ການທ່ອງທ່ຽວຈິດວິນຍານເຊື່ອມຕໍ່ກັບວັດທະນະທຳ ແລະ ການເຫຼື້ອມໃສ.
Anh Huyen -  
(VOVWORLD) -ບໍລິເວນແຂວງ ບ່າເຣັຍ - ຫວຸງເຕົ່າ ປັດຈຸບັນຂຶ້ນກັບນະຄອນ ໂຮ່ຈີມິນ ບໍ່ພຽງແຕ່ມີຊື່ສຽງດ້ວຍຝັ່ງທະເລ ແລະ ທິວທັດທຳມະຊາດງົດງາມເທົ່ານັ້ນ ຫາກຍັງແມ່ນເຂດດິນແດນ ເຕັມໄປດ້ວຍມູນເຊື້ອວັດທະນະທຳ ດ້ວຍລະບົບປູຊະນີຍະສະຖານປະຫວັດສາດການເຫຼື້ອມໃສ - ສາສະໜາທີ່ອຸດົມສົມບູນ. ຍ້ອນແນວນັ້ນການທ່ອງທ່ຽວຈິດວິນຍານເຊື່ອມຕໍ່ກັບວັດທະນະທຳ ແລະ ການເຫຼື້ອມໃສ ໄດ້ ແລະ ພວມແມ່ນຮູບແບບທ່ອງທ່ຽວທີ່ດູດດື່ມ ປະກອບສ່ວນຮັກສາສີສັນວັດທະນະທຳຂອງຊາດ ແລະ ຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນ.
ຫໍບູຊານຽດບານ |
ຢູ່ຈອມພູ ໜຸຍເຫຼີນ, ວັດທິກກາວເຟີດດ່າຍ ໄດ້ປາກົດຂຶ້ນໃນທ່າມກາງພູຜາປ່າໄມ້, ເສັ້ນທາງຂຶ້ນເຖິງວັດ ແມ່ນລະບົບຂັ້ນໄດລະອິດລະອ້ຽວ ສອງຝາກແມ່ນປ່າໄມ້ຂຽວອຸ່ມທຸ່ມ. ພະພຸດທະເຈົ້ານັ່ງຕັ້ງສະມາທິຢູ່ກ້ອງຕົ້ນໂພ ກໍ່ແມ່ນຈຸດທີ່ພົ້ນເດັ່ນ ເຊິ່ງແຂກທ່ອງທ່ຽວຄວນຢ້ຽມຊົມ. ຖັດມາແມ່ນ ວັດນຽດບ່ານຕຶສາ ຖືກຕັ້ງຖືກຕັ້ງຢູ່ເນີນພູ ໜຸຍຍໍ໋ ເຊິ່ງໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາວັດທີ່ງາມທີ່ສຸດຢູ່ ຫວູງເຕົ່າ
ຢູ່ໃຈກາງຕາແສງ ຫວູງເຕົ່າ ແມ່ນວັດ ລິງເຊີນໂກ໋ຕຶ໋ ຫຼື ເອີ້ນວ່າ ວັດເຟີດຫວ່າງ ເຊິ່ງໄດ້ຮັບເລືອກແມ່ນວັດນອນໃນຈຳນວນສະຖານທີ່ທ່ອງທ່ຽວຈິດວິນຍານທີ່ດີເດັ່ນ 100 ແຫ່ງຢູ່ ຫວຽດນາມ ແລະ ລັດໄດ້ຮັບຮອງວັດ ລິງເຊີນໂກ໋ຕຶ໋ ແມ່ນປູຊະນີຍະສະຖານວັດທະນະທຳ - ປະຫວັດສາດລະດັບຊາດ.
“ຂ້າພະເຈົ້າເຄີຍໄປວັດ ລິງເຊີນໂກ໋ຕຶ໋ ເພື່ອບູຊາພະພຸດທະເຈົ້າໃນຍາມຕົ້ນປີ ເພື່ອພາວະນາໃຫ້ປະເທດຊາດມີຄວາມສະຫງົບສຸກ ທຸກໆຄົນໃນຄອບຄົວຢູ່ດີມີແຮງ ລູກຫຼານຮ່ຳຮຽນໄດ້ຮັບຜົນດີ”
ນອກຈາກລະບົບວັດວາອາຮາມ, ບໍລິເວນ ບ່າເຣັຍ - ຫວຸງເຕົ່າ ກໍ່ຍັງພົ້ນເດັ່ນຂຶ້ນດ້ວຍບັນດາວິຫານຫໍໂຮງບູຊາ ຕິດພັນກັບການເຫຼື້ອມໃສ. ຫໍບູຊາພະແມ່ ຫງູແຮັ່ງ ຢູ່ຕາແສງ ລອງຫ໋າຍ ກໍ່ແມ່ນພະຍານຫຼັກຖານທີ່ພົ້ນເດັ່ນສຳລັບຈຸດວັດທະນະທຳ ບູຊາພະແມ່ທີ່ເຂັ້ນຂົ້ນໄປດ້ວຍສີສັນເຂດພາກໃຕ້. ແຕ່ລະປີງານບຸນໄຫວ້ບູຊາປາວານ, ພິທີບູຊາພະແມ່ຖືກຈັດຂຶ້ນຢ່າງຄຶກຄື້ນມ່ວນຊື່ນ ອັນໄດ້ດຶງດູດແຂກທ່ອງທ່ຽວ ແລະ ຊາວປະມົງ ນັບພັນຄົນມາຮ່ວມ. ມີກຸ່ມສະຖາປັດຕະຍະກຳຕາມແບບບູຮານທີ່ມີຄວາມເປັນເອກະລັກສະເພາະ ເຊິ່ງແມ່ນແຫ່ງເກັບຮັກສາບັນດາຄຸນຄ່າວັດທະນະທຳມາແຕ່ດົນນານ, ການເຫຼື້ອມໃສພື້ນເມືອງ ແລະ ຈິດວິນຍານເປັນເອກະລັກອື່ນໆ ນັ້ນແມ່ນຫໍທຳມະ ຍ່າເຫຼີນ ລອງເຊີນ ຖືກປຸກສ້າງແບບປະສົມປະສານ ລະຫວ່າງການເຫຼື້ອມໃສພື້ນເມືອງກັບສາສະໜາ ຂົງຈື້. ອີກສິ່ງໜຶ່ງທີ່ເຮັດໃຫ້ ບ່າເຣັຍ - ຫວຸງເຕົ່າ ກາຍເປັນສະຖານທີ່ພິເສດໃນແຜນທີ່ທ່ອງທ່ຽວຈິດວິນຍານທົ່ວປະເທດ ນັ້ນແມ່ນຮູບປັ້ນພະເຈົ້າ ກີໂຕ ສູງ 32 ແມັດ ຖືກຕັ້ງຢູ່ຈອມພູ ໜຸຍຍໍ໋ ແມ່ນໜຶ່ງໃນບັນດາສັນຍາລັກພິເສດ ທັງແມ່ນສະຖານທີ່ນະມັດສະການຂອງວົງຄະນາຍຍາດຊາວກາໂຕລິກ, ທັງແມ່ນສະຖານທີ່ທ່ອງທ່ຽວທີ່ງົດງາມ
“ສະຖາປັດຕະຍະກຳຂອງຮູບປັ້ນແມ່ນງົດງາມທີ່ສຸດມີລັກສະນະຜ່າເຜີຍຂອງພະເຈົ້າ ກີໂຕ. ເມື່ອປິນພູມາຮອດນີ້ກໍ່ມີຄວາມອິດເມື່ອຍທີ່ສຸດ ແຕ່ຂ້າພະເຈົ້າກໍ່ຢາກຄົ້ນຫາ ດັ່ງນັ້ນໄດ້ຕັດສິນໃຈ ຈຶ່ງສາມາດມານີ້ໄດ້”
“ຮູບປັ້ນພະເຈົ້າແມ່ນສະຖານທີ່ທ່ອງທ່ຽວພິເສດຢູ່ ຫວຸງເຕົ່າ. ຂ້າພະເຈົ້າຢາກກັບຄືນມານີ້ ເພື່ອຢືນຊົມນະຄອນກໍ່ຄືເປັນສະຖານທີ່ຖ່າຍຮູບທີ່ເປັນໜ້າຈັບໃຈອີຫຼີ”.
ຢູ່ ຫວູງເຕົ່າ ກໍ່ຍັງມີອີກສະຖານທີ່ແຫ່ງໜຶ່ງເຮັດໃຫ້ແຂກທ່ອງທ່ຽວມີຄວາມສະດຸ້ງໃຈ ນັ້ນແມ່ນ ໂກນດ໋າວ ເຊິ່ງແມ່ນສະຖານທີ່ທັງງາມ ທັງເປັນແຫ່ງທີ່ສັກສິດ. ນີ້ເປັນສະຖານທີ່ແຫ່ງຈິດວິນຍານຢ່າງແທ້ຈິງ ເຊິ່ງແມ່ນແຫ່ງທີ່ຊາວ ຫວຽດນາມ ໄດ້ມານີ້ ເພື່ອຈູດທູບທຽນອາໄລຫາ ແລະ ພ້ອມກັນສະແດງຄວາມເຊື່ອໝັ້ນ, ນ້ຳໃຈຮັກຊາດ ແລະ ການຟື້ນຕົວຂອງຊາດໜຶ່ງ ເມື່ອຢືນກົ້ມຫົວໄຫວ້ບູຊາຢູ່ເຂດສຸສານ ຫ່າງເຢືອງ ຫຼື ສຸສານນັກວິລະຊົນຍິງ ຫວໍທິເສົາ. ນີ້ແມ່ນແຫ່ງທີ່ວິນຍານຂອງດິນດອນຕ່ອນຫຍ້າປະສົມປະສານພ້ອມກັບທະເລ ແຫ່ງທີ່ຄວາມເຈັບປວດໃນອະດີດຕະການໄດ້ກາຍເປັນຄວາມເອກອ້າງທະນົງໃຈຂອງຊາດ.
ມາຢ້ຽມຢາມສະຖານທີ່ເຫຼົ່ານີ້ ບໍ່ພຽງແຕ່ເພື່ອຢ້ຽມຊົມທັດສະນະສຶກສາເທົ່ານັ້ນ ຫາກຍັງເພື່ອຮັບຟັງເລື່ອງລາວຂອງດິນແດນທີ່ສັກສິດຮູ້ສຶກເຖິງລົມຫາຍໃຈຈິດວິນຍານ ແລະ ບັນດາຄຸນຄ່າວັດທະນະທຳ ທີ່ມີມານັບພັນປີຢູ່ແຫ່ງນີ້.
Anh Huyen