ແນະ​ນຳ​ໝູ່​ບ້ານ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ​ຢູ່​ຮ່າ​ໂນ​້ຍ

(VOVWORLD) - ໃນອາທິດ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 222 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 11 ສະບັບ.

ທ່ານຜູ້ຟັງ, ຜູ້ອ່ານມີຄວາມສົນໃຈເຖິງບັນດາຄໍລຳຕ່າງໆທີ່ໄດ້ອອກອາກາດ ແລະ ເອົາລົງທາງອິນເຕີເນັດ ໃນອາທິດຜ່ານມາ, ຢາກຊອກຮູ້ບັນດາໝູ່ບ້ານອາຊີບມູນເຊື້ອຂອງ ຮ່າໂນ້ຍ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ.  

ໃນອາທິດ, ເພື່ອນຈັນທະໝອນ, ເພື່ອນ ຄຳເບັ່ງ ຢູ່ແຂວງຄຳມ່ວນ ໄດ້ສົ່ງ ອີແມວເຖິງລາຍການໂດຍສະແດງໃຫ້ເຫັນຄວາມນິຍົມຄໍລຳ “ຄົ້ນຫາ ຫວຽດນາມ”, ໃນນັ້ນ, ທ່ານ ຈັນທະໝອນ ໄດ້ຂຽນວ່າ: “ຂ້າພະເຈົ້າມັກອ່ານບົດໃນຄໍລຳຄົ້ນຫາ ຫວຽດນາມ ຫຼາຍ, ເພາະວ່າມັນຈັບອົບຈັບໃຈ ແລະ ຂ້າພະເຈົ້າຄິດວ່າ ແລະ ນີ້ຄືດັ່ງລາຍການແນະນຳ, ໂຄສະນາການທ່ອງທ່ຽວ. ພວກເພື່ອນໄດ້ພາຜູ້ອ່ານ, ຜູ້ຟັງໄປທ່ຽວຫຼາຍສະຖານທີ່ຢູ່ ຫວຽດນາມ ແລະ ຈາກນັ້ນ, ຂ້າພະເຈົ້າກໍ່ຮູ້ຈັກສະຖານທີ່ຫຼາຍແຫ່ງ, ຮູ້ຈັກຮີດຄອງປະເພນີຂອງພວກເພື່ອນຫຼາຍກ່ວາອີກ. ນີ້ກໍ່ແມ່ນແຫຼ່ງຂໍ້ມູນທີ່ມີປະໂຫຍດຫຼາຍຈາກນັ້ນ, ຂ້າພະເຈົ້າຈະເລືອກເອົາບັນດາສະຖານທີ່ທ່ອງທ່ຽວເມື່ອມີໂອກາດໄປຢ້ຽມຢາມ ຫວຽດນາມ.”

ສ່ວນເພື່ອນ ເກດຕິສັກ, ຢູ່ແຂວງ ວຽງຈັນ ມັກຊົມພາບສາລະຄະດີ ກ່ຽວກັບແມ່ຍິງ ຫວຽດນາມ ທີ່ສຸດ, ເພື່ອນໄດ້ຂຽນວ່າ: “ເຖິງວ່າແມ່ຍິງເຂົາເຈົ້າກໍ່ເຮັດວຽກງານທີ່ໜັກໜາສາຮັດກໍ່ຕາມ ແຕ່ຍາມໃດກໍ່ຍັງງາມ, ມີຮອຍຍິ້ມສົດໃສ ແລະ ບັນດາຮອຍຍິ້ມນັ້ນໄດ້ສະແດງໃຫ້ເຫັນຮັກຕໍ່ຊີວິດ, ຕໍ່ມະນຸດຂອງເຂົາເຈົ້າ. ຂອບໃຈບັນດາແມ່ຍິງ, ບັນດາແມ່ ຫວຽດນາມ ທີ່ຍາມໃດກໍ່ອຸທິດສ່ວນຈົດສຸດຄວາມສາມາດຂອງຕົນເພື່ອສ້າງໃຫ້ຊີວິດຄອບຄົວ, ສັງຄົມສວຍງາມກ່ວາອີກ.”

ຂໍຂອບໃຈເພື່ອນ ຈັນທະສອນ, ເພື່ອນ ຄຳເບັ່ງ, ເພື່ອນ ເກດຕິສັກ ທີ່ໄດ້ສົ່ງອີແມວເຖິງລາຍການ. ຫວັງວ່າ, ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະໄດ້ຮັບຈົດໝາຍ, ອີແມວຈາກພວກເພື່ອນຫຼາຍກ່ວາອີກ. ບັນດາຄຳເຫັນປະກອບຂອງພວກເພື່ອນຈະປະກອບສ່ວນເຮັດໃຫ້ລາຍການຂອງພວກຂ້າພະເຈົ້າມີຄວາມຈັບອົກຈັບໃຈກ່ວາ. ຂໍຂອບໃຈ.

ແນະ​ນຳ​ໝູ່​ບ້ານ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ​ຢູ່​ຮ່າ​ໂນ​້ຍ - ảnh 1 ໝູ່ບ້ານເຄື່ອງປັ້ນດິນເຜົາ ບາດຈ່າງ

ໃນອາທິດ, ເພື່ອນ ເຈິ່ນຮ່ວາຫ໊າວ, ດຳລົງຊີວິດຢູ່ແຂວງ ຄຳມ່ວນ ໄດ້ຝາກຈົດໝາຍເຖິງລາຍການດ້ວຍເນື້ອໃນວ່າ: “ຂ້າພະເຈົ້າມີເພື່ອນຜູ້ໜຶ່ງ, ລາວມີຄວາມສົນໃຈຕໍ່ບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອຢູ່ຮ່າໂນ້ຍຫຼາຍ, ແຕ່ຂ້າພະເຈົ້າກໍ່ບໍ່ມີຂໍ້ມູນຂ່າວສານກ່ຽວກັບຂົງເຂດນີ້ປານໃດ. ຫວັງວ່າ, ອ້າຍເອື້ອຍບັນນາທິການຈະສະຫງວນເວລາແນະນຳກ່ຽວກັບໝູ່ບ້ານອາຊີບບາງແຫ່ງທີ່ເປັນເອກະລັກສະເພາະຂອງຮ່າໂນ້ຍ ໄດ້ບໍ່? ຂໍຂອບໃຈ.”

ຮ່າໂນ້ຍ ມີໝູ່ບ້ານອາຊີບທີ່ເປັນມູນເຊື້ອເກືອບ 300 ແຫ່ງໄດ້ຮັບການຮັບຮອງ, ໝູ່ບ້ານອາຊີບແຕ່ລະແຫ່ງມີຈຸດທີ່ເປັນເອກະລັກສະເພາະຂອງຕົວມັນເອງ. ຖ້າຫາກວ່າ, ພວກທ່ານຈະໄປທ່ຽວ ແລະ ຊອກຫາຄຸນຄ່າທາງດ້ານວັດທະນະທຳ - ສິລະປະ ແລະ ຊື້ຂອງຂວັນທີ່ລະນຶກທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດນັ້ນທ່ານຄວນໄປຢ້ຽມຢາມບັນດາໝູ່ບ້ານອາຊີບ ຈະເໝາະສົມທີ່ສຸດ. ຕໍ່ໄປນີ້, ບັນນາທິການພາກພາສາລາວ ຈະແນະນຳໝູ່ບ້ານອາຊີບທີ່ເປັນມູນເຊື້ອດີເດັ່ນບາງແຫ່ງຂອງຮ່າໂນ້ຍ ຕໍ່ທ່ານຜູ້ຟັງ:

ໝູ່ບ້ານເຄື່ອງປັ້ນດິນເຜົາ ບາດຈ່າງ: ໝູ່ບ້ານ ບາດຈ່າງ (ຢູ່ຕາແສງ ບາດຈ່າງ, ເມືອງ ຢາເລີມ, ຮ່າໂນ້ຍ), ຫ່າງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍ ປະມານ 14 ກມ, ພົ້ນເດັ່ນຍ້ອນໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາມີອາຍຸນັບ 500 ປີນີ້. ໝູ່ບ້ານແພໄໝວ້ານຟຸກ: ໝູ່ບ້ານຮ່າດົງ, ປະຈຸບັນເອີ້ນວ່າໝູ່ບ້ານແພໄໝວ້ານຟຸກ, ຂຶ້ນກັບຕາແສງ ວ້ານຟຸກ, ເມືອງ ຮ່າດົງ, ຫ່າງຈາກໄຈກາງນະຄອນຫຼວງ ຮ່າໂນ້ຍ ປະມານ 10 ກມ. ນີ້ແມ່ນໝູ່ບ້ານຕ່ຳແພໄໝຊື່ດັ່ງມີອາຍຸນັບພັນປີ. ໝູ່ບ້ານອາຊີບຈັກສານ ຝູວີງ: ໝູ່ບ້ານ ຝູວີງ ຢູ່ ກໍ່ເດົ້າ, ຕາແສງ ຝູເຫງັຍ, ເມືອງ ເຈືອງໝີ, ຮ່າໂນ້ຍ, ມີຊື່ສຽງໂດ່ງດັງຍ້ອນຜະລິດເຄື່ອງຈັກສານມີມາແຕ່ສະຕະວັດທີ 17. ໝູ່ບ້ານຫຼໍ່ທອງ ຫງູສາ: ໝູ່ບ້ານຫຼໍ່ທອງ ຫງູສາ ຕັ້ງຢູ່ຖະໜົນຫງູສາ, ເມືອງ ບາດິ່ງ, ຮ່າໂນ້ຍ. ໝູ່ບ້ານແຫ່ງນີ້ເລີ່ມດຳເນີນອາຊີບມາແຕ່ສະຕະວັດທີ 17. ອາຊີບຫຼໍ່ທອງໃນຄາວນັ້ນໄດ້ຮັບຖືວ່າແມ່ນ 1 ໃນຈຳນວນ 4 ອາຊີບຍອດຍິ່ງຂອງເຂດດິນແດນ ທັງລອງ ໃນເມືອກ່ອນ. ໝູ່ບ້ານປູກດອກໄມ້ ໄຕຕື້ວ: ຫ່າງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍ ປະມານ 15 ກມ, ໝູ່ບ້ານ ໄຕຕື້ວຂຶ້ນກັບເມືອງ ບັກຕື່ລຽມ, ພົ້ນເດັ່ນແມ່ນເຂດສະໜອງດອກໄມ້ສົດຕົ້ນຕໍຂອງນະຄອນຫຼວງຮ່າໂນ້ຍ ແລະ ຫຼາຍແຂວງອ້ອມຂ້າງ. ໝູ່ບ້ານຜະລິດກຸບ ຈວງ - ເຈືອງໝີ: ໝູ່ບ້ານຈວງ ຕັ້ງຢູ່ແຄມແມ່ນ້ຳໄດ໊, ຂຶ້ນກັບຕາແສງ ເຟືອງຈູງ, ຢູ່ເມືອງ ແທງອວຍ, ຫ່າງຈາກໄຈກາງນະຄອນຫຼວງ ຮ່າໂນ້ຍ ກ່ວາ 30 ກມ. ໝູ່ບ້ານຜະລິດວີ ຈ່າງເຊີນ, ເມືອງ ແທັກເທີດ, ຮ່າໂນ້ຍ, ໝູ່ບ້ານແຫ່ງນີ້ມີອາຍຸນັບຮ້ອຍປີ. ແຕ່ສະຕະວັດທີ 19, ວີທີ່ຜະລິດຢູ່ ຈ່າງເຊີນ ຖືກຊາວຝລັ່ງ ນຳໄປສະແດງຢູ່ນະຄອນຫຼວງ ປາຣີ ແລ້ວ…

ດັ່ງທີ່ກ່າວມາຂ້າງເທິງແມ່ນໜຶ່ງໃນຈຳນວນໝູ່ບ້ານອາຊີບນັບຮ້ອຍໆແຫ່ງຢູ່ນະຄອນຫຼວງ ຮ່າໂນ້ຍ. ຫວັງວ່າ, ຜ່ານບັນດາຂໍ້ມູນຂ່າວສານດັ່ງກ່າວພວກເພື່ອນຈະເຂົ້າໃຈຫຼາຍກ່ວາກ່ຽວກັບຮ່າໂນ້ຍ ແຫ່ງອະລິຍະທຳນັບພັນປີຂອງພວກເຮົາ. ບັນນາທິການພາກພາສາລາວກໍ່ຫວັງວ່າແຫຼ່ງຂ່າວດັ່ງກ່າວຈະດຶງດູດເພື່ອນມາຢ້ຽມຢາມ ຮ່າໂນ້ຍ, ຫວຽດນາມ ໃນໄລຍະຈະມາເຖິງ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ