງ, ຂັ້ນໄດລ້ວນແຕ່ໄດ້ຮັບການກໍ່ສ້າງຢ່າງລະອຽດລະອໍ, ເຊິ່ງໄດ້ສ້າງເປັນສະຖານທີ່ທີ່ມີຊີວິດຊີວາ, ເຂັ້ມຂຸ້ນໄປດ້ວຍລັກສະນະທີ່ເປັນເອກະລັກຂອງແຕ່ລະຊົນເຜົ່າ.
ເຂດວາງສະແດງ ຈົ້ງດົ່ງ: ເຂດວາງສະແດງ ຈົ້ງດົງ ແມ່ນສະຖານທີ່ແຂກທ່ອງທ່ຽວສາມາດຊອກຮູ້ກ່ຽວກັບພິທີກຳທາງສາສະໜາ, ຮັບຊົມບັນດາຊຸດອາພອນທີ່ເປັນມູນເຊື້ອ, ເຄື່ອງມືອອກແຮງງານແບບເກົ່າ ແລະ ເຄື່ອງໃຊ້ສອຍຂອງປະຊາຊົນໃນເມື່ອກ່ອນ. ດ້ວຍກວ່າ 15.000 ວັດຖຸພັນ, ກວ່າ 42.000 ວີດີໂອ ແລະ ກະແຊັດອັດສຽງ, ເຂດວາງສະແດງ ຈົ້ງດົ່ງ ໄດ້ຮັບຖືວ່າແມ່ນເຂດສຳຄັນຂອງຫໍພິພິທະພັນ, ບັນຈຸໄປດ້ວຍພື້ນຖານວັດທະນະທຳທີ່ພົ້ນເດັ່ນຂອງ 54 ຊົນເຜົ່າ ຫວຽດນາມ.
ເຂດວາງສະແດງ ແກ້ງຢຽວ: ເມື່ອໄປເຂດວາງສະແດງ ແກ້ງຢຽວ, ແຂກທ່ອງທ່ຽວຈະໄດ້ຄົ້ນຫາບັນດາຮີດຄອງປະເພນີທີ່ຈັບໃຈ, ຊອກຮູ້ກ່ຽວກັບການດຳລົງຊີວິດຂອງປະຊາຊົນຢູ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ນອກຈາກນັ້ນ, ນີ້ຍັງແມ່ນສະຖານທີ່ຈັດຫຼາຍການເຄື່ອນໄຫວສຶກສາ, ສາຍຮູບເງົາ ແລະ ແບ່ງປັນເອກະສານວັດທະນະທຳກ່ຽວກັບບັນດາເຜົ່າຫວຽດນາມ ກໍ່ຄືບັນດາປະເທດໃນພາກພື້ນ ອາຊຽນ.
ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ ບໍ່ພຽງແຕ່ແມ່ນສະຖານທີ່ເພື່ອຄົ້ນຫາຈຸດຄວາມງາມທີ່ເປັນເອກະລັກສະເພາະ, ຫາກຍັງນຳການລະຫຼິ້ນພື້ນເມືອງທີ່ດຶງດູດມາໃຫ້ແຂກທ່ອງທ່ຽວຄື: ໂຍນໝາກຄອນ, ຫຼິ້ນໂອ່ນຊາ, ໄປຂົວກ່ຽວ… ນີ້ແມ່ນການລົງຕົວຈິງທີ່ມີໜຶ່ງບໍ່ມີສອງ ເຊິ່ງແຂກທ່ອງທ່ຽວບໍ່ຄວນພາດເມື່ອໄປຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍໃຫ້ລາຍການຂອງພວກເຮົາ ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn.
ຂໍຂອບໃຈ!