ການແຂ່ງຂັນໝາກຮຸກຄົນຍາມຕົ້ນລະດູບານໃໝ່ຢູ່ແຂວງບີງດິ້ງ


    ໝາກຮຸກ​ຄົນ, ທີ່​ຈິງ​ແລ້ວ​ແມ່ນ​ກິລາ​ປະ​ເພດ​ໝາກຮຸກ​ໂດຍ​ມະນຸດ​ສວມ​ບົດ​ບັນດາ​​ໂຕ​ໝາກຮຸກ. ​ໂດຍ​ມີ​ຄວາມ​ແຕກ​ຕ່າງ​ກັບ​ການ​ຫຼິ້ນໝາກຮຸກ​ດ້ວຍ​ບັນດາ​ໂຕ ໝາກຮຸກ​ຖືກ​ເຮັດ​ດ້ວຍ​ງາ​ຊ້າງ, ​ເຂົາ​ຄວາຍຫຼື​ເຮັດ​ດ້ວຍ​ໄມ້​ທີ່​ບໍ່​ມີ​ສະຕິ​ອິນ​ຊີ​ນັ້ນ, ການ​ຫຼິ້ນໝາກຮຸກ​ຄົນທີ່​ດູດ​ດື່ມ ​ແລະ ມີ​ຊີວິດ​ຊີວາ​ກ່ວາ​ ​ເພາະ​ມັນ​ແມ່ນ​ການ​ແຂ່ງຂັນ​ກັນ​ດ້ານ​ສະຕິ​ປັນຍາ, ຄວາມ​ເກ່ັງ​ກ້າ​ສາມາດ​ໃນ​ການ​ສູ້ຮົບດ້ວຍໂຕ​ໝາກຮຸກ​ເປັນ​ຄົນ​ແທ້. ທີ່ແຂວງ ບິງດິ້ງ, ກິລາປະເພດໝາກຮຸກ​ຄົນໄດ້ກາຍເປັນ ການເຄື່ອນໄຫວທີ່ຂາດບໍ່ໄດ້ ໃນຍາມຕົ້ນລະດູບານໃໝ່.

ການແຂ່ງຂັນໝາກຮຸກຄົນຍາມຕົ້ນລະດູບານໃໝ່ຢູ່ແຂວງບີງດິ້ງ - ảnh 1
ນັດແຂ່ງຂັນໝາກຮຸກ​ຄົນ​ຢູ່ແຂວງບີງດິ້ງ (ພາບ:http://www.baobinhdinh.com.vn)


     ​ເທດສະບານ ອານ​ເຍີນ ບໍ່​ພຽງ​ແຕ່​ມີ​ຊື່​ສຽງ​ຍ້ອນ​ເປັນ​ແຫ່ງ​ມີ​ມະ​ໂມ​ສອນ​ມວຍ​ພື້ນ​ເມືອງ​ຫຼາຍ​ແຫ່ງ​ເທົ່າ​ນັ້ນ, ຫາກ​ຍັງ​ມີຊື່ສຽງ​ຍ້ອນ​ເປັນ​ແຫ່ງ​ໄດ້​ໃຫ້​ກຳ​ເນີ​ດບັນດາ​ນັກ​ກິລາ​ໝາກຮຸກ​ທີ່​ດີ​ເດັ່ນ​ໃຫ້​ແຂວງ​ບີ​ງດິ້ງ​ອີ​ກດ້ວຍ. ບຸນ​ແຂ່ງຂັນ​ໝາກ​ຮຸກ​ຄົນ ​ເຄີຍ​ຖືກ​ຊາວ ອານ​ເຍີນ ຈັດ​ຕັ້ງ​ໃນ​ວັນ​ທີ 5 ​ແລະ ທີ 6 ​ເດືອນ​ຈຽງ​ໂດຍ​ໄລ​ຕາມ​ຈັນທະ​ປະຕິທິນ.

   ການຫຼິ້ນໝາກຮຸກ​ຄົນຖືກຈັດຂຶ້ນໃນເດີນກ້ວາງ ​ໃນ​ທ່າມກາງ​ສຽງ​ຄ້ອງ ປະສານ​ກັບ​ສຽງ​ເຊຍ​ດັ່ງ​ກ້ອງ​ກັງວານ​ໄປ​ທົ່ວ​ເຂດ. ອ້າ​ຍບາ​ວ​ໃນ​ຊຸດ​ອາພອນ​ເຄື່ອງ​ແບບພົນທະຫານສີຂຽວ ພວມ​ສະ​ແດງ​ຈັ່ງ​ຫວະ​ຫຼີກ​ຈາກ​ການ​ບຸກຕີ​ຂອງ​ນາງ​ສາວ​ນຸງ​ຊຸດ​ອາພອນ​ເຄື່ອງ​ແບບພົນທະຫານສີ​ແດງ. ຢູ່​ອ້ອມ​ເດີນ, ຊາວບ້ານ​ພວມ​ນັ່ງ ​ແລະ ຢືນ​ຊົມ​ການ​ຫຼິ້ນໝາກຮຸກ​ຄົນ ຕ່າງກໍ​ສະ​ແດງຄວາ​ມນິຍົມ​ຊົມ​ຊອບ​ຕໍ່​ການສະ​ແດງ​ຕີມວຍ​ທີ່​ງາມ​ຕາ.

   ​ໃນ​ການ​ແຂ່ງຂັນໝາກຮຸກ​ຄົນ​, ພາຍຫຼັງ​ແຕ່​ລະບາດ​ກ້າວ​ເດີນ​ຂອງ​ຜູ້​ສວມ​ບົດໂຕ​ໝາກຮຸກ, ຄົນ​ຜູ້​ນັ້ນ​ກໍ​ຕ້ອງ​ຂັບ​ກາບກອນ​ຄຳ​ໜຶ່ງ​ຫຼື​ຂັບ​ລຳ​ວັກ​ໜຶ່ງ. ​ແຕ່​ສຳລັບ​ບັນດາ​ນັດແຂ່ງຂັນທີ່​ສຳຄັນ, ຜູ້​ບັນຊາ​ການ​ແຂ່ງຂັນຂອງ 2 ​ຝ່າຍ ກໍ​ແມ່ນ​ຜູ້​ສວມ​ບົດ​ເປັນ​ຂຸນ​ເອງ. ທ້າ​ວ ກວາງ​ຊຶ່ງ​ແມ່ນ​ຜູ້​ນິຍົມ​ໝາກຮຸກ​ຄົນ ອະທິບາຍ​ວ່າ :

      “ ວິທີ​ການສະ​ແດງ​ຂອງໂຕ​ໝາກຮຸກຂຸນ ​ແມ່ນ​ຕ້ອງ​ມີ​ຫຼາຍ​ຮູບ​ຫຼາຍ​ສີ. ຖ້າ​ຫາກ​ກ້າວ​ໄປ​ສັງຫານ​ສັດຕູ​ນັ້ນ, ຈັ່ງ​ຫວະ​ຖອດ​ດາບ​ແມ່ນ​ຕ້ອງ​ແຮງ​ກ້າ, ສຽງ​ກອງ​ຕ້ອງ​ດັ່ງ​ຂຶ້ນ ​ແລະ ທຸງ​ຕ້ອງ​ຍົກ​ສູງ​ຂຶ້ນ. ຖ້າ​ຫາກ​ຖືກ​ປິດ​ລ້ອມ​ເພື່ອ​ຈະ​ຈັບ​ຕົວ, ໂຕ​ໝາກຮຸກຕ້ອງ​ສະ​ແດງ​ໃຫ້​ເຫັນ​ທ່າ​ທີ​ຢ້ານ​ກົວ​ຢາກ​ຫຼົບໜີ. ​ແລ້ວ​ກໍ​ຕ້ອງ​ອີງ​ຕາມ​ສະພາບ​ການ​ຮົບ, ຖືກ​ປະລາ​ໄຊ​ຫຼື​ຍາດ​ໄດ້​ໄຊຊະນະ​ເພື່ອ​ສະ​ແດງ​ທ່າ​ທີ, ຈັ່ງ​ຫວະ​ການສະ​ແດ​ງ”

   ປີ​ໃດ​ກໍ​ເຊັ່ນ​ດຽວ​ກັນ, ຮອດ​ຍາມ​ຕົ້ນ​ລະດູບານ​ໃໝ່, ຄູ​ຝຶກ​ມວຍ ມິ​ງຮ່ວາງ, ຜູ້​ຮັບຜິດຊອບ​ສະ​ໂມ​ສອນ​ມວຍ​ ມິ​ງຢາກ​ວຽນ ຢູ່​ຮ່າ​ໂນ້ຍ ກໍ​ລົງ​ໄປ ອານ​ເຍີນ ​ເພື່ອ​ຮັບ​ຊົມ​ການ​ແຂ່ງຂັນໝາກຮຸກ​ຄົນ. ອ້າຍ​ຮ່ວາງ​ມາ​ຊົມ ການ​ແຂ່ງຂັນໝາກຮຸກ​ຄົນ ​ແມ່ນ​ບໍ່​ພຽງ​ແຕ່​ຍ້ອນ​ມີ​ຄວາມ​ຊົມ​ຊອບ​ການ​ຫຼິ້ນ​ໝາກຮຸກ​ເທົ່າ​ນັ້ນ, ຫາກ​ຍັງ​ຍ້ອນ​ມີ​ບັນດາ​ສິ່ງ​ຍອດ​ຍິ່ງດ້ານກິ​ລາ​ມວຍ​ພື້ນ​ເມືອງ​ໃນ​ການ​ຫຼິ້ນໝາກຮຸກ​ຄົນອີກ​ດ້ວຍ. ຄູ​ຝຶກ​ມວຍ ມິ​ງຮ່ວາງ ​ໃຫ້​ຮູ້​ວ່າ ​ໂຕ​ໝາກຮຸກ ມີ 7 ປະ​ເພດ​ເຊັ່ນ: ຂຸນ, ​ເສນາ, ຊ້າງ, ກວຽນ, ປືນ​ໃຫຍ່, ມ້າ ​ແລະ ພົນທະຫານ. ໝາກຮຸກ​ແຕ່ລະ​ໂຕ ກໍ​ມີ​​​ແບບວິທີເຄື່ອນ​ຍ້າຍ​ສະ​ເພາະຂອງ​ໃຜ​ຂອງ​ມັນ. ຄູ​ຝຶກ​ມວຍ ມິ​ງຮ່ວາງ ​ໃຫ້​ຮູ້​ວ່າ :

   “ ການສະ​ແດງມວຍ​ໃນ​ການ​ແຂ່ງຂັນ ໝາກຮຸກ​ຄົນ ​ແມ່ນ​ໄດ້​ຮັບ​ການ​ຄົ້ນ​ຄ້ວາ ​ແລະ ຝຶກ​ແອບ​ເປັນ​ບົດ, ​ເປັນ​ຈັ່ງ​ຫວະ. ​ໃນ​ຈຳນວນໂຕ​ໝາກຮຸກ  7 ປະ​ເພດນັ້ນ, ​ເວັ້ນ​ເສຍ​ແຕ່ ຂຸນ, ​ເສນາ ​ແລະ ຊ້າງ​ເທົ່າ​ນັ້ນ ​ແມ່ນ​ບໍ່​ສາມາດ​ຂ້າມ​ແມ່​ນ້ຳ (ໝາຍ​ເຖິງ​ເສັ້ນ​ຂີດ​ຂັ້ນ​ຊາຍ​ແດນ​ລະຫວ່າງ 2 ຝ່າຍ) , ສ່ວນ​ ໂຕ​ໝາກຮຸກປະ​ເພດທີ່​ຍັງ​ເຫຼືອ​ແມ່ນ​ສາມາດ​ຂ້າມ​ແມ່​ນ້ຳ​ໄດ້, ​ແຕ່ລະໂຕ​ໝາກຮຸກຕາ່ງກໍ​ມີ​ການ​ສະແດງມວຍ​ດ້ວຍ​ຈັ່ງ​ຫວະ, ບາດ​ເຄື່ອນ​ຍ້າຍ​ຕ່າງຫາກ, ຂອງ​ໃຜ​ຂອງ​ມັນ​​ໂດຍ​ອີງ​ຕາມ​ສະພາບ​ການ​ຮົບ ”

  ການ​ແຂ່ງ​ຂັນ ໝາກຮຸກ​ຄົນ​ແມ່ນ​ການ​ປະສານສົມທົບ​ລະຫວ່າງ​ປັດ​ໄຈ​ພື້ນ​ເມືອງ, ພູມ​ປັນຍາ ​ແລະ ກິລາ​ມວຍ. ກິລາ​ປະ​ເພດ​ນີ້ ບໍ່​ພຽງ​ແຕ່​ດຶງ​ດູດ​ໃຈຜູ້ໃຫຍ່ເທ່ົານັ້ນ, ຫາກຍັງດຶງດູດໃຈເດັກນ້ອຍຍ້ອນການສະແດງຕີມວຍທີ່ງາມຕາອີກດ້ວຍ. ຫຼານ ມິງແອງ ອາຍຸພຽງ 8 ປີ ຊຶ່ງລູກຊາຍຂອງ ຄູ​ຝຶກ​ມວຍ ມິ​ງຮ່ວາງ ​ເວົ້າວ່າ :

    “ ຫຼານໄດ້ຮັບຟັງບົດເພງກ່ຽວກັບ 2 ພະນາງຈຶງຂີ່ຊ້າງຕີສັດຕູ. ຫຼານຢາກໃຫ້ພໍ່ ສອນມວຍໃຫ້ຫຼານ ເພື່ອຮອດເວລາໃຫຍ່ຂຶ້ນ ຈະເຂົ້າຮ່ວມການຕີມວຍໃນການ ແຂ່ງຂັນໝາກຮຸກ​ຄົນ”

      ການ ແຂ່ງຂັນໝາກຮຸກ​ຄົນ​ໃນ​ຍາມ​ຕົ້ນ​ລະດູບານ​ໃໝ່​ໄດ້​ເປັນ​ການ​ເຊີດ​ຊູ​ບັນດາ​ຈຸດ​ຄວາມ​ງາມດ້ານ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂດ​ດິນ ອານ​ເຍີນ, ທັງ​ເຮັດ​ໃຫ້​ປະຊາຊົນ​ຢູ່​ແຫ່ງ​ນີ້ເພີ່ມ​ຄວາມ​ຊົມ​ຊອບ​ກິລາ​ປະ​ເພດ​ພື້ນ​ເມືອງ​ຂອງທ້ອງ​ຖິ່ນ. ນີ້​ກໍແມ່ນວິທີ​ທີ່​ດີ​ເພື່ອ​ອະນຸລັກ​ຮັກສາ ​ແລະ ຂະຫຍາຍ​ຂະ​ບວນການແຂ່ງຂັນໝາກຮຸກ​ ​ແລະ ກິລາ​ມວຍ​ໃນ​ແຂວງ ບີ​ງດິ້ງ ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ