(VOVWORLD) - ເຫ້ວ ແມ່ນໜຶ່ງໃນບັນດາສະຖານທີ່ທີ່ມີຊື່ສຽງກ່ຽວກັບອາຫານການກິນ ຫວຽດນາມ, ດ້ວຍບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະ, ອຸດົມສົມບູນຢູ່ເຂດພາກກາງ. ດ້ວຍການປະສົມປະສານທີ່ກົມກຽວຈາກວັດຖຸດິບ ແລະ ເຄື່ອງປຸງແຕ່ງ, ບັນດາເຍື່ອງອາຫານຢູ່ ເຫ້ວ ມີລົດຊາດທີ່ເຂັ້ມຂົ້ນ, ພິເສດ ແລະ ດຶງດູດໃຈ.
ເຂົ້າປຸ້ນງົວເຫ້ວ |
ທ່ານ Shivendu Paul, ສະໂມສອນຟັງວິທະຍຸ ອິນເດຍ ໄດ້ສົ່ງຈົດໝາຍມາຍັງລາຍການພາກພາສາໄທ ໂດຍໃຫ້ຮູ້ວ່າ: ຂ້າພະເຈົ້າຮູ້ສຶກດີໃຈ ເມື່ອໄດ້ເຂົ້າຮ່ວມການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຈັດຂຶ້ນ. ເຂົ້າຮ່ວມການເສັງທີ່ມີຄວາມໝາຍນີ້, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ. ໂດຍການເຂົ້າຮ່ວມ, ຂ້າພະເຈົ້າໄດ້ມີຄວາມເຂົ້າໃຈຢ່າງລະອຽດ ກ່ຽວກັບສັງກາດບຸກບືນຂອງ ຫວຽດນາມ. ຂໍຂອບໃຈວິທະຍຸກະຈາຍສຽງ ຫວຽດນາມ ທີ່ໄດ້ຈັດການເສັງຄັ້ງນີ້ຢ່າງສຳເລັດຜົນ. ຂ້າພະເຈົ້າຂໍສົ່ງຄຳຕອບຂອງການເສັງ “ເພື່ອນຮູ້ຫຍັງແດກ່ຽວກັບ ຫວຽດນາມ 2025” ພ້ອມກັບຮູບພາບຈຳນວນໜຶ່ງກ່ຽວກັບບັນດາການເຄື່ອນໄຫວທີ່ແຕກຕ່າງກັນຂອງສະໂມສອນພວກຂ້າພະເຈົ້າທີ່ກ່ຽວຂ້ອງເຖິງວິທະຍຸກະຈາຍສຽງ ຫວຽດນາມ ແລະ file ບົດເຂົ້າຮ່ວມການເສັງ.
ທ່ານ Muhammad Aqeel Bashir ມາຈາກ ປາກິດສະຖານ ໄດ້ສົ່ງຈົດໝາຍມາຍັງລາຍການ ໂດຍແບ່ງປັນວ່າ: ຂ້າພະເຈົ້າມັກທີ່ສຸດ ແລະ ຮັບຟັງບັນດາລາຍການຂ່າວຂອງລາຍການພາສາ ລັດເຊຍ ເປັນປະຈຳ, ພິເສດແມ່ນບົດຂຽນກ່ຽວກັບບັນຫາການເມືອງ - ສັງຄົມ. ບົດຂຽນສະແດງໃຫ້ເຫັນວິຊາການດ້ານສື່ມວນຊົນ ແລະ ຂໍ້ມູນຂ່າວມີຄວາມເຊື່ອໝັ້ນສູງ, ລາຍການຂອງພວກເພື່ອນ ໄດ້ຊ່ວຍຜູ້ຟັງຜູ້ອ່ານເຂົ້າໃຈກ່ຽວກັບປະເທດ ຫວຽດນາມ ແລະ ວິວັດການພັດທະນາຂອງປະເທດຊາດໄດ້ຫຼາຍກ່ວາ. ຫວ່າງແລ້ວນີ້, ຂ້າພະເຈົ້າໄດ້ອ່ານບົດຂຽນກ່ຽວກັບການເດີນທາງໄປປະຕິບັດງານຂອງທ່ານເລຂາທິການໃຫຍ່ ໂຕເລິມ ຢູ່ບັນດາແຂວງ ກວ໋າງບິ່ງ ແລະ ກວ໋າງຈິ. ບົດຂຽນໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກ່ຽວກັບຄວາມໝາຍຂອງການໂຮມສອງແຂວງນີ້ເຂົ້າກັນ ແລະ ແງ່ຫວັງຂອງຮູບບແບບອຳນາດການປົກຄອງໃໝ່.
ທ່ານ Sou Sambath, ຢູ່ Phnom Penh ກຳປູເຈຍ ໄດ້ຖາມວ່າ ພາຍຫຼັງໂຮມແຂວງເຂົ້າກັນ, ສະຖານທີ່ໃດຢູ່ ຫວຽດນາມ ມີເນື້ອທີ່ກວ້າງທີ່ສຸດ ແລະ ປະຊາກອນຫຼາຍທີ່ສຸດ.
ທ່ານ Sou Sambath ທີ່ຮັກແພງ! ພາຍຫຼັງພິທີປະກາດມະຕິຂອງສະພາແຫ່ງຊາດກ່ຽວກັບການໂຮມແຂວງ, ນະຄອນເຂົ້າກັນ, ແຜນທີ່ຂອງ ຫວຽດນາມ ມີການປ່ຽນແປງທີ່ເປັນໜ້າຈັບໃຈຫຼາຍຢ່າງ. ໜຶ່ງໃນບັນດາການປ່ຽນແປງທີ່ເປັນໜ້າສົນໃຈ ນັ້ນແມ່ນ ນະຄອນ ໂຮ່ຈີມິນ ພາຍຫຼັງໂຮມເຂົ້າກັບແຂວງ ບິ່ງເຢືອງ ແລະ ບ່າເຣ້ຍ - ຫວູງເຕົ່າ, ໄດ້ກາຍເປັນນະຄອນທີ່ມີປະຊາກອນຫຼາຍທີ່ສຸດໃນທົ່ວປະເທດ. ຈາກສູນເສດຖະກິດໃຫຍ່, ປັດຈຸບັນ ນະຄອນ ໂຮ່ຈີມິນ ຍັງແມ່ນຕົວເມືອງທີ່ມີຂອບຂະໜາດໃຫຍ່ ດ້ວຍປັດໄຈທີ່ຄົບຖ້ວນກ່ຽວກັບອຸດສາຫະກຳ, ທ່າກຳປັ່ນ, ການບໍລິການ ແລະ ວັດທະນະທຳ. ການພັດທະນາຢາງໄວວານີ້ ຈະເຮັດໃຫ້ນະຄອນ ໂຮ່ຈີມິນ ບໍ່ພຽງແຕ່ນຳໜ້າກ່ຽວກັບປະຊາກອນເທົ່ານັ້ນ ຫາກຍັງສວມບົດບາດແມ່ນແຂວງນຳໜ້າໃນການພັດທະນາເຂດເສດຖະກິດຈຸດສຸມທາງທິດໃຕ້ ຫວຽດນາມ ອີກດ້ວຍ. ໃນຂະນັ້ນ, ເລິມດົ່ງ ໄດ້ຂຶ້ນນຳໜ້າທົ່ວປະເທດກ່ຽວກັບເນື້ອທີ່. ດ້ວຍເນື້ອທີ່ທັງໝົດແມ່ນ 24.233 ກີໂລຕາແມັດ ພາຍຫຼັງໂຮມເຂົ້າ, ແຂວງເຂດທົ່ງພຽງນີ້ໄດ້ລື່ນກາຍເນື້ອທີ່ແຂວງ ເງະອານ ເຊິ່ງແມ່ນແຂວງທີ່ມີເນື້ອທີ່ກວ້າງກ່ວາໝູ່ໃນເມື່ອກ່ອນ. ນີ້ແມ່ນທ້ອງຖິ່ນທີ່ມີພູມີສາດທີ່ອຸດົມສົມບູນ, ສະພາບອາກາດດີ, ຢູ່ສະບາຍ ແລະ ມີຄວາມສາມາດໃນການພັດທະນາກະສິກຳເຕັກໂນໂລຢີສູງ ພ້ອມກັບການທ່ອງທ່ຽວຊີວະພາບ. ເລື່ອງ ເລິມດົ່ງ ກາຍເປັນແຂວງກວ້າງກ່ວາໝູ່ໃນທົ່ວປະເທດ ໄດ້ສ້າງຂີດໝາຍແຫ່ງການປ່ຽນແປງໃຫຍ່ກ່ຽວກັບແຂວງເຂດພູສູງທາງທິດໃຕ້.
ເພື່ອນ ຄຳໄຕ ຢູ່ແຂວງ ຊຽງຂວາງ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນທີ່ວ່າ: “ຂ້າພະເຈົ້າມີແຜນການໃນຍາມພັກແລ້ງນີ້ຈະພາຄອບຄົວໄປທ່ຽວນະຄອນ ເຫ້ວ, ຂ້າພະເຈົ້າໄດ້ຊອກຮູ້ກ່ຽວກັບຫຼາຍສະຖານທີ່ທ່ອງທ່ຽວ, ຫາຍຫາດຊາຍທະເລທີ່ສວຍງາມແລ້ວ ແຕ່ຍັງບໍ່ທັນຊອກຮູ້ກ່ຽວກັບອາຫານພິເສດຂອງເຂດດິນແດນແຫ່ງນີ້? ຫວັງວ່າ ທາງລາຍການແນະນຳບັນດາຂໍ້ມູນກ່ຽວກັບເຍື່ອງອາຫານພິເສດຕ່າງໆຢູ່ ເຫ້ວ ໃຫ້ແກ່ ຂ້າພະເຈົ້າ. ຂໍຂອບໃຈ.”
ເພື່ອນ ຄຳໄຕ ທີ່ຮັກແພງ! ເຫ້ວ ແມ່ນໜຶ່ງໃນບັນດາສະຖານທີ່ທີ່ມີຊື່ສຽງກ່ຽວກັບອາຫານການກິນ ຫວຽດນາມ, ດ້ວຍບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະ, ອຸດົມສົມບູນຢູ່ເຂດພາກກາງ. ດ້ວຍການປະສົມປະສານທີ່ກົມກຽວຈາກວັດຖຸດິບ ແລະ ເຄື່ອງປຸງແຕ່ງ, ບັນດາເຍື່ອງອາຫານຢູ່ ເຫ້ວ ມີລົດຊາດທີ່ເຂັ້ມຂົ້ນ, ພິເສດ ແລະ ດຶງດູດໃຈ. ຕໍ່ໄປນີ້ ພວກຂ້າພະເຈົ້າຂໍແນະນຳບັນດາເຍື່ອງອາຫານເຖິງເພື່ອນ:
1. ເຂົ້າປຸ້ນງົວເຫ້ວ: ເຂົ້າປຸ້ນເຫ້ວແມ່ນເຍື່ອງອາຫານທີ່ມີຕົ້ນກຳເນີດຈາດພາລະຊາວັງ ເຫ້ວ ໃນສະໄໝກ່ອນ ແລະ ປັດຈຸບັນ ໄດ້ກາຍເປັນເຍື່ອງອາຫານທີ່ລຶ້ງເຄີຍຂອງປະຊາຊົນ ເຫ້ວ. ຜ່ານວັນເວລາ, ເຂົ້າປຸ້ນເຫ້ວ ອາດຈະປ່ຽນແປງແຕ່ຍັງເຕົ້າໂຮມສິ່ງຍອດຢ້ຽມຂອງອາຫານເມືອງເກົ່າ. ເມື່ອມາທ່ຽວ ເຫ້ວ, ແຂກທ່ອງທ່ຽວບໍ່ອາດພາດເຍື່ອງອາຫານນີ້. ສ່ວນປະກອບຫຼັກໃນການຕົ້ມເຂົ້າປຸ້ນງົວ ເຫ້ວ ແມ່ນ ຂາໝູ, ຢໍ່, ຊີ້ນຂາລາຍ, ຊີ້ນງົວ ແລະ ນ້ຳຊຸບ ແລະ ເຄັດລັບສ້າງຄວາມດຶງດູດໃຈຂອງເຍື່ອງອາຫານນີ້ແມ່ນນ້ຳຊຸບ.
2. ບັນເນິ້ມເຫ້ວ (ເຂົ້າໜົມ ເນິ້ມເຫ້ວ): ບັນເນິ້ມ ແມ່ນເຂົ້າໜົມທີ່ບ້ານໆທີ່ມີຊື່ສຽງຂອງອາຫານການກິນ ເຫ້ວ ພ້ອມກັບບັນແສ່ວ ແລະ ບັນບົດລອັກ. ເຂົ້າໜົມນີ້ມີຕົ້ນກຳເນີດຈາກໝູ່ບ້ານ ນາມໂຝ, ຕາແສງ ຝູເທື້ອງ, ຫ່າງຈາກໃຈກາງ ເຫ້ວ ປະມານ 3 ກີໂລແມັດ. ໃນເມື່ອກ່ອນ, ແມ່ຍິງໄດ້ນຳໃຊ້ແປ້ງເຂົ້າ, ກຸ້ງຕຳໃຫ້ມຸ່ນ ເພື່ອແຕ່ງບັນເນິ້ມ. ດ້ວຍລົດຊາດທີ່ຫອມແຊບ, ປະຊາຊົນໄດ້ເຮັດເຂົ້າໜົມ ແລະ ນຳໄປຂາຍຢູ່ເຕັມທົ່ວຖະໜົນຫົນທາງຈົນໄປເຖິງກຸງ ເຫ້ວ.
3. ບັນບົດລອັກ (ຂົ້າໜົມບົດລອັກ ເຫ້ວ): ບັນບົດລອັກ ເຫ້ວ ໄດ້ເປັນທີ່ຮູ້ຈັກເຖິງແມ່ນເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງ ເຫ້ວ. ບັນບົດລອັກ ບໍ່ພຽງແຕ່ແມ່ນເຍື່ອງອາຫານທຳມະດາເທົ່ານັ້ນ ຫາກຍັງແມ່ນເຍື່ອງຫຼັກໃນວັນອີກດ້ວຍ. ເຂົ້າໜົມຊະນິດນີ້ມີຢູ່ຫຼາຍທ້ອງຖິ່ນ, ເຖິງຢ່າງໃດກໍຕາມ, ເມື່ອກິນຢູ່ ເຫ້ວ ທ່ານຈຶ່ງຈະຮູ້ສຶກໄດ້ເຖິງລົດຊາດທີ່ເປັນເອກະລັກສະເພາະ, ຖືກບັນຍາກາດຂອງເຂດພາກກາງ. ບັນບົດລອັກ ມີໄສ້ກຸ້ງ ດ້ວຍແປ້ງໂອບນອກທີ່ໜຽວນຸ້ມ ເຮັດໃຫ້ແຂກທ່ອງທ່ຽວຫຼາຍຄົນຮູ້ສຶກຈື່ບໍ່ລືມ.
4. ນ້ຳຫວານ ເຫ້ວ: ນ້ຳຫວານ ເຫ້ວ ບໍ່ພຽງແຕ່ແມ່ນເຍື່ອງອາຫານທຳມະດາເທົ່ານັ້ນ ຫາກຍັງແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ເຫ້ວ ອີກດ້ວຍ. ໃນເບື້ອງຕົ້ນ ນ້ຳຫວານເຫ້ວ ແມ່ນເຍື່ອງອາຫານໃນວັງ ແລະ ຄ່ອຍໆກາຍເປັນເຍື່ອງອາຫານທີ່ໄດ້ຮັບຄວາມນິຍົມຊົມຊອບຂອງປະຊາຊົນ. ແຂກທ່ອງທ່ຽວມມາ ເຫ້ວ ອາດຈະຊອກເຫັນຮ້ານຂາຍນ້ຳຫວານຢູ່ທົ່ວທຸກບ່ອນ. ຢູ່ ເຫ້ວ ມີນ້ຳຫວານເຖິງ 36 ຊະນິດ ແລະ ນ້ຳຫວານ ເຫ້ວ ກໍ່ແມ່ນເຍື່ອງອາຫານປະຈຳວັນຂອງຊາວ ເຫ້ວ.
ທ່ານຜູ້ຟັງທີ່ເຄົາລົບ!
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍໃຫ້ລາຍການຂອງພວກເຮົານັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn. ຂໍຂອບໃຈ!